ພຣູເດັນໂຊລ໌ ແລະ ວົງຊຸບເປີເອັມ ໄດ້ຈັດຄອນເສີດທາງອອນໄລນ໌ ແລະ ພົບປະແຟນເພງທົ່ວອາຊີ
ວຽງຈັນ ວັນທີ 11 ສິງຫາ, 2021 - ພຣູເດັນໂຊລ໌ ຄໍອອບໂປເຣເຊິນເອເຊຍ (ພຣູເດັນໂຊລ໌) ແລະ ວົງ ຊຸບເປີເອັມ ນັກຮ້ອງດັງຈາກປະເທດເກົາຫຼີ ໄດ້ມອບປະສົບການທີ່ໜ້າຈົດຈຳຜ່ານຄອນເສິດອອນໄລນ໌ “PrudentialxSuperM We DO Virtual Concert & Fan Meet” ໃຫ້ກັບແຟນເພງທົ່ວທະວີບອາຊີ ໃນວັນເສົາ ວັນທີ 7 ສິງຫາ ທີ່ຜ່ານມາ. ງານຄອນເສີດຄັ້ງນີ້ຖືກຈັດຂຶ້ນພິເສດສຳລັບແຟນເພງທີ່ຊະນະຈາກການເຂົ້າຮ່ວມການແຂ່ງຂັນແຄມເປນ “We DO” ແລະ ການແຂ່ງເຕັ້ນ, ລວມໄປເຖິງຜູ້ນຳໃຊ້ແອັບພລິເຄເຊິນເພົ້າສ, ແອັບພລິເຄເຊິນກ່ຽວກັບສຸຂະພາບ ໃນທົ່ວຂົງເຂດອາຊີ.
ຄອນເສີດອອນໄລນ໌ ແລະ ການພົບປະແຟນເພງໃນຄັ້ງນີ້, ເຮັດໃຫ້ຜູ້ຄົນທີ່ໄດ້ເຂົ້າຮ່ວມໄດ້ຮັບປະສົບການທີ່ດີໃນຊ່ວງເວລາທີ່ຫຍຸ້ງຍາກໃນປະຈຸບັນ. ກິດຈະກຳຄັ້ງນີ້ໄດ້ຖືກຈັດຂຶ້ນເພື່ອເປັນການຕໍ່ຍອດຈາກແຄມເປນ “We DO Well Together” ທີ່ສະໜັບສະໜູນໃຫ້ທຸກຄົນຫັນມາດູແລຕົວເອງເພື່ອສຸຂະພາບທີ່ດີຂຶ້ນ, ແລະ ມ່ວນກັບການດູແລຮັກສາສຸຂະພາບ.
ນັບຕັ້ງແຕ່ມີການປະກາດການຮ່ວມມືລະຫວ່າງ ພຣູເດັນໂຊລ໌ ແລະ ຊຸບເປີເອັມ ໃນເດືອນມັງກອນທີ່ຜ່ານມາ, ການຮ່ວມມືຄັ້ງນີ້ໄດ້ມີການລວບລວບເອົາຫຼາຍແນວຄິດເພື່ອເປັນການສ້າງແຮງບັນດານໃຈໃຫ້ກັບຄົນລາວເພື່ອການດຳລົງຊີວິດທີ່ດີຂຶ້ນ. ແຮງບັນດານໃຈໃນນັ້ນລວມເຖິງກິດຈະກຳ #WeDoDanceLaos ທີ່ເປີດໂອກາດໃຫ້ຄົນລາວເຂົ້າຮ່ວມ ແລະ ສົ່ງວິດີໂອເຕັ້ນຂອງຕົວເອງນຳໃຊ້ເພງ “We DO” ຜ່ານ TikTok, Facebook and Instagram ເພື່ອຮັບເອົາປີ້ຄອນເສີດ ແລະ ການພົບປະແຟນເພງອອນໄລນ໌ ພ້ອມກັບລຸ້ນຮັບເອົາຂອງລາງວັນພິເສດຂອງວົງ ຊຸບເປີເອັມ.
