ກ່ຽວກັບ ພຣູເດັນໂຊລ໌ ລາວ

ໜ້າ ເທພີພິທັກ
ສັນຍາລັກຂອງເທພີພຣູເດັນສ ໄດ້ຖືກນຳໃຊ້ເປັນສັນຍາລັກຂອງກຸ່ມບໍລິສັດ ພຣູເດັນໂຊລ໌ ຕັ້ງແຕ່ໃດມາ.
ພຣູເດັນສ໌ໝາຍເຖິງຄວາມຮອບຄອບ ເຊິ່ງເປັນໜຶ່ງໃນຄຸນນະທຳຫຼັກ 4 ປະການ ທີ່ປະກອບມີ: ຄວາມຮອບຄອບ, ຄວາມຍຸດຕິທຳ, ຄວາມກ້າຫານ, ແລະ ຄວາມສາມາດໃນການຄວບຄຸມຄວາມຕ້ອງການຂອງຕົວເອງ.
ຄວາມເປັນມາຂອງພວກເຮົາ
ພຣູເດັນໂຊລ໌ກໍ່ຕັ້ງຂຶ້ນໃນປີ 1848 ເພື່ອສະໜອງບໍລິການເງິນກູ້ໃຫ້ລູກຄ້າໃນຮູບແບບຂອງການປົກປ້ອງ ແລະ ຄຸ້ມຄອງຊີວິດ. ພຣູເດັນໂຊລ໌ເຕີບໄຫຍ່ຢ່າງວ່ອງໄວໃນຊຸມປີ 1990 ແລະ ໄດ້ຄຸ້ມຄອງ ໜຶ່ງໃນສາມ ຂອງຈຳນວນປະຊາກອນໃນປະເທດອັງກິດ.
ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ການບໍລິການປະກັນໄພຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນ, ໃນຂົງເຂດອາຊີ ແລະ ອາຟຣິກາ. ບໍລິສັດ ພຣູເດັນໂຊລ໌ ຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີສຸດໃນຊີວິດ, ໂດຍເຮັດໃຫ້ການຮັກສາສຸຂະພາບ ສາມາດເຂົ້າເຖິງໄດ້ ແລະ ສົ່ງເສີມ ທາງດ້ານການເງິນ. ບໍລິສັດ ພຣູເດັນໂຊລ໌ ປົກປ້ອງຄວາມໝັ້ນ ຄົງທາງດ້ານຊັບສິນຂອງຜູ້ຄົນ, ຊ່ວຍພວກເຂົາເພີ່ມພູນຊັບສິນ, ແລະ ສົງເສີມການອອມເພື່ອອອມສຳລັບເປົ້າໝາຍຂອງພວກເຂົາໄດ້. ບໍລິສັດ ພຣູເດັນໂຊລ໌ ມີລູກຄ້າຫຼາຍກວ່າ 18 ລ້ານຄົນ ແລະ ຢູ່ໃນຕະຫຼາດຫຼັກຊັບ ຂອງລອນດອນ (PRU), ຮົງກົງ (2378), ສິງກະໂປ (K6S) ແລະ ນິວຢອກ (PUK).
ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່ມີການດຳເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ.
