Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ລາວໄດ້ຮັບລາງວັນພະນັກງານລາວຜົນງານດີເດັ່ນແຫ່ງປີ -ປະກັນໄພຊີວິດ ໂດຍ The Asian Experience Awards 2021

ວຽງຈັນ 23 ພະຈິກ, 2021

 

ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ (ພຣູເດັນໂຊລ໌ ລາວ) ມີຄວາມພາກພູມໃຈທີ່ໄດ້ຮັບລາງວັນ ລາງວັນ ພະນັກງານລາວຜົນງານດີເດັ່ນແຫ່ງປີ -ປະກັນໄພຊີວິດ ໂດຍ The Asian Experience Awards 2021.

ພຣູເດັນໂຊລ໌ ລາວ ເປັນທີ່ຍອມຮັບເນື່ອງຈາກໂຄງການທາງດ້ານການຮຽນຮູ້ ແລະ ການພັດທະນາຄວາມ ຄິດລິເລີ່ມໃຫ້ແກ່ພະນັກງານພາຍໃນອົງກອນເຊິ່ງສົ່ງເສີມວັດທະນະທຳການເຮັດວຽກຮ່ວມກັນພາຍໃນ, ການເປີດກວ້າງ, ການເສີມສ້າງ, ນະວັດຕະກຳໃໝ່, ການຮຽນຮູ້ ແລະ ການເຄົາລົບເຊິ່ງກັນ ແລະ ກັນ. ນອກຈາກນີ້, ພຣູເດັນໂຊລ໌ ຍັງໃຫ້ພະນັກງານເລືອກ ຫຼື ຈັດສັນເວລາການເຮັດວຽກໄດ້ເອງ ເຊິ່ງເຮັດໃຫ້ພວກເຂົາສາມາດມີແນວຄິດສ້າງສັນໃນພື້ນທີ່ສະດວກສະບາຍເປັນຂອງຕົນເອງ.

 

ທ່ານ ວີເຈ ມັດດາວັນ ຜູ້ອຳນວຍການໃຫຍ່ຂອງ ພຣູເດັນໂຊລ໌ ລາວ ໄດ້ກ່າວວ່າ: “ພວກເຮົາດີໃຈ ແລະ ພູມໃຈທີ່ໄດ້ຮັບລາງວັນນີ້. ລາງວັນນີ້ສະແດງໃຫ້ເຫັນວ່າພະນັກງານໃນອົງກອນແມ່ນເປັນສູນກາງຂອງຄວາມສຳເລັດຂອງທຸລະກິດ. ດ້ວຍວິທີການເຮັດວຽກແບບໃໝ່ ແລະ ການປັບປ່ຽນການເຮັດວຽກພະນັກງານຂອງພວກເຮົາຈະສາມາດພັດທະນາຄວາມຄິດໃໝ່ໆ, ມີແນວຄິດສ້າງສັນ, ແລະ ສົ່ງມອບສິ່ງທີ່ດີທີ່ສຸດໃຫ້ປວງຊົນລາວໄດ້ໃນເວລາອັນສັ້ນ ໃນຂະນະດຽວກັນພວກເຂົາກໍ່ມີສຸຂະພາບຈິດໃຈ ແລະ ຮ່າງກາຍທີ່ແຂງແຮງ.”

 

ນອກຈາກນີ້, ໂຄງການ ຟາວເດີເມນທາລີທີ ທີ່ຖືກເປີດໂຕໃນ ເດືອນ ທັນວາ ປີ 2020 ທີ່ຜ່ານມາ ກໍ່ເປັນສ່ວນໜຶ່ງທີ່ເຮັດໃຫ້ ພຣູເດັນໂຊລ໌ໄດ້ຮັບລາງວັນ. ເຊິ່ງແນວຄິດຂອງໂຄງການນີ້ແມ່ນເພື່ອສົ່ງເສີມພະນັກງານມີແນວຄິດເປັນເຈົ້າການໃນການຕັດສິນໃຈ ໂດຍມີລູກຄ້າເປັນຈຸດໃຈກາງ ແລະ ຮຽນຮູ້ທີ່ຈະລົ້ມເຫຼວ ແລະ ແກ້ໄຂໂດຍໄວ ໃນຂະນະທີ່ຍັງມີແນວຄິດໃນຂັບເຄື່ອນ ແລະ ມີແນວຄິດສ້າງສັນ.

