Select your language
close
employee value proposition

ເຊື່ອມຕໍ່, ເຕີບໂຕ, ປະສົບຜົນສໍາເລັດ

ນີ້ແມ່ນສິ່ງສໍາຄັນຂອງຂໍ້ສະເໜີສໍາລັບຄົນຂອງພວກເຮົາທີ່ຈະເຮັດໃຫ້ພຣູເດັນໂຊລ໌ເປັນສະຖານທີ່ທີ່ດີໃນການເຮັດວຽກ.
you

ຈາກເຈົ້າສູ່ພະລັງຂອງພຣູ

ຂໍ້ສະເໜີຂອງພວກເຮົາສ່ວນໃຫຍ່ ແມ່ນເພື່ອກຽມຄວາມພ້ອມຕໍ່ກັບການເຮັດວຽກໃນອານາຄົດຂອງທ່ານ ເພື່ອໃຫ້ທ່ານປະສົບຜົນສໍາເລັດໃນພຣູເດັນໂຊລ໌ ແລະ ທຸກບ່ອນໃນອາຊີບຂອງທ່ານ.
ເບິ່ງໂອກາດໃນການເຮັດວຽກ
pru

ຈາກພຣູສູ່ພະລັງຂອງເຈົ້າ

ໃນຖານະອົງກອນ, ພວກເຮົາເຂັ້ມແຂງຄືກັນກັບທີ່ພວກເຮົາມີຄວາມສາມັກຄີ. ຈິນຕະນາການເຖິງຄວາມສາມາດ ເມື່ອພວກເຮົາທຸກຄົນໄດ້ສະແດງສິ່ງທີ່ດີທີ່ສຸດຂອງພວກເຮົາອອກມາ ແລະ ໄດ້ຮັບການສະໜັບສະໜຸນຈາກສະຖາບັນທີ່ແມ່ນພຣູເດັນໂຊລ໌ ເພື່ອທີ່ຈະສ້າງຊື່ສຽງຢູ່ໃນໂລກ.
diversity

ຄວາມຫຼາກຫຼາຍ ແລະ ການເປັນໜຶ່ງດຽວ

ພວກເຮົາຈະສະໜອງຈຸດປະສົງຂອງພວກເຮົາໂດຍການສ້າງວັດທະນະທໍາທີ່ມີການສົ່ງເສີມໃຫ້ຄວາມຫຼາກຫຼາຍ ແລະ ການເປັນໜຶ່ງດຽວ ສໍາລັບພະນັກງານຂອງພວກເຮົາ, ລູກຄ້າ ແລະ ຄວາມຮ່ວມມື.
unleash your potential

ປົດປ່ອຍຄວາມສາມາດຂອງທ່ານ

ສຸມໃສ່ການດໍາເນີນການຢູ່ສະເໝີ, ພະນັກງານພຣູເດັນໂຊລ໌ ແມ່ນສາມາດປ່ຽນແປງໃນສິ່ງທີ່ລາວຕ້ອງການທີ່ຈະເຫັນ. ບໍ່ວ່າຄວາມທ້າທາຍຈະເປັນແນວໃດ, ພວກເຮົາເຫັນໂອກາດ, ເປັນເຈົ້າຂອງບັນຫາ, ຮຽນຮູ້ຈາກມັນ ແລະ ກ້າວຕໍ່ໄປ. ສົ່ງເສີມໃຫ້ພະນັກງານພຣູເດັນໂຊລ໌າວໄປໃນລະດັບສາກົນເພື່ອຖ່າຍທອດທັກສະຄວາມສາມາດ ແລະ ພັດທະນາສາຍອາຊີບ.
connect, grow, succeed

ພວກເຮົາເອົາໃຈໃສ່ຄົນຂອງພວກເຮົາກ່ອນ

ຜົນປະໂຫຍດ ແລະ ຄວາມເປັນຢູ່ທີ່່ດີຂອງ ພຣູ+ທ່ານ ຂອງພວກເຮົາ ໄດ້ມອບຜົນປະໂຫຍດ ແລະ ຄວາມເປັນຢູ່ທີ່ດີຢ່າງຫຼວງຫຼາຍນັບຕັ້ງແຕ່ຂໍ້ສະເໜີທາງດ້ານສຸຂະພາບ ແລະ ຄວາມເປັນຢູ່ທີ່ດີ, ສຸຂະພາບຈິດ, ຄວາມເປັນຢູ່ທີ່ດີທາງດ້ານການເງິນ ໄປຈົນເຖິງການຜະສົມຜະສານລະຫວ່າງຊີວິດ ແລະ ການເຮັດວຽກ ເພື່ອສະໜັບສະໜຸນຄົນຂອງເຮົາໃນການເຊື່ອມຕໍ່, ເຕີບໂຕ, ປະສົບຜົນສໍາເລັດໃນໜ້າວຽກ ແລະ ໃນຊີວິດ. ລວມໄປເຖິງໂຄງການຊ່ວຍເຫຼືອພະນັກງານທົ່ວພາກພື້ນ ແລະ ແຜນພຣູແຊລ໌ພລັສ ທີ່ພະນັກງານຂອງເຮົາສາມາດຖືຫຸ້ນໄດ້.

