
ຫຼັກການຂອງປະກັນໄພຊີວິດ
ແນວຄິດພື້ນຖານຂອງ ປະກັນໄພຊີວິດ ຄືການລວບລວມເອົາຄວາມສ່ຽງ ເຊິ່ງໝາຍເຖິງ
ການກະຈາຍຄວາມສ່ຽງທາງດ້ານການເງິນຢ່າງເທົ່າທຽມກັນໃນບັນດາສະມາຊິກຜູ້ທີ່ເຂົ້າຮ່ວມການເຮັດແຜນການປະກັນໄພ. ຕົວຢ່າງ: ມີບຸກຄົນສຳຄັນ ໃນຊຸມຊົນໜຶ່ງໄດ້ເສຍຊີວິດກ່ອນໄວອັນຄວນ ອາດເຮັດໃຫ້ເກີດຄວາມຫຍຸ້ງຍາກທາງດ້ານການເງິນຕໍ່ສະມາຊິກຂໃນຄອບຄົວຂອງເຂົາເຈົ້າ. ເຖິງຢ່າງໃດກໍ່ຕາມ, ຖ້າຄົນໃນຊຸມຊົນນີ້ເຫັນດີກັນວ່າ ພວກເຂົາຈະປະກອບສ່ວນເປັນເງິນ ເພື່ອເປັນການສະໜັບສະໜູນແກ່ສະມາຊິກຄອບຄົວຂອງຜູ້ເສຍຊີວິດ ແລະ ເມື່ອໃດທີ່ມີຄົນເສຍຊີວິດ ເງິນສະໜັບສະໜູນນັ້ນສາມາດຫຼຸດຜ່ອນບັນຫາທາງດ້ານການເງິນໄດ້. ແນວຄິດນີ້ເອີ້ນວ່າ ປະກັນໄພ. ສະນັ້ນ, ການປະກັນໄພຈະຊ່ວຍເອົາຄວາມສ່ຽງຈາກບຸກຄົນນັ້ນໄປໃຫ້ບໍລິສັດປະກັນໄພແທນ.
ຫຼັກການປະກັນໄພຊີວິດມີສອງແບບຄື: ຫຼັກແຫ່ງຄວາມສຸດຈະຣິດ ແລະ ຫຼັກການມີສ່ວນໄດ້ເສຍໃນເຫດທີ່ເອົາປະກັນໄພ. ຖ້າທ່ານມີຄຳຖາມ, ກະລຸນາສົ່ງໄປທີ່ info@prudential.la