Select your language
close
prubusiness
ປະ​ກັນ​ໄພ​ຊີ​ວິດ

ພຣູບີສິເນດສ໌

ໃຫ້ຄວາມຄຸ້ມຄອງທີ່ຫຼາຍແບບ ແລະ ເໝາະສົມກັບຄວາມຕ້ອງການຂອງບໍລິສັດ

ຜົນປະໂຫຍດ ຂອງຜະລິດຕະພັນ

ທາງເລືອກຂອງຜົນປະໂຫຍດທີ່ຫຼາກຫຼາຍ ເຊິ່ງເຈົ້າຂອງທຸລະກິດສາມາດ ກຳນົດການຄຸ້ມຄອງທີ່ເໝາະສົມກັບງົບປະມານ ແລະ ຄວາມຕ້ອງການຂອງພວກເຂົາໄດ້
ແຜນປະກັນໄພຊີວິດກຸ່ມຂັ້ນຕົ້ນ
ຜົນປະໂຫຍດຂອງຜະລິດຕະພັນນີ້ແມ່ນຈະມອບໃຫ້ກັບຜູ້ໄດ້ຮັບການປະກັນໄພຊີວິດ ຫຼື ຜູ້ຕິດຕາມໃນທຸກສະຖານທີ່ ແລະ ລະຫວ່າງ ແລະ ນອກໂມງເຮັດວຽກ.
ຜົນປະໂຫຍດຂອງການເສຍຊີວິດ ແລະ ເສຍອົງຄະຖາວອນຈາກອຸປະຕິເຫດ
ຜົນປະໂຫຍດຂອງວົງເງິນເພີ່ມຕື່ມຈະຖືກຈ່າຍຖ້າຫາກວ່າຜູ້ໄດ້ຮັບການປະກັນໄພຊີວິດ ຫຼື ຜູ້ຕິດຕາມເປັນພິການຖາວອນ ຫຼື ເສຍຊີວິດຈາກອຸປະຕິເຫດ.
ຜົນປະໂຫຍດການຄຸ້ມຄອງແບບ ປະກັນໄພກຸ່ມຈາກການເຂົ້້າໂຮງໝໍ ເນື່ອງຈາກອຸປະຕິເຫດ
ປະກັນໄພຊົດເຊີຍລາຍຮັບເມື່ອເຂົ້າໂຮງໝໍເນື່ອງຈາກອຸປະຕິເຫດ - ວົງເງິນປະກັນໄພຈະຖືກຈ່າຍລາຍວັນ ໃຫ້ກັບຜູ້ໄດ້ຮັບການປະກັນໄພຊີວິດ ຫຼື ຜູ້ຕິດຕາມໃນກໍລະນີທີ່ໄດ້ເຂົາປິ່ນປົວທີ່ໂຮງໝໍເນື່ອງຈາກການເກີດອຸປະຕິເຫດ ສູງສຸດເຖິງ 30 ວັນ ຕໍ່ຄັ້ງທີ່ເກີດອຸປະຕິເຫດ, ເຊິ່ງຄຸ້ມຄອງສູງອຸປະຕິເຫດເຖິງ 5 ຄັ້ງ ຕໍ່ປີ.

ພວກເຮົາສາມາດ ຊ່ວຍທ່ານໄດ້ແນວໃດ?

ການປັບປຸງຄວາມພໍໃຈຂອງ ພະນັກງານເປັນສິ່ງສຳຄັນ ອັນດັບທຳອິດ

ຄວາມພໍໃຈຂອງພະນັກງານສາມາດຊ່ວຍໃຫ້ເສດຖະກິດຂອງບໍລິສັດດີຂຶ້ນ ເຊິ່ງສະແດງໃຫ້ເຫັນວ່າ ຖ້າສະຖານທີ່ເຮັດວຽກມີສະພາບແວດລ້ອມທີ່ດີ ຈະຊ່ວຍໃຫ້ປະສິດຖິພາບການເຮັດວຽກສູງຂຶ້ນ.

