Select your language
close
pls+
ປະ​ກັນ​ໄພ​ຊີ​ວິດ

ພຣູໄລ້ ເຊັບເວີ ພລັສ

ການຄຸ້ມຄອງທາງດ້ານການເງີນຂອງທ່ານ ແລະ ຄົນທີ່ທ່ານຮັກ

ເປັນຫຍັງທ່ານຈຶ່ງຕ້ອງການ ພຣູໄລ້ ເຊັບເວີ ພລັສ?

ສິ່ງສຳຄັນທີ່ທ່ານຄາດຫວັງທີ່ຈະໄດ້ຮັບເພື່ອໂຕທ່ານເອງ ແລະ ຄົນທີ່ທ່ານຮັກ. ເຈົ້າສາມາດວາງແຜນໄດ້ດີທີ່ສຸດ ແຕ່ຊີວິດນັ້ນມາ ພ້ອມກັບຄວາມບໍ່ແນ່ນອນ. ພຣູໄລ້ ເຊັບເວີ ພລັສ ຖືກອອກແບບມາເພື່ອຊ່ວຍໃຫ້ທ່ານບັນລຸເປົ້າຫມາຍເຫຼົ່ ານັ້ນ ເຖິງແມ່ນວ່າໃນ ເຫດການບໍ່ຄາດຝັນເກີດຂຶ້ນກັບທ່ານທີ່ເຮັດໃຫ້ ທ່ານເສຍຊີວິດກ່ອນໄວອັນຄວນ, ຫຼື ທ່ານບໍ່ສາມາດເຮັດວຽກໄດ້ຍ້ອນການພິການ ຖາວອນ. ຈຳນວນເງິນທີ່ຖືກຈ່າຍໃຫ້ກັບຄົນທີ່ທ່ານຮັກ ຈະຊ່ວຍໃຫ້ເຂົາເຈົ້າກັບຄືນສູ່ເສັ້ນທາງເພື່ອບັນລຸເປົ້າໝາຍທີ່ສຳຄັນດັ່ ງກ່າວ.

ຜົນປະໂຫຍດ ຂອງຜະລິດຕະພັນ

ຜົນປະໂຫຍດຂອງປະກັນຊີວິດພ້ອມກັບໄລຍະການຄຸ້ມຄອງປະກັນທີ່ຢືດຢຸ່ນໄດ້
arrow
ສະຫນອງຄວາມຄຸ້ມຄອງທາງດ້ານການເງິນໃນໄລຍະຂອງສັນຍາປະກັນໄພ
arrow
ຜົນປະໂຫຍດຄູນສອງໃນກໍລະນີເຫດການທີ່ບໍ່ຄາດຝັນ (ເສຍຊີວິດ) ຫຼື ພິການຖາວອນທີ່ເກີດມາຈາກອຸປະຕິເຫດ
arrow
ຄ່າທຳນຽມະກັນໄພລາຍປີເບື້ອງຕົ້ນ 126.000 ກີບ/ເດືອນ
arrow
ສົ່ງຄືນຄ່າທຳນຽມປະກັນໄພເມື່ອຢູ່ຄົບສັນຍາ ແລະ ບໍ່ໄດ້ຖືກຈ່າຍຜົນປະໂຫຍດຈາກຄວາມຄຸ້ມຄອງ

ຄຸນລັກສະນະ ຂອງຜະລິດຕະພັນ

ແຜນນີ້ມີລັກສະນະແນວໃດ?

