ພຣູໄລ້ ສະຕ໋າດເຕີ້
 
												     ຜົນປະໂຫຍດ ຂອງຜະລິດຕະພັນ
 
												ລາຄາບໍ່ແພງ ແລະ ການຊື້ກໍ່ງ່າຍ
 
												ຜົນປະໂຫຍດວົງເງິນຄຸ້ມຄອງພື້ນຖານ
 
												ແຜນຄຸ້ມຄອງທ່ີຫຼາກຫຼາຍ (ວົງເງິນຄຸ້ມຄອງພື້ນຖານ + ຜົນປະໂຫຍດເພ່ີມເຕີມ)
ແຜນປະກັນລາຄາບໍ່ແພງ ແລະ ເຂົ້າເຖິງໄດ້ງ່າຍ
             
ພຣູໄລ້ ສະຕ໋າດເຕີ້ ແມ່ນຜະລິດຕະພັນຄຸ້ມຄອງໄລຍະ ພຽງ 1 ປີ ທ່ີໃຫ້ຄວາມຄຸຸ້ມຄອງພາລະທາງດ້ານການເງິນໃນກໍລະນີເສຍຊີວິດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ ພິການຖາວອນ ຫືຼ ທ່ີເກີດຈາກອຸປະຕິເຫດ ຫືຼ ບໍ່ເກີດຈາກອຸປະຕິເຫດ. ຜະລິດຕະພັນ ພຣູໄລ້ ສະຕ໋າດເຕີ້ ຄອບຄົວຂອງທ່ານຈະມີຄວາມໝັ້ັ້ນຄົງທາງດ້ານການເງິນພ້ອມກັບຄວາມຄຸ້ມຄອງໃນກໍລະນີເກີດເຫດບໍ່ຄາດຝັນເກີດຂຶ້ນກັບທ່ານ. ຊື້ຜະລິດຕະພັນ ພຣູໄລ້ ສະຕ໋າດເຕີ້ ເພື່ອເລີ່ມຕົ້ນຄຸ້ມຄອງຊີວິດຕອນນີ້.
ອ່ານ ເພີ່ມ
ຕົວຢ່າງຜະລິດຕະພັນຂອງ ພຣູໄລ້ ສະຕ໋າດເຕີ້
- ທ້າວ ພອນໄຊ / ອາຍຸ 32 ປີ
- ແຕ່ງງານແລ້ວ
- ກຳລັງຈະພິຈາລະນາຊື້ຜະລິດຕະພັນ ພຣູໄລ້ ສະຕ໋າດເຕີ້ ທີ່ມີຄວາມຄຸ້ມຄອງໄລຍະ 1 ປີ
| 
 ທ້າວ ພອນໄຊ | 
 ເສຍຊີວິດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ ພິການຖາວອນເນື່ອງຈາກ ສາເຫດທົ່ວໄປ | 
 ເສຍຊີວິດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ ພິການຖາວອນເນື່ອງຈາກ ອຸປະຕິເຫດ | 
 ເສຍຊີວິດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ ພິການຖາວອນເນື່ອງຈາກ ອຸປະຕິເຫດທາງລົດຈັກ | 
| ຜົນປະໂຫຍດວົງເງິນຄຸ້ມຄອງພື້ນຖານ(ວົງເງິນຄຸ້ມຄອງພື້ນຖານ) | ຈະໄດ້ຮັບຄວາມຄຸ້ມຄອງ 5.000.000 ກີບຈາກວົງເງິນຄຸ້ມຄອງພື້ນຖານ | ຈະໄດ້ຮັບຄວາມຄຸ້ມຄອງ 5.000.000 ກີບຈາກວົງເງິນຄຸ້ມຄອງພື້ນຖານ | ຈະໄດ້ຮັບຄວາມຄຸ້ມຄອງ 5.000.000 ກີບຈາກວົງເງິນຄຸ້ມຄອງພື້ນຖານ | 
