Select your language
close
PRUCritical Care+ & PRUPremium Waiver
ປະ​ກັນ​ໄພ​ຊີ​ວິດ

ສັນຍາປະກັນໄພເພີ່ມເຕີມ: ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມ.

ຮັບຜົນປະໂຫຍດເພີ່ມເຕີມເພື່ອແບ່ງເບົາພາລະທາງການເງິນເພື່ອຊ່ວຍທ່ານໃນເວລາທີ່ຫຍຸ້ງຍາກທີ່ສຸດ

ເປັນຫຍັງທ່ານຈຶ່ງຕ້ອງການ ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າ ທຳນຽມ

ທ່ານສາມາດໃຊ້ຊີວິດໂດຍປາສະຈາກຄວາມກັງວົນພາລະທາງການເງິນ ເຖິງແມ້ວ່າຈະມີເຫດບໍ່ຄາດຝັນເກີດຂຶ້ນຈາກການເຈັບ ປ່ວຍຮ້າຍແຮງໃນຂະນະທີ່ທ່ານກຳລັງພະຍາຍາມເຮັດຕາມເປົ້າໝາຍທີ່ຕັ້ ງໄວ້ໃນຊີວິດຂອງທ່ານ. ສັນຍາປະກັນໄພເພີ່ມເຕີມ: ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມ ຊ່ວຍປົກປ້ອງການເງິນໃນອະນາຄົດຂອງທ່ານຈາກຄວາມບໍ່ແນ່ນອນ.

ແນະນຳສັນຍາປະກັນໄພເພີ່ມເຕີມ: ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມຊຶ່ງເປັນສັນຍາປະກັນໄພເພີ່ມເຕີມທີ່ໃຫ້ຄຸ້ມຄອງທາງການເງິນມັນຍັງຊ່ວຍໃຫ້ທ່ານມຸ່ງໝັ້ນກັບເປົ້າໝາຍໃນຊີວິດໄດ້ຫຼາຍຂຶ້ນ ແລະ ຍັງປົກປ້ອງທ່ານຈາກຄວາມບໍ່ແນ່ນອນ.

ດ້ວຍການຄຸ້ມຄອງການເຈັບປ່ວຍທີ່ຮ້າຍແຮງສູງສຸດເຖິງ 50ລາຍການຊຶ່ງມັນຈະຊ່ວຍໃຫ້ທ່ານ ແລະ ຄອບຄົວຫຼຸດຜ່ອນຄວາມກັງວົນທາງການເງິນໄດ້ຫຼາຍຂຶ້ນ. ໃນກໍລະນີທ່ານກວດພົບການເຈັບປ່ວຍຮ້າຍແຮງໄລຍະເລີ່ມ ຕົ້ນຈະໄດ້ຮັບສິນປະກັນໄພທັນ ທີ 25% ຈາກວົງເງິນຄຸ້ມຄອງຂອງຜົນປະໂຫຍດສັນຍາປະກັນໄພເພີ່ມເຕີມ: ພຣູຫ່ວງໃຍ+ ແລະ ຖ້າຫາກທ່ານກວດພົບການເຈັບປ່ວຍຮ້າຍແຮງໄລຍະສຸດທ້າຍ ທ່ານຈະໄດ້ຮັບ ສິນປະກັນໄພສູງສຸດເຖິງ 100%** ຈາກວົງເງິນຄຸ້ມຄອງຂອງຜົນປະໂຫຍດສັນຍາປະກັນໄພເພີ່ມເຕີມ: ພຣູຫ່ວງໃຍ+

ຍິ່ງໄປກວ່ານັ້ນສັນຍາປະກັນໄພເພີ່ມເຕີມ ພຣູຍົກເວັ້ນຄ່າທຳນຽມ ຍັງໃຫ້ຜົນປະໂຫຍດໃນການຍົກເວັ້ນຄ່າທຳນຽມປະກັນໄພຈົນກວ່າສັນຍາຂອງທ່ານ ສິ້ນສຸດຕາມເງື່ອນໄຂການເຈັບປ່ວຍຮ້າຍແຮງໄລຍະສຸດທ້າຍ 25 ລາຍການ. ສັນຍາປະກັນໄພເພີ່ມເຕີມ: ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມສາມາດຊ່ວຍໃຫ້ທ່ານມຸ່ງໝັ້ນກັບເປົ້າໝາຍໃນຊີວິດໄດ້ຫຼາຍຂຶ້ນ ແລະ ຍັງຊ່ວຍຫຼຸດຜ່ອນຄວາມກັງວົນ ແລະ ແບ່ງເບົາພາລະທາງການເງິນໃນກໍລະນີເຈັບປ່ວຍຮ້າຍແຮງ. ອະນາຄົດທີ່ທ່ານຄວບຄຸມ ແລະ ປົກປ້ອງຄວາມໝັ້ນຄົງທາງການເງິນໄດ້ດ້ວຍຕົວທ່ານເອງ.

