Select your language
close
ປະ​ກັນ​ໄພ​ຊີ​ວິດ

ພຣູໄລ້ ສະຕ໋າດເຕີ້

ກຽມພ້ອມສຳລັບຊີວິດອັນບໍ່ແ􀁉ນ່ນອນນີ້. ພຣູໄລ້ ສະຕ໋າດເຕີ້ຈະຊ່ວຍປົກປ້ອງທາງ ດ້ານການເງິນຂອງທ່ານຈາກກໍລະນີເກີດເຫດບໍ່ຄ􀁉າດຝັນໃນຊີວິດ. ຊື້ຜະລິດຕະພັນ ຄຸ້ມຄອງໄລຍະ 1 ປີ ພຣູໄລ້ ສະຕ໋າດເຕີ້ ຕອນນີ້ພຽງແຕ່ 2-3 ຂັ້ນຕອນງ່າຍໆ
ຊື້ໄດ້ແລ້ວທີ່ນີ້
PLS

ຜົນປະໂຫຍດ ຂອງຜະລິດຕະພັນ

ລາຄາບໍ່ແພງ ແລະ ການຊື້ກໍ່ງ່າຍ
ຄ່າທຳນຽມປະກັນໄພຊີວິດ ເລີ່ມຕົ້ນພຽງ 205 ກີບຕໍ່ມື້ ແລະ ທ່ານສາມາດເລືອກວົງເງິນຄຸ້ມຄອງໄດ້ສູງສຸດ 50.000.000 ກີບ ຕາມຄວາມຕ້ອງການຂອງທ່ານ.
ຜົນປະໂຫຍດວົງເງິນຄຸ້ມຄອງພື້ນຖານ
ຜົນປະໂຫຍດຈາກການເສຍຊີວິດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ ພິການຖາວອນຈາກສາເຫດຕ່າງໆ ສູງເຖິງ 50,000,000ກີບ
ແຜນຄຸ້ມຄອງທ່ີຫຼາກຫຼາຍ (ວົງເງິນຄຸ້ມຄອງພື້ນຖານ + ຜົນປະໂຫຍດເພ່ີມເຕີມ)
ຜົນປະໂຫຍດຈາກການເສຍຊິວິດເນ່ື່ອງຈາກອຸປະຕິເຫດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ ພິການ ຖາວອນຈາກອຸປະຕິເຫດ ສູງເຖິງ 100,000,000ກີບ**

ແຜນປະກັນລາຄາບໍ່ແພງ ແລະ ເຂົ້າເຖິງໄດ້ງ່າຍ

             

ພຣູໄລ້ ສະຕ໋າດເຕີ້ ແມ່ນຜະລິດຕະພັນຄຸ້ມຄອງໄລຍະ ພຽງ 1 ປີ ທ່ີໃຫ້ຄວາມຄຸຸ້ມຄອງພາລະທາງດ້ານການເງິນໃນກໍລະນີເສຍຊີວິດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ ພິການຖາວອນ ຫືຼ ທ່ີເກີດຈາກອຸປະຕິເຫດ ຫືຼ ບໍ່ເກີດຈາກອຸປະຕິເຫດ. ຜະລິດຕະພັນ ພຣູໄລ້ ສະຕ໋າດເຕີ້ ຄອບຄົວຂອງທ່ານຈະມີຄວາມໝັ້ັ້ນຄົງທາງດ້ານການເງິນພ້ອມກັບຄວາມຄຸ້ມຄອງໃນກໍລະນີເກີດເຫດບໍ່ຄາດຝັນເກີດຂຶ້ນກັບທ່ານ. ຊື້ຜະລິດຕະພັນ ພຣູໄລ້ ສະຕ໋າດເຕີ້ ເພື່ອເລີ່ມຕົ້ນຄຸ້ມຄອງຊີວິດຕອນນີ້.

ອ່ານ ເພີ່ມ

ຕົວຢ່າງຜະລິດຕະພັນຂອງ ພຣູໄລ້ ສະຕ໋າດເຕີ້
ກໍລະນີສຶກສາ ຂອງທ້າວ ພອນໄຊ
  • ທ້າວ ພອນໄຊ / ອາຍຸ 32 ປີ
  • ແຕ່ງງານແລ້ວ
  • ກຳລັງຈະພິຈາລະນາຊື້ຜະລິດຕະພັນ ພຣູໄລ້ ສະຕ໋າດເຕີ້ ທີ່ມີຄວາມຄຸ້ມຄອງໄລຍະ 1 ປີ

 

 

ທ້າວ ພອນໄຊ

 

ເສຍຊີວິດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ ພິການຖາວອນເນື່ອງຈາກ ສາເຫດທົ່ວໄປ

 

ເສຍຊີວິດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ ພິການຖາວອນເນື່ອງຈາກ ອຸປະຕິເຫດ

 

ເສຍຊີວິດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ ພິການຖາວອນເນື່ອງຈາກ ອຸປະຕິເຫດທາງລົດຈັກ

ຜົນປະໂຫຍດວົງເງິນຄຸ້ມຄອງພື້ນຖານ(ວົງເງິນຄຸ້ມຄອງພື້ນຖານ) ຈະໄດ້ຮັບຄວາມຄຸ້ມຄອງ 5.000.000 ກີບຈາກວົງເງິນຄຸ້ມຄອງພື້ນຖານ ຈະໄດ້ຮັບຄວາມຄຸ້ມຄອງ 5.000.000 ກີບຈາກວົງເງິນຄຸ້ມຄອງພື້ນຖານ ຈະໄດ້ຮັບຄວາມຄຸ້ມຄອງ 5.000.000 ກີບຈາກວົງເງິນຄຸ້ມຄອງພື້ນຖານ
ແຜນຄຸ້ມຄອງທີ່ຫຼາກຫຼາຍ(ວົງເງິນຄຸ້ມຄອງພື້ນຖານ+ ຜົນປະໂຫຍດເພ່ີມເຕີມ)– Bronze Plan ຈະໄດ້ຮັບຄວາມຄຸ້ມຄອງ5.000.000 ກີບຈາກວົງເງິນຄຸ້ມຄອງພື້ນຖານ ຈະໄດ້ຮັບຄວາມຄຸ້ມຄອງ10.000.000 ກີບ ຈາກວົງເງິນຄຸ້ມຄອງພື້ນຖານ ຈະໄດ້ຮັບຄວາມຄຸ້ມຄອງ7.500.000 ກີບ ຈາກວົງເງິນຄຸ້ມຄອງພື້ນຖານ
ຄຳຖາມທີ່ມັກຖືກຖາມກ່ຽວກັບ ພຣູໄລ້ ສະຕ໋າດເຕີ້
ພວກເຮົາຕອບຄຳຖາມໃຫ້ທ່ານ

ຂ້ອຍຈະໄດ້ຮັບຄວາມຄຸ້ມຄອງ 1 ປີທັນທີ, ຫຼັງຈາກທີ່ສັນຍາຂ້ອຍໄດ້ຮັບການອະນຸມັດແລ້ວບໍ່?

ເພື່ອປົກປ້ອງຜົນປະໂຫຍດລູກຄ້າ, ພາຍໃນ 5 ວັນລັດຖະການຫຼັງຈາກການສະໝັກ, ທາງບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈໍາກັດ ມີສິດໃນການຂໍເອກະສານທີ່ຈໍາເປັນເພີ່ມຕື່ມ ໂດຍອີງຕາມຂັ້ນຕອນ ການຮັບລູກຄ້າ ໃໝ່ ຫຼື ໃນກໍລະນີ ທີ່ທາງ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈໍາກັດ ເຫັນວ່າເອກະສານທີ່ໃຫ້ມານັ້ນບໍ່ຄົບຖ້ວນ. ທາງບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈໍາກັດ ມີສິດທີ່ຈະປະຕິເສດການສະໝັກ ແລະ ສົ່ງຄ່າທໍານຽມຄືນ ຖ້າຫາກບໍ່ໄດ້ຮັບເອກະສານທີ່ຂໍໄປພາຍໃນ 7 ວັນ. ການທີ່ເອກະສານບໍ່ຄົບຖ້ວນອາດຈະມີຜົນຕໍ່ເວລາທີ່ໃຊ້ໃນການພິຈາລະນາການຮ້ອງຂໍສິນໄໝທົດແທນ ແລະ ການຮ້ອງຂໍດັ່ງກ່າວອາດຈະຖືກປະຕິເສດໄດ້.

ຖ້າຫາກການລົງທະບຽນຂອງຂ້ອຍບໍ່ສຳເລັດ, ຈະມີການແຈ້ງເຕືອນ ຫຼື ການຕິດຕໍ່ກັບແນວໃດ?

