 
			              	ພຣູດຣີມ ໂພຣເທັກເຕີ້
ຜົນປະໂຫຍດ ຂອງຜະລິດຕະພັນ
 
												ຜະລິດຕະພັນຄຸ້ມຄອງຊີວິດທີ່ລາຄາເໝາະສົມ ພ້ອມກັບຄວາມຄຸ້ມຄອງທີ່ສູງເຖິງ 7,200%
 
												ຜະລິດຕະພັນທີ່ເຂົ້າໃຈງ່າຍ
 
												ຄ່າທຳນຽມທີ່ຄົງທີ່ຕະຫຼອດໄລຍະເວລາຂອງສັນຍາ
ພວກເຮົາສາມາດ ຊ່ວຍທ່ານໄດ້ເເນວໃດ?

ກຽມພ້ອມສຳລັບສິ່ງທີ່ບໍ່ຄາດຝັນ
ທຸກຄົນມີຄວາມຝັນ, ແລ້ວແມ່ນຫຍັງຄືຄວາມຝັນຂອງທ່ານໃນຊິວິດ? ທ່ານເຄີຍຝັນ ແລະ ປາດຖະໜາຢາກໃຫ້ຄອບຄົວທ່ານມີອານະຄົດທີ່ດີຂຶ້ນບໍ່? ຖ້າຊັ້ນ ມາເລີ່ມຕົ້ນປົກປ້ອງຄຸ້ມຄອງຄວາມຝັນຂອງທ່ານກັບ ພຣູດຣີມ ໂພຣເທັກເຕີ ກັນເລີຍດີກວ່າ.
ພຣູດຣີມ ໂພຣເທັກເຕີ ແມ່ນຜະລິດຕະພັນ ປະກັນໄພຊີວິດ ທີ່ໃຫ້ການປົກປ້ອງຄຸ້ມຄອງທີ່ສູງ, ມີຄ່າທຳນຽມທີ່ທ່ານສາມາດຈ່າຍໄດ້, ເຂົ້າເຖິງງ່າຍ ເເລະ ເຮັດໃຫ້ທ່ານສາມາດວາງເເຜນສຳລັບເຫດການທີ່ບໍ່ຄາດຄິດຄາດຝັນທີ່ອາດຈະເກີດຂຶ້ນໃນອະນາຄົດ ເພື່ອທ່ານສາມາດຄຸ້ມຄອງອະນາຄົດຂອງຄອບຄົວ.
ອ່ານ ເພີ່ມຕື່ມ
ກໍລະນີສຶກສາຂອງຜະລິດຕະພັນ ພຣູດຣີມ ໂພຣເທັດເຕີ້
ທ້າວ ຄຳຈັນ ເປັນພໍ່ຄ້າຊາວຂາຍ ອາຍຸ 35ປີ, ລາວມີຄອບຄົວທີ່ໜ້າຮັກຫຼາຍ, ມີລູກຊາຍໜຶ່ງຄົນ ແລະ ລູກສາວອີກໜຶ່ງຄົນ. ທ້າວ ຄຳຈັນ ມີຄວາມຝັນທີ່ຢາກເຫັນຄອບຄົວມີຊີວິດ ແລະ
ອະນາຄົດທີ່ດີ, ລາວເລີຍຕັດສິນໃຈຊື້ ພຣູດຣີມ ໂພຣເທັກເຕີ ທີ່ມີລັກສະນະດັ່ງຕໍ່ໄປນີ້: ວົງເງິນຄຸ້ມຄອງ 25.000.000 ກີບ, ກຳນົດເວລາຂອງສັນຍາ 10 ປີ.
ຄ່າທຳນຽມທີ່ທ້ວຄຳຈັນຕ້ອງຈ່າຍ :
| ຮູບແບບການຊຳລະ | ລາຍເດືອນ* | ລາຍປີ* | 
| ຄ່າທຳນຽມ | 41.500 ກີບ | 414.500 ກີບ | 
ຄ່າທຳນຽມລາຍເດືອນ ແລະ ລາຍປີ ແມ່ນສາມາດຈ່າຍແບບການສັ່ງຈ່າຍໂອນເງິນອັດຕະໂນມັດ** ເທົ່ານັ້ນ
ຜົນປະໂຫຍດຕ່າງໆສຳລັບຄອບຄົວຂອງທ້າວ ຄຳຈັນ
- 
ຖ້າທ່ານຄຳຈັນ ເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ເເລະ ຖາວອນ ທີ່ບໍເກີດຈາກອຸປະຕິເຫດ - 
12 ເດືອນທໍາອິດຂອງສັນຍາການປະກັນໄພ, ຄອບຄົວທ່ານຄຳຈັນຈະໄດ້ຮັບເງິນ 414,500ກີບ 
- 
ຫຼັງຈາກ 12 ເດືອນທໍາອິດຂອງສັນຍາການປະກັນໄພ, ຄອບຄົວທ່ານຄຳຈັນຈະໄດ້ຮັບເງິນ 25.000.000ກີບ 
 
