Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ ລາວ ໄດ້ມີການເປິດໂຕ ເພົ້າສ໌ ແອັບ​ພິເຄເຊິນກ່ຽວກັບສຸຂະພາບ ໂດຍ ພຣູເດັນໂຊລ໌

ໃນວັນທີ 19.10.2020. ບໍ​ລິ​ສັດ ພຣູເດັນໂຊລ໌ ປະກັນໄພຊີວິດລາວ ຈຳ​ກັດ ໄດ້ມີການເປິດໂຕ ເພົ້າສ໌ ແອັບ​ພິເຄເຊິນ ຢ່າງເປັນທາງການ ເຊິ່ງຈະເປັນ ແອັບ​ພິເຄເຊິນໃນລາວທີ່ຊ່ວຍຜູ້ໃຊ້ ໃນການຈັດການດ້ານສຸຂະພາບ​ໂດຍບໍ່​ມີ​ການ​ເສຍ​ຄ່າ​ໃຊ້ຈ່າຍ​ໃດໆ. ເພົ້າສ໌ ເປັນແອັບພິເຄເຊີນທີ່ນຳໃຊ້ລະບົບ ປັນຍາປະດິດ ຫຼື AI ເປັນເຄື່ອງມືໃນການ ໃຫ້ຂໍ້ມູນຢ່າງຖືກ​ຕ້ອງ​ຊັດ​ເຈນໃຫ້ກັບຜູ້ໃຊ້ຕະຫຼອດເວ​ລາ. ຜູ້ໃຊ້ສາມາດເຂົ້າເຖິ່ງຂໍ້ມູນດ້ານສຸຂະພາບ ແລະ ສາມາດຊອກຫາຂໍ້ມູນ ໂຮງໝໍ ແລະ ຄິລນິກ ທີ່ໃກ້ຄຽງໃນຍາມສຸກເສີນ.

ງານເປິດໂຕແມ່ນໄດ້ຈັດຂື້ນຢູ່ທີ່ໂຮງແຮມ ຄຣາວ ພລາຊາ ພາຍໃຕ້ການນຳພາໂດຍ ທ່ານ ວິເຈ ມັດດາວັນ, ຜູ້ອຳນວຍການໃຫຍ່ຂອງ ພຣູເດັນໂຊລ໌ ລາວ ແລະ ໄດ້ຮັບກຽດ ຈາກ ຕ່າງໜ້າ ກະຊວງສາທາລະນະສຸກ, ​ຕ່າງ​ໜ້າກະຊວງການເງິນ, ຕ່າງໜ້າ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ໃນການເປິດງານ, ທ່ານ ວິເຈ ມັດດາວັນໄດ້​ກ່າວວ່າ “​ຕັ້ງ​ແຕ່​ປີ 2016 ທີ່ບໍ​ລິ​ສັດ​ຂອງ​ພວກ​ເຮົາ​ໄດ້​ເລີ່ມດຳເນີນທຸລະກິດໃນລາວ, ພຣູເດັນໂຊລ໌ ລາວ ບໍ່ພຽງແຕ່ທີ່ຈະຮັກສາຄຳໝັ້ນສັນຍາ ທີ່ຈະຊ່ວຍດູແລຮັກສາດ້ານ ການເງິນ ແຕ່ກໍ່ຈະຊ່ວຍຄົນລາວ ຮັກສາສຸຂະພາບ ແລະ ການດຳລົງຊີວີດທີ່ດີເຊັ່ນກັນ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ “ການປ້ອງກັນແມ່ນດີກວ່າການຮັກສາ”, ແລະ ນັ້ນ​ເປັນ​ສາ​ເຫດ​ທີ່ ພຣູເດັນໂຊລ໌ ລາວ ໄດ້​ພັດ​ທະ​ນາ ເພົ້າສ໌ ແອັບ​ພິເຄເຊິນ ເພື່ອ​ເຮັດ​ໃຫ້​ການ​ດູ​ແລ​ສຸ​ຂະ​ພາບ​ເປັນ​ສິ່ງ​ທີ່​ສາ​ມາດເຂົ້າ​ເຖິງ​ໄດ້​​ງ່າຍສຳ​ລັບ​ທຸກໆ​ຄົນ​ໃນ​ອາ​ຊີ ລວມ​ທັງ​ຄົນ​ລາວ​ທຸກ​ຄົນ”