         
ໄລຍະເວລາຄຸ້ມຄອງ (ໄລຍະເວລາຂອງສັນຍາປະກັນໄພ) 5 ປີ 7 ປີ 10 ປີ 15 ປີ
ເກນອາຍຸ (ຕາມອາຍຸວັນເກີດລ່າສຸດ) 18 - 60 ປີ 18 - 58 ປີ 18 & 55 ປີ 18 & 50 ປີ
ທາງເລືອກການຈ່າຍເງິນປະກັນໄພ (ຄ່າທຳນຽມປະກັນໄພ) 3 ປີ 5 ປີ 5 & 10 ປີ 7 & 15 ປີ
ວົງເງິນປະກັນໄພຕ່ຳສຸດ

ຈ່າຍເປັນງວດ: 40.000.000 ກີບ

ຈ່າຍແບບມີໄລຍະເວລາຈຳກັດ: 30.000.000 ກີບ

ວົງເງິນປະກັນໄພສູງສຸດ

ຂຶ້ນກັບນະໂຍບາຍການພິຈາລະນາສັນຍາຂອງພຣູເດັນໂຊລ໌

ຮູບແບການຈ່າຍຄ່າທຳນຽມປະກັນໄພ ລາຍປີ / ລາຍເຄິ່ງປີ / ລາຍສາມເດືອນ ຫຼື ລາຍເດືອນ ສຳລັບສັນຍາປະກັນໄພໄລຍະ 5 ແລະ 7 ປີ ແມ່ນອະນຸຍາດພຽງການ ຊຳລະແບບລາຍປີເທົ່ານັ້ນ

 


ລາຍລະອຽດຂອງຜົນປະໂຫຍດ:

     

ໃນກໍລະນີທີ່ເຫດການບໍ່ຄາດຝັນເກີດຂຶ້ນກັບ ທ່ານ (ເສຍຊີວິດ) ກ່ອນສັນຍາປະກັນໄພຈະ ສິ້ນສຸດລົງ, ວົງເງິນຄຸ້ມຄອງທັງໝົດ

100%

ຈະຖືກຈ່າຍໃຫ້ກັບຜູ້ຮັບຜົນປະໂຫຍດ

ໃນກໍລະນີທີ່ເຫດການບໍ່ຄາດຝັນເກີດຂຶ້ນກັບ ທ່ານ (ພິການຖາວອນ) ກ່ອນສັນຍາປະກັນໄພ ຈະສິ້ນສຸດລົງ, ວົງເງິນຄຸ້ມຄອງທັງໝົດ 

100%

ຈະຖືກຈ່າຍໃຫ້ກັບຜູ້ຮັບຜົນປະໂຫຍດ

ໃນກໍລະນີເສຍຊີວິດ ຫຼືພິການຖາວອນຂອງ ຜູ້ຮັບການປະກັນຊີວິດ ເນື່ອງຈາກອຸປະຕິເຫດ , ວົງເງິນຄຸ້ມຄອງຄູນສອງ ຫຼື

200%

ຈະຖືກຈ່າຍໃຫ້ກັບຜູ້ຮັບຜົນປະໂຫຍດ

 


ເງິນກູ້ໃນສັນຍາປະກັນໄພ:

  • ທ່ານສາມາດກູ້ຢືມເງິນຕໍ່ກັບສັນຍາປະກັນໄພ. ທ່ານສາມາດເລືອກຂໍເງິນກູ້ໄດ້ສູງເຖິງ 90% ມູນຄ່າເວນຄືນ. ອັດຕາດອກເບ້ຍຂອງສັນຍາ ຈະຖືກກຳນົດຕາມນະໂຍບາຍຂອງບໍລິສັດ ແລະ ທົບຕົ້ນເປັນລາຍປີ. ເງິນກູ້ທີ່ຍັງຄົງຄ້າງບວກກັບດອກເບ້ຍຈະຖືກຫັກອອກຈາກ ຜົນປະໂຫຍດຕ່າງໆພາຍໃຕ້ສັນຍາປະກັນໄພ.
  • ເມື່ອມູນຄ່າຂອງເງິນກູ້ແລະ ດອກເບ້ຍສູງເກີນຈຳນວນເງິນທີ່ຈະໄດ້ຮັບຄືນ, ສັນຍາປະກັນໄພຈະຖືກຍົກເລີກທັນທີ.

