Select your language
close

ໂອກາດສຳລັບນັກສຶກສາ ແລະ ນັກສຶກສາຈົບໃໝ່

ສາຍອາຊີບຂອງທ່ານເລີ່ມຕົ້ນກັບພວກເຮົາ
Girl getting ready for first day of work

ໂຄງການ ຜູ້ບໍລິຫານໃນອະນາຄົດ

ທີ່ພຣູເດັນໂຊລ໌ ລາວ, ພວກເຮົາຊ່ວຍເສີມສ້າງສັກກະຍະພາບໃຫ້ຄົນຮຸ່ນໃໝ່ ເພື່ອເປັນຜູ້ນຳໃນອະນາຄົດໃນອຸດສາຫະກຳຕ່າງໆ. ໂຄງການຜູ້ບໍລິຫານໃນອະນາຄົດຂອງພວກເຮົາເເມ່ນເໝາະສົມສຳລັບນັກສຶກສາຈົບໃໝ່ໂດຍມີຈຸດປະສົງໃນການຊ່ວຍເຂົາໄດ້ຄົ້ນພົບສັກກະຍະພາບຂອງຕົນເອງ ແລະ ພັດທະນາຕົວເອງຢ່າງມືອາຊີບ.

ພວກເຮົາ ຕ້ອງການຜູ້ສະໝັກເເບບໃດ?

ຄຸນນະສົມບັດທີ່ເໝາະສົມກັບຕຳເເໜ່ງນີ້
ຜູ້ສະມັກທີ່ມີຄວາມຕັ້ງໃຈສູງ
ຖືກອອກເເບບໃຫ້ຜູ້ສະໝັກທີ່ຕ້ອງການດຳເນີນອາຊີບໃນອຸດສາຫະກຳປະກັນໄພທີ່ມີຢູ່ທົ່ວໂລກ
ສັກກະຍະພາບທີ່ຈະເປັນຜູ້ນຳໃນອະນາຄົດ
ຄວາມຕ້ອງການທີ່ຈະເຕີບໂຕເປັນຜູ້ນຳພາຍໃນບໍລິສັດໃນອະນາຄົດ
ມີຄວາມມຸ່ງໝັ້ນໃນການເຮັດ
ປະສົບການເຮັດວຽກທີ່ບໍ່ຄືໃຜເພື່ອບັນລຸສາຍອາຊີບໃນສະພາບເເວດລ້ອມການເຮັດວຽກເເບບສາກົນ
ໂຄງການຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດ - ກຸ່ມ​ທີ 1

ໂຄງການຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດ - ກຸ່ມ​ທີ 1

ນາງ ປາ​ລະ​ມີ ຫຼວງ​ສຸ​ວັນ​ນະ​ວົງ

ການເຂົ້າໂຄງການຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດຢູ່ ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌, ບ່ອນທີ່ເຕັມໄປດ້ວຍໂອກາດຕ່າງໆທີ່ພ້ອມຈະທ້າທ້າຍຄວາມສາມາດ​ຂອງຂ້າ​ພະ​ເຈົ້າ ບ່ອນທີ່ຂ້າ​ພະ​ເຈົ້າຈະມີໂອ​ກາດເຕີບໂຕ ແລະ ເປັນຜູ້ນຳທີ່ມີຄວາມສາມາດ ຮອບດ້ານໃນ ອະນາຄົດ. ​ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌ ໄດ້ທ້າທ້າຍຄວາມສາມາດຂອງຂ້າ​ພະ​ເຈົ້າຕັ້ງແຕ່ບາດກ້າວແລກທີ່ໄດ້ເຂົ້າມາ ແລະ ຂ້າ​ພະ​ເຈົ້າມີຄວາມຕື່ນເຕັ້ນທຸກໆຄັ້ງທີ່ໄດ້ຮັບຄວາມທ້າທ້າຍ ແລະ ຄວາມຄິດໃໝ່ໆຈາກເພື່ອນຮ່ວມງານ.
ໂຄງການຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດ - ກຸ່ມ​ທີ 1

ໂຄງການຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດ - ກຸ່ມ​ທີ 1

ນາງ ສຸ​ພາ​ລັກ ແພງ​ກິງ​ລະ​ວົງ

ຈາກການເຂົ້າຮ່ວມໂຄງການຜູ້ບໍ​ລິຫານໃນອະນາຄົດ, ຂ້າ​ພະ​ເຈົ້າໄດ້ຮັບການສະໜັບສະໜູນໃຫ້ກ້າທີ່ຈະລົ້ມເຫຼວ ແລະ ຮຽນຮູ້ເພື່ອປັບປຸງຕົນເອງໃຫ້ດີຂື້ນເລື້ອຍໆ. ນອກຈາກນີ້, ຂ້າ​ພະ​ເຈົ້າຍັງໄດ້ພັດທະນາທັກສະຄວາມເປັນຜູ້ນຳ ໂດຍສະເພາະດ້ານການບໍລິຫານຄົນ ແລະ ວຽກງານໂຄງການຕ່າງໆ. ນີ້ແມ່ນບ່ອນເຮັດວຽກທີ່ເຮັດໃຫ້ຂ້າ​ພະ​ເຈົ້າກ້າ ທີ່ຈະສະແດງຄວາມຄິດ ແລະ ປຶກສາຫາລືວາງແຜນກັບອ້າຍເອື້ອຍຜູ້ອາວຸໂສອື່ນໆ. ພ້ອມດຽວກັນນັ້ນ, ຂ້າ​ພະ​ເຈົ້າຍັງໄດ້ຮັບການຊີ້ນຳ ແລະ ສະໜັບສະໜູນຈາກຜູ້ນຳຂັ້ນສູງທີ່ມີປະສົບການຢ່າງຫຼວງຫຼາຍ ແລະ ໃຫ້ອິດສະຫຼະການຕັດສິນໃຈໃນການເຮັດວຽກອີກດ້ວຍ. "ເມື່ອໂອກາດເຂົ້າມາຫາ, ຮີບຄວ້າມັນ!"
ໂຄງການຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດ - ກຸ່ມ​ທີ 1

ໂຄງການຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດ - ກຸ່ມ​ທີ 1

ນາງ ມາ​ລີ​ສອ​ນ ນ້ອຍ​ມະ​ນີ

ພຣູເດັນໂຊລ໌ ໃຫ້ໂອກາດທີ່ດີແກ່ຂ້າພະເຈົ້າໃນການເປັນສ່ວນໜຶ່ງໃນການເຮັດວຽກຢູ່ພາຍໃຕ້ສະພາບແວດລ້ອມທີ່ເປັນສາກົນ, ອ້ອມຮອບໄປດ້ວຍກຸ່ມຄົນທີ່ມີຄວາມສາມາດ ແລະ ມີແນວຄວາມຄິດໃຫມ່. ໃນໂຄງການຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດ, ຊ່ວຍໃຫ້ຂ້າພະເຈົ້າໄດ້ມີໂອກາດໃນການນຳພາ ແລະ ຂັບເຄື່ອນໂຄງການທີ່ສຳຄັນຂອງອົງກອນ, ທີ່ຊ່ວຍໃຫ້ເຮົາສາມາດປົດລັອກທັກສະໃໝ່ໆ ແລະ ດຶງສັກກະຍະພາຍທີ່ຢູ່ພາຍໃນຂອງຕົນອອກມາໃຊ້ໃຫ້ເກີດປະໂຫຍດສູງສຸດ. ສ່ວນທີ່ໜ້າ ປະທັບໃຈທີ່ສຸດຂອງການຢູ່ໃນບໍລິສັດ ພຣູເດັນໂຊລ໌ ແມ່ນເປັນສະຖານທີ່ ທີ່ເຮັດໃຫ້ກ້າທີ່ຈະລົ້ມ, ຄົ້ນພົບ ແລະ ຮຽນຮູ້ຈາກຄວາມຜິດພາດຂອງຕົນເອງ, ເພື່ອພັດທະນາ ແລະ ກຽມຄວາມພ້ອມ ແກ່ການເປັນຜູ້ນຳທີ່ດີໃນອະນາຄົດ.
ໂຄງການຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດ - ກຸ່ມ​ທີ 2

ໂຄງການຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດ - ກຸ່ມ​ທີ 2

ນາງ ລັດ​ຕະ​ນະ​ພອນ ແສງ​ຄຳ​ຢອງ

ຂ້າພະເຈົ້າແມ່ນມີຄວາມປະທັບໃຈຫຼາຍຕໍ່ກັບ ບໍລິສັດ ພຣູເດັນໂຊລ໌ ທີ່ມີຄວາມກະຕືລືລົ້ນ, ສົ່ງເສີມຜັກດັນ ໃຫ້ພະນັກງານ ມີການພັດຕົວເອງຢຸ່ສະເໝື ໂດຍຜ່ານຫຼາກຫຼາຍຊ່ອງທາງ ບໍ່ວ່າຈະເປັນທາງດ້ານການສຶກສາ, ການຝຶກອົບຮົມ ແລະ ດ້ານອື່ນໆ. ນອກຈາກນັ້ນ ທາງບໍລິສັດ ພຣູເດັນໂຊລ໌ ຍັງໃຫ້ຄວາມສຳຄັນ ແລະ ສຸມໃສ່ ໃນການພັດທະນາຄວາມສາມາດຂອງການເປັນຜູ້ນຳອີກດ້ວຍ. ໃນນີ້ ຈຸດປະສົງສູງສຸດຂອງຂ້າພະເຈົ້າແມ່ນ ຢາກຈະຍົກສູງລະດັບຄວາມສາມາດ ແລະ ທັກສະທາງດ້ານຄວາມເປັນຜູ້ນຳຢູ່ແລ້ວ. ສະນັ້ນ, ຂ້າພະເຈົ້າຈຶ່ງມີຄວາມໝັ້ນໃຈວ່າ ໃນການເຂົ້າຮ່ວມ ໂຄງການຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດຂອງບໍລິສັດ ພຣູເດັນໂຊລ໌ ນີ້ ຈະຊ່ວຍໃຫ້ຂ້າພະເຈົ້າສາມາດເສີມສ້າງຂະຫຍາຍປະສົບການ ແລະ ພັດທະນາທັກສະໃນດ້ານຕ່າງໆ ໃຫ້ດີຂຶ້ນ ເຊິ່ງ ສິ່ງເຫຼົ່ານີ້ເອງ ຈະຊ່ວຍໃຫ້ຂ້າພະເຈົ້າສາມາດບັນລຸເປົ້າໝາຍທີ່ຕັ້ງໄວ້ໄດ້ຢ່າງແນ່ນອນ.
ໂຄງການຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດ - ກຸ່ມ​ທີ 2

ໂຄງການຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດ - ກຸ່ມ​ທີ 2

ນາງ ສິ​ລິ​ປະ​ພາ ສີ​ຊາ​ນົນ

ພ​ຣູເດັນ​ໂຊ​ລ໌ ສະໜັບສະໜູນໃຫ້ພວກເຮົາຮຽນຮູ້ສິ່ງຕ່າງໆ ທີ່ນອກ​ເໜືອ​ຈາກ​ໜ້າວຽກ​ຂອງ​ພວກ​ເຮົາ. ຖ້າເຈົ້າມີໜ້າທີ່ ແລະ ສິ່ງທີ່ຕ້ອງເຮັດ, ຈົ່ງລົງມືເຮັດໃຫ້ສຳເລັດ, ແຕ່ຖ້າເຈົ້າຕ້ອງການຄວາມຊ່ວຍເຫລືອເມື່ອໃດ, ໃຫ້ເວົ້າອອກມາ. ການເຂົ້າ​ຮ່ວມ​ໂຄງ​ການ​ຜູ້​ບໍ​ລິ​ຫານ​ໃນ​ອະ​ນາ​ຄົດ, ເຮັດໃຫ້ຂ້າ​ພະ​ເຂົ້າສາມາດປັບຕົວເຂົ້າກັບສິ່ງອ້ອມ​ຂ້າງຂອງຂ້າ​ພະ​ເຈົ້າ, ພ້ອມທັງບໍ່ຢ້ານທີ່ຈະເປັນຄົນທີ່ພະຍາຍາມ ແລະ ລົງມືປະຕິບັດ ຢ່າງບໍ່ຢຸດຢັ້ງ.