Select your language
close
ຮູບຖ່າຍຄອບຄົວ
ປະ​ກັນ​ໄພ​ຊີ​ວິດ

ພຣູໄລ້ ເຊັບເວີ້

ແຜນປະກັນໄພຊີວິດທີ່ໃຫ້ການປົກປ້ອງ ແລະ ຄຸ້ມຄອງຄົນທີ່ທ່ານຮັກ ແລະ ຍັງເປັນການສະສົມທຶນໃນເວລາດຽວກັນອີກດ້ວຍ.​

ຜົນປະໂຫຍດ ຂອງຜະລິດຕະພັນ

ແຜນປະກັນໄພທີ່ໃຫ້ການຄຸ້ມຄອງ ແລະ ການສະສົມທຶນ
ການຄຸ້ມຄອງທີ່ສູງໂດຍບໍ່ມີຂີດຈຳກັດ
ພວກເຮົາຍິນດີຈ່າຍວົງເງິນຄຸ້ມຄອງໃຫ້ທ່ານໃນກໍລະນີທີ່ມີເຫດການບໍ່ຄາດຝັນເກີດຂຶ້ນທີ່ສົ່ງຜົນໃຫ້ເສຍອົງຄະ ຫຼື ເສຍຊີວິດ
ວິທີການຊຳລະຄ່າປະກັນໄພຫຼາຍຮູບແບບ
ທ່ານສາມາດເລືອກການຈ່າຍຄ່າທຳນຽມໃນຮູບແບບລາຍເດືອນ, ເຄິ່ງປີ, ຫຼື ເປັນປີ ອີງຕາມຄວາມຕ້ອງການຂອງທ່ານ
ຜົນປະໂຫຍດເມື່ອຄົບສັນຍາສູງເຖິງ 110% ຂອງຄ່າທຳນຽມທີ່ຖືກຊຳລະ
ຮັບປະກັນຈ່າຍເງິນໃຫ້ທ່ານສູງສຸດເຖິງ 110% ຂອງຈຳນວນເງິນການຄຸ້ມຄອງເມື່ອສັນຍາສິ້ນສຸດລົງ

ພວກເຮົາສາມາດ ຊ່ວຍທ່ານໄດ້ແນວໃດ?

ການຄຸ້ມຄອງການເງິນໃຫ້ທ່ານ ແລະ ຄົນທີ່ທ່ານຮັກ

 

ພຣູໄລ້ ເຊັບເວີ້ ແມ່ນແຜນປະກັນໄພຊີວິດທີ່ໃຫ້ທັງຄວາມຄຸ້ມຄອງ ແລະ ການສະສົມທຶນອີກດ້ວຍ. ໃນຂະນະທີ່ທ່ານປົກປ້ອງຄົນທີ່ທ່ານຮັກຈາກເຫດການທີ່ບໍ່ຄາດຄິດຄາດຝັນຂອງສະຖານະການເງິນທີ່ສາມາດເກີດຂຶ້ນໄດ້, ທ່ານຍັງຈະໄດ້ຮັບວົງເງິນຄຸ້ມຄອງເມື່ອຄົບອາຍຸສັນຍາທີ່ທ່ານສາມາດນຳໃຊ້ເພື່ອຊ່ວງເວລາທີ່ສຳຄັນຂອງຊີວິດ. 

ຂັ້ນຕອນທຳອິດກ່ອນຊື້ແຜນການຄຸ້ມຄອງກໍ່ຄືທ່ານຄວນຄວນພິຈາລະນາລະດັບການຄຸ້ມຄອງທີ່ທ່ານຕ້ອງການເພື່ອຄົນທີ່ທ່ານຮັກ. ເພື່ອເປັນການຕອບສະໜອງໃຫ້ທ່ານ, ​ພຣູໄລ້ເຊັບເວີ້ເປັນຜະລິດຕະພັນທີ່ມີເງື່ອນໄຂການຈ່າຍຫຼາຍເເບບໃຫ້ທ່ານເລືອກທີ່ເໝາະສົມກັບສະຖານະພາບການເງິນຂອງທ່ານ.



