Select your language
close
ຂ່າວ​ສານ

ບໍລິສັດ ພຣູເດັນໂຊລ໌ ລາວ ບໍລິຈາກໂທລະພາບ ໃຫ້ແກ່ 10 ໂຮງຮຽນເພື່ອສົ່ງເສີມ ໂຄງການ ຄວາມຮູ້ທາງດ້ານການເງິນ

ວຽງ​ຈັນ​, 20 ກໍລະກົດ 2021

ບໍ​ລິ​ສັດ​ ພ​ຣູ​ເດັນ​ໂຊ​ລ໌​ ລາວ ປະ​ກັນ​ໄພ​ຊີ​ວິດ (ພ​ຣູ​ເດັນ​ໂຊ​ລ໌ ລາວ) ໄດ້​ບໍ​ລິ​ຈາກ​ໂທ​ລະ​ພາບ​ໃຫ້​ແກ່ 10 ໂຮງ​ຮຽນ​ເພື່ອ​ຊ່ວຍ​ສົ່ງ​ເສີ​ມ​ຄວາມ​ຮູ້​ທາງ​ດ້ານ​ການ​ເງິນ​ຜ່ານ​ໂຄງ​ການ ຊາ-ຊິງ. ໂທ​ລະ​ພາບ​ໄດ້​ຮັບ​ໂດຍ​ ທ່ານ​ນາງ ຫຼຽນ​ຄຳ ວິ​ລາ​ພັນ ປະ​ທານ ຄະ​ນະ​ບໍ​ລິ​ຫານ​ງານ ສະ​ຫະ​ພັນ​ແມ່​ຍິງ ນະ​ຄອນຫຼວງວຽງ​ຈັນ ພ້ອມ​ດ້ວຍ​ຄະ​ນະ.

 

ໂທ​ລະ​ພາບ​ເຫຼົ່າ​ນັ້ນ​ຈະ​ຖືກ​ສົ່ງ​ໄປ​ຍັງ​ຫ້ອງ​ສະ​ໝຸດ​ຂອງ​ໂຮງ​ຮຽນ​ພ້ອມ​ກັບ ໂຄງ​ການ​ ຊາ-ຊິງ ທີ່​ສ້າງ​ຂຶ້ນ ເພື່ອ​ໃຫ້​ເດັກ​ນ້ອຍ​ສາ​ມາດ​ເບິ່ງ​ລາຍ​ການ​ອະ​ນິ​ເມ​ຊັ່ນ​ໃນ​ເວີ​ຊັ່ນ​ພາກ​ສຽງ​ເປັນ​ພາ​ສາ​ລາວ ໂດຍ​ສະ​ເພາະ​ເດັກ​ນ້ອຍ​ເພື່ອ​ຊ່ວຍ​ປູກ​ຝັງ​ທາງ​ດ້ານ​ການ​ຈັດ​ການ​ການ​ເງິນໃຫ້​ພວກ​ເຂົາ​ຕັ້ງ​ແຕ່​ຍັງ​ນ້ອຍ.

 

ທ່ານ ວີ​ເຈ ມັດ​ດາ​ວັນ ປະ​ທານ​ບໍ​ລິ​ຫານ ພ​ຣູ​ເດັນ​ໂຊ​ລ໌​ລາວ ໄດ້​ກ່າວ​ໄວ້​ວ່າ: “ ພວກ​ເຮົາ​ເຊື່ອໝັ້ນ​ວ່າ​ການ​ຮຽນ​ຮູ້​ທາງ​ດ້ານ​ການ​ເງິນ​ຕັ້ງ​ແຕ່​ຍັງ​ນ້ອຍ​ແມ່ນ​ມີ​ຄວາມ​ສຳ​ຄັນຫຼາຍ. ຊຶ່ງ​ຄົນ​ຮຸ່ນໃໝ່​ຈະ​ພັດ​ທະ​ນາ​ທັກ​ສະ​ຊີ​ວິດ​ທີ່​ສຳ​ຄັນ​ນີ້ເພື່ອ​ຊ່ວຍ​ໃຫ້​ພວກ​ເຂົາ​ຕັດ​ສິນ​ໃຈ​ທາງ​ການ​ເງິນ​ໄດ້​ດີ​ຂຶ້ນ..”

