Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ ລາວແລະ ທະນາຄານ ມາ​ຣູ​ຮານ ເຈ​ແປນ ລາວ ໄດ້ເປີດໂຕການເປັນຄູ່ຮ່ວມທຸລະກິດເພື່ອຊ່ວຍເຫຼືອປະຊາຊົນຫຼຸດຜ່ອນຄວາມສ່ຽງຕໍ່​ການ​ດຳ​ລົງຊີວິດຂອງເຂົາເຈົ້າ

ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ (ພຣູເດັນໂຊລ໌ ລາວ) ເເລະ ທະນາຄານ ມາ​ຣູ​ຮານ ເຈ​ແປນ ລາວ ໄດ້ເຊັນສັນຍາ ເປັນຄູ່ຮ່ວມທຸລະກິດໃນການຂາຍປະກັນໄພຊີວິດຜ່ານທະນາຄານໄລຍະຍາວເຊິ່ງທັງສອງບໍລິສັດຈະໄດ້ຮ່ວມມືກັນໃນການພັດທະ ນາ ເເລະ ຈຳໜ່າຍຜະລິດຕະພັນການປະກັນໄພຊີວິດໃຫ້ເເກ່ບັນດາປະ​ຊາ​ຊົນ​ລາວ.ພາຍ​ໃຕ້ຂໍ້ຕົກລົງທີ່ມີຜົນສັກສິດຕັ້ງເເຕ່ມື້​ນີ້​ເປັນ​ຕົ້ນ​ໄປ, ພຣູເດັນໂຊລ໌ ລາວ ຈະເປັນຜູ້ຈຳໜ່າຍຫຼັກ​ທີ່​ຈຳ​ໜ່າຍຜະລິດຕະພັນປະກັນ ໄພຊີວິດໃຫ້ກັບລູກຄ້າຂອງ ທະນາຄານ ມາ​ຣູ​ຮານ ເຈ​ແປນ ລາວ, ທະ​ນາ​ຄານ ​ແຫ່ງ​ທຳ​ອິດທີ່​ນຳ​ໃຊ້ ດິ​ຈີິຕອນ ຂອງ​ປະ​ເທດ​ລາວ​. ພຣູເດັນໂຊລ໌ ລາວ ເເລະ ທະນາຄານ ມາ​ຣູ​ຮານ ເຈ​ແປນ ລາວມີເປົ້າໝາຍຮ່ວມ​ກັນໃນການຊ່ວຍເຫຼືອຜູ້ບໍລິໂພກຕອບສະໜອງ ຄວາມຕ້ອງການດ້ານການປົກປ້ອງຄຸ້ມ​ຄອງ ແລະ ບັນລຸເປົ້າໝາຍທາງດ້ານການເງິນຂອງພວກເຂົາໂດຍການຈຳໜ່າຍຜະລິດຕະພັນ ການປະກັນໄພຊີວິດ ທີ່ມີຄຸນນະພາບ.

 ທ່ານ ນາງ ວັນດາລີ ສຸວັນນະສຸກ, ຫົວ​ໜ້າ ພະ​ແນກ​ກົດ​ໝາຍ, ລະ​ບຽບ​ການ​ພາຍ​ໃນ ແລະ ການ​ຄຸ້ມ​ຄອງ​ຄວາມ​ສ່ຽງຂອງ ພຣູເດັນໂຊລ໌ ລາວໄດ້ກ່າວວ່າ: “ພວກ​ເຮົາ​​ມີ​ຄວາມພາກ​ພູມ​ໃຈ​ທີ່​ໄດ້​ເປັນ​ຄູ່​ຮ່ວມ​ທຸ​ລະ​ກິດ​ກັບ ທະນາຄານ ມາ​ຣູ​ຮານ ເຈ​ແປນ ລາວ ແລະ ຈະໄດ້​ນຳ​ເອົາ​​ການ​ບໍ​ລິ​ການ​ຂອງ​ທະ​ນາ​ຄານ ມາ​ຣູ​ຮານ ເຈ​ແປນ ລາວ  ທີ່​ມີຫຼາກຫຼາຍ​ຊ່ອງ​ທາງ​ ມາ​ນຳ​ສະ​ເໜີ​ໃຫ້​ປະ​ຊາ​ຊົນ​ລາວ ດ້ວຍ​ຜະ​ລິດ​ຕະ​ພັນ​ປະ​ກັນ​ໄພ​ຊີ​ວິດຂອງ​ພວກ​ເຮົາ ທີ່ຖືກອອກເເບບມາໃຫ້ເໝາະສົມກັບຄວາມຕ້ອງການຂອງລູກຄ້າ. ພວກເຮົາ ຫວັງວ່າຈະໄດ້ຮ່ວມມືຢ່າງໃກ້ຊິດກັບທະນາຄານ ມາ​ຣູ​ຮານ ເຈ​ແປນ ລາວ ເພື່ອມອບການປົກປ້ອງ ແລະ ຄຸ້ມຄອງໃຫ້ກັບຄົນທີ່ ລູກຄ້າຮັກ ແລະ ເພື່ອອະນາຄົດທີ່ສົດໃສຂອງພວກເຂົາ”.