ພວກເຮົາຈະຕິດຕໍ່ກັບຫາທ່ານເພື່ອແຈ້ງກ່ຽວກັບເຫດຜົນ ແລະ ຂັ້ນຕອນຕໍ່ໄປ. ຖ້າຫາກພວກເຮົາບໍ່ສາມາດຕິດຕໍ່ຫາທ່ານໄດ້ພາຍໃນ 7 ວັນ, ພວກເຮົາຈະສົ່ງການແຈ້ງເຕືອນຜ່ານທາງຂໍ້ຄວາມ ແລະ ດຳເນີນການຄືນເງິນ. ໃນກໍລະນີດັ່ງກ່າວນີ້, ທ່ານຈະຍັງບໍ່ສາມາດໄດ້ຮັບຄວາມຄຸ້ມຄອງເທື່ອ.

ຜູ້ທີ່ບໍ່ແມ່ນສັນຊາດລາວ, ສາມາດຊື້ ພຣູໄລ້ ສະຕ໋າດເຕີ້ ໄດ້ບໍ່?

ໄດ້ເຈົ້າ, ສຳລັບຜູ້ທີ່ຖືສັນຊາດອື່ນແມ່ນສາມາດຊື້ຜະລິດຕະພັນນີ້ໄດ້, ໂດຍການນຳໃຊ້ເອກະສານອ້າງອີງ ເຊັ່ນ:  ໃບອະນຸຍາດພັກເຊົາ ຫຼື ໃບອະນຸຍາດເຮັດວຽກ ຫຼື ວີຊ່າດຳເນີນທຸລະກິດ (ເອກະສານດັ່ງກ່າວຕ້ອງມີອາຍຸການນຳໃຊ້ຢ່າງໜ້ອຍ 6 ເດືອນ).

ສາມາດຊື້ ພຣູໄລ້ ສະຕ໋າດເຕີ້ ໃຫ້ຄູ່ສົມລົດ ຫຼື ໃຫ້ຄອບຄົວໄດ້ບໍ່?

ໄດ້ເຈົ້າ, ໂດຍຜ່ານການໃຊ້ເບີໂທລະສັບຂອງຄູ່ສົມລົດ/ສະມາຊິກຄອບຄົວຂອງທ່ານເພື່ອລົງທະບຽນ ແລະ ສ້າງບັນຊີ PRUShoppeeໃຫ້ແກ່ພວກເຂົາ, ສະໜອງຊື່ເຕັມ, ລາຍລະອຽດການຕິດຕໍ່ ພ້ອມກັບເອກະສານຫຼັກຖານການຢັ້ງຢືນຕົວຕົນ. ຫຼັງຈາກນັ້ນ, ຜ່ານການອະນຸຍາດຂອງພວກເຂົາໂດຍລະຫັດຜ່ານຄັ້ງດຽວ (OTP) ທີ່ຈະຖືກສົ່ງໄປຫາເບີໂທລະສັບຂອງພວກເຂົາ, ພວກເຂົາກໍ່ຈະສາມາດນຳໃຊ້ບັນຊີຂອງພວກເຂົາເພື່ອຊື້ຜະລິດຕະພັນນີ້ໄດ້ແລ້ວ.

ໃນໄລຍະເວລາທີ່ໄດ້ຮັບຄວາມຄຸ້ມຄອງ ຈະສາມາດປ່ຽນແປງຂໍ້ມູນຂອງຜູ້ໄດ້ຮັບຜົນປະໂຫຍດບໍ່?

ໄດ້ເຈົ້າ, ສາມາດດຳເນີນການປ່ຽນແປງຂໍ້ມູນໄດ້. ໂດຍການເຂົ້າໄປທີ່ PRUShoppe ແລ້ວໃສ່ລາຍລະອຽດ ແລະ ຂໍ້ມູນທີ່ຈຳເປັນຕາມຂັ້ນຕອນ.

ຖ້າຫາກມີການຕໍ່ສັນຍາ, ຄ່າທຳນຽມປະກັນໄພຈະມີການປ່ຽນແປງບໍ່?

ໃນຊ່ວງໄລຍະການຕໍ່ສັນຍາ, ຄ່າທຳນຽມປະກັນໄພຈະມີການພິຈາລະນາຄືນໃໝ່ ແລະ ຈະມີການປ່ຽນແປງ ເຊິ່ງຂຶ້ນກັບແພັກເກັດທີ່ທ່ານເລືອກ.

ໃນກໍລະນີ ທີ່ຂ້ອຍບໍ່ໄດ້ມີການຮຽກຮ້ອງຂໍເງິນສິນປະກັນໄພທົດແທນໃນຊ່ວງໄລຍະການຄຸ້ມຄອງຂອງສັນຍາປະກັນໄພ, ຂ້ອຍຈະໄດ້ຮັບເງິນທົດທີ່ຂ້ອຍໄດ້ຊຳລະຄ່າເບ້ຍປະກັນໄພ ຫຼື ໄດ້ຮັບສ່ວນຫຼຸດສຳລັບການຕໍ່ສັນຍາສະບັບຖັດໄປບໍ?