 

ທ່ານ​ນາງ ຫຼຽນ​ຄຳ ວິ​ລາ​ພັນ ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ: “ ໜຶ່ງ​ໃນ​ເປົ້າ​ໝາຍຫຼັກ​ຂອງ​ພວກ​ເຮົາ​ຄື​ການ​ສ້າງ​ຄວາມ​ສາ​ມາດ​ໃຫ້​ແກ່​ກຸ່ມ​ຄົນ​ຮຸ່ນໃໝ່. ສອນ​ໃຫ້​ພວກ​ເຂົາ​ຮູ້​ທາງ​ດ້ານ​ການ​ເງິນ​ຕັ້ງ​ແຕ່​ອາ​ຍຸ​ຍັງ​ນ້ອຍ​ສາ​ມາດ​ຊ່ວຍ​ໃຫ້​ພວກ​ເຂົາ​ເຕ​ີບ​ໂຕ​ຂຶ້ນ​ດ້ວຍ​ຄວາມ​ສາ​ມາດ​ໃນ​ການ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຈັດ​ການ​ທາ​ງດ້ານ​ການ​ເງິນ​ໄດ້​ດີ​ຂຶ້ນ. ໂທ​ລະ​ພາບ​ເຫຼົ່າ​ນີ້​ຈະ​ຖືກ​ໃຊ້ ແລະ ສະ​ແດງ​ໃຫ້​ນັກ​ຮຽນ​ເຫັນ​ໂຄງ​ການ ຊາ-ຊິງ ຂອງ​ພວກ​ເຮົາ ໃນ​ວິ​ທີ​ທາງ​ທີ່​ເດັກ​ນ້ອຍ​ຈະ​ມ່ວນ​ຊື່ນ​ໄປ​ກັບ​ກິດ​ຈະ​ກຳ​ພິ​ເສດ​ຕ່າງໆ.”

 

ໂທ​ລ​ະ​ພາບ​ທາງອົງ​ການ Childfund Laos ຈະ​ເປັນ​ຜູ້ມອບ​ໃຫ້​ໂຮງ​ຮຽນ​ຕ່າງໆ​ໃນ​ນະ​ຄອນຫຼວງວຽງ​ຈັນ, ແຂວງ​ຫົວ​ພັນ ແລະ ແຂວງ ຊຽງ​ຂວາງ ໃນ​ເດືອນ ກໍ​ລະ​ກົດ 2021.

ກ່ຽວ​ກັບ ຊາ-ຊິງ ສະ​ມາດ ຄິ​ສ

 

ຊາ-ຊິງ ແມ່ນ​ໂຄງ​ການ​ຂອງ ພ​ຣູ​ເດັນ​ສ໌ ຟາວ​ເດ​ເຊິນ ຊຶ່ງ​ເປັນ​ໜຶ່ງ​ການ​ລົງ​ທຶນ​ຂອງ ພ​ຣູ​ເດັນ​ໂຊ​ລ໌ ໃນ​​ອາ​ຊີ​ ແລະ ແອ​ຟ​ຣິ​ກາ. ໄດ້​ຮ່ວມ​ມື​ກັບ ກາ​ຕູນ​ເນັດ​ເວິກ Cartoon Network ຊຶ່ງ​ເປັນ​ລາຍ​ການ​ສຳ​ລັບ​ເດັກ​ນ້ອຍ ໃນ​ພາກ​ພື້ນ​ອາ​ຊີ ແປ​ຊີ​ຟິກ ແລະ ຮ່ວມ​ກັບ Dr. Alice Wilder ຜູ້​ຊ່ຽວ​ຊານ​ທາງ​ດ້ານ​ການ​ສຶກ​ສາ​ ແລະ ຈິດ​ຕະ​ວິ​ທະ​ຍາ​ເດັກ ຊາ-ຊິງ  ໃຊ້​ວິ​ທີ​ເລົ່າ​ເລື່ອງ​ດ້ວຍ​ດົນ​ຕີໃຫ້​ນັກ​ຮຽນ​ມີ​ສ່ວນ​ຮ່ວມ ແລະ ເໝາະ​ສົມ​ກັບ​ອາ​ຍຸ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ 4 ຄອນ​ເຊັບ​ການ​ຈັດ​ການ​ເງິນ​ພື້ນ​ຖານ​ທີ່​ສຳ​ຄັນ ເຊັ່ນ: ການ​ຫາ​ເງິນ, ທ້ອນ​ເງິນ, ໃຊ້​ຈ່າຍ ແລະ ບໍ​ລິ​ຈາກ.

