ພຣູເດັນໂຊລ໌ ລາວໄດ້ເປີດໂຕໂຄງການທີ່ເຕັມໄປດ້ວຍພະລັງແລະຄວາມຄິດສ້າງສັນ ນັ້ນກໍ່ແມ່ນ ໂຄງການ “WE DO” ຫຼື ໂຄງການ “ພວກເຮົາຄືຄົນທີ່ລົງມືເຮັດ”
Pໃນວັນທີ 4 ພະຈິກ 2019 ທີ່ຜ່ານມາ, ບໍລິສັດ ພຣູເດັນໂຊລ໌ ປະກັນປະກັນໄພຊີວິດ (ລາວ) ຈຳກັດ (ພຣູເດັນໂຊລ໌ ລາວ), ໄດ້ເປີດໂຕໂຄງການ “ WE DO”. ເຊິ່ງເປັນໂຄງການທີ່ເຕັມໄປດ້ວຍພະລັງ ແລະ ແນວຄິດສ້າງສັນ ທີ່ໄດ້ຊີ້ບອກໃຫ້ເຫັນເຖິງ ຄວາມທີ່ມີຊິວິດຊີວ່າ, ມີຮູບໂສມໜ້າໃໝ່ ທີ່ມີຄວາມໜ້າເຊື່ອຖືໃນໂຕເເບຣນເອງ ພ້ອມກັບການນຳເໜີດ້ວຍ ຄຳໝັ້ນ ສັນຍາທີ່ວ່າ “ຮັບຟັງ, ເຂົ້າໃຈ, ແລະ ມອບສິ່ງທີ່ດີໃຫ້ເເກ່ທ່ານ.”
ໂຄງການ “ພວກເຮົາຄືຄົນທີ່ລົງມືເຮັດ” ສະເຫຼີມສະຫຼອງ ເເຮງຂັບເຄື່ອນ ແລະ ການເບິ່ງໂລກໃນເເງ່ດີຂອງຜູ້ຄົນທີ່ຊອກຫາຄວາມກ້າວໜ້າ ໃນຊີວິດ. ໃນຖານະທີ່ເປັນ ບໍລິສັດ ປະກັນໄພຊີວິດທຳອິດໃນ ສປປ ລາວ, ພຣູເດັນໂຊລ໌ ລາວ ມີຄວາມພາກພູມໃຈທີ່ໄດ້ ເປັນຄູ່ຮ່ວມວາງແຜນການເງິນທີ່ລູກຄ້າໃຫ້ຄວາມເຊື່ອຖືໄວ້ວາງໃຈ ໃນຂະນະທີ່ພວກເຂົາມີຄວາມປາຖະໜາທີ່ຢາກຍ່າງຕາມ ຄວາມຝັນ ແລະ ວາງແຜນເສັ້ນທາງທີ່ມີເຫດການສຳຄັນໃນຊີວິດ.
ທ່ານ ເດວິດ ນັດເເມນ, ປະທານ ສະພາບໍລິຫານ ຂອງ ພຣູເດັນໂຊລ໌ ລາວ ໄດ້ກ່າວວ່າ “ໂຄງການ “ພວກເຮົາຄືຄົນທີ່ລົງມືເຮັດ” ໝາຍເຖິງ ພວກເຮົາເປັນສ່ວນໜຶ່ງທີ່ຢູ່ໃນໂລກຂອງລູກຄ້າ. ເເບຣນຂອງພວກເຮົາສະເເດງເຖິງຄຳໝັ້ນສັນຍາທີ່ວ່າ ຮັບຟັງ, ເຂົ້າໃຈ, ແລະ ມອບສິ່ງທີ່ດີໃຫ້ເເກ່ທ່ານ” ເຊິ່ງພວກເຮົາເນັ້ນການໃສ່ໃຈໃນການໃນການສື່ສານທີ່ເປັນກັນເອງ, ມີຄວາມລຽບງ່າຍ ແລະ ພັດທະນານະວັດຕະກຳໃໝ່ສູ່ລູກຄ້າ ໃຫ້ດີຂຶ້ນ. ໃນຍຸກດິຈິຕ້ອນທີ່ທຸກຄົນເຊື່ອມຕໍ່ກັນ, ພວກເຮົາຈະສືບຕໍ່ສົ່ງມອບການເອົາໃຈໃສ່ເບິ່ງແຍງ ແລະ ການບໍລິການທີ່ເປັນເລີດດັ່ງທີ່ພວກເຮົາໄດ້ເຄີຍເຮັດມາ ເພື່ອທີ່ຈະເພີ່ມປະສົບການ ແລະ ຄວາມຄຳພັນອັນດົນນານຂອງພວກເຂົາກັບ ພຣູເດັນໂຊລ໌ ລາວ.
