Select your language
close
Grandmother and grandchild looking at tablet
ຄູ່ມືສຳລັບການປະກັນໄພ

ເງື່ອນໄຂທົ່ວໄປຂອງປະກັນໄພ ຕອນທີ 2

ໃນສະບັບ​​ທີ່​ແລ້ວ, ພວກ​ເຮົາ​ໄດ້​ນຳ​ສະ​ເໜີ​ຄຳ​ສັບ​ພື້ນ​ຖານ​ທີ່​ຖືກ​ນຳ​ໃຊ້​ທົ່ວ​ໄປ​ໃນ​ສັນ​ຍາ​ການ​ປະ​ກັນ​ໄພ. ໃນ​ຄວາມ​ຮູ້​ເລື່ອງ​ປະ​ກັ​ນ​ໄພສະບັບ​​ນີ້, ພວກ​ເຮົາ​ຈະ​ນຳ​ສະ​ເໜີ​ກ່ຽວ​ກັບ​ຄຳ​ສັບ​ອີກຫຼາຍ​ຢ່າງ​ທີ່​ຖືກ​ນຳ​ໃຊ້​ໃນ​ສັນ​ຍາ​ການ​ປະ​ກັນ​ໄພ.

ໄລ​ຍະ​ການ​ພິ​ຈາ​ລະ​ນາ​ສັນ​ຍາ​ການ​ປະ​ກັ​ນ​ໄພ (Free-look period)  ແມ່ນ​ໝາຍ​ເຖິງ ໄລ​ຍະ​ເວ​ລາ​ທີ່​ເຈົ້າ​ຂອ​ງ​ສັນ​ຍາ​ສາ​ມາດ​ຍົກ​ເລີກ​ສັນ​ການ​ປະ​ກັນ​ໄພ​ໂດຍ​ທີ່​ບໍ່​ເສຍ​ຄ່າ​ທຳ​ນຽມ​ໃດໆ​. ເມື່ອ​ທ່ານ​ຍົກ​ເລີກ​ສັນ​ຍາ​, ບໍ​ລິ​ສັດ​ປະ​ກັນ​ໄພ ຈະ​ສົ່ງ​ເງ​ິນ​ຄ່າ​ທຳ​ນຽມ​ທີ່​ທ່ານ​ຈ່າຍ​ໄປ​ໃນ​ຂັ້ນ​ຕົ້ນ​ຄືນ ພ້​ອມ​ລົບ​ຄ່າ​ກວ​ດ​ສຸ​ຂະ​ພາບ​ (ຖ້າ​ມີ) ໃນ​ເວ​ລາ​ທີ່​ທ່ານ​ໃຊ້​ໃນ​ການ​ປະ​ກອບ​ຟ​ອມ. ບໍ​ລິ​ສັດ​ປະ​ກັນ​ໄພ ຈະ​ໃຫ້​ໄລ​ຍະ​ເວ​ລາ​ການພິ​ຈາ​ລະ​ນາ​ການ​ປະ​ກັນ​ໄພ ປະ​ມານ 10 – 21 ວັນ ຫຼັງຈາກ​ແຜນ​ປະ​ກັນ​ໄພ​ຊີ​ວິດ​ມີ​ຜົນ​ບັງ​ຄັບ​ໃຊ້.

ໄລ​ຍະ​ຜ່ອນ​ຜັນ (Grace period)  ແມ່ນ​ໝາຍ​ເຖິງ ຂໍ້​ກຳ​ນົດ​ໃນ​ສັນ​ຍາ​ປະ​ກັນ​ຊີ​ວິດ ທີ່​ອະ​ນຸ​ຍາດ​ໃຫ້​ການ​ຈ່າຍຄ່າ​ທຳ​ນຽມ​ປະ​ກັນ​ໄພຫຼັງ​ຈາກວັນ​ທີ່​ຄົບກຳ​ນົດ​ຈ່າຍ. ຖ້າ​ຫາກວ່າ​ເຈົ້າ​ຂອງ​ສັນ​ຍາ ຈ່າຍ​ຄ່າ​ທຳ​ນຽ​ມ​ໃນ​ຊ່ວງ​ໄລ​ຍະ​ຜ່ອນ​ຜັນນີ້, ບໍ​ລິ​ສັດ ປະ​ກັນ​ໄພ​ຈະ​ບໍ່​ຄິດ​ໄລ່​ຄ່າ​ປັບ​   ໃໝ​ໃດໆ ແລະ ສັນ​ຍາ​ຍັງ​ຄົງ​ດຳ​ເນີນ​ຢູ່ ເຊິ່ງ​ໄລ​ຍະ​ຜ່ອນ​ຜັນ​ແມ່ນ 30 ວັນ. 