| ແຜນຄຸ້ມຄອງທີ່ຫຼາກຫຼາຍ(ວົງເງິນຄຸ້ມຄອງພື້ນຖານ+ ຜົນປະໂຫຍດເພ່ີມເຕີມ)– Bronze Plan | ຈະໄດ້ຮັບຄວາມຄຸ້ມຄອງ5.000.000 ກີບຈາກວົງເງິນຄຸ້ມຄອງພື້ນຖານ | ຈະໄດ້ຮັບຄວາມຄຸ້ມຄອງ10.000.000 ກີບ ຈາກວົງເງິນຄຸ້ມຄອງພື້ນຖານ | ຈະໄດ້ຮັບຄວາມຄຸ້ມຄອງ7.500.000 ກີບ ຈາກວົງເງິນຄຸ້ມຄອງພື້ນຖານ | 
ຄຳຖາມທີ່ມັກຖືກຖາມກ່ຽວກັບ ພຣູໄລ້ ສະຕ໋າດເຕີ້
| ຂ້ອຍຈະໄດ້ຮັບຄວາມຄຸ້ມຄອງ 1 ປີທັນທີ, ຫຼັງຈາກທີ່ສັນຍາຂ້ອຍໄດ້ຮັບການອະນຸມັດແລ້ວບໍ່? | ເພື່ອປົກປ້ອງຜົນປະໂຫຍດລູກຄ້າ, ພາຍໃນ 5 ວັນລັດຖະການຫຼັງຈາກການສະໝັກ, ທາງບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈໍາກັດ ມີສິດໃນການຂໍເອກະສານທີ່ຈໍາເປັນເພີ່ມຕື່ມ ໂດຍອີງຕາມຂັ້ນຕອນ ການຮັບລູກຄ້າ ໃໝ່ ຫຼື ໃນກໍລະນີ ທີ່ທາງ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈໍາກັດ ເຫັນວ່າເອກະສານທີ່ໃຫ້ມານັ້ນບໍ່ຄົບຖ້ວນ. ທາງບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈໍາກັດ ມີສິດທີ່ຈະປະຕິເສດການສະໝັກ ແລະ ສົ່ງຄ່າທໍານຽມຄືນ ຖ້າຫາກບໍ່ໄດ້ຮັບເອກະສານທີ່ຂໍໄປພາຍໃນ 7 ວັນ. ການທີ່ເອກະສານບໍ່ຄົບຖ້ວນອາດຈະມີຜົນຕໍ່ເວລາທີ່ໃຊ້ໃນການພິຈາລະນາການຮ້ອງຂໍສິນໄໝທົດແທນ ແລະ ການຮ້ອງຂໍດັ່ງກ່າວອາດຈະຖືກປະຕິເສດໄດ້. | 
| ຖ້າຫາກການລົງທະບຽນຂອງຂ້ອຍບໍ່ສຳເລັດ, ຈະມີການແຈ້ງເຕືອນ ຫຼື ການຕິດຕໍ່ກັບແນວໃດ? | ພວກເຮົາຈະຕິດຕໍ່ກັບຫາທ່ານເພື່ອແຈ້ງກ່ຽວກັບເຫດຜົນ ແລະ ຂັ້ນຕອນຕໍ່ໄປ. ຖ້າຫາກພວກເຮົາບໍ່ສາມາດຕິດຕໍ່ຫາທ່ານໄດ້ພາຍໃນ 7 ວັນ, ພວກເຮົາຈະສົ່ງການແຈ້ງເຕືອນຜ່ານທາງຂໍ້ຄວາມ ແລະ ດຳເນີນການຄືນເງິນ. ໃນກໍລະນີດັ່ງກ່າວນີ້, ທ່ານຈະຍັງບໍ່ສາມາດໄດ້ຮັບຄວາມຄຸ້ມຄອງເທື່ອ. | 
