ພຣູເດັນໂຊລ໌ ລາວແລະ ທະນາຄານ ມາຣູຮານ ເຈແປນ ລາວ ໄດ້ເປີດໂຕການເປັນຄູ່ຮ່ວມທຸລະກິດເພື່ອຊ່ວຍເຫຼືອປະຊາຊົນຫຼຸດຜ່ອນຄວາມສ່ຽງຕໍ່ການດຳລົງຊີວິດຂອງເຂົາເຈົ້າ
ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ (ພຣູເດັນໂຊລ໌ ລາວ) ເເລະ ທະນາຄານ ມາຣູຮານ ເຈແປນ ລາວ ໄດ້ເຊັນສັນຍາ ເປັນຄູ່ຮ່ວມທຸລະກິດໃນການຂາຍປະກັນໄພຊີວິດຜ່ານທະນາຄານໄລຍະຍາວເຊິ່ງທັງສອງບໍລິສັດຈະໄດ້ຮ່ວມມືກັນໃນການພັດທະ ນາ ເເລະ ຈຳໜ່າຍຜະລິດຕະພັນການປະກັນໄພຊີວິດໃຫ້ເເກ່ບັນດາປະຊາຊົນລາວ.ພາຍໃຕ້ຂໍ້ຕົກລົງທີ່ມີຜົນສັກສິດຕັ້ງເເຕ່ມື້ນີ້ເປັນຕົ້ນໄປ, ພຣູເດັນໂຊລ໌ ລາວ ຈະເປັນຜູ້ຈຳໜ່າຍຫຼັກທີ່ຈຳໜ່າຍຜະລິດຕະພັນປະກັນ ໄພຊີວິດໃຫ້ກັບລູກຄ້າຂອງ ທະນາຄານ ມາຣູຮານ ເຈແປນ ລາວ, ທະນາຄານ ແຫ່ງທຳອິດທີ່ນຳໃຊ້ ດິຈີິຕອນ ຂອງປະເທດລາວ. ພຣູເດັນໂຊລ໌ ລາວ ເເລະ ທະນາຄານ ມາຣູຮານ ເຈແປນ ລາວມີເປົ້າໝາຍຮ່ວມກັນໃນການຊ່ວຍເຫຼືອຜູ້ບໍລິໂພກຕອບສະໜອງ ຄວາມຕ້ອງການດ້ານການປົກປ້ອງຄຸ້ມຄອງ ແລະ ບັນລຸເປົ້າໝາຍທາງດ້ານການເງິນຂອງພວກເຂົາໂດຍການຈຳໜ່າຍຜະລິດຕະພັນ ການປະກັນໄພຊີວິດ ທີ່ມີຄຸນນະພາບ.
ທ່ານ ນາງ ວັນດາລີ ສຸວັນນະສຸກ, ຫົວໜ້າ ພະແນກກົດໝາຍ, ລະບຽບການພາຍໃນ ແລະ ການຄຸ້ມຄອງຄວາມສ່ຽງຂອງ ພຣູເດັນໂຊລ໌ ລາວໄດ້ກ່າວວ່າ: “ພວກເຮົາມີຄວາມພາກພູມໃຈທີ່ໄດ້ເປັນຄູ່ຮ່ວມທຸລະກິດກັບ ທະນາຄານ ມາຣູຮານ ເຈແປນ ລາວ ແລະ ຈະໄດ້ນຳເອົາການບໍລິການຂອງທະນາຄານ ມາຣູຮານ ເຈແປນ ລາວ ທີ່ມີຫຼາກຫຼາຍຊ່ອງທາງ ມານຳສະເໜີໃຫ້ປະຊາຊົນລາວ ດ້ວຍຜະລິດຕະພັນປະກັນໄພຊີວິດຂອງພວກເຮົາ ທີ່ຖືກອອກເເບບມາໃຫ້ເໝາະສົມກັບຄວາມຕ້ອງການຂອງລູກຄ້າ. ພວກເຮົາ ຫວັງວ່າຈະໄດ້ຮ່ວມມືຢ່າງໃກ້ຊິດກັບທະນາຄານ ມາຣູຮານ ເຈແປນ ລາວ ເພື່ອມອບການປົກປ້ອງ ແລະ ຄຸ້ມຄອງໃຫ້ກັບຄົນທີ່ ລູກຄ້າຮັກ ແລະ ເພື່ອອະນາຄົດທີ່ສົດໃສຂອງພວກເຂົາ”.