ມູນ​ຄ່າ​ເວນ​ຄືນ (Cash surrender value) ແມ່ນ​ໝາຍເຖິງ ຈຳ​ນວນ​ເງິນທີ່​ບໍ​ລິ​ສັດ​ປ​ະ​ກັນ​ໄພ​ຈ່າຍ​ໃຫ້​ແກ່​ເຈົ້າ​​ຂອງ​ສັນ​ຍາທີ່ຕ້ອງ​ການ​​ຈະ​ຍົກ​ເລີກ​ສັນ​ຍາ​ການ​ປະ​ກັນ​ໄພກ່ອນ​ຈະ​ຄົບ​ອາ​ຍຸ​ສັນ​ຍາ ຫຼື ກ່ອນ​ເຫດ​ການ​ຄຸ້ມ​ຄອງ​ຈະ​ເກີດ​ຂຶ້ນ. ໃນ​ກົດ​ໝາຍການ​ປະ​ກັນ​ໄພ​ຂອງ​ປະ​ເທດ​ລາວ, ສັນ​ຍາ​ການ​ປະ​ກັນ​ໄພ​ຈະ​ບໍ່​ມີ​ກາ​ນ​ສົ່ງ​ມູນ​ຄ່າ​ເວນ​ຄືນ​ໃນ​ໄລ​ຍະ​ສອງ​ປີ​ທຳ​ອິດ.

ເງື່ອນ​ໄຂ​ສັນ​ຍາ​ຂາດ​ອາ​ຍຸ (Lapsed policy)  ແມ່ນ​ໝາຍ​ເຖິງ ສັນ​ຍາ​ທີ່​ຂາດ​ອາ​ຍຸ​ເນື່ອງ​ຈາກ​ບໍ່​ມີ​ການ​ຈ່າຍ​ຄ່າ​ທຳ​ນຽມ​ປະ​ກັນ​ໄພ ແລະ ​​ການ​ຈ່າຍ​ມູນ​ຄ່າ​ເວນ​ຄືນ​ແມ່ນ​ສິ້ນ​ສຸດ​ລົງໃນ​ສັນ​ຍາ​ການ​ປະ​ກັນ​ໄພ. ເມື່ອ​ສັນ​ຍາ​ຂາດ​ອາ​ຍຸ, ບໍ​ລິ​ສັດ​ປະ​ກັນ​ໄພ​ປະ​ກັນ​ໄພ​ຈະ​ບໍ່​ໃຫ້ການ​ຄຸ້ມ​ຄອງ​ໃດໆ.

ການ​ຟື້ນ​ຄືນ​ສັນ​ຍາ (Reinstatement)  ແມ່ນ​ໝາຍ​ເຖິງ​ກໍ​ລະ​ນີ​ທີ່​ເຈົ້າ​ຂອງ​ສັນ​ຍາບໍ່​ສາ​ມາດ​ຈ່າຍ​ຄ່າ​ທຳ​ນຽມ​ປະ​ກັນ​ໄພ ສົ່ງ​ຜົນ​ສະ​ທ້ອນ​ໃຫ້ ສັນ​ຍາ​ຖືກ​ຍົກ​ເລີກ ແລະ ​ການ​ຄຸ້ມ​ຄອງ​ປະ​ກັນ​ໄພສາ​ມາດ​ຕໍ່​ອາ​ຍຸ​ໄດ້. ຂະ​ບວນ​ການ​ນີ້​ແມ່ນ​ການ​​ຟື້ນ​ຄືນ​ສັນ​ຍາ​ປະ​ກັນ​ໄພ. ເພື່ອ​ໃຫ້​ບໍ​ລິ​ສັດປະ​ກັນ​ໄພ ຟື້ນ​ຄືນ​ສັນ​ຍາ​ການ​ປະ​ກັນ​ໄພ​ຂອງ​ທ່ານ, ເຈົ້າ​ຂອງ​ສັນ​ຍາ​ຕ້ອງ​ຈ່າຍ​ຄ່າ​ທຳ​ນຽມ​ປະ​ກັນ​ໄພ​ທີ່​ຄ້າງ​ຈ່າຍ​ທັງ​ໝ​ົດ ແລະ ສັນ​ຍາ​ກໍ່​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ຄືນ.

ຂໍ້​ຍົກ​ເວັ້ນ (Exclusions) ແມ່ນ​ໝາຍ​ເຖິງ ກໍ​ລະ​ນີ ທີ່​ບໍ​ລິ​ສັດ​ປະ​ກັນ​ໄພ​ບໍ່​ໃຫ້​ການ​ຄຸ້ມ​ຄອງ ແລະ ບໍ່​ມີ​ການ​ຈ່າຍ​ຜົນ​ປະ​ໂຫຍດ​ໃດ​ໆ. ເງື່ອນ​ໄຂ​ເຫຼົ່າ​ນີ້ ຖືກ​ຍົກ​ເວັ້ນ​ອອກ​ຈາກ​ເຫດ​ການ​ທີ່​ຄຸ້​ມ​ຄອງ. ຕົວ​ຢ່າງ: ການ​ເສຍ​ຊີ​ວິດ​ຈາກ​ສົງ​ຄາມ, ເສຍ​ຊີ​ວິດ​ຈາກ​ການ​ເມົາ​ແລ້ວ​ຂັບ, ຄວາມ​ຜິດ​ທາງ​ອາ​ຍາ, ແລະ ພະ​ຍາດ​ອື່ນ​ໆ​ທີ່​ມີ​ມາ​ກ່ອນ.

ຖ້າ​ທ່ານ​ມີ​ຄຳ​ຖາມ​ເພີ່ມ​ເຕີມ, ກະ​ລຸ​ນາ​ສົ່ງ​ໄປ​ທີ່ info@prudential.la