Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ ລາວ ເປີດໂຕຜະລິດຕະພັນປະກັນໄພຊີວິດດິຈິຕ້ອນທຳອິດ ເພື່ອປິດຊ່ອງວ່າງດ້ານການຄຸ້ມຄອງ

ຜະລິດຕະພັນປະກັນໄພລາຄາບໍ່ເເພງ ເພື່ອໃຫ້ຄວາມຄຸ້ມຄອງການເກີດອຸປະຕິເຫດ ເເລະ ການເສຍອົງຄະເເບບສິ້ນເຊີງ ເເລະ ຖາວອນ ທີ່ທຸກຄົນສາມາດຊື້ໄດ້ຢູ່ເທິງເວັບໄຊ້ຂອງບໍລິສັດ ພຣູເດັນໂຊລ໌ ລາວ

ນະຄອນຫຼວງວຽງຈັນ, 1 ມີນາ 2023

 

ບໍລິສັດ ພຣູເດັັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ (“ພຣູເດັນໂຊລ໌ ລາວ”) ໄດ້ມີການເປີດໂຕຜະລິດຕະພັນ ພຣູໄລ້ ກາດ ເເລະ ພຣູໄລ້ ສະຕ໋າດເຕີ້ ເຊິ່ງເປັນຜະລິດຕະພັນປະກັນໄພຊີວິດທຳອິດທີ່ໃຫ້ການຄຸ້ມຄອງແບບຮອບດ້ານ. ຜະລິດຕະພັນທັງສອງນີ້ຖືກອອກແບບມາເພື່ອການສະໜອງການຄຸ້ມຄອງອຸປະຕິເຫດສ່ວນບຸກຄົນ, ຄ່າປິ່ນປົວໂຮງໝໍທີ່ເກີດຈາກອຸປະຕິເຫດ ລວມໄປເຖິງຜົນປະໂຫຍດຂອງການເສຍຊີວິດທີ່ບໍ່ເກີດຈາກອຸປະຕິເຫດ ຫຼື ຈາກອຸປະຕິເຫດ.

ການເເຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ພຶດຕິກຳຂອງຜູ້ຄົນປ່ຽນເເປງໄປຢ່າງຫຼວງຫຼາຍຕໍ່ການວາງເເຜນຊີວິດ, ປະຊາຊົນລາວໃນປະຈຸບັນ ເເມ່ນໃຊ້ຊີວິດເເບບລະມັດລະວັງໃນການດູແລສຸຂະພາບ ແລະ ການປ້ອງກັນຫຼາຍຂຶ້ນ. ການເປີດໂຕຂອງຜະລິດຕະພັນ ພຣູໄລ້ ກາດ ເເລະ ພຣູໄລ້ ສະຕ໋າດເຕີ້ ເເມ່ນສະເເດງເຖິງຄວາມມຸ່ງໝັ້ນຂອງ ພຣູເດັນໂຊລ໌ ລາວ ໃນການເຮັດໃຫ້ການເຂົ້າເຖິງ ສຸຂະພາບ ເເລະ ການປະກັນໄພຊີວິດເປັນທີ່ເຂົ້າເຖິງ ເເລະ ມີລາຄາທີ່ຈັບຕ້ອງໄດ້ສຳລັບທຸກຄົນ. ຜະລິດຕະພັນປະກັນໄພນີ້ຈະອະນຸຍາດໃຫ້ຊຸມຊົນລາວສາມາເຂົ້າເຖິງທາງເລືອກຂອງການຄຸ້ມຄອງທີ່ເໝາະສົມກັບຄວາມຕ້ອງການຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ການເປີດໂຕຜະລິດຕະພັນ ພຣູໄລ້ ກາດ ເເລະ ພຣູໄລ້ ສະຕ໋າດເຕີ້ ເເມ່ນມີເປົ້າໝາຍໃນການສ້າງຄວາມຮັບຮູ້ທາງດ້ານການປະກັນໄພຊີວິດໃນ ລາວ ເພື່ອເປັນການໃຫ້ຂໍ້ມູນຂ່າວສານທີ່ສຳຄັນກ່ຽວກັບປະກັນໄພຊີວິດ ແລະ ຜົນປະໂຫຍດຂອງຜະລິດຕະພັນຜ່ານເນື້ອຫາທີ່ເປັນກົນລະຍຸດໃຫ້ເເກ່ຜູ້ບໍລິໂພກໃນ ລາວຜ່ານໂຄງການສ້າງຄວາມຮັບຮູ້.​