ເກນອາຍຸທີ່ສາມາດສະໝັກໄດ້ແມ່ນ 18 – 60 ປີ ແລະ ໄລຍະເວລາຄຸ້ມຄອງເລີ່ມຕົ້ນ 5 ຫາ 15 ປີ.*

ຄຸນລັກສະນະ ຂອງຜະລິດຕະພັນ

ສັນຍາປະກັນໄພເພີ່ມເຕີມນີ້* ໃຫ້ຜົນປະໂຫຍດແກ່ຕົວທ່ານເອງ ແລະ ຄົນທີ່ທ່ານຮັກດັ່ງລຸ່ມນີ້.

ພາບທີ່ສະແດງໃຫ້ທ່ານເຫັນແມ່ນຕົວຢ່າງແຜນປະກັນພື້ນຖານພ້ອມກັບສັນຍາປະກັນໄພເພີ່ມເຕີມ: ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມ

 

 

ໝາຍເຫດສຳຄັນ:

* ຂຶ້ນ​ກັບ​ຂໍ້ຈຳ​ກັດ​ຂອງ​ແຜນ​ປະ​ກັນ​ພື້ນ​ຖານ ແລະ ເ​ງື່ອນ​ໄຂ​ຂອງ​ຜະ​ລິດ​ຕະ​ພັນ
** ຖ້າ​ຫາກ​ທ່ານ​ໄດ້​ຮັບ​ຜົນ​ປະ​ໂຫຍດ 25% ຂອງວົງ​ເງິນ​ຄຸ້ມ​ຄອງໃນ​ກໍ​ລະ​ນີ​ກວດ​ພົບ​ພະ​ຍ​າດ​ຮ້າຍ​ແຮງ​ໄລ​ຍະເລີ່ມ​ຕົ້ນ ແລ​ະ ຈຳ​ນວນ​ທີ່​ຍັງ​ເຫຼືອແມ່ນ​ຈະ​ຖືກ​ຈ່າຍ​ໃຫ້​ໃນ​ກໍ​ລະ​ນີ​ກວດ​ພົບ​ພະ​ຍາດ​ຮ້າຍ​ແຮງ​ໄລ​ຍະ​ສຸດ​ທ້າຍ.
*** ຜົນ​ປະ​ໂຫຍດ​ເມື່ອ​ຢູ່​ຄົບ​ສັນ​ຍາ ​​ແມ່ນ​ຈະ​​ຖືກ​ຈ່າຍໃຫ້​ກໍ່​ຕໍ່​ເມື່ອ​ບໍ່ມີ​ເຫ​ດ​ການ​ບໍ່​ຄາດ​ຝັນ​ເກີດ​ຂຶ້​ນໃນ​ລະ​ຫວ່າງສັນ​ຍາ​ມີ​ຜົນ​ບັງ​ຄັບ​ໃຊ້​ຈົນ​ເຖິງ​ມື້​ສິ້ນ​ສຸດ​ສັນ​ຍາຕາມ​ໄລ​ຍະ​ເວ​ລາ​ທີ່​ກຳ​ນົດ​ໄວ້ ແລະ ຈຳ​ນວນ​ເງິນຈະ​ໄດ້​ຮັບ​ແມ່ນ​ຂຶ້ນ​ກັບ​ໄລ​ຍະເວ​ລາ​ຂອງສັນ​ຍາ​ທີ່​ທ່ານ​ເລືອກ.
**** ວົງ​ເງິນ​ຄຸ້ມ​ຄອງ​ຂອງ​ແຜນ​ປະ​ກັນ​ພື້ນ​ຖານສຳ​ລັບ​ກໍ​ລະ​ນີ​ເສຍ​ຊີ​ວິດ ຫຼື ເສຍ​ອົງ​ຄະ​ແບບ​ສິ້ນ​ເຊີງ ແລະ ຖາ​ວອນ ລວມ​ເຖິງ ສັນ​ຍາ​ປ​ະ​ກັນ​ໄພ​ເພີ່​ມ​ເຕີມ: ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມ ແມ່ນ​ໃຫ້​ຜົນ​ປະ​ໂຫຍ​ດ​ສູງ​ສຸດ​ເຖິງ 200% ກໍ​ລະ​ນີ​ບໍ່​ເກີດ​ຈາກ​ອຸ​ປະ​ຕິ​ເຫດ ຫຼື ສູງ​ສຸດ​ເຖິງ 300% ກໍ​ລະ​ນີ​ເກີດ​ຈາກ​ອຸ​ປະ​ຕິ​ເຫດ.
----- ພາຍ​ໃຕ້​ ສັນ​​ຍາ​ປ​ະ​ກັນ​ໄພ​ເພີ່​ມ​ເຕີມ: ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມ ເມື່ອ​ທ່ານກວດ​ພົບ​ການ​ເຈັບ​ປ່ວຍ​ຮ້າຍ​ແຮງ​ໄລ​ຍະ​ສຸດ​ທ້າຍ ຄ່າ​ທຳ​ນຽມ​ປະ​ກັນ​ໄພຂອງ​ທ່ານຈະ​ຖືກ​ຍົກ​ເວັ້ນ​​​.