ຂໍ້ສະເໜີຂອງຜູ້ຄົນ

ມໍລະດົກຂອງພວກເຮົາ

 

ພວກເຮົາໄດ້ພົບເຫັນຫຼາຍສິ່ງໃນເກືອບ 2 ສັດຕະວັດ. ພວກເຮົາຢູ່ໃນການເດີນທາງມື້ນີ້ ເພື່ອປ່ຽນວິທີການເຮັດທຸລະກິດຂອງພວກເຮົາຢູ່ໃນອາຊີ ແລະ ອາຟຣິກາ.

 

ພວກເຮົາກໍາລັງເຮັດໃຫ້ການເບິ່ງແຍງສຸຂະພາບສາມາດເຂົ້າເຖິງໄດ້ ແລະ ມີລາຄາທີ່ສາມາດຊື້ໄດ້. ພວກເຮົາຕ້ອງການປົກປ້ອງຄວາມຮັ່ງມີຂອງລູກຄ້າ, ຂະຫຍາຍຊັບສິນຂອງເຂົາເຈົ້າ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ຄົນປະຢັດເພື່ອເປົ້າໝາຍຂອງເຂົາເຈົ້າ.

 

ມັນເປັນຄວາມເຊື່ອທີ່ຈະພິຈາລະນາຄວາມເປັນໄປໄດ້ທີ່ພວກເຮົາສາມາດເປັນໄດ້ເມື່ອພວກເຮົາທຸກຄົນປາກົດຕົວ ແລະ ໂດຍຄວາມພະຍາຍາມ, ຄວາມລົ້ມເຫຼວ ແລະ ຮຽນໜັກພຽງພໍ, ຄວາມດີສາມາດກາຍເປັນສິ່ງທີ່ຍິ່ງໃຫຍ່ໄດ້ ແລະ ຄວາມຍິ່ງໃຫຍ່ສາມາດກາຍເປັນສິ່ງທີ່ພິເສດໄດ້.

 

ນີ້ແມ່ນສິ່ງທີ່ກະຕຸ້ນ ແລະ ຂັບເຄື່ອນພວກເຮົາໃຫ້ດີຂຶ້ນ ແລະ ກ້າຫານຂຶ້ນໃນແຕ່ລະມື້.

ສົ່ງມອບການເຕີບໂຕ

 

ທ່ານຢາກຮູ້ຢາກເຫັນກ່ຽວກັບພວກເຮົາດ້ວຍເຫດຜົນ. ບໍ່ວ່າທ່ານຈະຕື່ນເຕັ້ນກັບຍຸດທະສາດຂອງພວກເຮົາທີ່ໄດ້ຮັບແຮງບັນດານໃຈໂດຍຈຸດປະສົງຂອງພວກເຮົາ ຫຼື ຮັກການເຊື່ອມຕໍ່ກັບເພື່ອນຮ່ວມງານທີ່ມີີຄວາມຄິດປະດິດສ້າງ, ​ມີຄວາມຄິດທີ່ຄ້າຍຄືກັນ, ພວກເຮົາຕ້ອງການພວກເຮົາຫຼາຍກວ່າ.

 

ໂດຍການຢູ່ກັບພວກເຮົາ, ທ່ານຈະໄດ້ພິສູດອະນາຄົດຂອງພວກເຮົາ ແລະ ເປັນສ່ວນໜຶ່ງຂອງການປ່ຽນແປງນີ້ເພື່ອທີ່ຈະຊ່ວຍໃຫ້ຜູ້ຄົນຂອງເຮົາໄດ້ເຊື່ອມຕໍ່,​ ເຕີບໂຕ, ປະສົບຜົນສໍາເລັດ

 

ທຸກມື້ນີ້, ອຸດສະຫະກໍາຂອງພວກເຮົາກໍາລັງປະເຊີນກັບການປ່ຽນແປງຢ່າງວ່ອງໄວ. ມັນກໍາລັງຮັບເອົາເຕັກໂນໂລຊີ. ມັນກໍາລັງກາຍເປັນຄວາມວ່ອງໄວ. ມັນກໍາລັງເອົາລູກຄ້າເປັນຈຸດສູນກາງ. ການປ່ຽນແປງເປັນຂໍ້ກໍານົດໃນເບື້ອງຕົ້ນ.

 

ສິ່ງທີ່ແຕກຕ່າງນັ້ນແມ່ນສິ່ງທີ່ພວກເຮົາກໍາລັງຈະເຮັດ. ພວກເຮົາຕ້ອງການທີ່ຈະຊ່ວຍຜູ້ຄົນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ເພື່ອໃຫ້ໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດ.

 

ນີ້ແມ່ນໂອກາດທີ່ຈະນໍາເອົາທັກສະ, ຈິນຕະນາການ ແລະ ຄວາມທະເຍີທະຍານຂອງທ່ານມາສູ່ສະຖາທີ່ທີ່ພະຍາຍາມທີ່ຈະທໍາລາຍແບບຢ່າງຂອງທໍານຽມ

 

ເບິ່ງໂອກາດໃນການເຮັດວຽກ