ທ່ານ ດຣ ເນົາ ບຸດຕາ ຫົວໜ້າຫ້ອງການ ກະຊວງ ສາທາລະນະສຸກ ຍັງໄດ້ກ່າວວ່າ “ພຣູເດັນໂຊລ໌ ລາວ ໄດ້ນຳໃຊ້ ເຄື່ອງມືແບບດິຈິຕ້ອນໃນການ ເປັນທີ່ປຶກສາທາງດ້ານສຸຂະພາບ ເພຶ່ອຕອບສະນອງຄວາມຕ້ອງການ ຂອງຄົນລາວ. ເພົ້າສ໌ ແອັບ​ພິເຄເຊິນ ເຮັດໃຫ້ຄົນລາວເຂົ້າເຖິງຂໍ້ມູນດ້ານສຸຂະພາບທີ່​ໜ້າ​ເຊື່ອ​ຖື ແລະ ຄົບ​ຖ້ວນໄດ້ງ່າຍຂື້ນ. ເພົ້າສ໌ ເປັນແອັບໜື່ງດຽວໃນລາວ ທີ່ໃຫ້ຜູ້ໃຊ້ໄດ້ມີການຈັດການສຸຂະພາບໂດຍໂຕເອງໄດ​້​ໃນ​ເບື້ອງ​ຕົ້ນ ແລະ ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ. ຂ້າພະເຈົ້າ ເຊື່ອວ່າ ເພົ້າສ໌ແອັບພິເຄເຊິນ ຈະເປັນບາດກ້າວໜື່ງທີ່ຈະສົ່ງເສີມຄົນລາວໃຫ້ມີການດຳລົງຊີວີດທີ່ດີ ແລະ ສຸຂະພາບທີ່ດີ ຜ່ານ ເພົ້າສ໌ແອັບພິເຄເຊິນ.

ສຳລັບຄຸນລັກສະນະທີ່ມາພ້ອມກັບການເປີດໂຕໃນຄັ້ງນີ້ມີ:

  • ການປະເມີນສຸຂະພາບ (ໂດຍບໍລິສັດ ບາບີໂລນ, ເຊິ່ງເປັນ ບໍລິສັດສາທາລະນະສຸກລະດັບສາກົນທີ່ມີຢູ່

) ເປັນເຄື່ອງມືໃນການປະເມີນຜົນໃນຊີວິດປະຈຳວັນ ແລະ ການຄາດເດົາຄວາມສ່ຽງທາງດ້ານພະຍາດ ໂດຍການຕອບຄຳຖາມ ໃນເວລາ 15 ນາທີ, ຜູ້ຊົມໃຊ້ສາມາດຮັບຮູ້ຜົນໂດຍທັນທີ ກ່ຽວກັບສະພາບຮ່າງກາຍໂດຍລວມ ແລະ ຄວາມສ່ຽງຂອງ ພະຍາດທີ່ຈະເກີດຂຶ້ນໃນໄລຍະຍາວ

  • ກວດສອບອາການ (ຂັບເຄື່ອນດ້ວຍ Babylon), - ຜູ້ໃຊ້ສາມາດຂຽນຂໍ້ມູນອາການ​ແລ້ວ​ສົ່ງ​ໃຫ້ຫຸ່ນຍົນສົນທະນາ(chatbot) ທີ່ຂັບເຄື່ອນດ້ວຍລະບົບ AI ເພື່ອຮັບຂໍ້ມູນຢ່າງວ່ອງໄວ, ​ແທດ​ເໝາະ, ເປັ​ນ​ຂໍ້ມູນດ້ານການແພດທີ່ຫນ້າເຊື່ອຖື,​ ພ້ອມທັງໃຫ້ຄໍາແນະນໍາໃນ​ຂັ້ນ​ຕອນຕໍ່ໄປທີ່ຄວນປະຕິບັດໄດ້ໃນໂທລະສັບມືຖືຂອງ​ທ່ານເອງ.