ອ່ານ ເພີ່ມ

ກໍລະນີສຶກສາ:
ທ້າວ ສິດ

ອາ​ຍຸ 30 ປີ

ວົງ​ເງິນ​ຄຸ້ມ​ຄອງ​ຂອງ​ແຜນ​ປະ​ກັນ​ພື້ນ​ຖານ

( ພ​ຣູ​ໄລ້ ເຊັບ​ເວີ ພ​ລັ​ສ )

60.000.000 ກີບ

ໄລ​ຍະ​​ເວ​ລາ​ຄຸ້ມ​ຄອງ

10 ປີ

ທ້າວ​ ສິດ

ໄດ້​ຊື້​ແຜນ​ປະ​ກັນພື້ນ​ຖານ​ ພ​ຣູ​ໄລ້ ເຊັບ​ເວີ ພ​ລັ​ສ ຈາກ​ພ​ຣູ​ເດັນ​ໂຊ​ລ໌ ລາວ (​ຮູບ​ແບບ​ຊຳ​ລະ​ຄ່າ​ທຳ​ນຽມ​ປົກ​ກະ​ຕິ) ພ້ອມ​ກັບ​ຜົນ​ປະ​ໂຫຍດ​ສັນ​ຍາ​ປ​ະ​ກັນ​ໄພ​ເພີ່​ມ​ເຕີມ: ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມ.

ວົງ​ເງິນ​ຄຸ້ມ​ຄອງ​ຂອງ​ສັນ​ຍາ​ປະ​ກັນ​​ໄພ​ເພີ່ມ​ເຕີມ:

(ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມ)

60.000.000 ກີບ

ຮູບ​ແບບ​ການ​ຊຳ​ລະ​ຄ່າ​ທຳ​ນຽມ

ລາຍ​ປີ

 

ຄ່າ​ທຳ​ນຽມ​ທີ່​ທ້າວ ສິດ ​ຕ້ອງ​​ຈ່າຍ

ຄ່າ​ທຳ​ນຽມລາຍ​ປີເລີ່ມ​ຕົ້ນສຳ​ລັບ​ແຜນ​ປະ​ກັນ​ພື້ນ​ຖານ( ພ​ຣູ​ໄລ້ ເຊັບ​ເວີ ພ​ລັ​ສ )  ​ທີ່​ຕ້ອງ​ຈ່າຍ = 3,053,500 ກີບ

ຄ່າ​ທຳ​ນຽມ​ລາຍ​ປີ​ເລີ່ມ​ຕົ້​ນສຳ​ລັບ​ຜົນ​ປະ​ໂຫຍດສັນ​​ຍາ​ປ​ະ​ກັນ​ໄພ​ເພີ່​ມ​ເຕີມ: ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມທີ່​ຕ້ອງ​ຈ່າຍ​ = 207,500* ກີບ
ຈຳ​ນວນ​ຄ່າ​ທຳ​ນຽມ​ລາຍ​ປີ​ທັງ​ໝົດ​ທີ່​ຕ້ອງ​​ຈ່າຍ = 3,261,000 ກີບ