ພະນັກງານຖືວ່າເປັນຊັບພະຍາກອນທີ່ສຳຄັນທີ່ສຸດຂອງອົງການ. ໃນທຸລະກິດທັນສະໄໝປະຈຸບັນ, ການປະກັນໄພກຸ່ມຈະຊ່ວຍເພີ່ມປະສິດຕິພາບ ແລະ ຮັກສາຂອງພະນັກງານໃຫ້ຢູ່ໃນອົງກອນ. ການມອບຄວາມປົກປ້ອງ ແລະ ຄຸ້ມຄອງເປັນສ່ວນໜຶ່ງຂອງສະຫວັດດີການ ໃຫ້ພະນັກງານສາມາດນຳພາໃຫ້ພະນັກງານມີຄວາມສຸກ ແລະ ສຸຂະພາບດີຂຶ້ນ ເຊິ່ງຈະສົງຜົນສະທ້ອນໃຫ້ພະນັກງານເຮັດວຽກແບບມີປະສິດທິຜົນຂຶ້ນ.

ອ່ານ ເພີ່ມ

ຜົນປະໂຫຍດທີ່ຈະໄດ້ຮັບ
ຕາຕະລາງຂ້າງລຸ່ມນີ້ແມ່ນສະແດງເຖິງວົງເງິນຄຸ້ມຄອງຂອງແຕ່ລະແພັກເກັດ. ປະກັນໄພຊີວິດແບບກຸ່ມແມ່ນເປັນສັນຍາການ ປະກັນໄພແບບພື້ນຖານ ເຊິ່ງຈະມີ ຜົນປະໂຫຍດການຄຸ້ມຄອງແບບປະກັນໄພ ກຸ່ມຈາກການເສຍຊີວິດຈາກອຸປະຕິເຫດ ແລະ ພິການ.

ຜົນປະໂຫຍດການຄຸ້ມຄອງແບບປະກັນໄພກຸ່ມຈາກການເຂົ້້າໂຮງໝໍເນື່ອງຈາກອຸປະຕິເຫດ.

                     ປະກັນໄພຊີວິດແບບກຸ່ມ(1) ຜົນປະໂຫຍດການຄຸ້ມຄອງແບບ ປະກັນໄພກຸ່ມຈາກການເສຍຊີວິດ ຈາກອຸປະຕິເຫດ ແລະ ພິການ(1) ຜົນປະໂຫຍດການຄຸ້ມຄອງແບບ ປະກັນໄພກຸ່ມຈາກການເຂົ້້ າໂຮງໝໍ ເນື່ອງຈາກອຸປະຕິເຫດ(1)
ແຜນ 1 50.000.000ກີບ 50.000.000ກີບ 50.000ກີບ
ແຜນ 2 100.000.000ກີບ 100.000.000ກີບ 100.000ກີບ
ແຜນ 3 150.000.000ກີບ 150.000.000ກີບ 150.000ກີບ
ແຜນ 4 200.000.000ກີບ 200.000.000ກີບ 200.000ກີບ
ແຜນ 5 ການກຳນົດເອົາ ການກຳນົດເອົາ ການກຳນົດເອົາ

1) ປະກັນໄພຊີວິດແບບກຸ່ມ ແມ່ນເປັນຂໍ້ບັງຄັບ ແລະ ສ່ວນຂອງຜົນປະໂຫຍດການຄຸ້ມຄອງແບບປະກັນໄພກຸ່ມ ຈາກການເສຍຊີວິດຈາກອຸປະຕິເຫດ ແລະ ພິການ. ຜົນປະໂຫຍດການຄຸ້ມຄອງແບບປະກັນໄພກຸ່ມຈາກການເຂົ້້າໂຮງໝໍ ເນື່ອງຈາກອຸປະຕິເຫດ ແມ່ນເປັນຜົນປະໂຫຍດເພີ່ມຕື່ມ ເຊິ່ງຈະຖືກຕັດສິນກ່ອນການອອກສັນຍາການປະກັນໄພ.

2) ການຄຸ້ມຄອງແມ່ນສາມາດຖືກກຳນົດໂດຍເງື່ອນໄຂມາດຕະຖານຂອງບໍລິສັດ.

 

ຄຳຖາມທີ່ມັກຖືກຖາມກ່ຽວກັບ ພຣູບີສິເນດສ໌
ຄຳຕອບສຳລັບຄຳຖາມຂອງທ່ານ
  • ໃຜທີ່ສາມາດຊື້ຜະລິດຕະພັນ ພຣູບີສິເນດສ໌?

