Select your language
close
ປະ​ກັນ​ໄພ​ຊີ​ວິດ

ພຣູໄລ້ ກາດ

ປົກປ້ອງຕົວທ່ານເອງ ແລະ ຄົນທີ່ທ່ານຮັກຈາກພາລະທາງດ້ານການເງິນ ແລະ ອຸປະຕິເຫດສ່ວນບຸກຄົນ ດ້ວຍຜະລິດຕະພັນປະກັນໄພຊີວິດທີ່ບໍ່ຄືໃຜໄດ້ດ້ວຍພຽງປາຍນິ້ວສຳພັດ.
ຊື້ໄດ້ແລ້ວທີ່ນີ້
PLG

ຜົນປະໂຫຍດ ຂອງຜະລິດຕະພັນ

arrow
ລາຄາບໍ່ແພງ ແລະ ການຊື້ກໍ່ງ່າຍ
ຄ່າທຳນຽມປະກັນໄພຊີວິດ ເລີ່ມຕົ້ນພຽງ 161.000 ກີບ ແລະ ທ່ານສາມາດເລືອກວົງເງິນຄຸ້ມຄອງໄດ້ສູງສຸດ 90.000.000 ກີບ ຕາມຄວາມຕ້ອງການຂອງທ່ານ. ຄ່າທຳນຽມປະກັນໄພຊີວິດອາດແຕກຕ່າງກັນໄປຕາມແຜນປະກັນໄພທີ່ທ່ານເລືອກ ແລະ ອາຍຸຂອງທ່ານ.
arrow
ຜົນປະໂຫຍດຈາກການເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ແລະ ຖາວອນຈາກອຸປະຕິເຫດ
ວົງເງິນຄຸ້ມຄອງຈະຖືກຈ່າຍໃນກໍລະນີເກີດອຸປະຕິເຫດເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ແລະ ຖາວອນ. ຫຼື ວົງເງິນຄຸ້ມຄອງຈະຖືກຈ່າຍໃນກໍລະນີເກີດອຸປະຕິເຫດເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ແລະ ຖາວອນເນື່ອງຈາກອຸປະຕິເຫດທາງລົດຈັກ.
arrow
ເງິນອຸດໜູນເມື່ອເຂົ້າໂຮງໝໍ ເນື່ອງຈາກອຸປະຕິເຫດ
ເມື່ອຜູ້ໄດ້ຮັບການປະກັນໄພຊີວິດເຂົ້າຮັກສາຢູ່ໂຮງໝໍເນື່ອງຈາກອຸປະຕິເຫດຈະມີສິດໄດ້ຮັບເງິນອຸດໜູນເປັນເງິນກ້ອນສູງສຸດບໍ່ເກີນສາມ (3) ຄັ້ງຕໍ່ປີ.
arrow
ຜົນປະໂຫຍດເມື່ອເສຍຊີວິດ
ວົງເງິນຄຸ້ມຄອງຈະຖືກຈ່າຍໃຫ້ແກ່ຜູ້ຮັບຜົນປະໂຫຍດໃນທຸກກໍລະນີຂອງການເສຍຊີວິດອີງຕາມ ຂໍ້ກຳນົດ ແລະ ເງື່ອນໄຂຂອງປະກັນໄພທີ່ກຳນົດໄວ້*

ພວກເຮົາສາມາດ ຊ່ວຍທ່ານໄດ້ແນວໃດ?

ຊີວິດເຕັມໄປດ້ວຍຄວາມບໍ່ແນ່ນອນເມື່ອເຫດການທີ່ບໍ່ຄາດຄິດເກີດຂຶ້ນ ທ່ານຄວນຈະມີຜະລິດຕະພັນປະກັນໄພນີ້ໄວ້ເພື່ອຄຸ້ມຄອງຖານະທາງດ້ານ ການເງິນສຳລັບຕົວທ່ານເອງ ແລະ ຄົນທີ່ທ່ານຮັກໃນລາຄາທີ່ບໍ່ແພງ. ພ້ອມນີ້, ຂັ້ນຕອນສະໝັກປະກັນຊີວິດແມ່ນງ່າຍ ແລະ ຂັ້ນຕອນການຮ້ອງຂໍສິນທົດແທນແມ່ນມີຄວາມໂປ່ງໃສ.