| ຜູ້ທີ່ບໍ່ແມ່ນສັນຊາດລາວ, ສາມາດຊື້ ພຣູໄລ້ ສະຕ໋າດເຕີ້ ໄດ້ບໍ່? | ໄດ້ເຈົ້າ, ສຳລັບຜູ້ທີ່ຖືສັນຊາດອື່ນແມ່ນສາມາດຊື້ຜະລິດຕະພັນນີ້ໄດ້, ໂດຍການນຳໃຊ້ເອກະສານອ້າງອີງ ເຊັ່ນ: ໃບອະນຸຍາດພັກເຊົາ ຫຼື ໃບອະນຸຍາດເຮັດວຽກ ຫຼື ວີຊ່າດຳເນີນທຸລະກິດ (ເອກະສານດັ່ງກ່າວຕ້ອງມີອາຍຸການນຳໃຊ້ຢ່າງໜ້ອຍ 6 ເດືອນ). | 
| ສາມາດຊື້ ພຣູໄລ້ ສະຕ໋າດເຕີ້ ໃຫ້ຄູ່ສົມລົດ ຫຼື ໃຫ້ຄອບຄົວໄດ້ບໍ່? | ໄດ້ເຈົ້າ, ໂດຍຜ່ານການໃຊ້ເບີໂທລະສັບຂອງຄູ່ສົມລົດ/ສະມາຊິກຄອບຄົວຂອງທ່ານເພື່ອລົງທະບຽນ ແລະ ສ້າງບັນຊີ PRUShoppeeໃຫ້ແກ່ພວກເຂົາ, ສະໜອງຊື່ເຕັມ, ລາຍລະອຽດການຕິດຕໍ່ ພ້ອມກັບເອກະສານຫຼັກຖານການຢັ້ງຢືນຕົວຕົນ. ຫຼັງຈາກນັ້ນ, ຜ່ານການອະນຸຍາດຂອງພວກເຂົາໂດຍລະຫັດຜ່ານຄັ້ງດຽວ (OTP) ທີ່ຈະຖືກສົ່ງໄປຫາເບີໂທລະສັບຂອງພວກເຂົາ, ພວກເຂົາກໍ່ຈະສາມາດນຳໃຊ້ບັນຊີຂອງພວກເຂົາເພື່ອຊື້ຜະລິດຕະພັນນີ້ໄດ້ແລ້ວ. | 
| ໃນໄລຍະເວລາທີ່ໄດ້ຮັບຄວາມຄຸ້ມຄອງ ຈະສາມາດປ່ຽນແປງຂໍ້ມູນຂອງຜູ້ໄດ້ຮັບຜົນປະໂຫຍດບໍ່? | ໄດ້ເຈົ້າ, ສາມາດດຳເນີນການປ່ຽນແປງຂໍ້ມູນໄດ້. ໂດຍການເຂົ້າໄປທີ່ PRUShoppe ແລ້ວໃສ່ລາຍລະອຽດ ແລະ ຂໍ້ມູນທີ່ຈຳເປັນຕາມຂັ້ນຕອນ. | 
| ຖ້າຫາກມີການຕໍ່ສັນຍາ, ຄ່າທຳນຽມປະກັນໄພຈະມີການປ່ຽນແປງບໍ່? | ໃນຊ່ວງໄລຍະການຕໍ່ສັນຍາ, ຄ່າທຳນຽມປະກັນໄພຈະມີການພິຈາລະນາຄືນໃໝ່ ແລະ ຈະມີການປ່ຽນແປງ ເຊິ່ງຂຶ້ນກັບແພັກເກັດທີ່ທ່ານເລືອກ. | 
| ໃນກໍລະນີ ທີ່ຂ້ອຍບໍ່ໄດ້ມີການຮຽກຮ້ອງຂໍເງິນສິນປະກັນໄພທົດແທນໃນຊ່ວງໄລຍະການຄຸ້ມຄອງຂອງສັນຍາປະກັນໄພ, ຂ້ອຍຈະໄດ້ຮັບເງິນທົດທີ່ຂ້ອຍໄດ້ຊຳລະຄ່າເບ້ຍປະກັນໄພ ຫຼື ໄດ້ຮັບສ່ວນຫຼຸດສຳລັບການຕໍ່ສັນຍາສະບັບຖັດໄປບໍ? | ບໍ່ໄດ້ເຈົ້າ, ຈະບໍ່ໄດ້ມີການຄືນເງິນທີ່ໄດ້ຊຳລະໄປສຳລັບຄ່າເບ້ຍປະກັນໄພ ແລະ ບໍ່ໄດ້ມີສ່ວນຫຼຸດເຊັ່ນດຽວກັນ, ໂດຍອີງຕາມຂໍ້ກຳນົດ ແລະ ເງື່ອນໄຂຂອງຜະລິດຕະພັນນີ້. | 