ໃນ​ກໍ​ລະ​ນີ​ທ້າວ ສິດ ກວດ​ພົບ​ການ​ເຈັບ​ປ່ວຍ​ຮ້າຍ​ແຮງ​ໄລ​ຍະ​ເລີ່ມ​ຕົ້ນໃນ​ປີ​ທີ 2 ແລະ ໄລ​ຍະ​ສຸດ​ທ້າຍ​ໃນ​ປີ​ທີ 4. ໂຊກ​ບໍ່​ດີ ທ້າວ ສິດ ໄດ້​ເສຍ​ຊີ​ວິດ​ໃນ​ປີ​ທີ 8.

*ຄ່າທຳນຽມປະກັນໄພຂອງ ສັນຍາເພີ່ມເຕີ່ມ (ພຣູຫ່ວງ ໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມ) ແມ່ນ​ບໍ່​ຄົງ​ທີ່

 

ຄ່າ​ທຳ​ນຽມ​ສຳ​ລັບ

( ແຜນ​ປະ​ກັ​ນ​ພື້ນ​ຖານ ພ​ຣູ​ໄລ້ ເຊັບ​ເວີ ພ​ລັ​ສ + ຜົນ​ປະ​ໂຫຍດສັນ​​ຍາ​ປ​ະ​ກັນ​ໄພ​ເພີ່​ມ​ເຕີມ: ພຣູຫ່ວງໃຍ+  ແລະ ພຣູຍົກເວັ້ນຄ່າທຳນຽມ)

 

ຫຼັງ​ຈາກ​ປີທີ 4 ແມ່ນ​ ທ້າວ ສິດ ບໍ່​ຈຳ​ເປັ​ນ​ຕ້ອງ​ຈ່າຍ​ຄ່າ​ທຳ​ນຽມ​ປະ​ກັນ​ໄພໃນ​ກໍ​ລະ​ນີ​ກວດ​ພົບ​ການ​ເຈັບ​ປ່ວຍ​ຮ້າຍ​ແຮງ​ໄລ​ຍະ​ສຸດ​ທ້າຍ ​ເນື່ອງ​ຈາກວ່າ​ລາວ​​ຊື້ຜົນ​ປະ​ໂຫຍດສັນ​​ຍາ​ປ​ະ​ກັນ​ໄພ​ເພີ່​ມ​ເຕີມ: ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມ.

ໃນກໍລະນີທ່ານກວດພົບການເຈັບປ່ວຍຮ້າຍແຮງໄລຍະສຸດທ້າຍໃນປີທີ 4 ຫຼື ປີຕໍ່ໄປ, ແ​ຜນປະກັນພື້ນຖານຈະຍັງໃຫ້ການຄຸ້ມຄອງ ກໍລະນີເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ແລະ ຖາ​ວອນ ແລະ ຜົນປະໂຫຍດເມື່ອຢູ່ຄົບສັນຍາ.

 

ຄ່າ​ທຳ​ນຽມ​ປະ​ກັນ​ໄພ ປີ​ທີ 1- ປີ​ທີ 4

ແຜນ​ປະ​ກັນ​ພື້ນ​ຖານ

12.214.000 ກີບ

 

 +

ສັນ​​ຍາ​ປ​ະ​ກັນ​ໄພ​ເພີ່​ມ​ເຕີມ: ພຣູຫ່ວງໃຍ+  ແລະ ພຣູຍົກເວັ້ນຄ່າທຳນຽມ

830.000 ກີບ

 

 =

ຄ່າທຳນຽມທີ່ຕ້ອງຈ່າຍທັງໝົດ

13.044.000 ກີບ



ຜົນ​ປະ​ໂຫຍດ​ທີ່ ທ້າ​ວ ສິດ ຈະ​ໄດ້​ຮັບ:

 

 

 

 

 

 

 

ຜົນ​ປະ​ໂຫຍດ

15.000.000 ກີບ + 45.000.000 ກີບ + 60.000.000 ກີບ

120.000.000 ກີບ

(ກໍລະນີທີ່ບໍ່ເກີດຈາກອຸປະຕິເຫດ)

15.000.000 ກີບ + 45.000.000 ກີບ + 120.000.000 ກີບ

180.000.000 ກີບ

(ກໍລະນີທີ່ເກີດຈາກອຸປະຕິເຫດ)

