Select your language
close
Family at the beach
ປະ​ກັນ​ໄພ​ຊີ​ວິດ

ພຣູໄບຣ້ ເເຟມມີລີ

ພຣູໄບຣ້ ແຟມມີລີເປັນຜະລິດຕະພັນທີ່ຕອບສະໜອງທັງຄວາມຄຸ້ມຄອງ ແລະ ການສະສົມທຶນໃຫ້ທ່ານ ເພື່ອໃຫ້ທ່ານຄ້ມຄອງຄວາມຕ້ອງການໃນຊິວີດ

ຜົນປະໂຫຍດຂອງ ຜະລິດຕະພັນ

ພຣູໄບຣ້ ແຟມມີລີເປັນຜະລິດຕະພັນທີ່ຕອບສະໜອງທັງຄວາມຄຸ້ມຄອງ ແລະ ການສະສົມທຶນໃຫ້ທ່ານ ເພື່ອໃຫ້ທ່ານຄ້ມຄອງຄວາມຕ້ອງການໃນຊິວີດ
ຄວມຄຸ້ມຄອງສູງທີ່ເໝາະສົມກັບຕົວທ່ານ ແລະ ຄອບຄົວ
ວົງເງິນປະກັນໄພທີ່ທ່ານສາມາດນຳໃຊ້ໃນກໍລະນີຖ້າຫາກວ່າມີການສຍຊີວິດເກີດຂຶ້ນ.
ຜົນປະໂຫຍດເມື່ອຢູ່ຄົບສັນຍາສູງເຖິງ 230% ພ້ອມກັບເງິນຊົດເຊີຍ 30%ລາຍປີ.
ຮັບເງິນຄືນເມືອຄົບສັນຍາສູງເຖິງ 110%
ຄຸ້ມຄອງເຖິງ 60 ປີ
ພວກເຮົາໃຫ້ການຄຸ້ມຄອງເຖິງ 60 ປີ ເພື່ອໃຫ້ທ່ານໝົດກັງວົນດ້ານການເງິນ

ພວກເຮົາສາມາດ ຊ່ວຍທ່ານໄດ້ແນວໃດ?

ກຽມພ້ອມຮັບມືກັບສະຖານະການຂອງຊີວິດ

 

ຄົນສ່ວນໃຫຍ່ມີເປົ້າໝາຍທີ່ຈະບັນລຸໃນເເຕ່ລະຊ່ວງຊີວິດທີ່ຕ່າງກັນ. ເປົ້າໝາຍຂອງບາງຄົນກໍ່ເເມ່ນການສຶກສາ ຂອງລູກ, ບ້ານຫຼັງໃໝ່, ຫຼື ເງິນທຸນເພື່ອການກະສຽນ. ບໍ່ວ່າເປົ້າໝາຍຂອງທ່ານເເມ່ນຫຍັງ, ພຣູໄບຣ້ ແຟມມີລີ ຈະຊ່ວຍວາງເເຜນການອອມເງິນຂອງທ່ານທີ່ມີຢູ່ດ້ວຍຄວາມໝັ້ນຄົງເພື່ອຊ່ວຍໃຫ້ທ່ານບັນລຸເປົ້າໝາຍທີ່ທ່ານຕ້ອງ ການໃນອະນາຄົດ.


ພຣູໄບຣ້ ແຟມມີລີ ຮັບປະກັນການຈ່າຍເງິນຄຸ້ມຄອງ ເຖິງ 100% ຂອງວົງເງິນປະກັນໄພ ທັງໝົດ ໃນກໍລະນີເກີດມີການເສຍຊີວິດ ຫຼື ເສຍອົງຄະເເບບສິ້ນເຊີງ ເເລະ ຖາວອນ ໃນຊ່ວງເວລາຂອງສັນຍາການ ປະກັນໄພ ພ້ອມດ້ວຍເງິນຊົດເຊີຍລາຍປີ ຈົນເຖິງ 1 ປີ ກ່ອນວັນທີ່ສັນຍາປະກັນໄພຄົບອາຍຸເພື່ອຮັບປະກັນການສະ ໜອງທຶນດ້ານການສຶກສາຂອງລູກທ່ານ. ນອກຈາກນີ້, ສັນຍາຍັງໄດ້ສືບຕໍ່ໂດຍທີ່ບໍ່ຕ້ອງຈ່າຍຄ່າທຳນຽມປະກັນໄພ ທີ່ຍັງເຫຼືອ ແລະ ຜົນປະໂຫຍດເມື່ອຄົບອາຍຸສັນຍາຍັງຈະຖືກຈ່າຍໃຫ້ຜູ້ຮັບຜົນປະໂຫຍດ.

ອ່ານ ເພີ່ມ

ກໍລະນີສຶກສາຂອງພຣູໄບຣ້ ແຟມມີລີ
ນາງ ວັດທະນາ

ນາງ ວັດທະນາ ອາຍຸ 35 ປີ ແລະ ມີຄວາມຝັນທີ່ຢາກຈະເຫັນລູກສາວໄດ້ຮຽນສູງໆ ແລະ ມີເງິນອອມຫຼັງໄວກະ ສຽນ.ສະນັ້ນ, ລາວໄດ້ຕັດສິນໃຈຊື້ຜະລິດຕະພັນ ພຣູໄບຣ້ ເເຟມມີລີ ເເພນ ທີ່ມີຄຸນລັກສະນະດັ່ງນີ້:

ລາວຕັດສິນໃຈຊື້ຜະລິດຕະພັນ ພຣູໄບຣ້ແຟມມີລີ ເຊິ່ງວົງເງິນປະກັນໄພແມ່ນ 100,000,000 ກີບ ກັບກຳນົດເວລາຂອງສັນຍາແມ່ນ 15 ປີ.

ຄ່າທຳນຽມທີ່ທ່ານວັດທະນາຕ້ອງຈ່າຍ

ຮູບເເບບການຊຳລະ

ລາຍເດືອນ*

ລາຍເຄິງ່ປີ*

ລາບປີ*

ຄ່າ​ທຳ​ນຽມ​​ຈ່າຍ​​ໂອນເງິນ​ອັດ​ຕະ​ໂນ​ມັດ

1,428,500 ກີບ

7,500,000 ກີບ

14,286,000 ກີບ

ສ່ວນຫຼຸດ 3% ສຳ​ລັບ​ວົງ​ເງິນ​ປະ​ກັນ​ໄພ70,000,000 ກີບ

1,385,500 ກີບ

7,275,000 ກີບ

13,857,500 ກີບ

*ຄ່າ​ທຳ​ນຽ​ມ​ປະ​ກັນ​ໄພ ແມ່ນ​ສ​ຳ​ລັບ​ກໍ​ລະ​ນີ​ເສຍ​ຊີ​ວິດ​ໃນ​ເກນ​ມາດ​ຕະ​ຖານ. ຄ່າ​ທຳ​ນຽມ​ປ​ະ​ກັນ​ໄພ​ເພີ່ມ​ຕື່ມອາດ​ຈະ​ຖືກ​ເກັບ​ຕື່ມ​ສຳ​ລັບ​ສະ​ເພາະ​ກໍ​ລະ​ນີ​ທີ່​ມີ​ເງື່ອນ​ໄຂ​ທາງ​ການ​ແພດ​ອີງ​ຕາມ​ການ​ພິ​ຈາ​ລະ​ນາ​ຮັບ​ປະ​ກັນ​ໄພ^ສຳ​ລັບ​ຜູ້​ສະ​ເໜີ​ຂໍ​ເອົາ​ການ​ປະ​ກັນ​ໄພ​ຊີ​ວິດ