 

ທຸກໆສິ່ງເລັກໆນ້ອຍໆ ມີຄ່າສຳລັບຄົນທີ່ທ່ານຮັກເພື່ອສະແດງຄວາມຮັກ ແລະ ຫ່ວງໄຍແກ່ພວກເຂົາ. ການຄຸ້ມຄອງທີ່ສົມບູນແບບໃນໄລຍະສັ້ນໜຶ່ງປີໃນລາຄາທີ່ບໍ່ແພງ ພ້ອມກັນນັ້ນຍັງປົກປ້ອງຄ່າໃຊ້ຈ່າຍຕ່າງໆ. ນອກຈາກນີ້, ທ່ານສາມາດຊື້ໄດ້ຢ່າງງ່າຍດາຍພຽງປາຍນິ້ວມືຂອງທ່ານທຸກທີ່ທຸກເວລາ.

ອ່ານ ເພີ່ມ

ຜົນປະໂຫຍດຂອງຜະລິດຕະພັນ
ເລືອກການຄຸ້ມຄອງທີ່ເໝາະສົມກັບຄວາມຕ້ອງການຂອງທ່ານເພື່ອປົກປ້ອງຕົວທ່ານເອງ ແລະ ຄົນທີ່ທ່ານຮັກ
ຜົນປະໂຫຍດຂອງຜະລິດຕະພັນ ພຣູໄລ້ ກາດ   Sliver Gold Diamond
ຜົນປະໂຫຍດການເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ແລະ ຖາວອນຈາກອຸປະຕິເຫດ ຫຼື  15.000.000 ກີບ 50.000.000 ກີບ 90.000.000 ກີບ
ຜົນປະໂຫຍດການເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ແລະ ຖາວອນ ເນື່ອງຈາກອຸປະຕິເຫດທາງລົດຈັກ 7.500.000 ກີບ 25.000.000 ກີບ 45.000.000 ກີບ
ຜົນປະໂຫຍດເມື່ອເສຍຊີວິດໃນທຸກກໍລະນີ 1.000.000 ກີບ 1.200.000 ກີບ 1.500.000 ກີບ
ເງິນອຸດໜູນເມື່ອເຂົ້າໂຮງໝໍເນື່ອງຈາກອຸປະຕິເຫດ*** 350.000 ກີບ 450.000 ກີບ 550.000 ກີບ
ຄຳຖາມທີ່ມັກຖືກຖາມກ່ຽວກັບ ພຣູໄລ້ ກາດ
ພວກເຮົາຕອບຄຳຖາມຂອງທ່ານ
  • ຜະລິດຕະພັນພຣູໄລ້ ກາດ ແມ່ນຫຍັງ?
ຜະລິດຕະພັນພຣູໄລ້ ກາດ ແມ່ນຜະລິດ ຕະພັນປະກັນໄພຊີວິດ ເປັນແຜນຄຸ້ມຄອງໄລຍະ 1 ປີ ທີ່ໃຫ້ຜົນປະໂຫຍດຄຸ້ມຄອງການເສຍຊີວິດ, ອຸປະຕິເຫດ ແລະ ເສຍອົງຄະແບບສິ້ນ ເຊີງ ແລະ ຖາວອນລວມທັງຜົນປະໂຫຍດອຸປະຕິເຫດສ່ວນບຸກຄົນທີ່ເປັນທາງເລືອກ. ພຣູໄລ້ ກາດ ຈະຊ່ວຍທ່ານຈາກຄ່າປິ່ນປົວຢູ່ໂຮງໝໍຂຶ້ນກັບແພັກເກັດທີ່ທ່ານເລືອກໃນກໍລະນີທີ່ ເຂົ້າໂຮງໝໍເນື່ອງຈາກອຸປະຕິເຫດ.
  • ແມ່ນ ໃຜມີສິດຊື້ຜະລິດຕະພັນ ພຣູໄລ້ ກາດ?
ຜູ້ທີ່ອາໃສຢູ່ ສ.ປ.ປ ລາວ ມີໃບອະນຸຍາດທີ່ຖືກຕ້ອງ ແລະ ທີ່ຢູ່ອາໄສທີ່ຊັດເຈນໃນປະເທດລາວອາຍຸ ລະຫວ່າງ 18-60 ປີ. ກະລຸນາກວດສອບອາຍຸທີ່ສາມາດຊື້ຜະລິດຕະພັນ ໄດ້ ກ່ອນສະໝັກໃນແບບຟອມສະໝັກ; ບໍລິສັດໄດ້ສະຫງວນສິດໃນການປ່ຽນແປງອາຍຸຜູ້ທີ່ສາມາດຊື້ຜະລິດຕະພັນໄດ້ຕະຫຼອດເວລາໂດຍອາດຈະບໍ່ແຈ້ງໃຫ້ຮັບຮູ້ລ່ວງໜ້າ.
  • ຂ້າພະເຈົ້າຈະຊຳລະຄ່າທຳນຽມແບບໃດ?
ຊຳລະຄັ້ງດຽວ (1) ຜ່ານຊ່ອງທາງການຊຳລະເງິນຂອງພວກເຮົາ.
  • ມີໄລຍະເວລາລໍຖ້າການຮັບຜົນປະໂຫຍດເນື່ອງຈາກອຸປະຕິເຫດສ່ວນບຸກຄົນບໍ່?
ບໍ່ມີໄລຍະເວລາລໍຖ້າສຳລັບການຮັບຜົນປະໂຫຍດ ເນື່ອງຈາກອຸປະຕິເຫດສ່ວນບຸກຄົນ ແລະ ພວກເຮົາສາມາດໃຫ້ຄວາມຄຸ້ມຄອງທ່ານທັນທີ.
  • ຂ້າພະເຈົ້າຈຳເປັນຕ້ອງກວດສຸຂະພາບບໍ່?
ທ່ານບໍ່ຈຳເປັນຕ້ອງກວດສຸຂະພາບ. ພວກເຮົາມີຂັ້ນຕອນການພິຈາລະນາສັນຍາແບບງ່າຍດາຍ.
ໝາຍເຫດ
ຂໍ້ມູນສຳຄັນ ເເລະ ການປະຕິເສດ