- 
- 
ຖ້າທ່ານຄຳຈັນ ເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ເເລະ ຖາວອນ ທີ່ເກີດຈາກອຸປະຕິເຫດ - 
ຄອບຄົວທ່ານຄຳຈັນຈະໄດ້ຮັບເງິນ 50.000.000 ກີບ. 
 
- 
ໝາຍເຫດ
- 
ທ່ານບໍ່ຈຳເປັນຕ້ອງກວດສຸຂະພາບ, ແຕ່ຕ້ອງໄດ້ຕອບຄຳຖາມກ່ຽວກັບສຸຂະພາບທີ່ມີໄວ້ໃຫ້. ຜູ້ເອົາປະກັນໄພມີສິດຍົກເລີກ ຫຼື ພິຈາລະນາສັນຍາປະກັນໄພພາຍໃນ 30 ວັນຫຼັງລູກຄ້າໄດ້ຮັບ ແລະ ເຊັນຈົດໝາຍຕອບຮັບ ຈາກບໍລິສັດປະກັນໄພຊີວິດ ພຣູເດັນໂຊລ໌ (ລາວ) ຈຳກັດ. ໃນການຍົກເລີກສັນຍາ, ບໍລິສັດປະກັນໄພຊີວິດ ພຣູເດັນໂຊລ໌ (ລາວ) ຈຳກັດ ຈະສົ່ງເງິນຄ່າທຳນຽມປະກັນໄພທີ່ໄດ້ຖືກຈ່າຍໄປແລ້ວ ຄືນ ຫຼັງຈາກຫັກຄ່າກວດສຸຂະພາບ ເເລະ ຄ່າໃຊ້ຈ່າຍອື່ນໆທີ່ຍັງຄ້າງ, (ຖ້າມີ). 
- 
ແຜ່ນພັບນີ້ເເມ່ນໃຊ້ເພື່ອເປັນການອ້າງອີງເທົ່ານັ້ນແຕ່ບໍ່ເເມ່ນສັນຍາປະກັນໄພ. ທ່ານສາມາດອ່ານຂໍ້ມູນເພີ່ມ ຕື່ມໄດ້ທີ່ຂໍ້ກຳນົດ ເເລະ ເງື່ອນໄຂທີ່ກ່ຽວກັບລາຍລະອຽດສະເພາະ ແລະ ຂໍ້ຍົກເວັ້ນຕ່າງໆກ່ຽວກັບຜະລິດຕະພັນ ເຫຼົ່ານີ້ ເຊິ່ງທ່ານສາມາດສຶກສາຂໍ້ມູນນີ້ໄດ້ກັບທີ່ປຶກສາດ້ານການເງິນຈາກ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ. 
ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌
 
						              
 
												   
												   
												   
												  