ຫຼັງ​ຈາກ​ປີ​ທີ 4 ເຖິງ​ປີ​ທີ 8
ຄ່າ​ທຳ​ນຽມແຜນ​ປະ​ກັນ​ພື້ນ​ຖານ ຂອງ​ທ້າວ ສິດ ​ຈຳ​ນວນ 12.214.000 ກີບ ຈະ​ຖືກ​ຍົກ​ເວັ້ນ

ໝາຍ​ເຫດ​ສຳ​ຄັນ: ຄ່າ​ທຳ​ນຽມ​ແມ່ນ​ຂຶ້ນ​ກັບ​ເງື່ອນ​ໄຂ​ຂອງ​ແຕ່​ລະ​ບຸກ​ຄົນ ແລະ ຈຳ​ນວນ​ເງິນ​ຄ່າ​ທຳ​ນຽມ​ແມ່ນ​ໄດ້​ກຳ​ນົດ​ຕາມ​ເງື່ອນ​ໄຂຂອງ ທ້າວ ​ສິດ. ຈຳ​ນວນ​ເງິນ​ຄຸ້ມ​ຄອງ ແລະ ຜົນ​ປະ​ໂຫຍດ​ໃນ​ຕາ​ຕະ​ລາງ​ຈະ​ຖືກກຳ​ນົດ​ໃນ​ເວ​ລ​າທີ່​ຊື້. ທ່ານ​ສາ​ມາດ​ເລືອກຊື້ ສັນ​​ຍາ​ປ​ະ​ກັນ​ໄພ​ເພີ່​ມ​ເຕີມ: ພຣູຫ່ວງໃຍ+  ແລະ ພຣູຍົກເວັ້ນຄ່າທຳນຽມ (ຜ​ົນ​ປະ​ໂຫຍດ​ເພີ່ມ​ເຕີມ) ​ເພື່ອ​ຄັດ​ຕິດ​ກັບທຸກ​ແຜນ​ປະ​ກັນ​ພື້ນ​ຖານ​ຂອງ​ພ​ຣູ​ເດັນ​ໂຊ​ລ໌​ ລາວ ຕາມຄວາມ​​ຕ້ອງ​ການ​ຂອງ​ທ່ານ. ຂໍ້​ກຳນົດ ແລະ ເງື່ອນໄຂຢູ່​ໃນແຜ່ນພັບນີ້​ແມ່ນບໍ່​ຄົບຖ້ວນສົມບູນ. ສຳລັບຂໍ້ມູນເພີ່ມຕື່ມ ກະລຸນາກວດເບິ່ງລາຍລະອຽດທີ່ຂໍ້ກຳນົດ ເເລະ ເງື່ອນໄຂຂອງຜະລິດຕະພັນໄດ້.

ຄໍາຖາມທີ່ຖືກຖາມເລື້ອຍໆ

ພຣູຫ່ວງໃຍ+ ແມ່ນ​ຫຍັງ?

ພຣູຫ່ວງໃຍ+ ແມ່ນຜະລິດຕະພັນສັນຍາປະກັນໄພເພີ່ມເຕີມກ່ຽວ​ກັ​ບ​ກາ​ນ​ຄ້​ຸມ​ຄອງ​ພະ​ຍາດ​ຮ້າຍ​ແຮງທີ່ກວມເອົາ 25 ການເຈັບປ່ວຍຮ້າຍແຮງໃນໄລຍະເລີ່ມຕົ້ນ (ESCI) ແລະ ​ອີກ 25 ການເຈັບປ່ວຍຮ້າຍແຮງໃນໄລຍະສຸດ​ທ້າຍ (LSCI) ເຊິ່ງສາມາດຄັດຕິດກັບແຜນຜະລິດຕະພັນພື້ນຖານຂອງທ່ານ.

ພຣູຍົກເວັ້ນຄ່າທຳນຽມແມ່ນ​ຫຍັງ?

ພຣູຍົກເວັ້ນຄ່າທຳນຽມ ແມ່ນຜະລິດຕະພັນສັນຍາປະກັນໄພເພີ່ມເຕີມທີ່ຍົກເວັ້ນ 100% ຂອງຄ່າທຳນຽມປະກັນໄພໃນອະນາຄົດທັງໝົດຂອງຜະລິດຕະພັນທີ່ໄດ້ຕິດຄັດນຳ. ໃນກໍລະນີທີ່ຜູ້ໄດ້ຮັບການປະກັນຊີວິດຖືກວິນິດໄສວ່າມີການເຈັບປ່ວຍຮ້າຍແຮງໃນໄລຍະສຸດ​ທ້າຍ (LSCI) ຕາມທີ່ລະບຸໄວ້ໃນຕ່າງຕະລາງຂອງການເຈັບປ່ວຍຮ້າຍແຮງ ເຊິ່ງສາມາດຄັດຕິດກັບແຜນຜະລິດຕະພັນພື້ນຖານຂອງທ່ານ.

