Select your language
close
ຂ່າວ​ສານ

ປະກາດເລື່ອງການແຍກກິດຈະການ ລະຫວ່າງ ກຸ່ມບໍລິສັດ ພຣູເດັນໂຊລ໌ ແລະ ເອັມແອນຈີ

ໃນວັນທີ 14 ມີນາ 2018, ພຣູເດັນໂຊລ໌ ໄດ້ປະກາດເຖິງການແຍກບໍລິສັດທີ່ຈົດທະບຽນ 2 ບໍລິສັດ ອອກຈາກກັນ ໄດ້ແກ່ ກຸ່ມບໍລິສັດ ພຣູເດັນໂຊລ໌ ແລະ ເອັມແອນຈີ ພຣູເດັນໂຊລ໌. ທ່ານສາມາດອ່ານຂໍ້ມູນກ່ຽວກັບຂ່າວນີ້ເພີ່ມເຕີມໄດ້ທີ່ http://www.prudential.co.uk/news/mandgprudential-demerger. 

ກຸ່ມບໍລິສັດ ພ​ຣູເດັນໂຊ​ລ໌ ຍັງ​ຄົງ​ສະ​ຖາ​ນະ​ພາບ​ການ​ເປັນ​ກຸ່ມ​ບໍ​ລິ​ສັດ​ປະ​ກັນ​ໄພຊັ້ນ​ນຳ​ລະ​ດັບ​ສາ​ກົນ​ ແລະ ຍັງ​ມຸ່ງ​ໝັ້ນ​ທີ່​ຈະ​ຕອບ​ສະ​ໜອງ​ຕໍ່​ຄວາມ​ຕ້ອງ​ການ​ດ້ານ​ການ​ປົກ​ປ້ອງ ແລະ ກາ​ນ​ອອມຂອງຜູ້​ຄົນໃນພາກພື້ນອາຊີ ເຊິ​່ງ​ເປັນ​ຕະຫຼາດ​ທີ່​ພ​ຣູ​ເດັນ​ໂຊ​ລ໌​ໄດ້​ເຂົ້າ​ມາ​ດຳ​ເນີນ​ທຸ​ລະ​ກິດຫຼາຍ​ຫວ່າ 94 ປ​ີ. 

ແຜນການແຍກກິດຈະການຂຶ້ນຢູ່​ກັບອີກຫຼາຍປັດໃຈ ເຊິ່ງ​ລວມ​ເຖິງ​ການ​ຂໍ​ອະ​ນຸ​ຍາດ​ຈາກ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ອີກ​ດ້ວຍ. ຂະ     ​ບ​ວນການ​ທັງ​ໝົດ​ຄ​າດ​ວ່າ​ຈະ​ໃຊ້​ເວ​ລາຫຼາຍ​ປີ​ເພື່ອ​ທີ່​ຈະ​ແລ້ວ​ສົມ​ບູນ. 

ທຸລະກິດຍັງດຳເນີນໄປຕາມປົກກະຕິສຳລັບ ​ພ​ຣູເດັນໂຊ​ລ໌ ລາວ ຈຳກັດ ແລະ ພວກ​ເຮົາ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ໃນ​ຖາ​ນະ​ທີ່​ທ່ານ​ເປັນ​ລູກ​ຄ້າກັບ​ບໍ​ລິ​ສັດ ​ຜົນປະໂຫຍດ ແລະ ສິດປະໂຫຍດຕ່າງໆ​ຍັງຄົງສະພາບເດີມພວກເຮົາຍັງມຸ່ງໝັ້​ນ​ໃນການສ້າງຄວາມສຳພັນທີ່​ດີກັບທ່ານ ແລະ ສົ່ງຕໍ່​ຜະລິດຕະພັນ ແລະ ບໍລິການທີ່​ມີຄຸນະພາບ ເພື່ອຕອບສະໜອງຄວາມຕ້ອງການຂອງທ່ານຢ່າງຕໍ່​ເນື່ອງ. 

ຖ້າຫາກທ່ານຕ້ອງການຂໍ້​ມູນເພີ່ມເຕີມ ກະລຸນາຕິດຕໍ່​ພວກເຮົາໄດ້ທີ່ +856 21 211 123.