ຮັບຟັງ, ເຂົ້າໃຈ, ແລະ ມອບສິ່ງທີ່ດີໃຫ້ເເກ່ທ່ານ ມີ ຄວາມໝາຍວ່າ:
ໃສ່ໃຈລູກຄ້າ, ເຂົ້າໃຈເຖິງຄວາມຕ້ອງການຂອງພວກເຂົາ ເເລະ ເພີ່ມປະສົບການຂອງພວກເຂົາຜ່ານຂໍ້ມູນ ເເລະ ການບໍລິການທີ່ເຂົ້າເຖິງໄດ້ງ່າຍ.
ສົ່ງມອບວິທີການເເກ້ໄຂບັນຫາທີ່ດີທີ່ສຸດທີ່ລວມໄປເຖິງການປົກປ້ອງຄຸ້ມຄອງ, ສຸຂະພາບ ແລະ ການເປັນຢູ່, ການສະສົມທຶນ ແລະ ການກະສຽນ.
ສົ່ງມອບຜ່ານນະວັດຕະກຳ ດ້ວຍສຳພັດຂອງມະນຸດ.
ໂຄງການ “ ພວກເຮົາຄືຄົນທີ່ລົງມືເຮັດ” ໄດ້ຖືກເປີດໂຕໃນ 10 ຕະຫຼາດໃນເຄືອຂອງ ພຣູເດັນໂຊລ໌ ໃນທະວີບອາຊີ ລວມທັງປະເທດລາວ. ໂຄງການນີ້ໄດ້ສະເໜີເອົາຫົວຂໍ້ ນະວັດຕະກຳ, ການເງິນ ແລະ ການອອກກຳລັງກາຍ, ທີ່ສ້າງຂຶ້ນບົນພື້ນຖານຂອງຍຸດທະສາດ ຂອງ ພຣູເດັນໂຊລ໌ ເພື່ອສຸມໃສ່ໃນການຊ່ວຍເຫຼືອລູກຄ້າໃຫ້ຮັກສາສຸຂະພາບ ແລະ ເສີມສ້າງຄວາມຮັ່ງມີໃຫ້ແກ່ພວກເຂົາ. ໂຄງການນີ້ຈະຖືກເຜີຍເເຜ່ຜ່ານຫຼາຍຊ່ອງທາງ ລວມໄປເຖິງໜັງສືພິມ, ວາລະສານ, ປ້າຍໂຄສະນາ ແລະ ຜ່ານເສັ້ນທາງອອນລາຍຕ່າງໆ.
ເພື່ອໃຫ້ການສອດຄ້ອງກັບໂຄງການ “ພວກເຮົາຄືຄົນທີ່ລົງມືເຮັດ” ແລະ ຄຳໝັ້ນສັນຍາຂອງເເບຣນເຮົາທີ່ວ່າ “ຮັບຟັງ, ເຂົ້າໃຈ, ແລະ ມອບສິ່ງທີ່ດີໃຫ້ເເກ່ທ່ານ” ພຣູເດັນໂຊລ໌ ລາວຈະສືບຕໍ່ເສີມຂະຫຍາຍຜະລິດຕະພັນ ທີ່ນຳສະເໜີສິ່ງທີ່ດີກວ່າ ເພື່ອຕອບສະໜອງ ຄວາມຕ້ອງການຂອງລູກຄ້າ.