Select your language
close
Father and son at golf course
ປະ​ກັນ​ໄພ​ຊີ​ວິດ

ພຣູດຣີມ ໂພຣເທັກເຕີ້

ແຜນປະກັນໄພຊີວິດໄລຍະຍາວທີ່ສະດວກສະບາຍ ແລະ ລາຄາທີ່ທຸກຄົນສາມາດຈ່າຍໄດ້ ພ້ອມກັບຄວາມຄຸ້ມຄອງທີ່ສູງເພື່ອຮັບປະກັນຄວາມຝັນຂອງທ່ານ ແລະ ຄອບຄົວຂອງທ່ານ.

ຜົນປະໂຫຍດ ຂອງຜະລິດຕະພັນ

ຄຸ້ມຄອງທ່ານໃນຂະນະທີ່ສ້າງຮາກຖານການເງິນຂອງທ່ານ.
ຜະລິດຕະພັນຄຸ້ມຄອງຊີວິດທີ່ລາຄາເໝາະສົມ ພ້ອມກັບຄວາມຄຸ້ມຄອງທີ່ສູງເຖິງ 7,200%
ຄວາມຄຸ້ມຄອງຮອບດ້ານ ພ້ອມກັບຄ່າທຳນຽມທີ່ທ່ານສາມາດຈ່າຍໄດ້
ຜະລິດຕະພັນທີ່ເຂົ້າໃຈງ່າຍ
ພວກເຮົາມອບຄວາມຄຸ້ມຄອງຊີວິດໃຫ້ທ່ານເພື່ອທີ່ທ່ານບໍ່ຕ້ອງກັງວົນ
ຄ່າທຳນຽມທີ່ຄົງທີ່ຕະຫຼອດໄລຍະເວລາຂອງສັນຍາ
ຮັບປະກັນຄ່າທຳນຽມທີ່ຄົງທີ່ຕະຫຼອດໄລຍະເວລາຂອງສັນຍາ

ພວກເຮົາສາມາດ ຊ່ວຍທ່ານໄດ້ເເນວໃດ?

ກຽມພ້ອມສຳລັບສິ່ງທີ່ບໍ່ຄາດຝັນ

ທຸກຄົນມີຄວາມຝັນ, ແລ້ວແມ່ນຫຍັງຄືຄວາມຝັນຂອງທ່ານໃນຊິວິດ? ທ່ານເຄີຍຝັນ ແລະ ປາດຖະໜາຢາກໃຫ້ຄອບຄົວທ່ານມີອານະຄົດທີ່ດີຂຶ້ນບໍ່? ຖ້າຊັ້ນ ມາເລີ່ມຕົ້ນປົກປ້ອງຄຸ້ມຄອງຄວາມຝັນຂອງທ່ານກັບ ພຣູດຣີມ ໂພຣເທັກເຕີ ກັນເລີຍດີກວ່າ.

ພຣູດຣີມ ໂພຣເທັກເຕີ ແມ່ນຜະລິດຕະພັນ ປະກັນໄພຊີວິດ ທີ່ໃຫ້ການປົກປ້ອງຄຸ້ມຄອງທີ່ສູງ, ມີຄ່າທຳນຽມທີ່ທ່ານສາມາດຈ່າຍໄດ້, ເຂົ້າເຖິງງ່າຍ ເເລະ ເຮັດໃຫ້ທ່ານສາມາດວາງເເຜນສຳລັບເຫດການທີ່ບໍ່ຄາດຄິດຄາດຝັນທີ່ອາດຈະເກີດຂຶ້ນໃນອະນາຄົດ ເພື່ອທ່ານສາມາດຄຸ້ມຄອງອະນາຄົດຂອງຄອບຄົວ.

ອ່ານ ເພີ່ມຕື່ມ

ກໍລະນີສຶກສາຂອງຜະລິດຕະພັນ ພຣູດຣີມ ໂພຣເທັດເຕີ້
ທ້າວ ຄຳຈັນ

ທ້າວ ຄຳຈັນ ເປັນພໍ່ຄ້າຊາວຂາຍ ອາຍຸ 35ປີ, ລາວມີຄອບຄົວທີ່ໜ້າຮັກຫຼາຍ, ມີລູກຊາຍໜຶ່ງຄົນ ແລະ ລູກສາວອີກໜຶ່ງຄົນ. ທ້າວ ຄຳຈັນ ມີຄວາມຝັນທີ່ຢາກເຫັນຄອບຄົວມີຊີວິດ ແລະ

ອະນາຄົດທີ່ດີ, ລາວເລີຍຕັດສິນໃຈຊື້ ພຣູດຣີມ ໂພຣເທັກເຕີ ທີ່ມີລັກສະນະດັ່ງຕໍ່ໄປນີ້: ວົງເງິນຄຸ້ມຄອງ 25.000.000 ກີບ, ກຳນົດເວລາຂອງສັນຍາ 10 ປີ.

