ພຣູເດັນໂຊລ໌ລາວ ໄດ້ມອບອຸປະກອນປ້ອງກັນພະຍາດໂຄວິດ -19 ຈຳນວນ 12.000 ຊຸດ ໃຫ້ອົງການກາແດງລາວ ແລະ ພະນັກງານແຖວໜ້າ ເພື່ອຕໍ່ສູ້ກັບວຽກງານ ໂຄວິດ-19
ນະຄອນຫຼວງວຽງຈັນ, ວັນທີ 07 ເມສາ 2022
ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (“ພຣູເດັນໂຊລ໌ ລາວ”) ໄດ້ສຳເລັດການບໍລິຈາກຊຸດປ້ອງກັນພະຍາດໂຄວິດ-19 ຈຳນວນ 12.000 ຊຸດ ມູນຄ່າ 443 ລ້ານກີບໃຫ້ແກ່ອົງການກາແດງລາວເພື່ອສະໜັບສະໜຸນພະນັກງານແຖວໜ້າຕໍ່ສູ້ກັບເຊື້ອພະຍາດໂຄວິດ-19 ທີ່ກຳລັງເພີ່ມຂຶ້ນໃນທົ່ວປະເທດ. ອຸປະກອນປ້ອງກັນພະຍາດໂຄວິດ-19ລວມມີ: ໜ້າກາກອະນາໄມ ແລະ ແອວກໍຮໍຂ້າເຊື້ອ ເຊິ່ງຈະຖືກແຈກຢາຍໃຫ້ພະນັກງານແຖວໜ້າໂດຍ ອົງການກາແດງລາວທົ່ວປະເທດ.
ເພື່ອເປັນການສະໜັບສະໜຸນທາງດ້ານສາທາລະນະສຸກ ແລະ ຄວາມພະຍາຍາມໃນການຊ່ວຍເຫຼືອບັນເທົາທຸກ ໂດຍອົງການກາແດງລາວ, ການບໍລິຈາກອຸປະກອນ ປ້ອງກັນໂຄວິດ-19ຈຳນວນ 12.000 ຊຸດນີ້ ກໍເພື່ອສະໜັບສະໜຸນຄະນະສະເພາະກິດ ທີ່ຮັບຜິດຊອບໂຄວິດ-19, ພະນັກງານແຖວໜ້າ, ພະນັກງານອົງການກາແດງລາວ ແລະ ອາສາສະໝັກທຸກຄົນເພື່ອການບໍລິການຂອງສາທາລະນະສຸກຢ່າງຕໍ່ເນື່ອງໃນຊ່ວງການແຜ່ລະບາດຂອງເຊື້ອ ພະຍາດ. ທ່ານ ຮ.ສ ດຣ. ພູທອນ ເມືອງປາກ, ປະທານ ອົງການກາແດງລາວ ເປັນຜູ້ຮັບອຸປະກອນບໍລິຈາກ ຈາກທີມງານບໍລິຫານຂອງພຣູເດັນໂຊລ໌ ລາວ ທີ່ສຳນັກງານໃນນະຄອນຫຼວງວຽງຈັນ.
ພຣູເດັນໂຊລ໌ ລາວ ໄດ້ຮ່ວມມືກັບ ອົງການກາແດງລາວເພື່ອຊ່ວຍເຫຼືອຊຸມຊົນໃນເຂດນອກຕົວເມືອງ ໂດຍການຂະຫຍາຍທຶນອຸດໜຸນ ໂຄວິດ-19 ແຄຣ໌ ເພື່ອໃຫ້ການຊ່ວຍເຫຼືອທາງດ້ານການເງິນ ແລະ ການເປັນຢູ່ຂອງປະຊາຊົນທີ່ອາໄສຢູ່ເຂດນອກຕົວເມືອງ ຂອງນະຄອນຫຼວງວຽງຈັນ ນັບຕັ້ງແຕ່ເດືອນ ພະຈິກ 2021.
ທ່ານວີເຈ ມັດດາວັນ, ຜູ້ນຳຂອງ ພຣູເດັນໂຊລ໌ ລາວ ໄດ້ກ່າວວ່າ: “ພວກເຮົາກຳລັງຕໍ່ສູ້ກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ອີກຄັ້ງ ແລະ ພວກເຮົາຂໍຂອບໃຈ ຕໍ່ກັບຄວາມເອົາໃຈໃສ່ ແລະ ການເສຍສະຫຼະຂອງພະນັກງານແຖວໜ້າທີ່ຕໍ່ສູ້ເພື່ອໃຫ້ພວກເຮົາປອດໄພໃນຄັ້ງນີ້. ໃນນາມບໍລິສັດທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ, ພວກເຮົາຈະຢືນຄຽງຂ້າງ ແລະ ພູມໃຈ ມອບຊຸດປ້ອງກັນເຫຼົ່ານີ້ເພື່ອປົກປ້ອງຊຸມຊົນຂອງພວກເຮົາໃນຊ່ວງເວລາທີ່ຫຍຸ້ງຍາກນີ້.”
ກ່ຽວກັບ ກຸ່ມບໍລິສັດ ພຣູເດັນໂຊລ໌
ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ການບໍລິການປະກັນໄພຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນ, ໃນຂົງເຂດອາຊີ ແລະ ອາຟຣິກາ. ບໍລິສັດ ພຣູເດັນໂຊລ໌ ຊ່ວຍໃຫ້ຜູ້ຄົນໄດ້ຮັບສິ່ງທີ່ດີສຸດໃນຊີວິດ, ໂດຍເຮັດໃຫ້ການຮັກສາສຸຂະພາບ ສາມາດເຂົ້າເຖິງໄດ້ ແລະ ສົ່ງເສີມ ທາງດ້ານການເງິນ. ບໍລິສັດ ພຣູເດັນໂຊລ໌ ປົກປ້ອງຄວາມໝັ້ນ ຄົງທາງດ້ານຊັບສິນຂອງຜູ້ຄົນ, ຊ່ວຍພວກເຂົາເພີ່ມພູນຊັບສິນ, ແລະ ສົ່ງເສີມການອອມເພື່ອອອມສຳລັບເປົ້າໝາຍຂອງພວກເຂົາໄດ້. ບໍລິສັດ ພຣູເດັນໂຊລ໌ ມີລູກຄ້າຫຼາຍກວ່າ 18 ລ້ານຄົນ ແລະ ຢູ່ໃນຕະຫຼາດຫຼັກຊັບ ຂອງລອນດອນ (PRU), ຮົງກົງ (2378), ສິງກະໂປ (K6S) ແລະ ນິວຢອກ (PUK).
ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່ມີການດຳເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ.