
ເຕັກນິກການລ້າງມືທີ່ຖືກຕ້ອງ
ເຕັກນິກການລ້າງມືທີ່ຖືກຕ້ອງ
ທ່ານບໍ່ສາມາດເຫັນເຊື້ອພະຍາດໄດ້, ແຕ່ວ່າເຊື້ອພະຍາດຈະຢູ່ໃນມືຂອງທ່ານຕະຫຼອດເວລາ 24/7. ໃນຂະນະທີ່ຄົນສ່ວນໃຫຍ່ແມ່ນບໍ່ເປັນອັນຕະລາຍ, ແຕ່ບາງຄົນສາມາດເຮັດໃຫ້ເກີດການ ຕິດເຊື້ອ ທີ່ຮ້າຍແຮງ ເຊັ່ນ ໄຂ້ຫວັດໃຫຍ່. ເຊື້ອພະຍາດເຫຼົ່ານີ້ສາມາດເຂົ້າໄປໃນຮ່າງກາຍ ຂອງທ່ານໃນເວລາທີ່ມືຂອງທ່ານປົນ ເປື້ອນແລ້ວເຂົ້າ ໄປພົວພັນກັບດັງ, ປາກ, ຕາ ຫຼື ບາດແຜ ເປີດ. ໂຊກດີທີ່ທ່ານສາມາດ ຫລີກລ້ຽງການຕິດເຊື້ອໄດ້ງ່າຍໆໂດຍ ການ ລ້າງມື
ການລ້າງມືທີ່ຖືກຕ້ອງໝາຍເຖິງການລ້າງມືຂອງທ່ານຢ່າງໜ້ອຍ 30 ວິນາທີ ດ້ວຍສະບູ ແລະນໍ້າ. ການຖູຢ່າງຕໍ່ເນື່ອງຈະຊ່ວຍໃຫ້ສະບູທຳລາຍໄຂມັນແລະສີ່ງເປີ້ເປື້ອນດ້ວຍເຊື້ອພະຍາດ. ວິທີນີ້, ມືຂອງທ່ານບໍ່ພຽງແຕ່ມີກິ່ນຫອມສົດຊື່ນເທົ່ານັ້ນ, ແຕ່ຍັງຈະຫຼຸດຈຳນວນເຊື້ອພະຍາດ ໃນມືຂອງທ່ານລົງເຖິງ 99%.
ວິທີ ລ້າງມື