 

ປັດ​ຈຸ​ບັນ ຊາ-ຊິງ ມີ​ພາ​ສາ​ອັງ​ກັດ, ບາ​ຮາ​ຊາ ອິນ​ໂດ​ເນ​ເຊຍ, ບາ​ຮາ​ຊາ ມາ​ເລ​ເຊຍ, ຈີນກວາງ​ຕຸ້ງ, ຈີນ​ກາງ, ໄທ, ຫວຽດ, ​ຂະ​ເມນ, ມຽນ​ມາ, ລາວ ແລະ ຝ​ຣັ່ງ.

 

ຊາ-ຊິງ​ ແມ່ນຊຸດ​ວີ​ດີ​ໂອ​ເພງ ອະ​ນິ​ເມ​ຊັ່ນ​ຄວາມ​ຍາວ 3 ນາ​ທີ ສຳ​ລັບ​ເດັກ​ອາ​ຍຸ 7-12 ປີ ອອກ​ອາ​ກາດ​ຊ່ອງ​ທາງ ກາ​ຕູນ​ເນັດ​ເວີກ ເຊິ່ງ​ມີ​ຜູ້​ຊົມ 35,000,000 ຄົວ​ເຮືອນ​ຕໍ່​ມື້. ສ່ວນ​ອື່ນໆ​ຂອງ​ໂປຼ​​ແກມ​ລວມ​ເຖິງ​ເວັບ​ໄຊ​ທ໌(www.cha-ching.com)  ພ້ອມ​ກັບ​ກິດ​ຈະ​ກຳ ແລະ ແຫຼ່ງ​ຂໍ້​ມູນ​ຂ່າວ​ສານ​ສຳ​ລັບ​ເດັກ​ນ້ອຍ, ຜູ້​ປົກ​ຄອງ ແລະ ຄູ​ອາ​ຈານ.

 

ຫຼັກ​ສູດ ຊາ-ຊິງ ແມ່ນ​ມີ​ໂຄງ​ສ້າງ​ການ​ສອນ​ສຳ​ລັບ​ຄູ. ຫຼັກ​ສູດ​ນີ້​ໄດ້​ເປີດ​ໂຕ​ໃນ​ປ​ີ 2016 ແລະ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ກະ​ຊວງ​ສຶກ​ສາ​ທິ​ການ​ໃນ​ອາ​ຊີ ແລະ ແອ​ຟ​ຣິ​ກາ ແລະ ຫຼັກ​ສູດ​ຍັງ​ໄດ້​ຮັບ​ການ​ສອນ​ໃຫ້​ແກ່​ນັກ​ຮຽນ​ກວ່າ 600,000 ຄົນ ຈົນ​ເຖິງ​ປົດ​ຈຸ​ບັນ​ໂດຍ ມີ​ຄູຫຼາຍກວ່າ 15,000 ຄົນ​ໄດ້​ຮັບ​ການ​ຝຶກ​ເປັນ​ທີ່​ຮຽບ​ຮ້ອຍ.

 

 

ກ່ຽວ​ກັບ​ພ​ຣູ​ເດັນ​ໂຊ​ລ໌ ລາວ

 

ບໍ​ລິ​ສັດ​ ພ​ຣູ​ເດັນ​ໂຊ​ລ໌​ລາວ ແມ່ນ​ບໍ​ລິ​ສັດ​ຍ່ອຍ​ຂອງ ພ​ຣູ​ເດັນ​ໂຊ​ລ໌ ຄໍ​ໂພ​ເລ​ຊັ່ນ ເອ​ເຊຍ. ບໍ​ລິ​ສັດ ພ​ຮູ​ເດັນ​ໂຊ​ລ໌ ລາວ ​ໄດ້​ເປີດ​ບໍ​ລິ​ສັດ​ໃນ​ວຽງ​ຈັນ​ຕັ້ງ​ແຕ່​ເດືອນ ມີ​ນາ ປີ 2015 ແລະ ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ປະ​ກອບ​ທຸ​ລະ​ກິດ​ຈາກ​ກະ​ຊວງ​ການ​ເງິນ ເດືອນ ເມ​ສາ ປີ 2016. ແລະ ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ເດືອນ ພຶດ​ສະ​ພາ ປີ 2016 ແລະ ໄດ້​ນຳ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ປະ​ກັນ​ໄພ​ຊີ​ວິດ ແລະ ສຸ​ຂະ​ພາບ​ທີ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທາງ​ດ້ານ​ການ​ຄຸ້ມ​ຄອງ ແລະ ການ​ທ້ອນ​ເງິນ​ຂອງ​ປະ​ຊາ​ຊົນ​ລາວ. ປະ​ຈຸ​ບັນ ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌ ​ລາວ ໄດ້​ກະ​ຈາຍ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ ຜ່ານ​ເຄືອ​ຄ່າຍ​ທະ​ນາ​ຄານ​ທີ່​ມີ​ຊື່​ສຽງ​ຕ່າງໆ ແລະ ຄູ່​ຮ່ວມ​ທຸ​ລະ​ກິດ, ຂາຍ​ຕົງ​ຈາກ​ພະ​ນັກ​ງານ ແລ​ະ ແອັບ​ພ​ລິ​ເຄ​ຊັ່ນ​ມື​ຖື​ແບບ​ດິ​ຈິ​ຕັ​ລ Pulse ຂອງ​ພ​ຣູ​ເດັນ​ໂຊ​ລ໌.