ຜົນປະໂຫຍດສຳລັບທ່ານວັດທະນາ
  1. ຜົນປະໂຫຍດທາງດ້ານການຄຸ້ມຄອງສຳລັບລູກສາວຂອງນາງວັດທະນາແມ່ນໃນກໍລະນີທີ່ເກີດເຫດຄຸ້ມຄອງ* ກັບນາງວັດທະນາໃນປີທີ 3, ລູກສາວຂອງນາງວັດທະນາຈະໄດ້ຮັບຜົນປະໂຫຍດດັ່ງນີ້:
    • ວົງເງິນປະກັນໄພ ຈຳນວນ 100,000,000 ກີບ ຈະຖືກຈ່າຍໃນກໍລະນີທີ່ບໍ່ມີອຸປະຕິເຫດ ຫຼື 200,000,000 ກີບ ໃນກໍລະນີມີເຫດການອຸປະຕິເຫດ.
    • ການຊົດເຊີຍລາຍປີເທົ່າກັບ 30% ຂອງວົງເງິນປະກັນໄພທີ່ບໍ່ເກີດຈາກອຸປະຕິເຫດ (30% × 100,000,000 ກີບ = 30,000,000 ກີບ/ຕໍ່ປີ) ຈາກປີທີ 4 ຈົນເຖິງປີທີ 14 ເຊິ່ງລວມທັງໝົດເປັນ 330,000,000 ກີບ.
    • ຜົນປະໂຫຍດເມື່ອຄົບສັນຍາແມ່ນເທົ່າກັບ 230% ຂອງວົງເງິນປະກັນໄພໃນວັນສັນຍາຄົບອາຍຸຈະ ຖືກຈ່າຍ (230%×100,000,000 ກີບ = 230,000,000 ກີບ).
    • ຄ່າທຳນຽມປະກັນໄພທີ່ຍັງເຫຼືອຈຳນວນ 166,290,000 ກີບ (12 ປີ × 13,857,500 ກີບ) ຈະຖືກຍົກເວັ້ນ.

    •  ຜົນປະໂຫຍດທີ່ລູກຂອງນາງ ວັດ​ທະ​ນາ ຈະໄດ້ຮັບທັງໝົດແມ່ນ 660,000,000 ກີບ ໃນກໍລະ ນີທີ່ບໍ່ມີອຸປະຕິເຫດ ແລະ 760,000,000 ກີບ ໃນກໍລະນີທີ່ມີອຸປະຕິເຫດ.
  2. ຜົນປະໂຫຍດທາງດ້ານການສະສົມ ສຳຫຼັບທ້າວວັດທະນາໃນວັນຄົບກຳນົດມີດັ່ງນີ້:
    • ນາງວັດທະນາຈະໄດ້ຮັັັບເງິນ ເມື່ອຄົບກຳນົດສັນຍາຈຳ​ນວນ 230% ຫຼື ເທົ່າກັບ 230,000,000 ກີບ ຂອງວົງເງິນປະກັນໄພໃນມື້ຄົບກຳນົດສັນຍາທີ່ທ້າວວັດທະນາສາມາດສະສົມໄວ້ໃຊ້ສຳລັບທຶນການ ສຶກສາຂອງລູກລາວ.
ຄຳຖາມທີ່ມັກຖືກຖາມກ່ຽວກັບ ພຣູໄບຣ້ ແຟມມີລີ
ຄຳຕອບສຳລັບຄຳຖາມຂອງທ່ານ.
 ສຳລັບເເຜນ

 

ອາຍຸທີ່ສາມາດໄດ້ຮັບການຄຸ້ມຄອງ ເມື່ອຊື້ແຜນປະກັນໄພຊີວິດ

  • ໄລຍະເວລາຂອງສັນຍາ 8 ປີ: 18 - 50 ປີ (ນັບຈາກວັນເກີດລ່າສຸດ)

  • ໄລຍະເວລາຂອງສັນຍາ 10 ປີ: 18 - 50 ປີ (ນັບຈາກວັນເກີດລ່າສຸດ) 

  • ໄລຍະເວລາຂອງສັນຍາ 12 ປີ: 18 - 48 ປີ (ນັບຈາກວັນເກີດລ່າສຸດ) 

  • ໄລຍະເວລາຂອງສັນຍາ 15 ປີ: 18 - 4ຼ5 ປີ (ນັບຈາກວັນເກີດລ່າສຸດ) 

ຫຼັງຈາກມີການຂໍເງິນທົດເເທນປະກັນໄພໃນກໍລະນີເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ເເລະ ຖາວອນ ຈະມີຫຍັງເກີດຂຶ້ນ

ຫຼັງຈາກມີການຂໍເງິນທົດເເທນປະກັນໄພຊີວິດ, ການຈ່າຍຄຳນຽມຈະສິ້ນສຸດລົງ. 