ອ່ານ ເພີ່ມ

ຕົວຢ່າງຜະລິດຕະພັນຂອງ ພຣູໄລ້ ເຊັບເວ້ີ
ທ້າວບຸນມີ

ທ້າວບຸນມີ ອາຍຸ 35 ປີ ແລະ ເຮັດວຽກຢູ່ບໍລິສັດເອກະຊົນເເຫ່ງໜຶ່ງ. ລາວມີລູກສາວໜຶ່ງຄົນ ເເລະ ກຳລັງສະຫຼອງວັນເກີດຄົບຮອບ 1 ປີໄວໆນີ້.

ລາວໄດ້ຕັດສິນໃຈຊື້ຜະລິດຕະພັນ ພຣູໄລ້ ເຊັບເວີ້ ທີ່ມີຄຸນລັກສະນະດັ່ງນີ້: ວົງເງິນປະກັນໄພແມ່ນ 120,000,000 ກີບ ກັບກຳນົດເວລາຂອງສັນຍາແມ່ນ 15 ປີ

 ຄ່າທຳນຽມທີ່ທ້າວບຸນມີຕ້ອງຈ່າຍ

 

ຮູບແບບການຈ່າຍຄ່າທຳນຽມ

ລາຍເດືອນ

ລາຍເຄິ່ງປີ

ລາຍປີ

ຄ່າທຳນຽມ 

400,000 ກີບ

2,100,000 ກີບ

3,999,500 ກີບ


ຜົນປະໂຫຍດທ້າວບຸນມີ ທີ່ຈະໄດ້ຮັບ
    • ຄອບຄົວທ້າວຄຳຕັນ ຈະໄດ້ຮັບເງິນປະກັນໄພ ຈຳນວນ 120,000,000 ກີບ ໃນກໍລະນີເຫດການທີ່ຖືກຄຸ້ມຄອງ* ໄດ້ເກີດຂຶ້ນກັບທ້າວຄຳຕັນ ທີ່ບໍ່​ເນື່ອງ​ມາ​ຈາກ​ອຸປະຕິເຫດ; ຫຼື
    • ຖ້າເຫດການທີ່ຖືກຄຸ້ມຄອງ ໄດ້ເກີດຂຶ້ນກັບທ້າວບຸນມີ ເນື່ອງມາຈາກອຸປະຕິເຫດ, ທາງຄອບຄົວຂອງລາວຈະໄດ້ຮັບເງິນປະກັນໄພ ຈຳນວນ 240,000,000 ກີບ.
  1. ຜົນປະໂຫຍດທາງດ້ານການສະສົມ ສຳຫຼັບທ້າວບຸນມີເເລະ ຄອບຄົວຂອງລາວ ໃນວັນຄົບກຳນົດເວລາຂອງ ສັນຍາໃນກໍລະນີເຫດການທີ່ຖືກຄຸ້ມຄອງບໍ່ເກີດຂຶ້ນ*ກັບທ້າວບຸນມີ:
    • ທ້າວບຸນມີຈະໄດ້ຮັັັບເງິນເມື່ອຄົບກຳນົດສັນຍາ (ຈຳນວນເງິນປະກັນທີ່ຈ່າຍໃນກໍລະນີເຫດການທີ່ຖືກຄຸ້ມຄອງ* ບໍ່ເກີດຂຶ້ນກັບທ້າວບຸນມີ ເປັນຈຳນວນເງິນປະກັນ 65,991,500 ກີບ ໃນວັນຄົບກຳນົດເວລາຂອງ ສັນຍາ.
ຄຳຖາມທີ່ມັກຖືກຖາມກ່ຽວກັບ ພຣູໄລ້ ເຊບເວີ
ພວກເຮົາຕອບຄຳຖາມຂອງທ່ານ

 

ອາຍຸທີ່ສາມາດໄດ້ຮັບການຄຸ້ມຄອງ ເມື່ອຊື້ແຜນປະກັນໄພຊີວິດ

  • ໄລຍະເວລາຂອງສັນຍາ 15 ປີ: 16 - 45 ປີ (ນັບຈາກວັນເກີດລ່າສຸດ) 

  • ໄລຍະເວລາຂອງສັນຍາ 12 ປີ: 16 - 48 ປີ (ນັບຈາກວັນເກີດລ່າສຸດ) 

  • ໄລຍະເວລາຂອງສັນຍາ 10 ປີ: 16 - 50 ປີ (ນັບຈາກວັນເກີດລ່າສຸດ) 

ຂ້າພະເຈົ້າຈະໄດ້ຮັບເງິນຄືນບໍ ຖ້າຫາກວ່າຂ້າພະເຈົ້າຖອນສັນຍາປະກັນໄພກ່ອນກຳນົດ?

