ເງື່ອນໄຂ ແລະ ຂໍ້ກຳນົດ
ໄລຍະເວລາແຄມເປນ: 1 ກຸຸມພາ - 28 ມີນາ 2025 (ອອກສັນຍາສຳເລັດ 23:59ໂມງ ເວລາປະເທດລາວ )
ການເຂົ້າຮ່ວມແຄມເປນນີ້ ຜູ້ເຂົ້າຮ່ວມ (ທ່ານ) ໄດ້ອ່ານແລະເຂົ້າໃຈເງື່ອນໄຂ ແລະ ຂໍ້ກຳນົດທັງໝົດຂອງແຄມເປນຕາມທີ່ໄດ້ລະບຸໄວ້ໃນໜ້ານີ້.
ວິທີເຂົ້າຮ່ວມແຄມເປນ ແລະ ລຸ້ນຮັບລາງວັນ:
ເມື່ອທ່ານວາງແຜນເລືອກຊື້ ແພັກເກດ ດູໂອຊິວ ແລະ ຊຳລະໃນຮູບແບບລາຍປີ, ຜ່ານຊ່ອງທາງຂາຍກົງ ແລະ ທະນາຄານຄູ່ຮ່ວມທຸລະກິດຂອງພຣູເດັນໂຊລ໌.
ທີ່ປຶກສາທາງດ້ານການເງິນຂອງພຣູເດັນໂຊລ໌ລາວ ຈະຊ່ວຍແນະນຳກ່ຽວກັບຜະລິດຕະພັນປະກັນໄພຊີວິດ ແລະ ແຄມເປນ ໃຫ້ແກ່ທ່ານ.
ພຣູເດັນໂຊລ໌ລາວ ຈະສຸ່ມເລືອກຜູ້ຊະນະໂດຍການຈັບສະຫຼາກ ຈຳນວນ 40 ທ່ານ ແລະ ປະກາດລາຍຊື່ຜູ້ໂຊກດີ ຜ່ານຊ່ອງທາງໂຊຊຽວມີເດຍຢ່າງເປັນທາງການ (Facebook ແລະ LinkedIn) ສອງອາທິດຫຼັງຈາກມື້ສິ້ນສຸດແຄມເປນ (ວັນທີ 10 ເມສາ 2025) ໂດຍໃຊ້ “Wheel of Names” ເພື່ອສຸ່ມຈາກລາຍຊື່ຜູ້ເຂົ້າຮ່ວມແລະເລືອກຜູ້ໂຊກດີໄດ້ຮັບລາງວັນ.
ຜູ້ໂຊກດີຈະໄດ້ຮັບການຕິດຕໍ່ໂດຍກົງຜ່ານທາງໂທລະສັບ ຫຼື What’s App ໂດຍ ທີ່ປຶກສາທາງດ້ານການເງິນຂອງພຣູເດັນໂຊລ໌ລາວ.
ລາງວັນຈັບສະຫຼາກ: ລວມທັງໝົດ 40 ລາງວັນ
- ໝໍ້ຫຸງເຂົ້າ Sharp 2.2L Steam Coated x 2 ລາງວັນ
- ໝໍ້ຫຸງເຂົ້າ Sharp 1.8L x 4 ລາງວັນ
- ໝໍ້ອະເນກປະສົງ SMARTHOME 1000W, 3L x 5 ລາງວັນ
- ໝໍ້ໄຟຟ້າ SMARTHOME 800W, 2.2L x 7 ລາງວັນ
- ໝໍ້ໄຟຟ້າ SMARTHOME 1000W, 2.5L x 8 ລາງວັນ
- ກາຕົ້ມນ້ຳ Midea 2,200W, 1.7L x 5 ລາງວັນ
- ເຕົາລີດ SMARTHOME 1600W x 9 ລາງວັນ
ແລະ ຍິ່ງໄປກວ່ານັ້ນ ທ່ານຍັງຈະໄດ້ຮັບຂອງແຖມອີກຫຼາກຫຼາຍຕາມແຜນປະກັນທີ່ທ່ານເລືອກ.
ຂອງລາງວັນຈະຖືກມອບໃຫ້ຜູ້ໂຊກດີ ໂດຍທີ່ປຶກສາທາງດ້ານການເງິນຂອງພຣູເດັນໂຊລ໌ລາວ ຫຼັງຈາກການປະກາດຜູ້ໂຊກດີ ພ້ອມກັບແພັກສັນຍາ.
ຂອງລາງວັນບໍ່ສາມາດໂອນມອບສິດ ແລະ ບໍ່ສາມາດປ່ຽນເປັນເງິນສົດໄດ້. ຮູບພາບແມ່ນນຳໃຊ້ໃນສື່ການໂຄສະນາເພື່ອສົ່ງເສີມການຂາຍເທ່ົານັ້ນ ແລະອາດມີຄວາມແຕກຕ່າງຂອງແບຣນ, ຮູບແບບ, ສີ, ຂະໜາດ ແລະ ອື່ນໆ.
ພຣູເດັນໂຊລ໌ລາວ ຂໍສະຫງວນສິດໃຫ້ແກ່ຜູ້ທີ່ເຂົ້າເງື່ອນໄຂທີ່ເຮົາໄດ້ກຳນົດໄວ້ໃນຂ້າງຕົ້ນແລະຢືນຢັນຕົວຕົນຜູ້ຊະນະ.
ພຣູເດັນໂຊລ໌ລາວ ຂໍສະຫງວນສິດ ໃນການແກ້ໄຂຂໍ້ກຳນົດແລະເງື່ອນໄຂຂອງແຄມເປນຫາກການປ່ຽນແປງ, ແຕ່ການປ່ຽນແປງທີ່ສຳຄັນໃດໆຈະຖືກແຈ້ງໃນຜູ້ເຂົ້າຮ່ວມຊາບໂດຍໄວ.
ຜູ້ເຂົ້າຮ່ວມແຄມເປນ ເຫັນດີໃຫ້ນຳໃຊ້ຮູບພາບຂອງທ່ານເຂົ້າໃນການເຮັດສື່ໂຄສະນາ ແລະ ປະກາດຜົນຜູ້ໂຊກດີ ເພື່ອວັດຖຸປະສົງໃນການສົ່ງເສີມການຂາຍ.
ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ ສາຍດ່ວນບໍລິການລູກຄ້າຂອງພຣູເດັນໂຊລ໌ລາວ ທີ່ເບີ 021 211123 ໃນໂມງລັດຖະການ (ວັນຈັນ - ວັນສຸກ ເວລາ 08:30 – 17:30) ຫຼືສົ່ງຂໍ້ຄວາມຜ່ານຊ່ອງທາງ Messenger ຂອງ Facebook ພຣູເດັນໂຊລ໌ລາວ