ປະກາດເລື່ອງການແຍກກິດຈະການ ລະຫວ່າງ ກຸ່ມບໍລິສັດ ພຣູເດັນໂຊລ໌ ແລະ ເອັມແອນຈີ
ໃນວັນທີ 14 ມີນາ 2018, ພຣູເດັນໂຊລ໌ ໄດ້ປະກາດເຖິງການແຍກບໍລິສັດທີ່ຈົດທະບຽນ 2 ບໍລິສັດ ອອກຈາກກັນ ໄດ້ແກ່ ກຸ່ມບໍລິສັດ ພຣູເດັນໂຊລ໌ ແລະ ເອັມແອນຈີ ພຣູເດັນໂຊລ໌. ທ່ານສາມາດອ່ານຂໍ້ມູນກ່ຽວກັບຂ່າວນີ້ເພີ່ມເຕີມໄດ້ທີ່ http://www.prudential.co.uk/news/mandgprudential-demerger.
ກຸ່ມບໍລິສັດ ພຣູເດັນໂຊລ໌ ຍັງຄົງສະຖານະພາບການເປັນກຸ່ມບໍລິສັດປະກັນໄພຊັ້ນນຳລະດັບສາກົນ ແລະ ຍັງມຸ່ງໝັ້ນທີ່ຈະຕອບສະໜອງຕໍ່ຄວາມຕ້ອງການດ້ານການປົກປ້ອງ ແລະ ການອອມຂອງຜູ້ຄົນໃນພາກພື້ນອາຊີ ເຊິ່ງເປັນຕະຫຼາດທີ່ພຣູເດັນໂຊລ໌ໄດ້ເຂົ້າມາດຳເນີນທຸລະກິດຫຼາຍຫວ່າ 94 ປີ.
ແຜນການແຍກກິດຈະການຂຶ້ນຢູ່ກັບອີກຫຼາຍປັດໃຈ ເຊິ່ງລວມເຖິງການຂໍອະນຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງອີກດ້ວຍ. ຂະ ບວນການທັງໝົດຄາດວ່າຈະໃຊ້ເວລາຫຼາຍປີເພື່ອທີ່ຈະແລ້ວສົມບູນ.
ທຸລະກິດຍັງດຳເນີນໄປຕາມປົກກະຕິສຳລັບ ພຣູເດັນໂຊລ໌ ລາວ ຈຳກັດ ແລະ ພວກເຮົາໃຫ້ຄຳໝັ້ນສັນຍາວ່າໃນຖານະທີ່ທ່ານເປັນລູກຄ້າກັບບໍລິສັດ ຜົນປະໂຫຍດ ແລະ ສິດປະໂຫຍດຕ່າງໆຍັງຄົງສະພາບເດີມ. ພວກເຮົາຍັງມຸ່ງໝັ້ນໃນການສ້າງຄວາມສຳພັນທີ່ດີກັບທ່ານ ແລະ ສົ່ງຕໍ່ຜະລິດຕະພັນ ແລະ ບໍລິການທີ່ມີຄຸນະພາບ ເພື່ອຕອບສະໜອງຄວາມຕ້ອງການຂອງທ່ານຢ່າງຕໍ່ເນື່ອງ.
ຖ້າຫາກທ່ານຕ້ອງການຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ພວກເຮົາໄດ້ທີ່ +856 21 211 123.