ໝາຍເຫດ
*ການຊຳລະຄ່າທຳນຽມປະກັນຕ່ຳສຸດ(ຈຳນວນຄ່າທຳນຽມ) ແມ່ນ 205 ກີບຕໍ່ມື້ ສຳລັບຄົນທີ່ມີອາຍຸ 18-30 ປີ. ຜົນປະໂຫຍດວົງເງິນຄຸ້ມຄອງ
ພື້ນຖານ ແຜນປະກັນ bronze ແລະ ຜະລິດຕະພັນ ພຣູໄລ້ ສະຕ໋າດເຕີ້ສາມາດຊື້ໃນໂໝດລາຍປີເທົ່ານັ້ນ. ການຊຳລະຄ່າທຳນຽມ (ຈຳນວນຄ່າທຳນຽມ) ອາດແຕກຕ່າງກັນໄປຕາມຊ່ວງອາຍຸ, ເພດ ແລະ ແຜນປະກັນທີ່ທ່ານເລືອກ.
**ກໍລະນີເກີດອຸປະຕິເຫດທີ່ເຮັດໃຫ້ເສຍຊີວິດ, ເສຍອົງຄະແບບສິ້ນເຊີງ ແລະ ພິການຖາວອນ ໃນຂະນະຜູ້ທີ່ເອົາປະກັນເສຍຊີວິດໃນຂະນະຂັບຂີ່ ຫືຼ ເດີນທາງດ້ວຍລົດຈັກໃນໄລຍະປະກັນຄຸ້ມຄອງ (ໄລຍະສັນຍາ) ທາງບໍລິສັດຈະຈ່າຍໃຫ້ແກ່ຜູ້ຮັບຜົນປະໂຫຍດເຄິ່ງໜຶ່ງ ຂອງຜົນປະໂຫຍດຂອງຜົນປະໂຫຍດຈາກສັນຍາປະກັນໄພເພ່ີມເຕີມ.
*** ການຊຳລະຄຳທຳນຽມແມ່ນລວມຄ່າລົງທະບຽນໃນແຜນທີ່ທ່ານເລືອກ. ໃນໄລຍະພິຈາລະນາສັນຍາ ໃນໄລຍະນີ້ທ່ານສາມາດຕັດສິນໃຈຍົກເລີກແຜນປະກັນ ແລະ ຮັບເງິນຄືນໄດ້ພາຍໃນ 7 ວັນນັບຈາກມື້ເອົາປະກັນໄພຊີວິດ. ຄວາມຄຸ້ມຄອງຂອງແຜນປະກັນແມ່ນໄລຍະ 1 ປີ ແລະ ບໍ່ໄດ້ຮັບເງິນຄືນ. ການຊຳລະຄ່າທ່ານຽມທັງໝົດທີ່ສະແດງໃນຫນ້າເວັບນີ້ ແມ່ນເປັນສະກຸນເງິນກີບ. ຂໍກຳນົດ ແລະ ເງ່ືອນໄຂທີ່ລະບຸໄວ້ໃນແຜ່ນພັບນີ້ແມ່ນບໍ່ຄົບຖ້ວນ. ກະລຸນາເບິ່ງຂໍກຳນົດ ແລະ ເງ່ືອນໄຂທີ່ແນ່ນອນ, ໂດຍລາຍລະອຽດສະເພາະ ແລະ ຂໍຍົກເວັ້ນທີ່ກ່ຽວຂ້ອງກັບ ຜະລິດຕະພັນປະກັນໄພໃນສັນຍາ.
ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌
 
						              

 
  
  
  
												   
												   
												   
												  