 


ຜົນປະໂຫຍດເມື່ອຄົບກຳນົດສັນຍາ: 

ໃນກໍລະນີທີ່ຜູ້ຮັບການປະກັນໄພຍັງມີຊີວິດຢູ່ ແລະ ບໍ່ພິການຖາວອນໃນມື້ຄົບກຳນົດສັນຍາ ແລະ ຖືກຄຸ້ມຄອງໂດຍສັນຍາປະກັນໄພ ພ້ອມກັບການຈ່າຍຄ່າທຳນຽມທີ່ຄົບຖ້ວນ, ຜົນປະໂຫຍດເມື່ອຄົບກຳນົດສັນຍາຈະຖືກຈ່າຍດັ່ງນີ້:

 

ສັນຍາໄລຍະ 5 ປີ ສັນຍາໄລຍະ 7 ປີ ສັນຍາໄລຍະ 10 ປີ ສັນຍາໄລຍະ 15 ປີ

100%

ຂອງຄ່າທຳນຽມປະກັນໄພລາຍປີ x ໄລຍະການຈ່າຍຄ່າທຳນຽມປະກັນໄພ

102%

ຂອງຄ່າທຳນຽມປະກັນໄພລາຍປີ x ໄລຍະການຈ່າຍຄ່າທຳນຽມປະກັນໄພ

105%

ຂອງຄ່າທຳນຽມປະກັນໄພລາຍປີ x ໄລຍະການຈ່າຍຄ່າທຳນຽມປະກັນໄພ

110%

ຂອງຄ່າທຳນຽມປະກັນໄພລາຍປີ x ໄລຍະການຈ່າຍຄ່າທຳນຽມປະກັນໄພ

ອ່ານ ເພີ່ມ

ຕົວຢ່າງຜະລິດຕະພັນຂອງ ພຣູໄລ້ ເຊັບເວີ ພລັສ
ນາງ ພອນສີ




ນາງ ພອນສີ

ອາຍຸ 35 ປີ / ເພດຍິງ

ຕັດສິນໃຈ ຊື້ ພຣູໄລ້ ເຊັບເວີ ພລັສ ໃຫ້ລາວເອງເປັນຜູ້ໄດ້ຮັບການປະກັນຊີວິດ:

- ຈຳນວນເງິນຄຸ້ມຄອງທັງໝົດ: 100.000.000 ກີບ

- ໄລຍະເວລາຂອງສັນຍາປະກັນໄພ: 15 ປີ

 

ຄ່າທຳນຽມປະກັນໄພທີ່ ນາງ ພອນສີ ຈ່າຍ:

ຮູບແບບການຈ່າຍເງິນທຳນຽມ ລາຍເດືອນ ປະຈຳໄຕມາດ ລາຍເຄິ່ງປີ ລາຍປີ
ຈ່າຍເປັນປະຈຳ ສຳລັບສັນຍາ 15 ປີທີ່ຈ່າຍເປັນງວດ (15/15) 308.500 ກີບ 925.500 ກີບ 1.799.500 ກີບ  3.427.500 ກີບ
7 ປີ ສຳລັບສັນຍາທີ່ຈ່າຍແບບ ມີໄລຍະເວລາຈຳກັດ (15/7) 525.000 ກີບ  1.605.500 ກີບ  3.121.500 ກີບ  5.946.000 ກີບ

ຜົນປະໂຫຍດສຳລັບ ນາງ ພອນສີ:

1

ຄຸ້ມຄອງຜົນປະໂຫຍດສຳລັບຄອບຄົວ ທ່ານ ນາງ ພອນສີ ໃນກໍລະນີທີ່ລາວໄດ້ຈາກໄປ ຫຼື ໄດ້ຮັບຜົນກະທົບຈາກການ ເສຍອົງຄະແບບສິ້ນເຊີງ ແລະ ຖາວອນອັນເນື່ອງມາຈາກ ສາເຫດທີ່:

2 

ຜົນປະໂຫຍດຈາກການຢູ່ຄົບສັນຍາຂອງ ນາງ ພອນສີ ແລະ ຄອບຄົວຂອງລາວໃນຕອນທ້າຍຂອງໄລຍະເວລາ ສັນຍາບໍ່ຄວນມີເຫດການພາຍໃຕ້ຂໍ້ທີ່ 1 ເກີດຂຶ້ນ: 