ແນວຄິດລິເລີ່ມເຫຼົ່ານີ້ຖືກເປີດໂຕການເຮັດວຽກແບບໃໝ່ ເພື່ອໃຫ້ສອດຄ່ອງກັບວັດທະນະທຳຂອງການເຮັດວຽກຂອງ ພຣູເດັນໂຊລ໌ ລາວ ທີ່ວ່າ “ການເຊື່ອມຕໍ່, ການເຕີບໂຕ,​ ແລະ ຄວາມສຳເລັດ” ເພື່ອສະໜັບສະໜູນໃຫ້ພະນັກງານໂດຍສະເພາະຊ່ວງໄລຍະຂອງການແຜ່ລະບາດພະຍາດໂຄວິດ-19.

 

ບາງແນວຄິດລິເລີ່ມນີ້ທີ່ຖືກຈັດຕັ້ງປະຕິບັດນີ້ຍັງລວມໄປເຖິງ ຊົ່ວໂມງການເຮັດວຽກທີ່ມີການປັບປ່ຽນໄດ້ ແລະ ການເຮັດວຽກຢູ່ບ້ານ, ໂຄງການເຮັດວຽກຢູ່ຕ່າງພະແນກເພື່ອພັດທະນາທັກສະ ແລະ ປະສົບການ, ແລະ ໂອກາດໃນການເຮັດວຽກໃນເຄືອບໍລິສັດ ພຣູເດັນໂຊລ໌. ນອກຈາກນີ້, ພຣູເດັນໂຊລ໌ ລາວຍັງມີໂຄງການເພື່ອສົ່ງເສີມສຸຂະພາບພະນັກງານເຊັ່ນ: ໂຍຄະ ແລະ ການເຕັ້ນ ແອໂຣບິກ ເພື່ອເປັນການໃຫ້ພວກເຂົາໄດ້ຮັກສາສົມດຸນໃນການເຮັດວຽກ.

 

ຄະນະກຳມະການຕັດສິນຂອງ Asian Experience Awards 2021 ໄດ້ກ່າວວ່າ: “ແນວຄິດລິເລີ່ມເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ ພຣູເດັນໂຊລ໌ ລາວ ມຸ່ງໝັ້ນໃນການພັດທະນາພະນັກງານ. ດ້ວຍແຜນການພັດທະນາທີ່ໄດ້ວາງໄວ້, ພະນັກງານທຸກຄົນຈະສາມາດສົ່ງຕໍ່ສິ່ງທີ່ດີທີ່ສຸດໃຫ້ກັບຊຸມຊົນ.”

ກ່ຽວ​ກັບ ພ​ຣູ​ເດັນ​ໂຊ​ລ໌ ລາວ

ພຣູເດັນໂຊລ໌ ລາວ ເປັນບໍລິສັດສາຂາ ຂອງພຣູເດັນໂຊລ໌ ພີເອວຊີ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍກົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.

ທ່ານ​ສາ​ມາດ​ເບິ່ງ​ຂໍ້​ມູນ​ເພີ່ມ​ຕື່ມ​ກ່ຽວ​ກັບ​ ພ​ຣູ​ເດັນ​ໂຊ​ລ໌​ ລາວ ທີ່ www.prudential.la

 

