
ຜົນປະໂຫຍດ ຂອງຜະລິດຕະພັນ

ແຜນປະກັນໄພຊີວິດກຸ່ມຂັ້ນຕົ້ນ

ຜົນປະໂຫຍດຂອງການເສຍຊີວິດ ແລະ ເສຍອົງຄະຖາວອນຈາກອຸປະຕິເຫດ

ຜົນປະໂຫຍດການຄຸ້ມຄອງແບບ ປະກັນໄພກຸ່ມຈາກການເຂົ້້າໂຮງໝໍ ເນື່ອງຈາກອຸປະຕິເຫດ
ພວກເຮົາສາມາດ ຊ່ວຍທ່ານໄດ້ແນວໃດ?
ການປັບປຸງຄວາມພໍໃຈຂອງ ພະນັກງານເປັນສິ່ງສຳຄັນ ອັນດັບທຳອິດ
ຄວາມພໍໃຈຂອງພະນັກງານສາມາດຊ່ວຍໃຫ້ເສດຖະກິດຂອງບໍລິສັດດີຂຶ້ນ ເຊິ່ງສະແດງໃຫ້ເຫັນວ່າ ຖ້າສະຖານທີ່ເຮັດວຽກມີສະພາບແວດລ້ອມທີ່ດີ ຈະຊ່ວຍໃຫ້ປະສິດຖິພາບການເຮັດວຽກສູງຂຶ້ນ.
ພະນັກງານຖືວ່າເປັນຊັບພະຍາກອນທີ່ສຳຄັນທີ່ສຸດຂອງອົງການ. ໃນທຸລະກິດທັນສະໄໝປະຈຸບັນ, ການປະກັນໄພກຸ່ມຈະຊ່ວຍເພີ່ມປະສິດຕິພາບ ແລະ ຮັກສາຂອງພະນັກງານໃຫ້ຢູ່ໃນອົງກອນ. ການມອບຄວາມປົກປ້ອງ ແລະ ຄຸ້ມຄອງເປັນສ່ວນໜຶ່ງຂອງສະຫວັດດີການ ໃຫ້ພະນັກງານສາມາດນຳພາໃຫ້ພະນັກງານມີຄວາມສຸກ ແລະ ສຸຂະພາບດີຂຶ້ນ ເຊິ່ງຈະສົງຜົນສະທ້ອນໃຫ້ພະນັກງານເຮັດວຽກແບບມີປະສິດທິຜົນຂຶ້ນ.
ອ່ານ ເພີ່ມ
ຜົນປະໂຫຍດທີ່ຈະໄດ້ຮັບ
ຜົນປະໂຫຍດການຄຸ້ມຄອງແບບປະກັນໄພກຸ່ມຈາກການເຂົ້້າໂຮງໝໍເນື່ອງຈາກອຸປະຕິເຫດ.
ປະກັນໄພຊີວິດແບບກຸ່ມ(1) | ຜົນປະໂຫຍດການຄຸ້ມຄອງແບບ ປະກັນໄພກຸ່ມຈາກການເສຍຊີວິດ ຈາກອຸປະຕິເຫດ ແລະ ພິການ(1) | ຜົນປະໂຫຍດການຄຸ້ມຄອງແບບ ປະກັນໄພກຸ່ມຈາກການເຂົ້້ າໂຮງໝໍ ເນື່ອງຈາກອຸປະຕິເຫດ(1) | |
ແຜນ 1 | 50.000.000ກີບ | 50.000.000ກີບ | 50.000ກີບ |
ແຜນ 2 | 100.000.000ກີບ | 100.000.000ກີບ | 100.000ກີບ |
ແຜນ 3 | 150.000.000ກີບ | 150.000.000ກີບ | 150.000ກີບ |
ແຜນ 4 | 200.000.000ກີບ | 200.000.000ກີບ | 200.000ກີບ |
ແຜນ 5 | ການກຳນົດເອົາ | ການກຳນົດເອົາ | ການກຳນົດເອົາ |
1) ປະກັນໄພຊີວິດແບບກຸ່ມ ແມ່ນເປັນຂໍ້ບັງຄັບ ແລະ ສ່ວນຂອງຜົນປະໂຫຍດການຄຸ້ມຄອງແບບປະກັນໄພກຸ່ມ ຈາກການເສຍຊີວິດຈາກອຸປະຕິເຫດ ແລະ ພິການ. ຜົນປະໂຫຍດການຄຸ້ມຄອງແບບປະກັນໄພກຸ່ມຈາກການເຂົ້້າໂຮງໝໍ ເນື່ອງຈາກອຸປະຕິເຫດ ແມ່ນເປັນຜົນປະໂຫຍດເພີ່ມຕື່ມ ເຊິ່ງຈະຖືກຕັດສິນກ່ອນການອອກສັນຍາການປະກັນໄພ.