ບໍ່ເກີດຈາກອຸປະຕິເຫດ

100.000.000 ກີບ

ເກີດຈາກອຸປະຕິເຫດ

200.000.000 ກີບ

ໄດ້ຮັບເງິນກ້ອນໃນທ້າຍປີ ຂອງປີທີ່ 15 ສຳລັບ ສັນຍາທີ່ຈ່າຍເປັນງວດ

56.553.500 ກີບ

ໄດ້ຮັບເງິນກ້ອນໃນທ້າຍປີຂອງ ປີທີ່ 15 ສຳລັບສັນຍາຈ່າຍ ແບບມີໄລຍະເວລາຈຳກັດ

45.784.000 ກີບ

ໝາຍເຫດ: ມູນຄ່າຈາກການຢູ່ຄົບສັນຍາໃນແຕ່ລະກໍລະນີຂ້າງເທິງແມ່ນຖືກຄິດໄລ່ເປັນຄ່າທຳນຽມລວມຂອງການຈ່າຍແບບລາຍປີທັງໝົດ ຄູນ110%

ຄຳຖາມທີ່ມັກຖືກຖາມກ່ຽວກັບ ພຣູໄລ້ ເຊບເວີ ພລັສ
ພວກເຮົາຕອບຄຳຖາມຂອງທ່ານ
ຂ້ອຍຈຳເປັນຕ້ອງມີການກວດສຸຂະພາບເພື່ອສະໝັກເອົາສັນຍາ ພຣູໄລ້ ເຊັບເວີ ພລັສ ບໍ່? ຄຳຮ້ອງສະໝັກອາດຕ້ອງມີການກວດສຸຂະພາບ, ຂຶ້ນກັບອາຍຸຂອງຜູ້ສະໝັກ ແລະ ຈຳນວນວົງເງິນປະກັນໄພທີ່ຕ້ອງການ. ຜູ້ສະໝັກທີ່ມີອາຍຸສູງ ແລະ ຈຳນວນວົງເງິນປະກັນໄພທີ່ເລືອກອາດຈະໄດ້ຮັບການກວດສຸຂະພາບເພີ່ມເຕີມ.
ຈະເປັນແນວໃດຖ້າຂ້ອຍບໍ່ສາມາດຈ່າຍຄ່າທຳນຽມປະກັນໄພຂອງຂ້ອຍໄດ້? ທ່ານຄວນສະໝັກຜະລິດຕະພັນນີ້ກໍ່ຕໍ່ເມື່ອທ່ານຕັ້ ງໃຈທີ່ຈະຈ່າຍຄ່າທຳນຽມປະກັນໄພທັງໝົດ. ຖ້າທ່ານພາດການຈ່າຍຄ່າທຳນຽມ ປະກັນໄພ, ທ່ານຈະມີໄລຍະເວລາຜ່ອນຜັນຫົກສິບຫ້າ (65) ວັນ ແລະ ຖ້າການຈ່າຍຄ່າທຳນຽມປະກັນໄພ ຍັງຄ້າງຊຳລະຫຼັງຈາກ ໄລຍະເວລາຜ່ອນຜັນ (ເວລາເພີ່ມເຕີມສະເພາະທີ່ທ່ານໄດ້ຮັບຫຼັງຈາກມື້ຄົບກຳນົດເພື່ອຊຳລະຄ່າທຳນຽມປະກັນໄພ ແລະ ຫຼີກເວັ້ນ ການໝົດອາຍຸຂອງສັນຍາປະກັນໄພ), ສັນຍາປະກັນໄພຂອງທ່ານຈະສິ້ນສຸດລົງ ແລະ ທ່ານຈະສູນເສຍການຄຸ້ມຄອງຂອງສັນຍາ ປະກັນໄພ.
ຈະເປັນແນວໃດຖ້າຂ້ອຍຕ້ອງການສົ່ງສັນຍາປະກັນໄພຄືນ? ທ່ານມີໄລຍະເວລາການຍົກເລີກ 30 ວັນ (ໄລຍະລູກຄ້າພິຈາລະນາສັນຍາ) ນັບຈາກມື້ທີ່ໄດ້ຮັບເອກະສານສັນຍາປະກັນໄພ. ໃນ ກໍລະນີດັ່ ງກ່າວ, ພວກເຮົາຈະຄືນເງິນຄ່າປະກັນໄພທີ່ໄດ້ຮັບມາໃຫ້ກັບທ່ານຫຼັງຈາກຫັກຄ່າທຳນຽມສຳລັບການກວດສຸ ຂະ ພາບ (ຖ້າມີ) ແລະ ພາສີໃດໆທີ່ຈ່າຍໄປ.
ຈະເປັນແນວໃດຖ້າຂ້ອຍຕ້ອງການຍົກເລີກສັນຍາປະກັນໄພຂອງຂ້ອຍ?