ທ່ານຈະໄດ້ຮັບເງິນຄ່າທຳນຽມທີ່ທ່ານໄດ້ຈ່າຍຄືນໃນກໍລະນີທີ່ທ່ານຍຸດຕິສັນຍາຫຼັງຈາກປີທີສອງ.​

ຫຼັງຈາກມີການຂໍເງິນທົດເເທນປະກັນໄພໃນກໍລະນີເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ເເລະ ຖາວອນ ຈະມີຫຍັງເກີດຂຶ້ນ

ຫຼັງຈາກມີການຂໍເງິນທົດເເທນປະກັນໄພຊີວິດ, ການຈ່າຍຄຳນຽມຈະສິ້ນສຸດລົງ. 

ວົງເງິນຄຸ້ມຄອງຂັ້ນຕຳ່ສຸດແມ່ນເທົ່າໃດ?

60,000,000 ກີບ

ວົງເງິນຄຸ້ມຄອງຂັ້ນສູງສຸດແມ່ນເທົ່າໃດ?

ອີງຕາມການພິຈາລະນາການປະກັນໄພ ແລະ ອີງຕາມສະຖານະການຂອງທ່ານ. 



ໝາຍເຫດ
ຂໍ້ມູນສຳຄັນ ເເລະ ການປະຕິເສດ
  1. ເງື່ອນໄຂພິເສດບາງຢ່າງ ໝາຍເຖິງ ຄ່າທຳນຽມປະກັນໄພ ສຳຫຼັບຜູ້ໄດ້ຮັບການປະກັນໄພຊີວິດອາດຈະແກ້ໄຂໃນ ເງື່ອນໄຂພິເສດ, ຕົວຢ່າງ: ການປ່ຽນແປງຂອງອາຊີບ ແລະ ອື່ນໆ. ກະລຸນາເບິ່ງລາຍລະອຽດເພີ່ມຕື່ມໃນຂໍ້ກຳນົດ ຂອງສັນຍາ.

  2. ການພິຈາລະນາເອົາປະກັນໄພ ແມ່ນຂະບວນການປະເມີນຄວາມສ່ຽງໂດຍຜູ້ປະກັນໄພກ່ອນໜ້າການອອກສັນຍາ ການປະກັນໄພ.

  3. ແຜ່ນພັບນີ້ເເມ່ນໃຊ້ເພື່ອເປັນການອ້າງອີງເທົ່ານັ້ນແຕ່ບໍ່ເເມ່ນສັນຍາປະກັນໄພ. ທ່ານສາມາດອ່ານຂໍ້ມູນເພີ່ມ ຕື່ມໄດ້ທີ່ຂໍ້ກຳນົດ ເເລະ ເງື່ອນໄຂທີ່ກ່ຽວກັບລາຍລະອຽດສະເພາະ ແລະ ຂໍ້ຍົກເວັ້ນຕ່າງໆກ່ຽວກັບຜະລິດຕະພັນ ເຫຼົ່ານີ້ ເຊິ່ງທ່ານສາມາດສຶກສາຂໍ້ມູນນີ້ໄດ້ກັບທີ່ປຶກສາດ້ານການເງິນຈາກ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ.

  4. ແຜ່ນພັບນີ້ເເມ່ນໃຊ້ເພື່ອເປັນການອ້າງອີງເທົ່ານັ້ນແຕ່ບໍ່ເເມ່ນສັນຍາປະກັນໄພ. ທ່ານສາມາດອ່ານຂໍ້ມູນເພີ່ມ ຕື່ມໄດ້ທີ່ຂໍ້ກຳນົດ ເເລະ ເງື່ອນໄຂທີ່ກ່ຽວກັບລາຍລະອຽດສະເພາະ ແລະ ຂໍ້ຍົກເວັ້ນຕ່າງໆກ່ຽວກັບຜະລິດຕະພັນ ເຫຼົ່ານີ້ ເຊິ່ງທ່ານສາມາດສຶກສາຂໍ້ມູນນີ້ໄດ້ກັບທີ່ປຶກສາດ້ານການເງິນຈາກ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ.

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ເທັກໂນໂລຊີ AI ຂອງເພົ້າສ໌ ຈະຊ່ວຍໃຫ້ຄຳແນະນຳສຸຂະພາບທ່ານດັ່ງນີ້.
ອ່ານເພີ່ມ