Select your language
close

ອາຊີບ ຄຳເເນະນຳ

ພວກເຮົາມີຄຳເເນະນຳທີ່ທ່ານຕ້ອງການເພື່ອເຮັດໃຫ້ການສະໝັກວຽກຂອງທ່ານງ່າຍຂຶ້ນ.
ສອບຖາມຂໍ້ມູນເພີ່ມຕື່ມກ່ຽວກັບການສະໝັກວຽກ

ຄຳຖາມທີ່ ມັກຖືກຖາມ

ຖ້າຂ້ອຍສະໝັກວຽກບໍ່ຜ່ານ, ຂ້ອຍສາມາດເຂົ້າມາສະໝັກອີກໄດ້ບໍ?

ແນ່ນອນ, ທ່ານສາມາດເຂົ້າມາສະໝັກອີກຄັ້ງເທົ່າທີ່ທ່ານຕ້ອງການ

ບໍລິສັດມີຕຳເເໜ່ງຝຶກງານສຳລັບນັກສຶກສາບໍ?

ແມ່ນແລ້ວ,​ພຣູເດັນໂຊລ໌ ລາວ ມີຕຳແໜ່ງຝຶກງານໃຫ້ນັກສຶກສາທີ່ຢູ່ປີສຸດທ້າຍ ຫຼື ຜູ້ທີ່ກຳລັງຮຽນຈົບ ແລະ ພວກເຮົາຍັງມີ ຕຳແໜ່ງຝຶກງານ ສຳລັບນັກສຶກສາຈົບໃໝ່ເພື່ອຝຶກງານທີ່ ພຣູເດັນໂຊລ໌ເຖິງ 6 ເດືອນ

ຄົນທີ່ສົນໃຈເຂົ້າມາສະໝັກວຽກທີ່ຢູ່ຕ່າງແຂວງຈະຕ້ອງເຮັດເເນວໃດ?

ສຳລັບຜູ້ທີ່ສະໝັກທີ່ຢູ່ຕ່າງແຂວງ ແມ່ນສາມາດສົ່ງໃບປະຫວັດສ່ວນໂຕ ແລະ ໃບສະໝັກວຽກເຂົ້າມາທີ່ Careers@prudential.la.

ຂ້າພະເຈົ້າສາມາດສະໝັກວຽກໄດ້ບໍ່ຖ້າຫາກວ່າສາຂາທີ່ຮຽນບໍ່ເເມ່ນການບໍລິຫານ ຫຼື ການປະກັນໄພ?

ໄດ້, ພວກເຮົາຍິນດີຕ້ອນຮັບທຸກຕຳເເໜ່ງ

ຖ້າຂ້າພະເຈົ້າສະໝັກວຽກທີ່ພຣູເດັນໂຊລ໌ ແລ້ວມີເອກະສານບໍ່ຄົບ, ຂ້າພະເຈົ້າສາມາດສະໝັກໄດ້ບໍ?

ສຳລັບຜູ້ທີ່ສົນໃຈສະໝັກວຽກ, ແມ່ນຕ້ອງມີເອກະສານດັ່ງນີ້: ແບບໃບສະໝັກວຽກ, ປະຫວັດສ່ວນໂຕ, ແລະ ໃບສະໝັກວຽກ.

ບໍລິສັດພຣູເດັນໂຊລ໌ຕັ້ງຢູ່ໃສ?

ບໍລິສັດ ພຣູເດັນໂຊລ໌ ລາວ ຈຳກັດ ຕັ້ງຢູ່ ວຽງຈັນເຊັນເຕີ້ຊັ້ນ 5, ຖະໜົນຢູວຽງ, ເມືອງສີສັດຕະນາກ,​ນະຄອນຫຼວງ

ຖ້າຂ້າພະເຈົ້າມີຄຳຖາມອື່ນໆ, ຂ້າພະເຈົ້າສາມາດຕິດຕໍ່ໄດ້ຢູ່ໃສ?

ທ່ານສາມາດຕິຕໍ່ພະເເນກບຸກຄະລາກອນຂອງພວກເຮົາໄດ້ທີ່ +856 21 211 141.

ຂ້າພະເຈົ້າສາມາດເບິ່ງຕຳເເໜ່ງສະໝັກວຽກໄດ້ຢູ່ໃສ?

ທ່ານສາມາດເບິ່ງຕຳເເໜ່ງສະໝັກວຽກໄດ້ທີ່ ເຟສບຸກ, ລິ້ງຕິນ, ແລະ ເວັບໄຊ້ຂອງພວກເຮົາ

ຕ້ອງການສົນທະນາ ກັບພວກເຮົາ

ຕິດຕໍກັບພຣູເດັນໂຊລ໌ ແລະ ທີມງານຂອງພວກເຮົາຈາກພະເເນກ ພັດທະນາບຸກຄະລາກອນ

Contact number

+856 21 211 124

+856 21 211 141