* ຂໍກຳນົດ ແລະ ເງື່ອນໄຂໃນການສະໝັກ. ຂໍກຳນົດ ແລະ ເງື່ອນໄຂທີ່ລະບຸໄວ້ ໃນນີ້ ແມ່ນພຽງແຕ່ບາງສ່ວນຂອງຂໍກຳນົດ ແລະ ເງື່ອນໄຂທັງໝົດ. ກະລຸນາເບິ່ງຂໍກຳນົດ ແລະ ເງື່ອນໄຂ , ລາຍລະອຽດສະເພາະ ແລະ ຂໍຍົກເວັ້ນທີ່ໃຊ້ບັງຄັບກັບຜະລິດຕະພັນປະກັນໄພຊີວິດເຫຼົ່ານີ້ ໃນເອກະສານສັນຍາປະກັນໄພ.

** ຜົນປະໂຫຍດຄ່າຮັກສາປິ່ນປົວຈາກອຸປະຕິເຫດແມ່ນເປັນທາງເລືອກເພີ່ມເຕີມທີ່ທ່ານສາມາດເລືອກເອົາ ຖ້າຫາກວ່າທ່ານຕ້ອງການຮັບຄວາມຄຸ້ມຄອງນີ້ ແລະ ທ່ານສາມາດບໍ່ເລືອກກໍໄດ້ເຊັ່ນກັນອີງຕາມຄວາມຕ້ອງການຂອງທ່ານ.

*** ຈຳນວນເງິນຄຸ້ມຄອງຈະຖືກຈ່າຍເປັນເງິນກ້ອນຕໍ່ໜຶ່ງອຸປະຕິເຫດ ເມື່ອເຂົ້າຮັບການປິ່ນປົວໃນໂຮງໝໍເນື່ອງຈາກອຸປະຕິເຫດ. ສູງສຸດ 3 ຄັ້ ງໃນໄລຍະຄຸ້ມຄອງຂອງສັນຍາ.

**** ການຈ່າຍຄ່າທຳນຽມຈະລວມຄ່າສະໝັກເຂົ້າໃນແຜນຄຸ້ມຄອງທີ່ທ່ານເລືອກ. ໄລຍະເວລາທີ່ພິຈາລະນາແມ່ນໄລຍະທີ່ ທ່ານສາມາດຕັດສິນໃຈຍົກເລີກສັນຍາ ແລະ ຮັບເງິນຄືນພາຍໃນ 7 ມື້ ນັບແຕ່ວັນທີສັນຍາມີຜົນສັກສິດ. ຄວາມຄຸ້ມຄອງປະກັນໄພຊີວິດ ເປັນແຜນໄລຍະ 1 ປີ ແລະ ການຈະຕໍ່ອາຍຸສັນຍາປະກັນໄພນັ້ນ ແມ່ນຕ້ອງໄດ້ອີງຕາມເງື່ອນໄຂທີ່ທາງບໍລິສັດກຳນົດໄວ້. ການຈ່າຍເງິນທັງໝົດທີ່ສະແດງນີ້ ເປັນສະກຸນເງິນລາວກີບ.

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

pulse

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ເທັກໂນໂລຊີ AI ຂອງເພົ້າສ໌ ຈະຊ່ວຍໃຫ້ຄຳແນະນຳສຸຂະພາບທ່ານດັ່ງນີ້.
ອ່ານເພີ່ມ