  • ທ່ານສາມາດຍົກເລີກສັນຍາ ພຣູໄລ ເຊັບເວີ ພລັສ ຂອງທ່ານ ເມື່ອໃດກໍ່ໄດ້.
  • ຖ້າທ່ານຍົກເລີກສັນຍາພາຍໃນໄລຍະເວລາການຍົກເລີກ (ໄລຍະລູກຄ້າພິຈາລະນາສັນຍາ), ພວກເຮົາຈະຄືນຄ່າທຳນຽມປະກັນໄພ ທີ່ທ່ານໄດ້ຈ່າຍມາ, ບໍ່ລວມຄ່າກວດສຸຂະພາບ ແລະ ຄ່າທຳນຽມການດຳເນີນການໃດໆ.
  • ພາຍຫຼັງ ໄລຍະເວລາການຍົກເລີກ (ໄລຍະລູກຄ້າພິຈາລະນາສັນຍາ), ຖ້າທ່ານຍົກເລີກສັນຍາຂອງທ່ານພາຍໃນສອງປີສັນຍາ ທຳອິດ, ສັນຍາ ຈະ ຖືກ ຍົກເລີກ ແລະ ຈະບໍ່ມີການຈ່າຍມູນຄ່າເວນຄືນ.
  • ເລີ່ມຈາກປີທີ່ສາມຂອງສັນຍາຂອງທ່ານ, ພຣູໄລ ເຊັບເວີ ພລັສ ຈະມີມູນຄ່າເວນຄືນ. ເຊິ່ງໝາຍຄວາມວ່າພວກເຮົາສາມາດຄືນຄ່າ ທຳນຽມປະກັນໄພສ່ວນໜຶ່ງໃຫ້ກັບທ່ານ ຖ້າທ່ານຍົກເລີກສັນຍາຂອງທ່ານຫຼັງຈາກຕອນນີ້.
ຂ້ອຍສາມາດຟື້ນສັນຍາຂາດອາຍຸໄດ້ບໍ່? ທ່ານສາມາດຟື້ນສັນຍາຂອງທ່ານພາຍໃນຊາວສີ່ (24) ເດືອນນັບແຕ່ມື້ຂາດອາຍຸໂດຍການຈ່າຍຄ່າທຳນຽມປະກັນໄພ (ເງິນປະກັນ ໄພ) ທີ່ຍັງບໍ່ທັນໄດ້ຈ່າຍ ເພື່ອສືບຕໍ່ການຄຸ້ມຄອງ. ທ່ານອາດຈະໄດ້ຮັບການຮ້ອງຂໍໃຫ້ກວດສຸ ຂະ ພາບຕາມການພິຈາລະນາເພື່ອຂໍ ຮັບການປະກັນໄພຊີວິດທີ່ບໍລິສັດກຳນົດໄວ້.
ຜົນປະໂຫຍດເມື່ອຢູ່ຄົບສັນຍາພາຍໃຕ້ສັນຍາປະກັນໄພແມ່ນຫຍັງ? ທ່ານຈະໄດ້ຮັບເປີເຊັນຂອງຄ່າທຳນຽມປະກັນໄພທັງໝົດທີ່ຈ່າຍເມື່ອຢູ່ຄົບສັນຍາ, ໃນກໍລະນີທີ່ທ່ານຈ່າຍຄ່າທຳນຽມປະກັນໄພ ທັງໝົດ. ເປີເຊັນຂອງຄ່າທຳນຽມປະກັນໄພທີ່ທ່ານຈະໄດ້ຮັບແມ່ນອີງຕາມໄລຍະຂອງສັນຍາປະກັນໄພ ແລະ ຮູບແບບການຈ່າຍຄ່າ ທຳນຽມປະກັນໄພທີ່ທ່ານເລືອກ. ຜົນປະໂຫຍດອາດຈະໜ້ອຍກວ່າຈຳນວນຄ່າທຳນຽມປະກັນໄພທັງໝົດທີ່ຈ່າຍ, ໃນກໍລະນີທີ່ຄ່າ ທຳນຽມປະກັນໄພຖືກຈ່າຍຮູບແບບທີ່ບໍ່ແມ່ນລາຍປີ.
ຂໍ້ຍົກເວັ້ນຂອງຜະລິດຕະພັນແມ່ນຫຍັງ? ສັນຍາປະກັນໄພມີຂໍ້ຍົກເວັ້ນບາງສ່ວນກ່ຽວກັບການຄຸ້ມຄອງການເສຍຊີວິດ ແລະ ພິການຖາວອນ. ສຳລັບລາຍລະອຽດເພີ່ມເຕີມ ສາມາດເບິ່ງໃນພາກສ່ວນຕໍ່ໄປ.
ຂໍ້ຍົກເວັ້ນ