ການເປັນຄູ່ຮ່ວມທຸລະກິດຂາຍປະກັນໄພຊີວິດຜ່ານທະນາຄານໃນຄັ້ງນີ້, ລູກຄ້າຂອງ ທະນາຄານ ມາ​ຣູ​ຮານ ເຈ​ແປນ ລາວ ສາມາດເຂົ້າເຖິງ ການໃຫ້ບໍລິການ ໃນການໃຫ້ຄຳປຶກສາ ທາງດ້ານປະກັນໄພຊີວິດທີ່ເໝາະສົມທີ່ສຸດໃຫ້​ແກ່ລູກຄ້າ​ໂດຍຜ່ານ ເຄືອຂ່າຍຂອງທະນາຄານ ເຊິ່ງລວມໄປເຖິງ ​ການບໍລິການຜ່ານ​ທາງອິນເຕີເນັດ ເເລະ ຜ່ານລະບົບທະນາຄານເທິງໂທລະສັບມື​ຖື ​ທີ່​ຈະ​ມີໃນອະນາຄົດ. 

ທ່ານ ​ແອນ​ໂທນີ່ ຊິນ, ຜູ້ອຳນວຍການ​ໃຫຍ່ ຂອງທະນາຄານ ມາ​ຣູ​ຮານ ເຈ​ແປນ ລາວ ໄດ້ກ່າວວ່າ: "ພວກເຮົາມີ​ຄວາມ​ຕື່ນ​ເຕັ້ນເປັນ​ຢ່າງ​ຍິ່ງທີ່ໄດ້ຮ່ວມມືກັບ ພຣູເດັນໂຊລ໌, ເຊິ່ງເປັນໜຶ່ງ ໃນຜູ້ໃຫ້ບໍລິການ ດ້ານ​ການປະກັນຊີວິດ ໃນປະເທດລາວ, ແລະເປັນອົງການ

ບໍລິຫານເລື່ອງການເງິນ ​ຊັ້ນ​ນຳ​ຂອງ​ໂລກ. ການຮ່ວມມືຂອງພວກເຮົາກັບ ພຣູເດັນໂຊລ໌ ລາວ ຈະຍົກ​ລະ​ດັບທຸລະກິດ ການປະກັນ ໄພຂອງພວກເຮົາໄປ​ອີກ​ຂັ້​ນແລະເສີມຂະຫຍາຍຊື່ສຽງຂອງພວກເຮົາໃນລະ​ດັບພາກພື້ນ. ພວກເຮົາມີຄວາມຍິນດີ​ເປັນ​ຢ່າງ​ຍິ່ງທີ່ມີ ພຣູເດັນໂຊລ໌ ລາວ ຮ່ວມ​ດຳ​ເນີນ​ງານ​ກັບພວກເຮົາໃນຂະນະທີ່ພວກເຮົາໝູນໃຊ້ຄວາມເຂັ້ມແຂງ, ຄວາມສາມາດ ແລະ ການປະຕິ ບັດງານທີ່ດີທີ່ສຸດເພື່ອຕອບສະໜອງ ຄວາມຕ້ອງການທາງດ້ານການ​ເງິນຂອງລູກຄ້າ ແລະ ການປົກປ້ອງ​ຄຸ້ມ​ຄອງໃນອະນາຄົດ. "

ທ່ານສາມາດສຶກສາຂໍ້ມູນກ່ຽວກັບການຮ່ວມມື ແລະ ການໃຫ້ບໍລິການ ການບໍລິຫານການເງິນ ຂອງ ພຣູເດັນໂຊລ໌ ລາວ ເພີ່ມຕື່ມໄດ້ທີ່ ສາຂາຂອງທະນາຄານ ມາ​ຣູ​ຮານ ເຈ​ແປນ ລາວ ແລະ ຜ່ານຊ່ອງທາງອອນລາຍ ຫຼື ທ່ານສາມາດສອບຖາມ ຜູ້ຊ່ຽວຊານດ້ານປະກັນໄພຂອງ ພຣູເດັນໂຊລ໌ ລາວ ໄດ້ທີ່ 021 211 123 ຫຼື info@prudential.la.