Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ໄດ້ຮັບອະນຸຍາດໃຫ້ເປີດ ເປັນສຳນັກງານຜູ້ຕາງໜ້າປະຈຳ ສປປ ລາວ

ວຽງຈັນ, ສປປ ລາວ (ວັນທີ່ 19 ມີນາ 2015) - ພຣູເດັນໂຊລ໌ ມະຫາຊົນ ("ພຣູເດັນໂຊລ໌"), ພຣູເດັນໂຊລ໌ເປັນກຸ່ມບໍລິສັດທີ່​ໃຫ້​ບໍ​ລິ​ການ​ທາງ​ດ້ານການເງິນ ສາກົນ ທີ່ມີ​ຫົວ​ໜ່ວຍ​ທຸ​ລະ​ກິດ​ຢູ່ອາຊີ ອັງກິດ, ​ອາເມຣິກາ, ມື້ນີ້ເຮົາຂໍແຈ້ງວ່າພວກເຮົາໄດ້ຮັບໃບອະນຸຍາດດຳເນີນທຸລະກິດຢູ່ ສປປ ລາວແລ້ວ ໂດຍໄດ້ຮັບອານຸຍາດຈາກກະຊວງແຜນການ ແລະການລົງທຶນແຫ່ງ ສປປ ລາວ.

ພຣູເດັນໂຊລ໌ເປັນບໍລິສັດປະກັນໄພຄັ້ງທຳອິດຂອງບໍລິສັດລະດັບສາກົນທີ່ໄດ້ຮັບອະນຸຍາດມາດຳເນີນທຸລະກິດໃນ ສປປ ລາວ. ຫ້ອງການຕາງໜ້າຢູ່ນະຄອນຫຼວງວຽງຈັນຈະ​ໄດ້​ເປີດ​ຂື້ນໃນໄວໆນີ້.

ການເປີດຫ້ອງການຜູ່ຕາງໜ້າແມ່ນບາດກ້າວທີ່ສຳຄັນໃນການດຳເນີນທຸລະກິດຢູ່ລາວ. ຫ້ອງການຜູ່ຕາງໜ້າເປັນຜຸ່ວາງພື້ນຖານອານາຄົດໃຫ້ແກ່ບໍລິສັດປະກັນໄພຊີ​ວິດ ພຣູເດັນໂຊລ໌​ເຊິ່ງສະໜັບສະໜຸນຄໍ້າຊູວຽກງານທີ່ສຳຄັນຂອງລັດຖະບານເພື່ອແນໃສ່ພັດທະນາທາງດ້ານການບໍລິການການເງິນໃຫ້ແທດເໝາະກັບຄວາມຈຳເປັນຂອງ ປະຊາຊົນລາວ.

ພຣູເດັນໂຊລ໌ເປັນບໍລິສັດປະກັນໄພຊີວິດຊັ້ນນຳ ທີ່ມີໜ່ວຍງານເຖິງ 14 ແຫ່ງໃນອາຊີ,​ເຊິ່ງຕອບສະໜອງ ຜະລິດຕະພັນທີ່ຫຼາກຫຼາຍພື່ອ​ໃຫ້ແທດເໝາະກັບຄວາມ​ຕ້ອງ​ການຂອງລູກຄ້າຫຼາຍກວ່າ 14 ລ້ານຄົນໃນຂົງເຂດນີ້ກ່ຽວ​ກັບ​ການຄຸ້ມຄອງ ແລະ ສະ​ສົມຊັບ . ການຂະຍາຍເຄື່ອຄ່າຍເຂົ້າມາ ລາວນີ້ກໍ​ເພື່ອ​ເປັນ​ການ​ເນັ້ນ​ໜັກ​ເຖິງ​​ຂໍ້​ຜູກ​​ພັນ​ຂອງພຣູເດັນໂຊລ໌​ທີ່​ມີ​ຕໍ່​ອາ​ຊີ​ ພ້ອມຍັງ​ເປັນ​ສ່ວນ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ເພື່ອ​ຂະ​ຫຍາຍ​ຕະ​ຫລາດ​ໃນພາກ​ພື້ນນີ້​ອີກ​ດ້ວຍ.

ທ່ານ ແບຣີ ສະໂຕ, ຫົວໜ້າບໍລິຫານຂອງພຣູເດັນໂຊລ໌ຄໍປໍເຣຊັ້ນອາຊີໄດ້ໃຫ້ຄຳເຫັນວ່າ "ພວກເຮົາມີຄວາມພາກພູມໃຈຫຼາຍທີ່ໄດ້ຂະຫຍາຍຕາໜ່າງເຂົ້າມາໃນລາວ ເຊິ່ງ ສປປ ລາວມີທ່າອ່ຽງ ຈະເລີນເຕີບໂຕໃນຕໍ່ໜ້າ.ການປະກັນໄພຊີວິດແມ່ນ​ແກນ​ຫລັກທີ່​ສຳ​ຄັນໃນການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດ. ຈາກປະສົບການ ແລະ ຄວາມ​ຊຳ​ນິ​ຊຳ​ນານທີ່ດົນນານ ໃນພາກ​ພື້ນອາຊີນີ້, ພຣູເດັນໂຊລ໌   ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ມາ​ມີບົດບາດ ໃນການພັດທະນາ​ຂົງ​ເຂດການປະກັນໄພຊີວິດ ແລະ ການບໍລິການທາງດ້ານການເງິນໃນ​ໄລ​ຍະ​ຍາວ ແລະ ເພື່ອ ເປັນ​ການ​ໃຫ້​ຄວາມຊ່ວຍ​ເຫລືອ ຫລື ໃຫ້​ຄຳ​ແນະ​ນຳ​ທ່ານ​ໃນ​ການ​ວາງ​ແຜນ ​ການ​ປົກປ້ອງ-ຄຸ້ມຄອງຄອບຄົວແລະ ຖານະທາງດ້ານການເງິນທີ່​ໝັ້ນ​ຄົງ​ໃນ​ອt​ນາ​ຄົດ."