Select your language
close
Aedes mosquito closeup view
ປະ​ກັນ​ໄພ​ຊີ​ວິດ

ພຣູເດັງກີ້

ຜະລິດຕະພັນຄຸ້ມຄອງຊີວິດທີ່ມອບຄວາມຄຸ້ມຄອງໃຫ້ເເກ່ຜູ້ທີ່ກວດວ່າເປັນພະຍາດໄຂ້ຍຸງ ແລະ ເສຍຊີວິດຈາກໄຂ້ຍຸງ

ຜົນປະໂຫຍດ ຂອງຜະລິດຕະພັນ

ຖືກອອກແບບມາເື່ອຄຸ້ມຄອງທ່ານ ແລະ ຄອບຄົວຖ້າຫາກວ່າທ່ານຖືກກວດພົບວ່າເປັໄຂ້ຍຸງ
ຄວບຄຸມຄ່າປິ່ນປົວ
ພວກເຮົາຄວບຄຸມຄ່າປິ່ນປົວຂອງທ່ານດ້ວຍການຈ່າຍເງິນທົດແທນໃນກໍລະນີພົບວ່າທ່ານເປັນໄຂ້ຍຸງ.
ຄຸ້ມຄອງຄອບຄົວຂອງທ່ານໃນກໍລະນີເສຍຊີວິດຈາກໄຂ້ຍຸງ
ພວກເຮົາຈະຈ່າຍເງິນທົດແທນປະກັນໄພຊີວິດໃນກໍລິນີທີ່ບໍ່ຄາດຝັນເກີດຂຶ້ນກັບຄອບຄົວຂອງທ່ານ
ຄວາມຄຸ້ມຄອງທີ່ມີຫຼາຍແບບໃຫ້ ແລະ ເໝາະສົມກັບຄວາມຕ້ອງການຂອງທ່ານ
ທ່ານສາມາດເລືອກຄວາມຄຸ້ມຄອງໄລຍະເວລາ 3 ເດືອນ, 6 ເດືອນ, ຫຼື 12 ເດືອນ ອີງຕາມງົບປະມານ ແລະ ຄວາມຕ້ອງການຂອງທ່ານ.

ພວກເຮົາສາມາດ ຊ່ວຍທ່ານໄດ້ເເນວໃດ

ຢ່າໃຫ້ພະຍາດໄຂ້ຍຸງເປັນບັນຫາໃນການອອມເງິນຂອງທ່ານ

ການເຈັບໄຂ້ໄດ້ປ່ວຍ ແມ່ນມີຜົນເສຍຕໍ່ຮ່າງກາຍ ແລະ ອາລົມ ໂດຍສະເພາະຖ້າຫາກວ່າກວດເປັນໄຂ້ຍຸງ ເນື່ອງຈາກວ່າຕ້ອງມີຂັ້ນຕອນການຮັກສາ ແລະ ປິ່ນປົວຢູ່ໂຮງໝໍ. ຄ່າປິ່ນປົວອາດເຮັດໃຫ້ເງິນອອມຂອງທ່ານລົດລົງ ເນື່ອງຈາກວ່າຕ້ອງໄດ້ພັກຈາກການເຮັດວຽກ ແລະ ສາມາດກະທົບລາຍໄດ້ປະຈຳຂອງທ່ານອີກດ້ວຍ.

 ນີ້ເປັນເຫດຜົນທີ່ພວກເຮົາສະໜອງ ພຣູເດງກີ້ ເຊິ່ງເປັນຜະລິດຕະພັນທີ່ຄຸ້ມຄອງຖ້າຫາກວ່າທ່ານກວດພົບເຫັນເປັນໄຂ້ຍຸງ. ສຳລັບພຣູເດງກີ້, ທ່ານສາມາດຮັກສາໂຕຂອງທ່ານປາສະຈາກຄວາມກັງວົນເລື່ອງການເງິນ ເເລະຄອບຄົວຂອງທ່ານ.    

ສຶກສາ ເພີມຕື່ມ

ຄຳຖາມທີ່ມັກຖືກຖາມກ່ຽວກັບ ພຣູເດງກີ້
ພວກເຮົາມີຄຳຕອບໃຫ້ທ່ານ

ສຳລັບແຜນຂອງທ່ານ

ຜົນປະໂຫຍດທີ່ຂ້າພະເຈົ້າຈະໄດ້ຮັບເເມ່ນຫຍັງ

ໃນກໍລະນີກວດພົບໄຂ້ຍຸງ

  • ເເພັກເກດ A: LAK 1,000,000

  • ເເພັກເກດ B: LAK 3,000,000

  • ເເພັກເກດ C: LAK 5,000,000

ໃນກໍລະນີເສຍຊີວິດຈາກໄຂ້ຍຸງ

  • ເເພັກເກດ A: LAK 5,000,000

  • ເເພັກເກດ B: LAK 15,000,000

  • ເເພັກເກດ C: LAK 25,000,000

ຂ້າພະເຈົ້າຕ້ອງຈ່າຍທຳນຽມເທົ່າໃດ?