2) ການຄຸ້ມຄອງແມ່ນສາມາດຖືກກຳນົດໂດຍເງື່ອນໄຂມາດຕະຖານຂອງບໍລິສັດ.
ຄຳຖາມທີ່ມັກຖືກຖາມກ່ຽວກັບ ພຣູບີສິເນດສ໌
-
ໃຜທີ່ສາມາດຊື້ຜະລິດຕະພັນ ພຣູບີສິເນດສ໌?
ພະນັກງານທຸກຄົນ, ຜູ້ບໍລິຫານ, ຄູ່ຮ່ວມທຸລະກິດ, ເຈົ້າຂອງທຸລະກິດ, ແລະ ຜູ້ປະກອບການປະຈຳທີ່ເຮັດວຽກເພື່ອ ຮັບຜົນຕອບແທນ ຫຼື ຜົນກຳໄລພາຍໃຕ້ສັນຍາພະນັກງານສາມາດຊື້ຜະລິດຕະພັນນີ້ໄດ້. ສຳລັບພະນັກງານຕ່າງປະເທດ (ຜູ້ທີ່ມີໃບອະນຸຍາດການເຮັດວຽກທີ່ປະເທດລາວ) ສາມາດຊື້ຜະລິດຕະພັນໄດ້ເຊັ່ນກັນ.
-
ສະມາຊິກຂອງຜະລິດຕະພັນນີ້ຕ້ອງໄດ້ກວດສຸຂະພາບບໍ່?
ສະມາຊິກບໍ່ຈຳເປັນຕ້ອງໄດ້ຮັບການກວດສຸຂະພາບສຳລັບຄວາມຄຸ້ມຄອງຈົນເຖິງຂອບເຂດຈຳກັດຂອງວົງເງິນປະກັນໄພ. ຂອບເຂດຈຳກັດຂອງວົງເງິນປະກັນໄພທີ່ສາມາດໄດ້ຮັບການປະກັນໄພໂດຍບໍ່ຕ້ອງສະແດງຫຼັກຖານ ນັ້ນ ແມ່ນອີງຕາມວົງເງິນປະກັນໄພຂອງການຊື້ປະກັນໄພແບບກຸ່ມ. ສຳລັບສັນຍາການປະກັນໄພ ທີ່ມີສະມາຊິກໜ້ອຍກວ່າ 10 ຄົນ, ສະມາຊິກນັນຕ້ອງໄດ້ຕອບແບບສອບຖາມໃນການກວດສຸຂະພາບ.
-
ພະນັກງານທີ່ເຂົ້າເຮັດວຽກລະຫວ່າງສັນຍາການປະກັນໄພນັນຈະຖືກຄຸ້ມຄອງບໍ່?
ແມ່ນແລ້ວ, ພະນັກງານທີ່ເຂົ້າເຮັດວຽກໃນລະຫວ່າງສັນຍາການປະກັນໄພ ຈະຖືກຄຸ້ມຄອງພາຍໃຕ້ສັນຍາ. ບໍລິສັດຈະຕ້ອງໄດ້ຈ່າຍເງິນຄ່າທຳນຽມປະກັນໄພ ຕາມສັດສ່ວນທີ່ພະນັກງານນັນເຂົ້າເຮັດວຽກທີ່ບໍລິສັດ. ໃນກໍລະນີທີ່ພະນັກງານລາອອກ (ໂດຍທີ່ບໍ່ໄດ້ຮຽກຮ້ອງເອົາເງິນຄຸ້ມຄອງ ຫຼື ຜົນປະໂຫຍດເພີ່ມຕື່ມ) ບໍລິສັດພຣູເດັນໂຊລ໌ ຈະຄືນເງິນທີ່ບໍລິສັດໄດ້ຈ່າຍຕາມສັດສ່ວນ.
-
ໃຜຈະໄດ້ຮັບເງິນທົດແທນປະກັນໄພ?
ໃນກໍລະນີທີ່ມີການຮຽກຮ້ອງເງິນທົດແທນປະກັນໄພ ເງິນຈະຖືກຈ່າຍໃຫ້ກັບຜູ້ຮັບຜົນປະໂຫຍດທີ່ພະນັກງານໄດ້ ລະບຸໄວ້ໃນສັນຍາ.
