
ຮຽນຮູ້ຄວາມແຕກຕ່າງລະຫວ່າງ ປະກັນໄພຊີວິດ, ປະກັນໄພທົ່ວໄປ, ແລະ ປະກັນໄພສຸຂະພາບ
ໃນກຸ່ມປະເທດທີ່ກຳລັງພັດທະນາເຊັ່ນວ່າ: ປະເທດລາວ ຄວາມຮູ້ດ້ານປະກັນໄພແມ່ນຍັງໜ້ອຍ ແລະ ຜູ້ບໍລິໂພກຍັງບໍ່ສາມາດເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມແຕກຕ່າງລະຫວ່າງ ປະກັນໄພຊີວິດ, ປະກັນໄພທົ່ວໄປ, ແລະ ປະກັນໄພສຸຂະພາບ.
ໂດຍຫຍໍ້, ປະກັນໄພທົ່ວໄປແມ່ນຈະຊົດເຊີຍໃຫ້ຜູ້ເອົາປະກັນໄພ ຕໍ່ຄວາມເສຍຫາຍທີ່ໄດ້ລະບຸໄວ້ກັບຊັບສິນ ທີ່ຖືກປະກັນ. ຕົວຢ່າງ: ປະກັນໄພຊັບສິນມີຄື: ປະກັນໄພລົດ, ປະກັນໄພບ້ານ ຫຼື ປະກັນໄພໂຮງງານ. ຄວາມເສຍຫາຍອາດເກີດຂຶ້ນຍ້ອນອັກຄີໄພ, ນ້ຳຖ້ວມ ຫຼື ອຸປະຕິເຫດ. ສະນັ້ນ, ຜູ້ປະກັນໄພຈະຈ່າຍຄ່າຊົດເຊີຍໃນການສ້ອມແປງລົດທີ່ເສຍຫາຍ ຫຼື ສ້ອມແປງບ້ານຫຼັງເກີດອັກຄີໄພ.
ປະກັນໄພຊີວິດແມ່ນແບບແຜນການຮັບປະກັນຊີວິດທີ່ສະໜອງເງິນທີ່ໄດ້ກຳນົດໄວ້ໃຫ້ແກ່ຜູ້ຮັບຜົນປະໂຫຍດໃນກໍລະນີທີ່ມີການເສຍຊີວິດຂອງຜູ້ເອົາປະກັນໄພ ຫຼື ພາຍຫຼັງເວລາທີ່ກຳນົດໄວ້ໃນການແລກປ່ຽນຄ່າທຳນຽມ.
ຄ່າທຳນຽມແມ່ນຈຳນວນເງິນທີ່ຜູ້ເອົາປະກັນຕ້ອງຈ່າຍໃຫ້ຜູ້ປະກັນໄພເພື່ອແລກກັບຜົນປະໂຫຍດຂອງປະກັນໄພຊີວິດ. ນີ້ແມ່ນໃຊ້ໄດ້ກັບທຸກປະກັນ.
ປະກັນໄພສຸຂະພາບແມ່ນຈະຈ່າຍເງິນຄືນໃຫ້ຜູ້ເອົາປະກັນໃນກໍລະນີທີ່ມີການປິ່ນປົວ ຫຼື ເຈັບປ່ວຍ. ຈຳນວນເງິນທີ່ໄດ້ຮັບຄືນນັ້ນອາດເປັນສ່ວນໜຶ່ງ ຫຼື ເຕັມສ່ວນ ອີງຕາມປະເພດຂອງການຄຸ້ມຄອງ.
ປະກັນໄພທົ່ວໄປ ແມ່ນ ປົກກະຕິມີໄລຍະເຖິງໜຶ່ງປີ ໃນຂະນະທີ່ ປະກັນໄພຊີວິດ ແມ່ນມີໄລຍະເວລາປະມານ 5, 10, 20, ຫຼື ຕະຫຼອດຊີວິດ.
ປະກັນໄພແຕ່ລະປະເພດ ແມ່ນມີຂໍ້ຍົກເວັ້ນ. ໃນສະບັບຕໍ່ໄປ, ພວກເຮົາຈະອະທິບາຍລາຍລະອຽດ ແລະ ມັນມີຜົນກະທົບແນວໃດຕໍ່ການຮຽກຮ້ອງເງິນທົດແທນປະກັນ.
ຖ້າທ່ານມີຄຳຖາມ, ກະລຸນາສົ່ງໄປທີ່ info@prudential.la