ແຟນເພງເກົາຫຼີຈາກ 11 ຕະຫຼາດຂອງ ພຣູເດັນໂຊລ໌ໃນທະວີບອາຊີໄດ້ເຂົ້າຮ່ວມຄອນເສີດ ແລະ ການພົບປະແຟນເພງອອນໄລນ໌ຄັ້ງນີ້ຈາກເຮືອນຂອງພວກເຂົາ. ວົງ ຊຸບເປີ ເອັມໄດ້ເປີດເວທີ ແລະ ທັກທາຍແຟນເພງທົ່ວຂົງເຂດດ້ວຍການສະແດງເພງ “We DO” ພ້ອມທ່າເຕັ້ນທີ່ເປັນເອກະລັກຂອງພວກເຂົາ. ເພງ “We DO” ໄດ້ຖືກປ່ອຍອອກມາໃນເດືອນ ເມສາ 2021, ເຊິ່ງສະແດງເຖິງຈຸດປະສົງຂອງ ພຣູເດັນໂຊລ໌ ແລະ ຊຸບເປີ ເອັມ ໃນການສົ່ງເສີມການດູແລສຸຂະພາບ ແລະ ການເປັນຢູ່ທີ່ດີ, ແລະ ສົ່ງເສີມການເບິ່ງໂລກໃນແງ່ດີພ້ອມກັບການກະທຳໃນທາງບວກ.
ທ່ານວີເຈ ມັດຫາວັນ, ຜູ້ອຳນວຍການໃຫຍ່ ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ ຈຳກັດ (ພຣູເດັນໂຊລ໌ ລາວ) ໄດ້ກ່າວວ່າ: “ພວກເຮົາຮູ້ສຶກຕື່ນເຕັ້ນຫຼາຍໃນການຈັດຄອນເສີດ ແລະ ການພົບປະແຟນເພງອອນໄລນ໌ຄັ້ງທຳອິດ ຮ່ວມກັບ ຊຸບເປີເອັມ ເຊິ່ງເປັນວົງນັກຮ້ອງທີ່ໄດ້ຮັບຄວາມນິຍົມໃນກຸ່ມພະນັກງານ, ຕົວແທນ, ລູກຄ້າ, ແລະ ແຟນເພງເກົາຫຼີທົ່ວທະວີບອາຊີ. ພວກເຮົາມີຈຸດປະສົງຢາກສ້າງສາຍພົວພັນກັບຜູ້ຄົນຜ່ານສຽງເພງ ແລະ ການເຕັ້ນ ເພື່ອເປັນການສ້າງແຮງບັນດານໃຈໃຫ້ພວກເຂົາຫັນມາດູແລສຸຂະພາບໃນວິທີທີ່ບໍ່ໜ້າເບື່ອ ເພື່ອໃຫ້ພວກເຂົາສາມາດດຳລົງຊີວິດໃນຊ່ວງເວລາທີ່ພິເສດເຫຼົ່ານີ້.”
ວົງຊຸບເປີເອັມ, ວົງທີ່ໄດ້ລວມເອົາ “ນັກຮ້ອງເດັ່ນຂອງວົງການເຄປ໊ອບ” ໄດ້ຈັດງານພົບປະແຟນເພງຮອບພິເສດ. ຜູ້ໂຊກດີໄດ້ມີໂອກາດຄັ້ງໜຶ່ງໃນຊີວິດສົນທະນາ ແລະ ສຳພັດຢ່າງໃຫ້ຊິດແບບສ່ວນຕົວກັບວົງ ຊຸບເປີເອັມ.
ກິດຈະກຳພົບປະແຟນເພງ ແມ່ນເກີດຂຶ້ນຫຼັງຈາກການສະແດງເພງທີ່ເປັນທີ່ນິຍົມຂອງແຟນເພງເຊັ່ນ: 100, One (Monster & Infinity), Wish You Were Here and With You. ຈໍ LED ຂ້າງຫຼັງເວທີສະແດງພາບຂອງແຟນເພງຈາກທົ່ວຂົງເຂດທີ່ໄດ້ເຂົ້າຮ່ວມເບິ່ງການສະແດງຄອນເສີດອອນໄລນ໌ຂອງນັກຮ້ອງທີ່ພວກເຂົາມັກ.