ຄ່າທຳນຽມແມ່ນອີງໃສ່ເເພັກເກດ ແລະ ໄລຍະເວລາຂອງສັນຍາການຄຸ້ມຄອງທີ່ທ່ານເລືອກ. ນອກຈາກນີ້ຍັງມີຄ່າລົງທະບຽນໃຫ້ໃນການຊື້ຜະລິດຕະພັນນີ້.

ຕົວຢ່າງ: 

ຖ້າທ່ານເລືອກ ເເພັກເກດ 1 (ຜົນປະໂຫຍດທີ່ໄດ້ຮັບໃນກໍລະນີກວດພົບໄຂ້ຍຸງເເມ່ນ 1,000,000 ກີບ) ໃນໄລຍະ 3 ເດືອນ ເຊິ່ງຄ່າທຳນຽມເເມ່ນ 17,000  ກີບ

ຄ່າທຳນຽມທັງໝົດທີ່ທ່ານຕ້ອງຈ່າຍເເມ່ນຄ່າທຳນຽມ ພ້ອມກັບຄ່າລົງທະບຽນ ເຊິ່ງເທົ່າກັບ 17,000 ກີບ

ຄ່າລົງທະບຽນເເມ່ນ 10,000 ກີບ

ຂໍ້ກຳນົດ ເເລະ ເງື່ອນໄຂທີ່ຂ້າພະເຈົ້າຕ້ອງຮູ້ມີຫຍັງເເດ່?

ລູກຄ້າທີ່ສາມາດຊື້ໄດ້: ພົນລະເມືອງລາວ (ຜູ້ທີ່ອາໄສຢູ່ປະເທດລາວຢ່າງໜ້ອຍ 6ເດືອນ ແລະ ມີທີ່ຢູ່ລາວ) ອາຍຸຕັ້ງເເຕ່ 18 -​65 ປີ ແມ່ນສາມາດຊື້ໄດ້ໃຫ້ຕົວເອງ ຫຼື ຖ້າຢາກຊື້ໃຫ້ຄົນທີ່ທ່ານຮັກ ສາມາດຊື້ໄດ້ຕັ້ງແຕ່ 1 - 65 ປີ. ທ່ານສາມາດອ່ານກ່ຽວກັບເງື່ອນໄຂຂອງຜະລິດຕະພັນໄດ້:

ເງື່ອນໄຂສັນຍາ:

  • ເຈົ້າ​ຂອງ​ສັນ​ຍາ​ປະ​ກັນ​ໄພສາ​ມາດ​ຊື້​ໄດ້ຫຼາຍ​

ກ່​ວາ​ໜຶ່ງ​ສະ​ບັບ

  • ຜູ້ປະກັນຊີວິດ ຫຼື ຜູ້ໄດ້ຮັບຄວາມຄຸ້ມຄອງສາມາດມີສັນຍາປະກັນໄພໄດ້ຫຼາຍກ່ວາໄດ້ຫຼາຍ

ກ່ວາໜຶ່ງສະບັບ ແຕ່ຕ້ອງບໍ່ເກີນວົງເງິນຄຸ້ມຄອງປະກັນໄພສູງສຸດທີ່ກຳນົດໄວ້ (25,000,000ກີບ)

  • ເຈົ້າ​ຂອງ​ສັນ​ຍາ​ປະ​ກັນ​ໄພ ແລະ ຜູ້​ປະ​ກັນ​ຊີ​ວິດບໍ່​ຈຳ​ເປັນ​ຕ້ອງ​ເປັນ​ບຸກ​ຄົນ​ດຽວ​ກັນ

ການທົດເເທນເງິນປະກັນໄພຊີວິດ: ທ່ານສາມາດເບິ່ງຄືນໄດ້ທີຂໍ້ກຳນົດ ແລະ ເງື່ອນໄຂ ຫຼື ຄຳຖາມທີ່ມັກຖືກຖາມສຳລັບຂໍ້ມູນເພີ່ມຕື່ມກ່ຽວກັບການຮ້ອງຂໍເງິນທົດເເທນ 

ໄລຍະລໍຖ້າ: 14 ວັນຫຼັງຈາກ​ວັນທີ່ມີຜົນສັກສິດ (ນອກຈາກກໍລະນີທີ່ມີການຕໍ່ສັນຍາ)