ຂໍ້ຍົກເວັ້ນໃນການຮ້ອງຂໍສິນປະກັນໄພທີ່ບໍ່ເກີດຈາກອຸປະຕິເຫດ:

  • ການຂ້າຕົວຕາຍ ຫຼື ພະຍາຍາມຈະຂ້າຕົວຕາຍ, ການທຳຮ້າຍຮ່າງການຈົນໄດ້ຮັບບາດເຈັບ, ບໍ່ວ່າຈະຍ້ອນຄວາມເປັນປົກກະຕິທາງຈິດ ຫຼື ບໍ່ກໍຕາມ; ຫຼື
  • ເຊື້ອໄວລັດພູມຄຸ້ມກັນບົກພ່ອງ (ໂລກ ເອັດໄອວີ HIV) ຫຼື ບັນດາການເຈັບປ່ວຍທີ່ກ່ຽວຂ້ອງກັບໂລກເອດ ລວມມີ ໂລກພູມຄຸ້ມກັນບົກພ່ອງ (ໂລກ ເອດ AIDS) ແລະ/ຫຼື ບັນດາການກາຍພັນ, ການສືບພັນ ຫຼື ການແປງພັນອື່ນໆ; ຫຼື
  • ການກະທຳ ຫຼື ພະຍາຍາມກະທຳ ທີ່ເປັນການກະທຳຜິດທາງອາຍາຂອງເຈົ້າຂອງສັນຍາປະກັນໄພ, ຜູ້ໄດ້ຮັບການປະກັນຊີວິດເອງ ຫຼື ຜູ້ໄດ້ຮັບຜົນປະໂຫຍດ /ບັນດາຜູ້ໄດ້ຮັບຜົນປະໂຫຍດ; ຫຼື
  • ການນຳໃຊ້ສານເສບຕິດ ແລະ ສານກະຕຸ້ນທີ່ຜິດກົດໝາຍ, ພາວະແຊກຊ້ອນຂອງພວກເຂົາ; ຫຼື
  • ສົງຄາມ, ການຮຸກຮານ, ການໂຈມຕີຂອງປະເທດອື່ນ (ເຖິງວ່າຈະມີ ຫຼື ບ່ມີການປະກາດສົງຄາມກໍ່ຕາມ), ການຕໍ່ຕ້ານ, ການເຂົ້າຮ່ວມການກ່ການຮ້າຍ, ສົງຄາມ ກາງເມືອງ, ການກໍ່ຈາລະຈອນ, ເຂົ້າຮ່ວມການກະທຳຜິດກົດໝາຍ, ການປະຕິວັດ, ການກໍ່ກະບົດ, ການແຊກແຊງຂອງເຈົ້າໜ້າທີ່ທະຫານ ຫຼື ການໂຄ່ນລົ້ມ, ການຈໍລະຈົນ ຫຼື ກໍ່ຄວາມວຸ່ນວາຍທາງແພ່ງ; ຫຼື
  • ພາວະທີ່ມີຢູ່ກ່ອນແລ້ວ, ເປັນຕົ້ນແມ່ນ ຄວາມເຈັບປ່ວຍ, ພະຍາດ ຫຼື ຄວາມບົກຜ່ອງທີ່ຜູ້ໄດ້ຮັບການປະກັນຊີວິດຢູ່ໃນຄວາມທໍລະມານ ແລະ ໄດ້ປຶກສາກັບ ທ່ານໝໍກ່ອນວັນເຂົ້າສັນຍາ, ເວັ້ນເສຍແຕ່ວ່າຜູ້ໄດ້ຮັບການປະກັນຊີວິດໄດ້ຖືກຮັບປະກັນໄພພາຍໃຕ້ສັນຍານີ້ເປັນເວລາຕໍ່ເນື່ອງ 12 ເດືອນຕິດຕໍ່ກັນ.