ກະ​ລຸ​ນາ​ອ່ານຕະລາງຂອງການເຈັບປ່ວຍຮ້າຍແຮງໃນ ​ຂໍ້​ກຳ​ນົດ ແລະ ເງື່ອນ​ໄຂ.

ເງື່ອນໄຂຂອງການເປັນເຈົ້າຂອງສັນຍາ ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມມີຫຍັງແນ່?

ທ່ານ​ສາ​ມາດ​ເປັນ​ເຈົ້າ​ຂອງ​ສັນ​ຍາ​ໄດ້ ຖ້າ​ຫາກວ່າທ່ານ:

) ເປັນເຈົ້າຂອງສັນຍາປະກັນໄພພື້ນຖານຂອງພວກເຮົາທີ່ສາມາດຄັດຕິດສັນຍາປະກັນໄພເພີ່ມເຕີມນີ້ໄດ້.

) ແມ່ນພົນ​ລະ​ເມືອງ​ລາວ ຫຼື ອາ​ໄສ​ຢູ່​​ໃນ​ ສປປ ລາວ ພ້ອມໃບອະນຸຍາດທີ່ຖືກຕ້ອງ ແລະ ຊັດ​ເຈນໃນປະເທດລາວ;

) ມີ​ອາ​ຍຸ 18 ປີຂື້ນໄປ.

ເກນອາຍຸຂອງຜູ້ໄດ້ຮັບການປະກັນຊີວິດແມ່ນເທົ່າໃດ?

18 - 60 ປີ.

ຂໍ້​ຍົກ​ເວັ້​ນທີ່ສຳຄັນ​ຂອງ​ ພຣູຫ່ວງໃຍ+ ແລະ ພຣູຍົກເວັ້ນຄ່າທຳນຽມ ມີ​ຫຍັງ​ແນ່?

ຈະບໍ່ມີການຈ່າຍຜົນປະໂຫຍດໃດໆ ຖ້າວ່າຜູ້ໄດ້ຮັບການປະກັນຊີວິດມີອາການການເຈັບປ່ວຍຮ້າຍແຮງໃນໄລຍະເລີ່ມຕົ້ນພາຍໃນໄລຍະເວລາ 120 ວັນຈາກວັນອອກສັນຍາປະກັນໄພ ຫຼື 120 ວັນນັບຈາກວັນຟື້ນສັນຍາປະກັນໄພເພີ່ມເຕີມມີຜົນສັກສິດ, ຂຶ້ນກັບວ່າອັນ​ໃດເກີດຂຶ້ນຕາມຫຼັງ.

) ຈະບໍ່ມີການຈ່າຍຜົນປະໂຫຍດໃດໆ ຖ້າວ່າໄດ້ຮັບການປະກັນຊີວິດມີອາການການເຈັບປ່ວຍຮ້າຍແຮງໃນໄລຍະສຸດທ້າຍພາຍໃນໄລຍະເວລາ 90 ວັນຈາກວັນອອກສັນຍາປະກັນໄພ ຫຼື 90 ວັນນັບຈາກວັນຟື້ນສັນຍາປະກັນໄພເພີ່ມເຕີມມີຜົນສັກສິດ, ຂຶ້ນກັບວ່າອັນ​ໃດເກີດຂຶ້ນຕາມຫຼັງ.

ໃນກໍລະນີຂອງການເຈັບປ່ວຍທີ່ຮ້າຍແຮງຈາກອຸປະຕິເຫດ ໄລຍະເວລາລໍຖ້ານີ້ຈະບໍ່ຖືກນຳມາໃຊ້.

ການຮ້ອງຂໍສິນປະກັນໄພ

ຂ້ອຍ​ຕ້ອງ​ຮ້ອງ​ຂໍສິນປະກັນໄພພາຍ​ໃນ​ໄລ​ຍະ​ເວ​ລາ​ເທົ່າ​ໃດ?

