ພຣູເດັນໂຊລ໌ລາວໄດ້ຂະຫຍາຍໜ່ວຍບໍລິການທີ່ ສາຂາ ວັງວຽງ ແລະ ເມືອງໄກສອນພົມວິຫານຂອງທະນາຄານລາວ-ຝຣັ່ງ
ວຽງຈັນ, ລາວ, ວັນທີ 15 ກຸມພາ 2021 - ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ ລາວ (ພຣູເດັນໂຊລ໌), ຮ່ວມກັນກັບທະນາຄານລາວ-ຝຣັ່ງ, ໄດ້ຂະຫຍາຍການໃຫ້ບໍລິການເພື່ອຈຳຫນ່າຍຜະລິດຕະພັນປະກັນໄພຊີວິດ ຜ່ານສາຂາທະນາຄານລາວ-ຝຣັ່ງໃນວັງວຽງ (ແຂວງວຽງຈັນ) ແລະ ເມືອງໄກສອນພົມວິຫານ (ແຂວງສະຫວັນນະເຂດ).
ທ່ານ ວິຍາສອນ ມູນນະລາດ, ອຳນວຍການຝ່າຍບໍລິຫານທຸລະກິດ ພະເເນກຫຸ້ນສ່ວນການຂາຍ ຂອງ ພຣູເດັນໂຊລ໌ ໄດ້ກ່າວວ່າ: “ພວກເຮົາໄດ້ສືບຕໍ່ຂະຫຍາຍການປົກປ້ອງ ແລະ ຄຸ້ມຄອງເພື່ອຄວບຄຸມທຸກເຂດ ກັບ ທະນາຄານລາວ-ຝຣັ່ງ ເຮັດໃຫ້ລູກຄ້າສາມາດເຂົ້າເຖິງສິນຄ້າ ແລະ ບໍລິການປະກັນໄພຊີວິດໄດ້ຫຼາຍຂຶ້ນ. “ພວກເຮົາຫວັງວ່າຈະໄດ້ຮ່ວມງານກັບທາງທະນາຄານ ລາວ-ຝຣັ່ງ ຢ່າງໃກ້ຊິດເພື່ອຊ່ວຍປົກປ້ອງ ແລະ ຄຸ້ມຄອງອະນາຄົດຂອງລູກຄ້າ ແລະ ຄົນທີ່ພວກເຂົາຮັກ.”
“ການຂະຫຍາຍການຮ່ວມມືທາງທຸລະກິດປະກັນໄພ ກັບ ພຣູເດັນໂຊລ໌ ທີ່ໜ່ວຍງານບໍລິການວັງວຽງ ແລະ ແຂວງສະຫວັນນະເຂດ ແມ່ນເນື່ອງຈາກວ່າພວກເຮົາມີຄວາມມຸ່ງໝັ້ນທີ່ຈະຕອບສະໜອງການແກ້ໄຂບັນຫາທາງດ້ານການເງິນຂອງລູກຄ້າບໍ່ພຽງແຕ່ ຕໍ່ບຸກຄົນ ແຕ່ລວມໄປເຖິງທຸລະກິດຂອງລາວ” ທ່ານ ໂທມັສ ຄໍຣີ, ຫົວຫນ້າຝ່າຍການຕະຫລາດຂອງທະນາຄານລາວ-ຝຣັ່ງ ໄດ້ກ່າວຕື່ມອີກວ່າ: “ພວກເຮົາເຊື່ອວ່າການຈ່ຳໜ່າຍຜະລິດຕະພັນຂອງບໍລິສັດພຣູເດັນໂຊລ໌ ທີ່ຄວບຄຸມເຄືອຂ່າຍທະນາຄານຂອງພວກເຮົາຈະຊວ່ຍຕອບສະໜອງຄວາມຕ້ອງການຂອງລູກຄ້າຂອງພວກເຮົາໃນການອອມ ແລະ ການຄຸ້ມຄອງໄລຍະຍາວ”
ການຮ່ວມມືກັນລະຫວ່າງບໍລິສັດ ພຣູເດັນໂຊລ໌ ແລະ ທະນາຄານລາວ-ຝຣັ່ງເລີ່ມຕັ້ງແຕ່ປີ 2020 ໃນນະຄອນຫວງວັນຈັນ, ຫລວງພຣະບາງ ແລະ ຈຳປາສັກ. ທັງ ພຣູເດັນໂຊລ໌ ແລະ ທະນາຄານລາວ-ຝຣັ່ງໄດ້ໃຫ້ຄຳໝັ້ນສັນຍາວ່າຈະຂະຫຍາຍການບໍລິການ ແລະ ການເຂົ້າເຖິງຂອງພວກເຮົາຕື່ມອີກເພື່ອຕອບສະຫນອງຜູ້ບໍລິໂພກທີ່ເຕີບໂຕຢ່າງໄວວາຂອງ ສ.ປ.ປ ລາວທົ່ວປະເທດ.
ກ່ຽວກັບ ບໍລິສັດ ພຣູເດັນໂຊລ໌
ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍຕົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.
ກ່ຽວກັບທະນາຄານ ລາວ - ຝຣັ່ງ
ກຸ່ມທະນາຄານ ລາວ - ຝຣັ່ງ ຫຼື ທະນາຄານ ລາວ - ຝຣັ່ງ ເປັນການຮ່ວມທຶນລະຫວ່າງກຸ່ມທະນາຄານ BRED Banque Populaire ເເລະ ທະນາຄານ ການຄ້າຕ່າງປະເທດລາວ. ທະນາຄານໄດ້ສະເຫຼີມສະຫຼອງຄົບຮອບ 10 ປີ ຂອງການດຳເນີນທຸລະກິດຢູ່ ສປປ ລາວ ໂດຍໃຫ້ການບໍລິການໃຫ້ກັບພາກທຸລະກິດ ແລະ ການຄ້າພ້ອມທັງການເງິນແບບຄົບວົງຈອນ. ທະນາຄານ ລາວ - ຝຣັ່ງຍັງຖືກຍອມຮັບໃຫ້ເປັນທະນາຄານແຫ່ງປີ 2020 ອີກດ້ວຍ.
ກຸ່ມທະນາຄານ BRED Banque Populaire ຖືກສ້າງຕັ້ງຂຶ້ນໃນປີ 1919 ເຊິ່ງມີ ພະນັກງານຫຼາຍກວ່າ 200,000ຄົນທົ່ວໂລກ ແລະ ທຶນຈົດທະບຽນເຖິງ 4.4 ລ້ານຢູໂລ. ທະນາຄານ ລາວ - ຝຣັ່ງ ເປັນສະມາຊິກຂອງ BPCE ກຣຸບ ແລະ ເປັນທະນາຄານອັນດັບທີ 17 ຂອງໂລກທາງດ້ານຊັບ. ກຸ່ມທະນາຄານ BRED Banque Populaire ຖືກກໍ່ຕັ້ງຂຶ້ນທົ່ວໂລກໂດຍມີສາຂາຕັ້ງທີ່ ທະວີບຕາເວັນອອກສ່ຽງໃຕ້ (ລາວ, ກຳປູເຈຍ, ມຽນມາ), Horn of Africa (Djibouti), ພາກພື້ນເເປຊີຟິກ region (New-Caledonia, Vanuatu and the Fiji Islands, and Solomon Islands) ແລະ ອາຊີຕະເວັນອອກສ່ຽງໃຕ້
ສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່ www.bfl-bred.com ກ່ຽວກັບ ທະນາຄານລາວ - ຝຣັ່ງ.