 

ຂໍ້ຍົກເວັ້ນໃນການຮ້ອງຂໍສິນປະກັນໄພທີ່ເກີດຈາກອຸປະຕິເຫດ:

  • ການຂ້າຕົວຕາຍ ຫຼື ພະຍາຍາມຈະຂ້າຕົວຕາຍ, ການທຳຮ້າຍຮ່າງການຈົນໄດ້ຮັບບາດເຈັບ, ບໍ່ວ່າຈະຍ້ອນຄວາມເປັນປົກກະຕິທາງຈິດ ຫຼື ບໍ່ກໍຕາມ; ຫຼື
  • ເຊື້ອໄວລັດພູມຄຸ້ມກັນບົກພ່ອງ (ໂລກ ເອັດໄອວີ HIV) ຫຼື ບັນດາການເຈັບປ່ວຍທີ່ກ່ຽວຂ້ອງກັບໂລກເອດ ລວມມີ ໂລກພູມຄຸ້ມກັນບົກພ່ອງ (ໂລກ ເອດ AIDS) ແລະ/ຫຼື ບັນດາການກາຍພັນ, ການສືບພັນ ຫຼື ການແປງພັນອື່ນໆ; ຫຼື ການກະທຳ ຫຼື
  • ພະຍາຍາມກະທຳ ທີ່ເປັນການກະທຳຜິດທາງອາຍາຂອງເຈົ້າຂອງສັນຍາປະກັນໄພ, ຜູ້ໄດ້ຮັບການປະກັນຊີວິດເອງ ຫຼື ຜູ້ໄດ້ຮັບຜົນປະໂຫຍດ /ບັນດາຜູ້ໄດ້ຮັບຜົນປະໂຫຍດ; ຫຼື
  • ການນຳໃຊ້ສານເສບຕິດ ແລະ ສານກະຕຸ້ນທີ່ຜິດກົດໝາຍ, ການນຳໃຊ້ເຫຼົ້ າທີ່ບໍ່ຖືກຕ້ອງ ຫຼື ຂັບລົດໃນຂະນະທີ່ມີມຶນເມົາ ດັ່ງທີ່ໄດ້ກຳນົດໄວ້ໃນລະບຽບ ແລະ ກົດໝາຍທີ່ມີຜົນສັກສິດ; ຫຼື
  • ການເຂົ້າຮ່ວມຫຼິ້ນກິດຈະກຳກິລາທີ່ເປັນອັນຕະລາຍ ລວມມີແຕ່ບໍ່ໄດ້ຈຳກັດສະເພາະແຕ່ ການດຳນໍ້າເລິກ, ການປີນພູ, ການໂດດຈ້ອງ, ການແຂ່ງຂັນທີ່ໃຊ້ຄວາມໄວ ສູງໃດໆກໍ່ຕາມ, ກິດຈະກຳກິລາອາຊີບ; ຫຼື