ເຖິງແມ່ນວ່າ BAEKHYUN ແລະ TAEMIN ບໍ່ສາມາດເຂົ້າຮ່ວມການສະແດງໃນຄັ້ງນີ້ເນື່ອງຈາກວ່າຕິດພາລະກິດໃນການທະຫານ, ແຕ່ວ່າພວກເຂົາກໍ່ໄດ້ບັນທຶກຂໍ້ຄວາມສົ່ງກຳລັງໃຈ ແລະ ພະລັງບວກໃຫ້ກັບແຟນເພງໃນຊ່ວງເວລາຂອງການພົບປະແຟນເພງ ແລະ ບັນທຶກການສະແດງເພງ ເຊິ່ງເຮັດໃຫ້ແຟນເພງປະທັບໃຈ ແລະ ມີຄວາມສຸກໃນຊ່ວງເວລາຂອງງານຄອນເສີດ.
KAI ໄດ້ຮັບຜົນກວດ ໂຄວິດ-19 ເປັນລົບ, ແຕ່ກໍ່ບໍສາມາດເຂົ້າຮ່ວມການສະແດງຄັ້ງນີ້ໄດ້ເນື່ອງຈາກວ່າຕ້ອງໄດ້ຮັບການກັກໂຕເປັນເວລາ 14ວັນ ອີງຕາມກົດລະບຽບຂອງສຸຂະພາບຂອງປະເທດເກົາຫຼີ. ເຊິ່ງ KAI ກໍ່ໄດ້ສົ່ງຄຳຂໍໂທດໃຫ້ທຸກຄົນທີ່ບໍ່ສາມາດເຂົ້າຮ່ວມການສະແດງນີ້ໄດ້.
ກ່ຽວກັບ ພຣູເດັນໂຊລ໌ ລາວ
ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານພະນັກງານຂາຍໂດຍກົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.
ທ່ານສາມາດເບິ່ງຂໍ້ມູນເພີ່ມຕື່ມກ່ຽວກັບ ພຣູເດັນໂຊລ໌ ລາວ ທີ່ www.prudential.la
ກ່ຽວກັບ ເພົ້າສ໌ ໂດຍ ພຣູເດັນໂຊລ໌
ເພົ້າສ໌ແມ່ນ ແອັບພີເຄເຊີນກ່ຽວກັບສຸຂະພາບ ແລະ ເປັນ ໜຶ່ງດຽວໃນພາກພື້ນອາຊີ ໃນເຄືອ Prudential Corporate Asia ທີ່ຊ່ວຍໃນການຈັດການດ້ານສຸຂະພາບຕໍ່ຜູ້ໃຊ້. ໂດຍມີການນຳໃຊ້ ປັນຍາປະດິດ ຫຼື AI ເຂົ້າມາຊ່ວຍໃນການໃຫ້ຂໍ້ມູນທີ່ຖືກຕ້ອງຊັດເຈນ, ສາມາດເຂົ້າເຖິງຂໍ້ມູນກ່ຽວກັບສຸຂະພາບໄດ້ຕະຫຼອດເວລາ. ຊ່ວຍໃຫ້ຜູ້ໃຊ້ສາມາດ ຫຼີກລ້ຽງ, ປ້ອງກັນ ກ່ຽວກັບການພະຍາດ. ເພົ້າສ໌ແມ່ນ ເປັນສ່ວນໜຶ່ງຂອງຍຸດທະສາດຂອງ Prudential Corporate Asia, ທີ່ຢາກໃຫ້ທຸກໆຄົນໃນພາກພື້ນອາຊີ ສາມາດເຂົ້າເຖີງຂໍ້ມູນດ້ານສຸຂະພາບ ໄດ້ຢ່າງທົ່ວເຖິງ. ດ້ວຍເຕັກໂນໂລຢີທີ່ທັນສະໄໝ ແລະ ຄູ່ຮ່ວມທຸລະກິດທີ່ເຂັ້ມແຂງ.
ເພົ້າສ໌ແອັບພິເຄເຊິນ ໄດ້ເປິດໂຕຄັ້ງທຳອິດໃນເດືອນສິງຫາ ປີ 2019 ທີ່ ປະເທດມາເລເຊຍ ແລະ ໄດ້ນຳໃຊ້ແລ້ວໃນ 11 ປະເທດ ທົ່ວອາຊີ ທີ່ຢູ່ໃນເຄືອ Prudential Corporate Asia. ໂດຍມີ ການກວດສອບອາການບໍ່ສະບາຍໃນເບື້ອງຕົ້ນ ແລະ ການວິເຄາະສະພາບຮ່າງກາຍ, ການບໍລິການດ້ານສຸຂະພາບສ່ວນບຸກຄົນ, ແລະ ການໃຫ້ຄຳປຶກສາຈາກທ່ານໝໍ ແລະ ຜູ້ຊ່ຽວຊານທາງການແພດທີ່ຜ່ານການຮອງຮັບ.
ຕັ້ງແຕ່ເປີດໂຕຫາປະຈຸບັນ ເພົ້າສ໌ແອັບພິເຄເຊິນ ຖືກດາວໂຫຼດຫຼາຍກວ່າ 30 ລ້ານເທື່ອໃນຂົງເຂດອາຊີ ແລະ ອາຟຣິກາ. ເພົ້າສ໌ແອັບພິເຄເຊິນ ສາມາດດາວໂຫຼດໄດ້ໃນ Apple/Google Play stores ເຊິ່ງໃນທະວີບອາຊີມີ: ປະເທດ ກຳປູເຈຍ, ຮົງກົງ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປີນ, ສິງກະໂປ, ໄຕ້ຫວັນ, ໄທດ ຫວຽດນາມ ແລະ ທະວີບ ອາຟຣິກາມີປະເທດແຄມມາຣູນ, ການາ, ເຄນຍາ, ໄນຈີເຣຍ, ອຸການດາ, ແລະ ແຊມເບຍ.
ສຳລັບຂໍ້ມູນເພີ່ມເຕີມ, ແລະ ສາມາດດາວໂຫຼດ ເພົ້າສ໌ແອັບພິເຄເຊິນ, ເຂົ້າໄປໃນເວັບໄຊ www.wedopulse.com
*ຂໍ້ມູນລ່າສຸດຄັ້ງເດືອນສິງຫາ 2021
ກ່ຽວກັບວົງ SuperM
SuperM, ສຸດຍອດວົງບອຍແບນເຈົ້າຂອງສາຍາ ອະເວັນເຈີເຄປ໋ອບຖືກຳເນີນໃນປີ 2019 ຈາກຄວາມຮ່ວມມືຂອງສອງຄ້າຍຍັກໃຫຍ່ເຊັ່ນວ່າ SM Entertainment ແລະ ການຮ່ວມຕົວຂອງສະມາຊິກ 7ຄົນຈາກວົງເຄປ໋ອບແຖວໜ້າຂອງເກົາຫຼີໃຕ້ໃນສັງກັດຄ້າຍດັ່ງກ່າວເຊັ່ນວ່າ TAEMIN ຈາກ SHINee, BAEKHYUN ແລະ KAI ຈາກ EXO, TAEYONG ແລະ MARK ຈາກ NCT 127 ແລະ TEN ແລະ LUCAS ຈາກ WayV. ທັງນີ້ວົງ SuperM ສ້າງປະຫວັດສາດເປັນວົງການດົນຕີຈາກອາຊີວົງທຳອິດທີ່ຄອງອັນດັບໃນ US Billboard 200 ຍິ່ງໄປກວ່ານັ້ນ SuperM ປະສົບຄວາມສຳເລັດລະດັບນານາຊາດດ້ວຍການຄອງອັນດັບໜຶ່ງໃນ Billboard's Artist 100 Top Album Sales, Top Current Albums, Digital Albums, Internet Albums, World Albums, ແລະ World Digital Song Sales charts ເຊິ່ງສາມາດຄອງອັນດັບອາລະບ້ຳທີ່ມີຍອດຂາຍສູງສຸດທົ່ວໂລກ.