ການເປັນຄູ່ຮ່ວມທຸລະກິດຂາຍປະກັນໄພຊີວິດຜ່ານທະນາຄານໃນຄັ້ງນີ້, ລູກຄ້າຂອງ ທະນາຄານ ມາຣູຮານ ເຈແປນ ລາວ ສາມາດເຂົ້າເຖິງ ການໃຫ້ບໍລິການ ໃນການໃຫ້ຄຳປຶກສາ ທາງດ້ານປະກັນໄພຊີວິດທີ່ເໝາະສົມທີ່ສຸດໃຫ້ແກ່ລູກຄ້າໂດຍຜ່ານ ເຄືອຂ່າຍຂອງທະນາຄານ ເຊິ່ງລວມໄປເຖິງ ການບໍລິການຜ່ານທາງອິນເຕີເນັດ ເເລະ ຜ່ານລະບົບທະນາຄານເທິງໂທລະສັບມືຖື ທີ່ຈະມີໃນອະນາຄົດ.
ທ່ານ ແອນໂທນີ່ ຊິນ, ຜູ້ອຳນວຍການໃຫຍ່ ຂອງທະນາຄານ ມາຣູຮານ ເຈແປນ ລາວ ໄດ້ກ່າວວ່າ: "ພວກເຮົາມີຄວາມຕື່ນເຕັ້ນເປັນຢ່າງຍິ່ງທີ່ໄດ້ຮ່ວມມືກັບ ພຣູເດັນໂຊລ໌, ເຊິ່ງເປັນໜຶ່ງ ໃນຜູ້ໃຫ້ບໍລິການ ດ້ານການປະກັນຊີວິດ ໃນປະເທດລາວ, ແລະເປັນອົງການ
ບໍລິຫານເລື່ອງການເງິນ ຊັ້ນນຳຂອງໂລກ. ການຮ່ວມມືຂອງພວກເຮົາກັບ ພຣູເດັນໂຊລ໌ ລາວ ຈະຍົກລະດັບທຸລະກິດ ການປະກັນ ໄພຂອງພວກເຮົາໄປອີກຂັ້ນແລະເສີມຂະຫຍາຍຊື່ສຽງຂອງພວກເຮົາໃນລະດັບພາກພື້ນ. ພວກເຮົາມີຄວາມຍິນດີເປັນຢ່າງຍິ່ງທີ່ມີ ພຣູເດັນໂຊລ໌ ລາວ ຮ່ວມດຳເນີນງານກັບພວກເຮົາໃນຂະນະທີ່ພວກເຮົາໝູນໃຊ້ຄວາມເຂັ້ມແຂງ, ຄວາມສາມາດ ແລະ ການປະຕິ ບັດງານທີ່ດີທີ່ສຸດເພື່ອຕອບສະໜອງ ຄວາມຕ້ອງການທາງດ້ານການເງິນຂອງລູກຄ້າ ແລະ ການປົກປ້ອງຄຸ້ມຄອງໃນອະນາຄົດ. "
ທ່ານສາມາດສຶກສາຂໍ້ມູນກ່ຽວກັບການຮ່ວມມື ແລະ ການໃຫ້ບໍລິການ ການບໍລິຫານການເງິນ ຂອງ ພຣູເດັນໂຊລ໌ ລາວ ເພີ່ມຕື່ມໄດ້ທີ່ ສາຂາຂອງທະນາຄານ ມາຣູຮານ ເຈແປນ ລາວ ແລະ ຜ່ານຊ່ອງທາງອອນລາຍ ຫຼື ທ່ານສາມາດສອບຖາມ ຜູ້ຊ່ຽວຊານດ້ານປະກັນໄພຂອງ ພຣູເດັນໂຊລ໌ ລາວ ໄດ້ທີ່ 021 211 123 ຫຼື info@prudential.la.