ບໍ່ໄດ້ເຈົ້າ, ຈະບໍ່ໄດ້ມີການຄືນເງິນທີ່ໄດ້ຊຳລະໄປສຳລັບຄ່າເບ້ຍປະກັນໄພ ແລະ ບໍ່ໄດ້ມີສ່ວນຫຼຸດເຊັ່ນດຽວກັນ, ໂດຍອີງຕາມຂໍ້ກຳນົດ ແລະ ເງື່ອນໄຂຂອງຜະລິດຕະພັນນີ້.

ໝາຍເຫດ
ຂໍ້ມູນສຳຄັນ ເເລະ ການປະຕິເສດ

*ການຊຳລະຄ່າທຳນຽມປະກັນຕ່ຳສຸດ(ຈຳນວນຄ່າທຳນຽມ) ແມ່ນ 205 ກີບຕໍ່ມື້ ສຳລັບຄົນທີ່ມີອາຍຸ 18-30 ປີ. ຜົນປະໂຫຍດວົງເງິນຄຸ້ມຄອງ
ພື້ນຖານ ແຜນປະກັນ bronze ແລະ ຜະລິດຕະພັນ ພຣູໄລ້ ສະຕ໋າດເຕີ້ສາມາດຊື້ໃນໂໝດລາຍປີເທົ່ານັ້ນ. ການຊຳລະຄ່າທຳນຽມ (ຈຳນວນຄ່າທຳນຽມ) ອາດແຕກຕ່າງກັນໄປຕາມຊ່ວງອາຍຸ, ເພດ ແລະ ແຜນປະກັນທີ່ທ່ານເລືອກ.


**ກໍລະນີເກີດອຸປະຕິເຫດທີ່ເຮັດໃຫ້ເສຍຊີວິດ, ເສຍອົງຄະແບບສິ້ນເຊີງ ແລະ ພິການຖາວອນ ໃນຂະນະຜູ້ທີ່ເອົາປະກັນເສຍຊີວິດໃນຂະນະຂັບຂີ່ ຫືຼ ເດີນທາງດ້ວຍລົດຈັກໃນໄລຍະປະກັນຄຸ້ມຄອງ (ໄລຍະສັນຍາ) ທາງບໍລິສັດຈະຈ່າຍໃຫ້ແກ່ຜູ້ຮັບຜົນປະໂຫຍດເຄິ່ງໜຶ່ງ ຂອງຜົນປະໂຫຍດຂອງຜົນປະໂຫຍດຈາກສັນຍາປະກັນໄພເພ່ີມເຕີມ.


*** ການຊຳລະຄຳທຳນຽມແມ່ນລວມຄ່າລົງທະບຽນໃນແຜນທີ່ທ່ານເລືອກ. ໃນໄລຍະພິຈາລະນາສັນຍາ ໃນໄລຍະນີ້ທ່ານສາມາດຕັດສິນໃຈຍົກເລີກແຜນປະກັນ ແລະ ຮັບເງິນຄືນໄດ້ພາຍໃນ 7 ວັນນັບຈາກມື້ເອົາປະກັນໄພຊີວິດ. ຄວາມຄຸ້ມຄອງຂອງແຜນປະກັນແມ່ນໄລຍະ 1 ປີ ແລະ ບໍ່ໄດ້ຮັບເງິນຄືນ. ການຊຳລະຄ່າທ່ານຽມທັງໝົດທີ່ສະແດງໃນຫນ້າເວັບນີ້ ແມ່ນເປັນສະກຸນເງິນກີບ. ຂໍກຳນົດ ແລະ ເງ່ືອນໄຂທີ່ລະບຸໄວ້ໃນແຜ່ນພັບນີ້ແມ່ນບໍ່ຄົບຖ້ວນ. ກະລຸນາເບິ່ງຂໍກຳນົດ ແລະ ເງ່ືອນໄຂທີ່ແນ່ນອນ, ໂດຍລາຍລະອຽດສະເພາະ ແລະ ຂໍຍົກເວັ້ນທີ່ກ່ຽວຂ້ອງກັບ ຜະລິດຕະພັນປະກັນໄພໃນສັນຍາ.

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

pulse

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ເທັກໂນໂລຊີ AI ຂອງເພົ້າສ໌ ຈະຊ່ວຍໃຫ້ຄຳແນະນຳສຸຂະພາບທ່ານດັ່ງນີ້.
ອ່ານເພີ່ມ