ທ່ານ ມານິສ ເກີບູຊານີ,​ ຜູ້ອຳນວຍການໃຫຍ່ ພຣູເດັນໂຊລ໌ ລາວ ໄດ້ກ່າວວ່າ: ​“ພຣູເດັນໂຊລ໌ ລາວ ໄດ້ລົງທຶນໃນການພັດທະນາເທັກໂນໂລຊີ ເພື່ອເຮັດໃຫ້ການດູເເລສຸຂະພາບ ເເລະ ຜະລິດຕະພັນການຄຸ້ມຄອງພ້ອມສຳລັບທຸກຄົນ. ການເປີດໂຕຂອງຜະລິດຕະພັນ ພຣູໄລ້ ກາດ ເເລະ ພຣູໄລ້ ສະຕ໋າດເຕີ້ ເເມ່ນເພື່ອມອບປະສົບການລູກຄ້າເເບບຮອບດ້ານໃຫ້ກັບປະຊາຊົນລາວຢູ່ເທິງມືຖື ຫຼື ຄອມພິວເຕີ້. ນີ້ເເມ່ນການເຮັດໃຫ້ໝັ້ນໃຈວ່າ ຜູ້ບໍລິໂພກຈະສາມາດຊື້, ຈັດການ, ເເລະ ຮ້ອງຂໍສິນທົດເເທນປະກັນໄພຊີວິດ ພຽງປາຍນິ້ວ ທຸກທີ່ ທຸກເວລາ. ທັງສອງຜະລິດຕະພັນນີ້ເເມ່ນຖືກພັດທະນາອີງຕາມຄຳເຫັນຂອງລູກຄ້າໃນຕະຫຼາດ. ພວກເຮົາຮັບຟັງ ແລະ ມີສ່ວນຮ່ວມນຳລູກຄ້າເພື່ອໃຫ້ພວກເຂົາໃຫ້ຄຳເເນະນຳກ່ຽວກັບຜະລິດຕະພັນ ເເລະ ການບໍລິການ ເພື່ອໃຫ້ໝັ້ນໃຈວ່າ ພວກເຮົາສາມາດເຂົ້າເຖິງຄວາມຕ້ອງການພວກເຂົາໄດ້. ພວກເຮົາມີຄວາມຕື່ນເຕັ້ນຫຼາຍ ເເລະ ນີ້ເປັນພຽງສ່ວນໜຶ່ງຂອງຜະລິດຕະພັນໃໝ່ທີ່ພວກເຮົາວາງເເຜນນຳສະເໜີ”

ພຣູໄລ້ ກາດ ເປັນຜະລິດຕະພັນປະກັນໄພຊີວິດເເບບມີກຳນົດໄລຍະ 1 ປີ ທີ່ໃຫ້ການຄຸ້ມຄອງການເສຍຊີວິດ, ອຸປະຕິເຫດ, ເເລະ ມອບຜົນປະໂຫຍດໃຫ້ການເສຍອົງຄະເເບບສິ້ນເຊີງ ເເລະ ຖາວອນ, ເຊິ່ງລວມໄປເຖິງ ຜົນປະໂຫຍດ ຂອງອຸປະຕິເຫດສ່ວນບຸກຄົນ, ໃຫ້ເປັນທາງເລືອກ. ພຣູໄລ້ ກາດ ສະໜອງການຄຸ້ມຄອງຂອງຄ່າປິ່ນປົວໂຮງໝໍໃນກໍລະນີເກີດອຸປະຕິເຫດ. ຄ່າທຳນຽມຂອງຜະລິດຕະພັນ ພຣູໄລ້ ກາດ ເລີ່ມຕົ້ນທີ່ 160.000ກີບ/ປີ ເເລະ ຜົນປະໂຫຍດສູງສຸດເຖິງ 90.000.000ກີບ ໃນຂະນະທີ່ ຜະລິດຕະພັນພຣູໄລ້ ສະຕ໋າດເຕີ້ ເເມ່ນສະໜອງຄວາມຄຸ້ມຄອງພາລະທາງດ້ານການເງິນໃນກໍລະນີຂອງການເສຍຊີວິດ, ການເສຍອົງຄະເເບບສິ້ນເຊີງ ເເລະ ຖາວອນ, ຫຼື ອຸປະຕິເຫດ.​ ຜະລິດຕະພັນນີ້ມີຄ່າທຳນຽມເລີ່ມຕົ້ນທີ່ 90.000/ປີ ແລະ ຜົນປະໂຫຍດສູງສຸດເຖິງ 100.000.000ກີບ.