ວົງເງິນຄຸ້ມຄອງຂັ້ນຕຳ່ສຸດແມ່ນເທົ່າໃດ?co

50,000,000 ກີບ

ວົງເງິນຄຸ້ມຄອງຂັ້ນສູງສຸດແມ່ນເທົ່າໃດ?

ອີງຕາມການພິຈາລະນາການປະກັນໄພ ແລະ ອີງຕາມສະຖານະການຂອງທ່ານ. 

ໝາຍເຫດ
ຂໍ້ມູນສຳຄັນ ເເລະ ການປະຕິເສດ
  1. ທ່ານສາມາດສຶກສາຂໍ້ມູນຜະລິດຕະພັນ ແລະສາມາດຂໍຄຳເເນະນຳກັບທີ່ປຶກສາດ້ານການເງິນຈາກ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ ກ່ອນທີ່ຈະຊື້ຜະລິດຕະພັນທີ່ເໝາະສົມກັບຄວາມຕ້ອງການຂອງທ່ານ.

  2. ແຜ່ນພັບນີ້ເເມ່ນໃຊ້ເພື່ອເປັນການອ້າງອີງເທົ່ານັ້ນ ແຕ່ບໍ່ເເມ່ນສັນຍາປະກັນໄພ. ທ່ານສາມາດອ່ານຂໍ້ມູນເພີ່ມຕື່ມ ໄດ້ທີ່ຂໍ້ກຳນົດ ເເລະ ເງື່ອນໄຂທີ່ກ່ຽວກັບລາຍລະອຽດສະເພາະ ແລະ ຂໍ້ຍົກເວັ້ນຕ່າງໆກ່ຽວກັບຜະລິດຕະພັນເຫຼົ່ານີ້ ເຊິ່ງທ່ານສາມາດສຶກສາຂໍ້ມູນນີ້ໄດ້ກັບທີ່ປຶກສາດ້ານການເງິນຈາກ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ.

  3. 30 ວັນ ໄລຍະລູກຄ້າພິຈາລະນາສັນຍາ ແມ່ນ ຜູ້ເອົາປະກັນໄພມີສິດຍົກເລີກ ຫຼື ພິຈາລະນາສັນຍາປະກັນໄພພາຍໃນ 30 ວັນນັບເເຕ່ມື້ທີ່ທ່ານໄດ້ລົງລາຍເຊັນໃນໜັງສືຕອບຮັບເພື່ອຢັ້ງຢືນວ່າທ່ານໄດ້ຮັບສັນຍາປະກັນໄພຂອງທ່ານ ເເລ້ວ. ໃນການຍົກເລີກສັນຍາ ໃນໄລຍະລູກຄ້າພິຈາລະນາສັນຍາ ບໍລິສັດ   ພ​ຣູ​ເດັນ​ໂຊ​ລ໌ ປະກັນ​ໄພ​ຊີ​ວິດ (ລາວ) ຈຳກັດ ຈະສົ່ງເງິນຄ່າທຳນຽມປະກັນໄພທີ່​ໄດ້​ຮັບຄືນໃຫ້​ລູກ​ຄ້າພ້ອມ​ທັງຫັກຄ່າກວດສຸຂະພາບ ເເລະ ​ຄ່າ​ໃຊ້​ຈ່າຍ​ອື່ນໆທີ່ຍັງຄ້າງ, (ຖ້າມີ).

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ເທັກໂນໂລຊີ AI ຂອງເພົ້າສ໌ ຈະຊ່ວຍໃຫ້ຄຳແນະນຳສຸຂະພາບທ່ານດັ່ງນີ້.
ອ່ານເພີ່ມ