ກ່ຽວ​ກັບ ເພົ້າ​ສ໌ ​ໂດຍ ພ​ຣູ​ເດັນ​ໂຊ​ລ໌

 ເພົ້າສ໌ແມ່ນ ແອັບພີເຄເຊີນກ່ຽວກັບສຸຂະພາບ ແລະ ເປັນ ໜຶ່ງດຽວໃນພາກພື້ນອາຊີ ແລະ ອາ​ຟ​ຣິ​ກາ ທີ່ຊ່ວຍໃນການຈັດການດ້ານສຸຂະພາບຕໍ່ຜູ້ໃຊ້. ໂດຍມີການນຳໃຊ້ ປັນຍາປະດິດ ຫຼື AI ເຂົ້າມາຊ່ວຍໃນການໃຫ້ຂໍ້ມູນທີ່ຖືກຕ້ອງຊັດເຈນ, ສາມາດເຂົ້າເຖິງຂໍ້ມູນກ່ຽວກັບສຸຂະພາບໄດ້ຕະຫຼອດເວລາ. ຊ່ວຍໃຫ້ຜູ້ໃຊ້ສາມາດ ຫຼີກລ້ຽງ, ປ້ອງກັນ ກ່ຽວກັບການພະຍາດ. ເພົ້າສ໌ແມ່ນ ເປັນສ່ວນໜຶ່ງຂອງຍຸດທະສາດຂອງ Prudential Corporate Asia, ທີ່ຢາກໃຫ້ທຸກໆຄົນໃນພາກພື້ນອາຊີ ສາມາດເຂົ້າເຖີງຂໍ້ມູນດ້ານສຸຂະພາບ ໄດ້ຢ່າງທົ່ວເຖິງ. ດ້ວຍເຕັກໂນໂລຢີທີ່ທັນສະໄໝ ແລະ ຄູ່ຮ່ວມທຸລະກິດທີ່ເຂັ້ມແຂງ.

 

ແອັບພິເຄເຊິນເພົ້າສ໌ ໄດ້ເປິດໂຕຄັ້ງທຳອິດໃນເດືອນສິງຫາ ປີ 2019 ທີ່ ປະເທດມາເລເຊຍ ແລະ ໄດ້ນຳໃຊ້ແລ້ວໃນ 11 ປະເທດ ທົ່ວອາຊີ ແລະ 6 ປະ​ເທດ​ໃນ​ທະ​ວີບ​ອາ​ຟ​ຣິ​ກາ. ໂດຍມີ ການກວດສອບອາການບໍ່ສະບາຍໃນເບື້ອງຕົ້ນ ແລະ ການວິເຄາະສະພາບຮ່າງກາຍ, ການບໍລິການດ້ານສຸຂະພາບສ່ວນບຸກຄົນ, ແລະ ການໃຫ້ຄຳປຶກສາຈາກທ່ານໝໍ ແລະ ຜູ້ຊ່ຽວຊານທາງການແພດທີ່ຜ່ານການຮອງຮັບ.

ຕັ້ງແຕ່ເປີດໂຕຫາປະຈຸບັນ ເພົ້າສ໌ແອັບພິເຄເຊິນ ຖືກດາວໂຫຼດຫຼາຍກວ່າ 30 ລ້ານເທື່ອໃນຂົງເຂດອາຊີ ແລະ ອາ​ຟ​ຣິ​ກາ. ເພົ້າສ໌ແອັບພິເຄເຊິນ ສາມາດດາວໂຫຼດໄດ້ໃນ Apple/Google Play stores ເຊິ່ງ​ໃນ​ທະ​ວີບ​ອາ​ຊີ​ມີ: ປະ​ເທດ ກຳປູເຈຍ, ຮົງກົງ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປີນ, ສິງກະໂປ, ໄຕ້ຫວັນ, ໄທ ແລະ ຫວຽດນາມ  ແລະ ທະ​ວີບ ອ​າ​ຟ​ຣິ​ກາ​ມີ​ປະ​ເທດແຄມ​ມາ​ຣູນ, ກາ​ນາ, ເຄນ​ຍາ, ໄນ​ຈີ​ເຣຍ, ອຸ​ການ​ດາ, ແລະ ແຊມ​ເບຍ.

ສຳລັບຂໍ້ມູນເພີ່ມເຕີມ, ແລະ ສາມາດດາວໂຫຼດແອັບພິເຄເຊິນ​ເພົ້າ​ສ໌, ເຂົ້າໄປໃນເວັບໄຊ www.wedopulse.com

 

*ຂໍ້​ມູນ​ລ່າ​ສຸດ​ຄັ້ງ​​ເດືອນ​ສິງ​ຫາ 2021