ທັງສອງຜະລິດຕະພັນນີ້ ເເມ່ນເໝາະສົມສຳລັບບຸກຄົນທີ່ມີອາຍຸຕັ້ງເເຕ່ 18 – 60 ປີ. ຜູ້ສະໝັກເເມ່ນສາມາດຈ່າຍຄ່າທຳນຽມພຽງເເຕ່ຄັ້ງດຽວ ເເລະ ດຳເນີນຂັ້ນຕອນພິຈາລະນາການເອົາປະກັນໄພເເບບງ່າຍດາຍ.

ຜະລິດຕະພັນ ພຣູໄລ້ ກາດ ເເລະ ພຣູໄລ້ ສະຕ໋າດເຕີ້ເເມ່ນຊື້ໄດ້ທີ່ເວັບໄຊ້ຂອງ ພຣູເດັນໂຊລ໌ ລາວ ໃນ PRUShoppe ເເລ້ວ. ສາມາດອ່ານຂໍ້ມູນເພີ່ມຕື່ມໄດ້ທີ່ www.prudential.la  

ກ່ຽວກັບ ພຣູເດັນໂຊລ໌​ ລາວ

ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍຕົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.

 

ກ່ຽວກັບ ກຸ່ມບໍລິສັດ ພຣູເດັນໂຊລ໌

ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ການບໍລິການປະກັນໄພຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນ, ໃນ 23 ປະເທດໃນຂົງເຂດອາຊີ ແລະ ອາຟຣິກາ (31 ທັນວາ 2022). ບໍລິສັດ ພຣູເດັນໂຊລ໌ ຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີສຸດໃນຊີວິດ, ໂດຍເຮັດໃຫ້ການຮັກສາສຸຂະພາບ ເປັນທີ່ສາມາດເຂົ້າເຖິງໄດ້ ໂດຍການສົ່ງເສີມ ການບໍລິການທາງດ້ານການເງິນ. ບໍລິສັດ ພຣູເດັນໂຊລ໌ ປົກປ້ອງຄວາມໝັ້ນ ຄົງທາງດ້ານຊັບສິນຂອງຜູ້ຄົນ, ຊ່ວຍພວກເຂົາເພີ່ມພູນຊັບສິນ, ແລະ ສົງເສີມການອອມເພື່ອອອມສຳລັບເປົ້າໝາຍຂອງພວກເຂົາໄດ້. ບໍລິສັດ ພຣູເດັນໂຊລ໌ ຖືກຈັດຢູ່ໃນຕະຫຼາດຫຼັກຊັບ ຮົງກົງ (2378), ແລະ ຕະຫຼາດຫຼັກຊັບຂອງ ລອນດອນ  (PRU).  ນອກຈາກຍັງຢູ່ໃນລາຍຊື່ສຳຮອງໃນຕະຫຼາດຫຼັກຊັບສິງກະໂປ (K6S) ແລະ ລາຍຊື່ຢູ່ໃນຕະຫຼາດຫຼັກຊັບຂອງລັດ ນີວຢອກ (PUK) ໃນຮູບການຝາກເງິນໃນສະຫະລັດອາເມລິກາ ແລະ ຍັງເປັນສ່ວນປະກອບຮຸ້ນດັດຊະນີHang Seng ເເລະ ຍັງລວມຢູ່ໃນການຊື້ຂາຍໃນໂປຣເເກຣມ Shenzhen-Hong Kong Stock Connect.

ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່​ມີ​ການ​ດຳ​ເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ. ລາຍລະອຽດເພີ່ມຕື່ມໄດ້ທີ່: https://www.prudentialplc.com/