  • ການເຂົ້າຮ່ວມຫຼິນກິດຈະກຳການບິນ ຍົກເວັ້ນຜູ້ໂດຍສານທີ່ຈ່າຍຄ່າໂດຍສານໃນເຄື່ອງບິນທີ່ມີຫຼາຍເຄື່ອງຈັກ, ມີຕາຕະລາງການບິນ ແລະ ເປັນເຄື່ອງບິນທີ່ໄດ້ຮັບ ອານຸຍາດໃນການບິນ; ຫຼື
  • ການຖືພາ, ການເກີດລູກ ຫຼື ພາວະແຊກຊ້ອນຂອງພວກເຂົາ; ຫຼື
  • ສົງຄາມ, ການຮຸກຮານ, ການໂຈມຕີຂອງປະເທດອື່ນ (ເຖິງວ່າຈະມີ ຫຼື ບໍ່ມີການປະກາດສົງຄາມກໍ່ຕາມ), ການຕໍ່ຕ້ານ, ການເຂົ້າຮ່ວມການກໍ່ການຮ້າຍ, ສົງຄາມ ກາງເມືອງ, ການກໍ່ຈາລະຈອນ, ເຂົ້າຮ່ວມການກະທຳຜິດກົດໝາຍ, ການປະຕິວັດ, ການກໍ່ກະບົດ, ການແຊກແຊງຂອງເຈົ້າໜ້າທີ່ທະຫານ ຫຼື ການໂຄ່ນລົ້ມ, ການ ຈໍລະຈົນ ຫຼື ກໍ່ຄວາມວຸ່ນວາຍທາງແພ່ງ; ຫຼື 
  • ການເຈັບປ່ວຍທີ່ເກີດຈາກແມງໄມ້ກັດ (ລວມທັງ ຍຸງກັດ) ແລະ ການຕິດເຊື້ອຂອງແມ່ທ້ອງ; ຫຼື
  • ພາວະທີ່ມີຢູ່ກ່ອນແລ້ວແລ້ວ, ເປັນຕົ້ນແມ່ນ ຄວາມເຈັບປ່ວຍ, ພະຍາດ ຫຼື ຄວາມບົກຜ່ອງທີ່ຜູ້ໄດ້ຮັບການປະກັນຊີວິດຢູ່ໃນຄວາມທໍລະມານເນື່ອງຈາກ ອຸປະຕິເຫດກ່ອນວັນເຂົ້າສັນຍາ, ເວັ້ນເສຍແຕ່ວ່າອຸປະຕິເຫດນັ້ ນເກີດຂື້ນຫຼັງຈາກຜູ້ໄດ້ຮັບການປະກັນຊີວິດໄດ້ຖືກຮັບປະກັນໄພພາຍໃຕ້ສັນຍານີ້ຢູ່ກ່ອນແລ້ວ.

 

ໝາຍເຫດສຳຄັນ: ຂໍ້ກຳນົດ ແລະ ເງື່ອນໄຂທີ່ລະບຸໄວ້ໃນເວັບໄຊທ໌ນີ້ແມ່ນບໍ່ຄົບຖ້ວນສົມບູນ. ກະລຸນາເບິ່ງຂໍ້ກຳນົດ ແລະ ເງື່ອນໄຂຜະລິດຕະພັນໂດຍລະອຽດສຳລັບຂໍ້ມູນ ເພີ່ມຕື່ມ.