ພະນັກງານທຸກຄົນ, ຜູ້ບໍລິຫານ, ຄູ່ຮ່ວມທຸລະກິດ, ເຈົ້າຂອງທຸລະກິດ, ແລະ ຜູ້ປະກອບການປະຈຳທີ່ເຮັດວຽກເພື່ອ ຮັບຜົນຕອບແທນ ຫຼື ຜົນກຳໄລພາຍໃຕ້ສັນຍາພະນັກງານສາມາດຊື້ຜະລິດຕະພັນນີ້ໄດ້. ສຳລັບພະນັກງານຕ່າງປະເທດ (ຜູ້ທີ່ມີໃບອະນຸຍາດການເຮັດວຽກທີ່ປະເທດລາວ) ສາມາດຊື້ຜະລິດຕະພັນໄດ້ເຊັ່ນກັນ.


 

  • ສະມາຊິກຂອງຜະລິດຕະພັນນີ້ຕ້ອງໄດ້ກວດສຸຂະພາບບໍ່?

ສະມາຊິກບໍ່ຈຳເປັນຕ້ອງໄດ້ຮັບການກວດສຸຂະພາບສຳລັບຄວາມຄຸ້ມຄອງຈົນເຖິງຂອບເຂດຈຳກັດຂອງວົງເງິນປະກັນໄພ. ຂອບເຂດຈຳກັດຂອງວົງເງິນປະກັນໄພທີ່ສາມາດໄດ້ຮັບການປະກັນໄພໂດຍບໍ່ຕ້ອງສະແດງຫຼັກຖານ ນັ້ນ ແມ່ນອີງຕາມວົງເງິນປະກັນໄພຂອງການຊື້ປະກັນໄພແບບກຸ່ມ. ສຳລັບສັນຍາການປະກັນໄພ ທີ່ມີສະມາຊິກໜ້ອຍກວ່າ 10 ຄົນ, ສະມາຊິກນັນຕ້ອງໄດ້ຕອບແບບສອບຖາມໃນການກວດສຸຂະພາບ.


 

  • ພະນັກງານທີ່ເຂົ້າເຮັດວຽກລະຫວ່າງສັນຍາການປະກັນໄພນັນຈະຖືກຄຸ້ມຄອງບໍ່?

ແມ່ນແລ້ວ, ພະນັກງານທີ່ເຂົ້າເຮັດວຽກໃນລະຫວ່າງສັນຍາການປະກັນໄພ ຈະຖືກຄຸ້ມຄອງພາຍໃຕ້ສັນຍາ. ບໍລິສັດຈະຕ້ອງໄດ້ຈ່າຍເງິນຄ່າທຳນຽມປະກັນໄພ ຕາມສັດສ່ວນທີ່ພະນັກງານນັນເຂົ້າເຮັດວຽກທີ່ບໍລິສັດ. ໃນກໍລະນີທີ່ພະນັກງານລາອອກ (ໂດຍທີ່ບໍ່ໄດ້ຮຽກຮ້ອງເອົາເງິນຄຸ້ມຄອງ ຫຼື ຜົນປະໂຫຍດເພີ່ມຕື່ມ) ບໍລິສັດພຣູເດັນໂຊລ໌ ຈະຄືນເງິນທີ່ບໍລິສັດໄດ້ຈ່າຍຕາມສັດສ່ວນ.


 

  • ໃຜຈະໄດ້ຮັບເງິນທົດແທນປະກັນໄພ?

ໃນກໍລະນີທີ່ມີການຮຽກຮ້ອງເງິນທົດແທນປະກັນໄພ ເງິນຈະຖືກຈ່າຍໃຫ້ກັບຜູ້ຮັບຜົນປະໂຫຍດທີ່ພະນັກງານໄດ້ ລະບຸໄວ້ໃນສັນຍາ.


 

  • ຂ້າພະເຈົ້າຍົກເລີກສັນຍາການປະກັນໄພໄດ້ບໍ່?

