Select your language
close
ຂ່າວ​ສານ

ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈັດງານບໍລິຈາກເລືອດເພື່ອເປັນການເນັ້ນຍ້ຳໂຄງການ “ພວກເຮົາເຮັດດີ”

ໃນ​ວັນ​ທີ 18 ພະ​ຈິກ​ທີ່​ຜ່ານ​ມາ, ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌ ປະ​ກັນ​ໄພ​ຊີ​ວິ​ດ ລາວ ຈຳ​ກັ​ດ ໄດ້​ຈັດ​ງານ​ບໍ​ລິ​ຈາກ​ເລືອດ ເຊິ່ງ​ໄດ້​ຮ່ວ​ມ​ກັບ ອົງ​ການ​ກາ​ແດງ ທີ່ ວຽງ​ຈັນ​ເຊັນ​ເຕີ້ ເພື່ອ​ສຳ​ຮອງ​ເລືອດໃຫ້​ກັບ​ຜູ້​ທີ່​ຕ້ອງ​ການ​​ໃນ​ອະ​ນາ​ຄົດ.

ງານ​ບໍ​ລິ​ຈາກ​ຈັດ​ຂຶ້ນ​ທີ່ຫ້ອງ​ໂຖງ​ໃຫຍ່​ຂອງວຽງ​ຈັນ​ເຊັນ​ເຕີ້​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ມາ​ຮ່ວ​ມ​ບໍ​ລິ​ຈາກ​ຈຳ​ນວນຫຼາຍ ເຊິງ​ໃນ​ນັ້ນ​ລວມ​ມີ: ພະ​ນັກ​ງານ​ຈາກ​ບໍ​ລິ​ສັດ ພ​ຮ​ູ​ເດັນ​ໂຊ​ລ໌ ລາວ, ຄູ່​ຮ່ວມ​ທຸ​ລະ​ກິດ, ແລະ ຜູ້​ທີ່​ສົນ​ໃຈ​ບໍ​ລິ​ຈາກ​ເລືອດ​ຈາກ​ທາງ​ສື່​ສັງ​ຄົມອອນ​ໄລ, ແລ​ະ ອື່ນ​ໆ. ໃນ​ງານ, ພະ​ນັກ​ງານ​ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌​ໄດ້​ມີ​ການ​ແຈກ​ຢາຍ​ນ້ຳ ແລະ ອາ​ຫາ​ນ​ວ່າງ ລວມ​ໄປ​ເຖິງ​ຂອງ​ທີ່​ລະ​ນຶກ​ໃຫ້​ຜູ້​ທີ່​ມາ​ບ​ລິ​ຈາກ​ເລືອດ

ຕາມ​ຄຳໝັ້ນ​ສັນ​ຍາ​ຂອງ​ແບ​ຣນ​ເຮົາ​ທີ່​ວ່າ “ຮັບ​ຟັງ, ເຂົ້າ​ໃຈ, ແລະ ມອບ​ສິ່ງ​ທີ່​ດີ​ໃຫ້​ແກ່​ທ່ານ” ແລະ ເພື່ອ​ເນັ້ນ​ຍ້ຳ​ໂຄງ​ການ “ພວກ​ເຮົາ​ເຮັດ​ດີ” ພ​ຣູ​ເດັນ​ໂຊ​ລ໌ ລາວ ມີ​ຄວາມ​ຍິນ​ດີ​ທີ່​ຈັດ​ງານ​ບໍ​ລິ​ຈາກ​ເລືອດ ເຊິ່ງ​ເລືອດ​ທີ່​ລວບ​ລ​ວມ​ໄດ້​ສາ​ມາດ​ຊ່ວຍ​ຊີ​ວິດ​ໄດ້​ກວ່າ 100 ຊີ​ວິດ. ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌ ຮູ້​ສຶກ​ຂອບ​ໃຈ​ຜູ້​ບໍ​ລິ​ຈາກ​ ແລະ ອາ​ສາສະ​ໝັກ​ທຸກ​ຄົນ​ທີ່​ຊ່ວຍ​ປົກ​ປ້ອງ ແລະ​ຄຸ້ມ​ຄອງສຸ​ຂະ​ພາບ ແລະ ການ​ເປັນ​ຢູ່​ຂອງ​ຊຸມ​ຊົນ​ລາວ.

ພ​ຣູ​ເດັນ​ໂຊ​ລ໌ ລາວໄດ້ມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016

ພ​ຣູ​ເດັນ​ໂຊ​ລ໌ ລາວ ເລີ່ມ​ຕົ້ນ​ທຸ​ລະ​ກິດ​ໃນ​ເດືອນ ພຶດ​ສະ​ພາ 2016  ແລະ ນ​ຳເອົາຜະ​ລິດ​ຕະ​ພັ​ນ​ປະ​ກັນ​ໄພ​ຊີ​ວິດ​ທີ່​ແທດ​ເໝາະ​ກັບ ​ຄ​ວາມ​ຕ້ອງ​ການ​ໃນ​ການ​ປົກປ້​ອງຄຸ້ມຄອງ ແລະ ການສະສົມທຶນຂອງ​ຄົນ​ລາວ. ໃນ​ປະ​ຈຸ​ບັນ, ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌ ລາວ ໄດ້​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ຜ່ານ​ ລະບົບທະນາຄານ ທົ່ວ​ປະ​ເທດ​.

ສາ​ມາດ​ອ່ານ​ຂໍ້​ມູນ​ເພີ່ມ​ເຕີມ​ໄດ້​ທີ່ www.prudential.la ກ່ຽວ​ກັບ ພ​ຣູ​ເດັນ​ໂຊລ໌ ລາວ.

ສ​ຳ​ລັບ​ຂໍ້​ມູນ​ເພີ່ມ​ຕື່ມ
ບໍ​ລິ​ສັດ ພ​ຣູ​ເດັ​ນ​ໂຊ​ລ໌ ລາວ ຈຳ​ກັດ
ນ. ຮັ່ນ​ນ​ີ້ ໄຊ​ຍະ​ຈັກ
ຜູ້​ຊ່ຽວ​ຊານ​ດ້ານ​ການ​ຕະຫຼາດ
Honey.xaynhachack@prudential.la