ການເປີດເຜີຍຂໍ້ມູນ:ທ່ານຕ້ອງເເຈ້ງຂໍ້ມູນທີ່ເປັນຄວາມຈິງພາຍໃຕ້ສັນຍານີ້. ການໃຫ້ຂໍ້ມູນທີ່ບໍ່ຊັດເຈນອາດເຮັດໃຫ້ສັນຍາຖືກຍົກເລີກ ຫຼື ບໍ່ມີການຈ່າຍເງິນທົດເເທນ ແລະ ຈະ ບໍ່ມີການສົ່ງຄ່າທຳນຽມຄືນຫຼັງຈາກການຍົກເລີກສັນຍາ.

ໝາຍເຫດ: ທ່ານສາມາດອ່ານຂໍ້ມູນເພີ່ມຕື່ມສຳລັບຂໍ້ມູນ ເເລະ ຂໍ້ບັງຄັບເພີ່ມຕື່ມ.​

ຂໍ້ຍົກເວັ້ນຂອງສັນຍານີ້ມີຫຍັງເເດ່?

  1. ບໍລິສັດມີສິດທີ່ຈະປະຕິເສດ ສຳລັບການຮ້ອງຂໍເງິນທົດແທນ ກໍລະນີທີ່ຜູ້ຮັບການປະກັນໄພຫາກຢັ້ງຢືນ ກໍລະນີກວດພົບພະຍາດໄຂ້ຍຸງລາຍ ຫຼື ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍເກີດຂຶ້ນພາຍໃນ 14 ວັນ ຫຼັງຈາກວັນທີ່ມີຜົນສັກສິດ. ໃນກໍລະນີທີ່ຕໍ່ສັນຍາໂຕເກົ່າ ໃນຄະນະທີ່ສັນຍາຍັງບໍ່ທັນໝົດອາຍຸ ຈະບໍ່ມີ ໄລຍະຍົກເວັ້ນການຄຸ້ມຄອງປະກັນໄພ.

  2. ບໍລິສັດ ຈະປະຕິເສດການຮ້ອງຂໍເງິນທົດແທນປະກັນໄພໃນກໍລະນີທີ່ກວດພົບພະຍາດໄຂ້ຍຸງລາຍ ຫຼື ເສຍຊີວິດ ກ່ອນວັນທີ່ສັນ​ຍາ​ປະ​ກັນ​ໄພມີຜົນສັກສິດ.

  3. ສຳລັບການຮຽກຮ້ອງຂໍເງິນທົດແທນກໍລະນີເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ແມ່ນຈະຕ້ອງເກີດຂຶ້ນພາຍໃນ 14 ວັນ ຫຼັງຈາກໄດ້ຮັບການຢັ້ງຢືນບົ່ງມະຕິວ່າເປັນພະຍາດໄຂ້ຍຸງລາຍ ແລະ ຕ້ອງມີໃບຢັ້ງຢືນການເສຍຊີວິດຈາກໂຮງໝໍ ວ່າພະຍາດແມ່ນໄຂ້ຍຸງແມ່ນສາເຫດການເສຍຊີວິດ

ຂ້ອຍສາມາດຍົກເລີກສັນຍາໄດ້ບໍ?

ທ່ານສາມາດຍົກເລີກສັນຍາໄດ້ທຸກເວລາ. ເຖິງຢ່າງໃດກໍ່ຕາມ, ຄ່າທຳນຽມຈະບໍ່ໄດ້ຖືກສົ່ງຄືນ.

ໝາຍເຫດ
ຂຸ້ມູນຫຼັກ ແລະ ການເປີດເຜິຍຂໍ້ມູນ
  1. ນີ້ເເມ່ນຜະລິດຕະພັນຄຸ້ມຄອງຊີວິດ ແລະ ບໍ່ໄດ້ມີການສະສົມທຶນ.​ ສະນັ້ນ,​ການຄຸ້ມຄອງຊີວິດເເມ່ນອີງຕາມຄວາມເໝາະສົມທີ່ທ່ານເລືອກ. ທ່ານສາມາດອ່ານຂໍ້ມູນເພີ່ມຕື່ມ ຫຼື ຕິດຕໍ່ບໍລິສັດພວກເຮົາເພື່ອສອບຖາມລາຍລະອຽດໄດ້.

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

The Pulse app

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ເທັກໂນໂລຊີ AI ຂອງເພົ້າສ໌ ຈະຊ່ວຍໃຫ້ຄຳແນະນຳສຸຂະພາບທ່ານດັ່ງນີ້.
ອ່ານເພີ່ມ