ໄດ້, ທ່ານສາມາດຍົກເລີກສັນຍາການປະກັນໄພໄດ້. ໃນກໍລະນີທີ່ບໍ່ມີການຮຽກຮ້ອງເງິນທົດແທນປະກັນໄພ (ທີ່ອີງຕາມສັນຍາການປະກັນໄພ ຫຼື ຜົນປະໂຫຍດ. ພວກເຮົາຈະຄືນຄ່າທຳທຳນຽມຕາມສັດສ່ວນ)

ໝາຍເຫດ
ຂໍ້ມູນສຳຄັນ ເເລະ ການປະຕິເສດ
ເງື່ອນໄຂຂອງພະນັກງານ

ພະນັກງງານປະຈຳເທົ່ານັນ ແລະ ເປັນຜູ້ທີ່ຍັງເຮັດວຽກ.

ພະນັກງານທີ່ຍັງເຮັດວຽກ ເຊິ່ງໝາຍເຖິງພະນັກງານທີ່ຍັງປະຕິບັດໜ້າທີ່ປົກກະຕິ, ບໍ່ມີການພິການທາງຮ່າງກາຍ, ບໍ່ຂາດການເນື່ອງຈາກການເຈັບປ່ວຍ ຫຼາຍກວ່າ 5 ວັນ ຫຼື ຫຼາຍກວ່າຕິດຕໍ່ກັນ ໃນປີທີ່ຜ່ານມາກ່ອນການເຮັດສັນຍາ ການປະກັນໄພ.

ການພິການທາງຮ່າງກາຍໝາຍເຖິງການເສຍອົງຄະໃນຮ່າງກາຍ ຫຼື ເສຍການ ມອງເຫັນ, ຫຼື ເສຍການໄດ້ຍິນ ທີ່ຕາ ແລະ ຫູ ຕາມລຳດັບ.

ຈຳນວນພະນັກງານຂັ້ນຕ່ຳ

5 ຄົນ, ເຖິງຢ່າງໃດກໍ່ຕາມຖ້າຈຳນວນພະນັກງານຫາກໜ້ອຍກວ່າ 10 ຄົນ, ພວກເຂົາຈະໄດ້ຮັບການຄຸ້ມຄອງຫຼັງຈາກໄດ້ຮັບຂັ້ນຕອນການພິຈາລະນາ ປະກັນໄພຂອງບໍລິສັດ.

ການຄຸ້ມຄອງນີ້ຍັງລວມໄປເຖິງຄູ່ສົມລົດຂອງພະນັກງານອີກດ້ວຍ.

ອາຍຸຂັ້ນຕ່ຳ ແລະ ສູງສຸດສຳລັບຜະລິດຕະພັນ

ສະມາຊິກກຸ່ມ: ມີອາຍຸລະຫວ່າງ 18-65 ປີ ຫຼື ບຸກຄົນທີ່ມີອາຍຸກະສຽນ.

ສຳລັບຄົນທີ່ມີອາຍຸເກີນ 65 ປີ ຫຼື ມີອາຍຸກະສຽນຈະສາມາດໄດ້ຮັບການ ຄຸ້ມຄອງຫຼັງຈາກໄດ້ຮັບຂັ້ນຕອນການພິຈາລະນາປະກັນໄພຂອງບໍລິສັດ.

ສຳລັບການຄຸ້ມຄອງຄູ່ສົມລົດແມ່ນຈະໄດ້ຍຸດຕິ ທີ່ອາຍຸ 66 ປີ.

ໄລຍະເວລາຂອງສັນຍາ 1 ປີ, ຕໍ່ສັນຍາເປັນປີ.
ຜົນປະໂຫຍດຂອງສັນຍາ ວົງເງິນການປະກັນໄພຈຳນວນ 100% ຈະຖືກຈ່າຍໃນກໍລະນີທີ່ມີການເສຍຊີວິດ ຫຼື ການເສຍອົງຄະແບບສິ້ນເຊີງ ແລະ ຖາວອນເນື່ອງຈາກອຸປະຕິເຫດ.
ສົນໃຈປະກັນໄພ PRUBusiness?

ສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບປະກັນໄພແບບກຸ່ມ  ສາມາດຕິດຕໍ່ເບີໂທ +856 2055 858 393

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ເທັກໂນໂລຊີ AI ຂອງເພົ້າສ໌ ຈະຊ່ວຍໃຫ້ຄຳແນະນຳສຸຂະພາບທ່ານດັ່ງນີ້.
ອ່ານເພີ່ມ