ສາ​ມາດຫາຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ພ​ຣູ​ເດັນ​ໂຊ​ລ໌​ລາວ​ໄດ້​ທີ່​ເວັບ​ໄຊ​ທ໌ www.prudential.la .

 

 

ກ່ຽວ​ກັບ​ອົງ​ການ ChildFund Laos

 

ອົງ​ການ ChildFund ລາວ ເປັນ​ສຳ​ນັກ​ງານ​ໂຕ​ແທນ​ຂ​ອງ ChildFund Australia ຊຶ່ງ​ເປັນ​ອົງ​ພັດ​ທະ​ນາ​ສາ​ກົນ​ທີ່​ບໍ່​ຂຶ້ນ​ກັບ​ລັດ​​ຖະ​ບານ ທີ່​ເຮັດ​ວຽກ​ຊ່​ວຍ​ເຫຼືອຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ກັບ​ເດັກ​ນ້ອຍ​ໃນ​ການ​ພັດ​ທະ​ນາ​ຊຸມ​ຊົນ.

ອົງ​ການ ChildFund ​ເລີ່ມ​ດຳ​ເນີນ​ວຽກ​ໃນ​ປະ​ເທດ​ລາວ​ໃນ​ປີ 2010 ແລະ ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ສ້າງ​ການ​ປ່ຽນ​ແປງ​ຂອງ​ຊຸມ​ຊົນ ແລະ ລະ​ບົບ​ຊຶ່ງ​ຊ່ວຍ​ໃຫ້​ເດັກ​ນ້ອຍ ແລະ ເຍົາ​ວະ​ຊົນ​ທີ່​ອ່ອນ​ແອ ໃນ​ຄວາມຫຼາກຫຼາຍ​ຂອ​ງ​ພວກ​ເຂົາ ເພື່ອ​ຢືນ​ຢັນ ແລະ ຮັບ​ຮູ້​ເຖິງ​ສິດ​ທິ​ຂອງ​ພວກ​ເຂົາ.ໂຄງ​ການ​ໄດ້​ດຳ​ເນີນ​ໃນ ນະ​ຄອນຫຼວງ​ວຽງ​ຈັນ​, ແຂວງ​ຫົວ​ພັນ ແລະ ແຂວງ​ຊຽງ​ຂວາງ ລວມ​ເຖິງ​ພື້ນ​ທີ່​ອື່ນໆ​ທີ່​ທຸກ​ຍາກ ຊຶ່ງ​ລະ​ເບີດ​ຍັງ​ບໍ່​ທັນ​ໄດ້​ແຕກ ໃນ​ປະ​ເທດ.

ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ໃນ​ການ​ສະ​ໜັບ​ສະ​ໜຸນ​ສິດ​ທິ​ເດັກ ແລະ ການ​ປັບ​ປຸງ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ​ທີ່​ມີ​ຄຸນ​ນະ​ພາບ ອົງ​ການ ChildFund Laos ຍັງ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ກັບ​ໂຄງ​ການ​ຕ່າງໆ​ທີ່​ເນັ້ນ​ໃສ່​ການ​ບໍ​ລິ​ໂພກຂອງ​ເດັກ, ​ສຸ​ຂະ​ພາບ​ການ​ສືບ​ພັນ​ທາງ​ເພດ ແລະ ສິດ​ທິ, ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ສື່​ມວນ​ຊົນ ແລະ ຄວາມ​ພ້ອມ​ໃນ​ການ​ເຮັດ​ວຽກ.