ຄ່າທຳນຽມທີ່ທ້ວຄຳຈັນຕ້ອງຈ່າຍ :

ຮູບແບບການຊຳລະ

ລາຍເດືອນ*

ລາຍປີ*

ຄ່າທຳນຽມ

41.500 ກີບ

414.500 ກີບ

ຄ່າທຳນຽມລາຍເດືອນ ແລະ ລາຍປີ ແມ່ນສາມາດຈ່າຍແບບການ​ສັ່ງຈ່າຍໂອນ​ເງິນອັດຕ​ະ​ໂນ​ມັດ** ເທົ່ານັ້ນ

ຜົນປະໂຫຍດຕ່າງໆສຳລັບຄອບຄົວຂອງທ້າວ ຄຳຈັນ
  1. ຖ້າທ່ານຄຳຈັນ ເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ເເລະ ຖາວອນ ທີ່ບໍເກີດຈາກອຸປະຕິເຫດ

    • 12 ເດືອນທໍາອິດຂອງສັນຍາການປະກັນໄພ, ຄອບຄົວທ່ານຄຳຈັນຈະໄດ້ຮັບເງິນ 414,500ກີບ

    • ຫຼັງຈາກ 12 ເດືອນທໍາອິດຂອງສັນຍາການປະກັນໄພ, ຄອບຄົວທ່ານຄຳຈັນຈະໄດ້ຮັບເງິນ 25.000.000ກີບ

  2. ຖ້າທ່ານຄຳຈັນ ເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ເເລະ ຖາວອນ ທີ່ເກີດຈາກອຸປະຕິເຫດ

    • ຄອບຄົວທ່ານຄຳຈັນຈະໄດ້ຮັບເງິນ 50.000.000 ກີບ.

ໝາຍເຫດ
ຂໍ້ມູນສຳຄັນ ເເລະ ຄຳປະຕິເສດ
  1. ທ່ານ​ບໍ່ຈຳເປັນຕ້ອງກວດສຸຂະພາບ, ແຕ່ຕ້ອງໄດ້ຕອບຄຳຖາມກ່ຽວກັບສຸຂະພາບທີ່ມີໄວ້ໃຫ້. ຜູ້ເອົາປະກັນໄພມີສິດຍົກເລີກ ຫຼື ພິຈາລະນາສັນຍາປະກັນໄພພາຍໃນ 30 ວັນຫຼັງລູກຄ້າໄດ້ຮັບ ແລະ ເຊັນຈົດໝາຍຕອບຮັບ ຈາກບໍລິສັດປະກັນໄພຊີວິດ ພຣູເດັນໂຊລ໌ (ລາວ) ຈຳກັດ. ໃນການຍົກເລີກສັນຍາ, ບໍລິສັດປະກັນໄພຊີວິດ ພຣູເດັນໂຊລ໌ (ລາວ) ຈຳກັດ ຈະສົ່ງເງິນຄ່າທຳນຽມປະກັນໄພທີ່ໄດ້ຖືກຈ່າຍໄປແລ້ວ ຄືນ ຫຼັງຈາກຫັກຄ່າກວດສຸຂະພາບ ເເລະ ​ຄ່າ​ໃຊ້​ຈ່າຍ​ອື່ນໆທີ່ຍັງຄ້າງ, (ຖ້າມີ).​

  2. ແຜ່ນພັບນີ້ເເມ່ນໃຊ້ເພື່ອເປັນການອ້າງອີງເທົ່ານັ້ນແຕ່ບໍ່ເເມ່ນສັນຍາປະກັນໄພ. ທ່ານສາມາດອ່ານຂໍ້ມູນເພີ່ມ ຕື່ມໄດ້ທີ່ຂໍ້ກຳນົດ ເເລະ ເງື່ອນໄຂທີ່ກ່ຽວກັບລາຍລະອຽດສະເພາະ ແລະ ຂໍ້ຍົກເວັ້ນຕ່າງໆກ່ຽວກັບຜະລິດຕະພັນ ເຫຼົ່ານີ້ ເຊິ່ງທ່ານສາມາດສຶກສາຂໍ້ມູນນີ້ໄດ້ກັບທີ່ປຶກສາດ້ານການເງິນຈາກ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ.

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ເທັກໂນໂລຊີ AI ຂອງເພົ້າສ໌ ຈະຊ່ວຍໃຫ້ຄຳແນະນຳສຸຂະພາບທ່ານດັ່ງນີ້.
ອ່ານເພີ່ມ