  • ຊອກ​ຫາ​ໂຮງ​ໝໍ - ແມ່ນແຜນ​ທີ່​ສຳ​ລັບ​ຜູ້​ໃຊ້​ໃນ​ການ​ຊອກ​ຫາໂຮງໝໍ ແລະ ຄລີນິກທີ່ໃກ້ໂຕທ່ານທີ່ສຸດ, ຜູ້ໃຊ້ສາມາດເບິ່ງຂໍ້ມູນ ຕ່າງໆ ບໍວ່າຈະເປັນ ໂມງໃນການໃຫ້ບໍລິການ ລວມໄປເຖິງຂໍມູນໃນການຕິດຕໍ່ ແລະ ສາມາດໂທຫາໂດຍກົງ ຫຼື ນຳໃຊ້ແຜນທີ່ໃນການນຳທາງໄປສູູ່ໂຮງໝໍ ແລະ ຄລີນິກທີ່ທ່ານເລືອກ.

  • ຕົວບັນທຶກດັດສະນີວັດມວນກາຍ ແລະ ກະຈົກແຍງຮ່ອງຮອຍ - ຄຸນລັກສະນະທາງ ປັນຍາປະດິດ (A.I) ທີ່ຊ່ວຍຜູ້ນຳໃຊ້ ເຂົ້າໃຈໄຂມັນໃນຮ່າງກາຍ ແລະ ການເພີ່ມຂຶ້ນຂອງອາຍຸ ຂອງໂຕທ່ານເອງຕາມລຳດັບ, ພ້ອມກັບການວັດແທກກ່ຽວກັບສຸຂະພາບ ແລະ ການໃຊ້ຊີວິດຕ່າງໆ ຜ່ານການຖ່າຍຮູບດ້ວຍໂຕທ່ານເອງ

  • ເນື້ອຫາກ່ຽວກັບສຸຂະພາບ - ໃຫ້ຂໍ້ມູນແກ່ຜູ້ນຳໃຊ້ໃນການມີສ່ວນຮ່ວມ ກັບ ເນື້ອຫາກ່ຽວກັບສຸຂະພາບຢູ່ ຈາກບົດຄວາມ, ວິດີໂອ ແລະ ຂໍ້ມຸນເຊີງກຣາບຟິກ.

  • ຊຸມ​ຊົນຂອງ​ຂ້ອຍ - ແມ່ນ​ພື້ນ​ທີ່​ສຳ​ລັບຜູ້​ໃຊ້ໃນ​ການ​ສື່​ສານ​ກັບ​ບຸກ​ຄົນ​ອື່ນໆ​ໃນ​ການ​ແລກ​ປ່ຽນ​ຄວາມ​ຮູ້ ແລະ ເຄັດ​ລັບທີ່​ກ່ຽວ​ຂ້ອງ​ກັບ​ສຸ​ຂະ​ພາບ ແລະ ອາ​ຫານ 

 

ເພົ້າສ໌ແອັບພິເຄເຊິນ ນຳ​ໃຊ້​ແລ້ວ​ໃນ 11 ປະ​ເທດ ທົ່ວອາຊີ ທີ່ຢູ່ໃນເຄືອ Prudential Corporate Asia ເຊັ່ນ: ​ກຳ​ປູ​ເຈຍ, ຮົງ​ກົງ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມ​ຽນ​ມາ, ຟິ​ລິບ​ປີນ, ສິງ​ກະ​ໂປ, ໄຕ້​ຫວັນ, ໄທ ແລະ ຫວຽດ​ນາມ. ຕັ້ງ​ແຕ່​ເປີດ​ໂຕ​ຫາ​ປະ​ຈຸ​ບັນ ເພົ້າສ໌ແອັບພິເຄເຊິນ ຖືກ​ດາວ​ໂຫຼດຫຼາຍກວ່າ 9 ລ້ານ​ເທື່ອ​ໃນຂົງ​ເຂດ​ອາ​ຊີ. ເພົ້າສ໌ແອັບພິເຄເຊິນ ສາ​ມາດ​ດາວ​ໂຫຼດ​ໄດ້​ໃນ Apple/Google Play stores ຂອງ​ປະ​ເທດ​ລາ​ວ

ສຳລັບຂໍ້ມູນເພີ່ມຕື່ມ: https://www.prudential.la/corp/prudential-la/lo/we-do-pulse/