ຖູຝາມື

ລະຫວ່າງນິ້ວມື

ຫຼັງມື

ລະຫວ່າງຂອງນິ້ວໂປ້

ດ້ານຫຼັງຂອງນິ້ວມື

ນິ້ວມື

ຖູຂໍ້ມື

ລ້າງແລະເຊັດໃຫ້ແຫ້ງ
ເມື່ອໃດທີ່ທ່ານຄວນລ້າງມື
ຕ້ອງແນ່ໃຈວ່າທ່ານລ້າງມືທຸກຄັ້ງທີ່ທ່ານເຮັດກິດຈະກຳດັ່ງຕໍ່ໄປນີ້:
-
ແຕ່ງ ຫຼື ກຽມອາຫານ
-
ອາຫານ
-
ການໃກ້ຊິດກັບເດັກນ້ອຍຫຼືຄົນປ່ວຍ
-
ການໃສ່ຄອນແທັກເລນ
-
ຫຼັງຈາກການໃຊ້ຫ້ອງນ້ຳ
-
ເຊັດຫຼືເປົ່າດັງຂອງທ່ານ
-
ໄອແລະຈາມ
-
ປ່ຽນຜ້າອ້ອມ
-
ສຳຜັດພື້ນທີ່ທົ່ວໆໄປເຊັ່ນການກົດປຸ່ມ, ຈັບແລະວາງຢູ່ເທິງໂຕະ
ສະບູປະເພດໃດກໍ່ໄດ້
ສະບູກ້ອນຄວນລ້າງນ້ຳກ່ອນແລະຈັດເກັບໄວ້ໃນບ່ອນຈັດເກັບທີ່ສະອາດຖືກອະນາໄມ ຢ່າງລະອຽດກ່ອນທີ່ຈະເອົາໃສ່ໃໝ່, ໃນຂະນະທີ່ກ່ອງສະບູແຫຼວຄວນໃຊ້ຈົນກວ່າຈະໝົດແລະອະນາໄມໃຫ້ສະອາດກ່ອນທີ່ຈະເຕີມໃສ່ໃໝ່
ຫຼື ພະຍາຍາມອານະໄມມືຂອງທ່ານກັບເຈວລ້າງມື
ເມື່ອເດີນທາງໄປຕ່າງປະເທດຫຼືໄປສະຖານທີ່ບ່ອນທີ່ບໍ່ມີນໍ້າສະອາດ ແລະ ສະບູ, ລອງໃຊ້ເຄື່ອງ ອະນາໄມມືເພື່ອການ ຮັກສາຄວາມສະອາດເພີ່ມຫຼັງຈາກລ້າງມືຂອງທ່ານດ້ວຍສະບູ.ເຈວລ້າງມືທີ່ມັກໃຊ້ຫຼາຍທີ່ສຸດແມ່ນອີງໃສ່ເຫຼົ້າ.
ວິທີທຳຄວາມສະອາດມືດ້ວຍສ່ວນຜະສົມທີ່ມີທາດເຫຼົ້າ
-
ລ້າງມືຂອງທ່ານດ້ວຍສະບູແລະນ້ຳເພື່ອໃຫ້ແນ່ໃຈວ່າສິ່ງເປິເປື້ນໄດ້ຖືກກຳຈັດອອກໝົດ. ນ້ຳຢາຂ້າເຊື້ອທີ່ມີສ່ວນຜະສົມຂອງເຫຼົ້າເຮັດວຽກໄດ້ດີທີ່ສຸດເພື່ອຜິວທີ່ສະອາດ.
-
ເຊັດມືຂອງທ່ານໃຫ້ແຫ້ງຫຼັງຈາກລ້າງດ້ວຍນ້ຳ, ເນື່ອງຈາກວ່ານ້ຳຈະລະເຮັດໃຫ້ເຫຼົ້າເຈືອຈາງ ແລະ ເຮັດໃຫ້ ປະສິດທິພາບຂອງມັນຫຼຸດລົງ.
-
ໃຊ້ເຈວລ່າງມືໃນຈຳນວນທີ່ເໝາະສົມໃສ່ມືຂອງທ່ານ. ຖູເຂົ້າກັນ, ຕ້ອງແນ່ໃຈວ່າຈວລ້າງມືປົກຄຸມມືທັງສອງ, ລວມທັງພື້ນທີ່ນິ້ວມືຂອງທ່ານ.
-
ຖູມືປະມານ 15 - 20 ວິນາທີ, ຫຼືຈົນກວ່າມືຂອງທ່ານຈະແຫ້ງ.
-
ມືຂອງທ່ານອາດສະອາດຫຼັງຈາກລ້າງດ້ວຍສະບູແລະນ້ຳ,ແຕ່ຕ້ອງປະຕິບັດຕາມຄຳແນະນຳຫຼັງຈາກລ້າງໃຫ້ແຫ້ງ:
-
ຫຼີກລ້ຽງການໃຊ້ຟອງນ້ຳ ຫລືເຈ້ຍອະນາໄມທີ່ໃຊ້ແລ້ວມາເຊັດມືຂອງທ່ານເວັ້ນເສຍແຕ່ວ່າທ່ານຊັກໃຫ້ສະອາດໃນແຕ່ລະມື້ແລະເຮັດໃຫ້ແຫ້ງເປັນປະຈຳ.ຈື່ໄວ້ວ່າເຊື້ອໂຣກເຕີບໃຫຍ່ຂະຫຍາຍໂຕໃນພື້ນທີ່ທີ່ມີຄວາມຊຸ່ມ.
-
ຢ່າໃຊ້ຜ້າເຊັດມືທົ່ວໄປ. ຄວນໃຊ້ຜ້າຂົນໜູທີ່ໃຊ້ແລ້ວທິ້ມແລະເຄື່ອງເປົ່າມືໃນຫ້ອງນ້ຳສາທາລະນະຢູ່ສະ ເໝີ.
-
ຫ້າມໃຊ້ຜ້າປຽກອັນດຽວເພື່ອລ້າງມືຂອງເດັກນ້ອຍເປັນກຸ່ມ.
ພ້ອມຫຼືບໍ່ ທີ່ຈະພົບກັບຜູ້ຊ່ວຍເບິ່ງແຍງດ້ານສຸຂະພາບຂອງທ່ານ?
ດາວໂຫຼດແອັບພິເຄເຊິນ ເພົ້າສ໌ ໂດຍພຣູເດັນໂຊລ໌ ຕອນນີ້ ແລະ
ເຂົ້າໃຈກ່ຽວກັບສຸຂະພາບຂອງທ່ານໃຫ້ຫຼາຍຂຶ້ນ
Apple, the Apple logo, and iPhone are trademarks of Apple Inc., registered in the U.S. and other countries.
App Store is a service mark of Apple Inc., registered in the U.S. and other countries.
Google Play and the Google Play logo are trademarks of Google LLC.