ການຮ້ອງຂໍສິນປະກັນໄພຕ້ອງຖືກດໍາເນີນພາຍໃນ 6 ເດືອນຫຼັງຈາກເກີດການເຈັບປ່ວຍຮ້າຍແຮງ ແລະ ໃນຂະນະທີ່ຜູ້ໄດ້ຮັບການປະກັນຊີວິດຍັງມີຊີວິດຢູ່.

ເອ​ກະ​ສານເພື່ອ​ຂໍສິນປະກັນໄພ​ມີ​ຫຍັງ​ແນ່?

ສໍາລັບການຮ້ອງຂໍສິນປະກັນໄພ, ບັນດາຫຼັກຖານການສະແດງຜົນແມ່ນຕ້ອງໄດ້ຮັບການສະໜັບສະໜູນໂດຍ:

  • ແພດໝໍທີ່ຂຶ້ນທະບຽນ ທີ່ມີການໄດ້ຮັບອະນຸຍາດໃນການດຳເນີນການປະຕິບັດວິຊາຊີບໃນປະເທດທີ່ອອກສັນຍາ ຫຼື ປະເທດອື່ນໆທີ່ບໍລິສັດອະນຸມັດ;
  • ການກວດສອບເພື່ອຢືນຢັນ ລວມທັງແຕ່ບໍ່ຈໍາກັດຫຼັກຖານທາງດ້ານການຄົ້ນຄວ້າທາງຄລີນິກ, ການປິ່ນປົວດ້ວຍ​ການ​ສາຍ​ແສງລັງສີ, ຈີວະວິທະຍາພະຍາດ (ການສຶກສາວິທະຍາສາດຂອງໂຄງສ້າງກ້ອງຈຸລະທັດຂອງເນື້ອເຍື່ອຊີວະພາບ) ແລະ ຫຼັກຖານຫ້ອງທົດລອງ ແລະ;
  • ຖ້າການເຈັບປ່ວຍຮ້າຍແຮງຈຳເປັນຕ້ອງໄດ້ຮັບການຜ່າຕັດ, ຂັ້ນຕອນດັ່ງກ່າວຈະຕ້ອງເປັນໄປຕາມການປິ່ນປົວຕາມມາດຕະຖານ ແລະ ມີຄວາມຈໍາເປັນທາງດ້ານການແພດ.

ການຍົກ​ເລີກ​ສັນ​ຍາ​ປະ​ກັນ​ໄພ

ຂ້ອຍ​ສາ​ມາດ​ຍົກ​ເລີກ​ສັນ​ຍາ​ປະ​ກັນ​ໄພ​ຂອງ​ຂ້ອຍ​ໄດ້​ບໍ່?

ທ່ານມ​ີ​ສິດໃນ​ການ​ຍົກ​ເລີກ​ສັນ​ຍາປະ​ກັນ​ໄພ​ໃນ​ຕະຫຼອດ​ໄລຍະເວລາຂອງສັນຍາປະກັນໄພ. ແຕ່ຈະ​ບໍ່​ມີ​ການ​ສົ່ງ​ຄືນ​ຄ່າ​ທຳ​ນຽມ​ປະ​ກັນ​ໄພ​ໃນ​ກໍ​ລະ​ນີ​ທີ່ມີ​ການ​ຍົກ​ເລີກ​ສັນ​ຍາຫຼັງຈາກສາມ​ສິບ ​(30) ວັນນັບແຕ່ມື້ທີ່ທ່ານ​ໄດ້​​ລົງ​ລາຍ​ເຊັນໃນ​ໜັງ​ສື​ຕອບ​ຮັບ.

ພາຍ​ໄຕ້​ເງື່ອນ​ໄຂ​ໃດ​ທີ່​ສັນ​ຍາ​ຂອງ​ຂ້ອຍ​ຈະ​ຖືກ​ຍົກ​ເລີກຢ່າງ​ອັດ​ຕະ​ໂນ​ມັດ?

ກະ​ລຸ​ນາ​ເບິ່ງ​ຂໍ້​ກຳ​ນົດ ແລະ ເງື່ອນ​ໄຂຂອງສັນ​ຍາປະ​ກັນ​ໄພ​​ສໍາລັບລາຍການທັງໝົດວ່າມີກໍລະນີໃດແນ່ທີ່​ສັນ​ຍາຈະ​ຖືກ​ຍົກ​ເລີກ.