-
ຂ້າພະເຈົ້າຍົກເລີກສັນຍາການປະກັນໄພໄດ້ບໍ່?
ໄດ້, ທ່ານສາມາດຍົກເລີກສັນຍາການປະກັນໄພໄດ້. ໃນກໍລະນີທີ່ບໍ່ມີການຮຽກຮ້ອງເງິນທົດແທນປະກັນໄພ (ທີ່ອີງຕາມສັນຍາການປະກັນໄພ ຫຼື ຜົນປະໂຫຍດ. ພວກເຮົາຈະຄືນຄ່າທຳທຳນຽມຕາມສັດສ່ວນ)
ໝາຍເຫດ
ເງື່ອນໄຂຂອງພະນັກງານ |
ພະນັກງງານປະຈຳເທົ່ານັນ ແລະ ເປັນຜູ້ທີ່ຍັງເຮັດວຽກ. ພະນັກງານທີ່ຍັງເຮັດວຽກ ເຊິ່ງໝາຍເຖິງພະນັກງານທີ່ຍັງປະຕິບັດໜ້າທີ່ປົກກະຕິ, ບໍ່ມີການພິການທາງຮ່າງກາຍ, ບໍ່ຂາດການເນື່ອງຈາກການເຈັບປ່ວຍ ຫຼາຍກວ່າ 5 ວັນ ຫຼື ຫຼາຍກວ່າຕິດຕໍ່ກັນ ໃນປີທີ່ຜ່ານມາກ່ອນການເຮັດສັນຍາ ການປະກັນໄພ. ການພິການທາງຮ່າງກາຍໝາຍເຖິງການເສຍອົງຄະໃນຮ່າງກາຍ ຫຼື ເສຍການ ມອງເຫັນ, ຫຼື ເສຍການໄດ້ຍິນ ທີ່ຕາ ແລະ ຫູ ຕາມລຳດັບ. |
ຈຳນວນພະນັກງານຂັ້ນຕ່ຳ |
5 ຄົນ, ເຖິງຢ່າງໃດກໍ່ຕາມຖ້າຈຳນວນພະນັກງານຫາກໜ້ອຍກວ່າ 10 ຄົນ, ພວກເຂົາຈະໄດ້ຮັບການຄຸ້ມຄອງຫຼັງຈາກໄດ້ຮັບຂັ້ນຕອນການພິຈາລະນາ ປະກັນໄພຂອງບໍລິສັດ. ການຄຸ້ມຄອງນີ້ຍັງລວມໄປເຖິງຄູ່ສົມລົດຂອງພະນັກງານອີກດ້ວຍ. |
ອາຍຸຂັ້ນຕ່ຳ ແລະ ສູງສຸດສຳລັບຜະລິດຕະພັນ |
ສະມາຊິກກຸ່ມ: ມີອາຍຸລະຫວ່າງ 18-65 ປີ ຫຼື ບຸກຄົນທີ່ມີອາຍຸກະສຽນ. ສຳລັບຄົນທີ່ມີອາຍຸເກີນ 65 ປີ ຫຼື ມີອາຍຸກະສຽນຈະສາມາດໄດ້ຮັບການ ຄຸ້ມຄອງຫຼັງຈາກໄດ້ຮັບຂັ້ນຕອນການພິຈາລະນາປະກັນໄພຂອງບໍລິສັດ. ສຳລັບການຄຸ້ມຄອງຄູ່ສົມລົດແມ່ນຈະໄດ້ຍຸດຕິ ທີ່ອາຍຸ 66 ປີ. |
ໄລຍະເວລາຂອງສັນຍາ | 1 ປີ, ຕໍ່ສັນຍາເປັນປີ. |
ຜົນປະໂຫຍດຂອງສັນຍາ | ວົງເງິນການປະກັນໄພຈຳນວນ 100% ຈະຖືກຈ່າຍໃນກໍລະນີທີ່ມີການເສຍຊີວິດ ຫຼື ການເສຍອົງຄະແບບສິ້ນເຊີງ ແລະ ຖາວອນເນື່ອງຈາກອຸປະຕິເຫດ. |
ສົນໃຈປະກັນໄພ PRUBusiness?
ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບປະກັນໄພແບບກຸ່ມ ສາມາດຕິດຕໍ່ເບີໂທ +856 2055 858 393
ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌
