Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ລາວໄດ້ຂະຫຍາຍໜ່ວຍບໍລິການທີ່ ສາຂາ ວັງວຽງ ແລະ ເມືອງໄກສອນພົມວິຫານຂອງທະນາຄານລາວ-ຝຣັ່ງ

ວຽງ​ຈັນ, ລາວ, ວັນ​ທີ 15 ກຸມ​ພາ 2021 ບໍ​ລິ​ສັດ ພຣູເດັນ​ໂຊ​ລ໌ ​ປະ​ກັນ​ໄພ​ຊີ​ວິດ ​ລາວ (ພ​ຣູ​ເດັນ​ໂຊ​ລ໌), ​ຮ່ວມ​ກັນ​ກັບ​ທະ​ນາ​ຄານ​ລາວ-ຝ​ຣັ່ງ, ໄດ້​ຂະ​ຫຍາຍ​ການ​ໃຫ້ບໍ​ລິ​ການເພື່ອ​ຈຳ​ຫນ່າຍ​ຜະ​ລິດ​ຕະ​ພັນ​ປະ​ກັນ​ໄພ​ຊີ​ວິດ ຜ່ານ​ສາ​ຂາ​ທະ​ນາ​ຄານ​ລາວ-ຝ​ຣັ່ງ​ໃນ​ວັງ​ວຽງ (​ແຂວງວຽງ​ຈັ​ນ) ​ແລະ ​ເມືອງ​ໄກ​ສອນ​ພົມ​ວິ​ຫານ (​ແຂວງ​ສະ​ຫວັນ​ນະ​ເຂດ).

ທ່ານ ວິ​ຍາ​ສອນ ມູນ​ນະ​ລາດ, ອຳນວຍການຝ່າຍບໍລິຫານທຸລະກິດ ພະເເນກຫຸ້ນສ່ວນການຂາຍ ຂອງ​ ພ​ຣູ​ເດັນ​ໂຊ​ລ໌ ໄດ້​ກ່າວ​ວ່າ: “ພວກ​ເຮົາໄດ້​ສືບ​ຕໍ່​ຂະ​ຫຍາຍ​ການປົກ​ປ້ອງ ແລະ ຄຸ້ມ​ຄອງເພື່ອ​ຄວບ​ຄຸມ​ທຸກ​ເຂດ ​ກັບ ທະ​ນາ​ຄານ​ລາວ​-ຝ​ຣັ່ງ ເຮັດ​ໃຫ້​ລູກ​ຄ້າ​ສາ​ມາດ​ເຂົ້າ​ເຖິງ​ສິນ​ຄ້າ ແລະ ບໍ​ລິ​ການ​ປະ​ກັນ​ໄພ​ຊີ​ວິດ​ໄດ້​ຫຼາຍ​ຂຶ້ນ. “ພວກ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ຮ່ວມ​ງານ​ກັບ​ທາງ​ທະ​ນາ​ຄານ ລາວ-ຝ​ຣັ່ງ​ ຢ່າງ​ໃກ້​ຊິດ​ເພື່ອ​ຊ່ວຍ​ປົກ​ປ​້ອງ ແລະ ຄຸ້ມ​ຄອງ​ອະ​ນາ​ຄົດ​ຂອງ​ລູກ​ຄ້າ ແລະ ຄົນ​ທີ່ພວກ​ເຂົາ​​ຮັກ​.”

 

ການຂະຫຍາຍການຮ່ວມມື​​ທາງ​ທຸ​ລະ​ກິດປະ​ກັນ​ໄພ ​ກັບ ພ​ຣູ​ເດັນ​ໂຊ​ລ໌ ທີ່ໜ່ວຍ​ງານບໍລິການວັງວຽງ ແລະ ແຂວງສະຫວັນນະເຂດ ແມ່ນເນື່ອງ​ຈາກວ່າພວກ​ເຮົາ​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະຕອບສະໜອງການ​ແກ້​ໄຂ​ບັນ​ຫາທາງດ້ານການເງິນຂອງລູກຄ້າບໍ່​ພຽງ​ແຕ່ ຕໍ່ບຸກຄົນ ແຕ່​ລວມ​ໄປ​ເຖິງທຸລະກິດຂອງລາວ”  ທ່ານ ໂທ​ມັ​ສ ຄໍ​ຣີ, ຫົວ​ຫນ້າ​ຝ່າ​ຍ​ການ​ຕະ​ຫລາດ​ຂອງ​ທະ​ນາ​ຄານ​ລາວ-ຝ​ຣັ່ງ​ ໄດ້​ກ່າວຕື່ມ​ອີກວ່າ: “​ພວກ​ເຮົາ​ເຊື່ອ​ວ່າ​ການ​ຈ່ຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ຂອງ​ບໍ​ລິ​ສັດ​ພ​ຣູ​ເດັນ​ໂຊ​ລ໌ ທີ່​ຄວບ​ຄຸມ​ເຄືອ​ຂ່າຍ​ທະ​ນາ​ຄານ​ຂອງ​ພວກ​ເຮົາຈະ​ຊວ່ຍຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ​ຂອງ​ພວກ​ເຮົາ​ໃນການ​ອອມ​​ ແລະ ການ​ຄຸ້ມ​ຄ​ອ​ງ​ໄລ​ຍະ​ຍາວ

ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ບໍ​ລິ​ສັດ ພ​ຣູເດັນ​ໂ​ຊ​ລ໌ ແລະ ທະ​ນາ​ຄານ​ລາວ-ຝ​ຣັ່ງ​ເລີ່ມ​ຕັ້ງ​ແຕ່​ປີ 2020 ​ໃນນະ​ຄອນ​ຫວງວັນ​ຈັນ, ​ຫລວງ​ພ​ຣະ​ບາງ ແລະ ຈຳ​ປາ​ສັກ. ​ທັງ ພ​ຣູ​ເດັນ​ໂຊ​ລ໌ ແລະ ທະ​ນາ​ຄານ​ລາວ-ຝ​ຣັ່ງໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ຂະ​ຫຍາຍ​ການ​ບໍ​ລິ​ການ ​ແລະ ​ການ​ເຂົ້າ​ເຖິງ​ຂອງ​ພວກ​ເຮົາ​ຕື່ມ​ອີກ​ເພື່ອ​​ຕອບສະ​ຫນອງ​ຜູ້​ບໍ​ລິ​ໂພກ​ທີ່ເຕີບ​ໂຕ​ຢ່າງ​ໄວ​ວາ​ຂອງ ສ.ປ.ປ ລາວ​ທົ່ວ​ປະ​ເທດ.

ກ່ຽວ​ກັບ ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌

ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍຕົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.

ກ່ຽວກັບທະນາຄານ ລາວ - ຝຣັ່ງ

ກຸ່ມທະນາຄານ ລາວ - ຝຣັ່ງ ຫຼື ທະນາຄານ ລາວ - ຝຣັ່ງ ເປັນການຮ່ວມທຶນລະຫວ່າງກຸ່ມທະນາຄານ  BRED Banque Populaire ເເລະ ທະນາຄານ ການຄ້າຕ່າງປະເທດລາວ. ທະ​ນາ​ຄານ​ໄດ້​ສະ​ເຫຼີມ​ສະຫຼອງຄົບ​ຮອບ 10 ປີ ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ ສ​ປ​ປ ລາວ ໂດຍ​ໃຫ້​ການ​ບໍ​ລິ​ການ​ໃຫ້​ກັບພາກທຸ​ລະ​ກິດ ແລະ ການ​ຄ້າພ້ອມ​ທັງ​ການ​ເງິນ​ແບບ​ຄົບ​ວົງ​ຈອນ. ທະນາຄານ ລາວ - ຝຣັ່ງຍັງ​ຖືກຍອ​ມ​ຮັບ​ໃຫ້​ເປັນ​ທະ​ນາ​ຄານແຫ່ງ​ປີ 2020 ອີກ​ດ້ວຍ.

ກຸ່ມທະນາຄານ BRED Banque Populaire ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1919 ເຊິ່ງມີ ພະນັກງານຫຼາຍກວ່າ 200,000ຄົນທົ່ວໂລກ ແລະ ທຶນ​ຈົດ​ທະ​ບຽນ​ເຖິງ 4.4 ລ້ານ​ຢູ​ໂລ. ທະ​ນາ​ຄານ ລາວ - ຝ​ຣັ່ງ ເປັນສະມາຊິກຂອງ BPCE ກຣຸບ ແລະ ເປັນ​ທະ​ນາ​ຄານ​ອັນ​ດັບ​ທີ 17 ຂອງ​ໂລກ​ທາງ​ດ້າ​ນ​ຊັບ​. ກຸ່ມທະນາຄານ BRED Banque Populaire ຖືກກໍ່ຕັ້ງຂຶ້ນທົ່ວໂລກໂດຍມີສາຂາຕັ້ງທີ່ ທະ​ວີບ​ຕາ​ເວັ​ນ​ອອກ​ສ່ຽງ​ໃຕ້ (ລາວ, ກຳ​ປູ​ເຈຍ, ມຽນ​ມາ), Horn of Africa (Djibouti), ພາກພື້ນເເປຊີຟິກ region (New-Caledonia, Vanuatu and the Fiji Islands, and Solomon Islands)  ແລະ ອາຊີຕະເວັນອອກສ່ຽງໃຕ້

ສາ​ມາດ​ອ່ານ​ຂໍ້​ມູນ​ເພີ່ມ​ເຕີມ​ໄດ້​ທີ່ www.bfl-bred.com ກ່ຽວ​ກັບ ທະນາຄານລາວ - ຝຣັ່ງ.