Select your language
close
​ວັກ​ຊິນ​ Covid-19
ບົດ​ຄວາມ​ກ່ຽວ​ກັບ​ສຸຂະ​ພາບ

ອີກດົນປານໃດ ພວກເຮົາຈະມີວັກຊີນປ້ອງກັນພະຍາດ COVID-19?

ປະຈຸບັນພະຍາດ Covid-19 ຍັງຄົງແຜ່ກະຈາຍໄປທົວໂລກຢ່າງຕໍ່ເນື່ອງ ສະນັ້ນ, ມັນມີຄວາມຈຳເປັນທີ່ຕ້ອງພັດທະນາວັກຊິນ. ເຖີງຢ່າງໃດກໍ່ຕາມຂະບວນການພັດທະນາວັກຊິນເພື່ອໃຫ້ປະຊາຊົນໄດ້ນຳໃຊ້ ແມ່ນຕ້ອງໄດ້ໃຊ້ເວລາ ເນື່ອງຈາກວ່າຕ້ອງໄດ້ນຳເອົາວັກຊິນມາທົດລອງກ່ອນ ເພື່ອຮັບຮອງຄວາມປອດໄພ ແລະ ເພື່ອທົດສອບປະສິດທິພາບຂອງວັກຊິນ. 

ຂັ້ນຕອນທຳອິດແມ່ນຕ້ອງມີການວິໃຈເພື່ອກວດສອບວ່າວັກຊິນຊະນິດໃດສາມາດນຳເອົາໄປໃຊ້ງານໄດ້ຈິງ ຈາກນັ້ນຈື່ງໄດ້ມີການນຳເອົາວັກຊິນດັ່ງກ່າວນັ້ນໄປທົດລອງກັບສັດເພື່ອເບີ່ງວ່າວັກຊິນສາມາດກະຕຸ້ນ ແລະ ຕອບສະໝອງພູມຄຸ້ມກັນຢ່າງແຂງແຮງ ແລະ ພຽງພໍໂດຍປະສະຈາກຜົນຂ້າງຄຽງທີ່ເປັນອັນຕະລາຍ, ຂັ້ນຕອນເລີ້ມຕົ້ນນີ້ອາດຈະໃຊ້ເວລາດົນເຖີງ 5 ຫາ 6 ປີ, ຫາກມີການທົດສອບກັບຄົນແທ້ ແມ່ນຈະເລີ້ມທົດສອບກັບກຸ່ມຄົນຈຳນວນໜ້ອຍກ່ອນຈາກນັ້ນຈື່ງເລີ່ມເປີດຮັບຜູ້ເຂົ້າຮ່ວມສະໝັກເພີ່ມຂື້ນ ຈົນເຖີງເປີດຮັບຜູ້ເຂົ້າຮ່ວມສະໝັກຫຼາຍຮ້ອຍຫຼາຍພັນຄົນ. ເພື່ອກວດສອບວ່າການທົດສອບວັກຊິນນັ້ນມີພູມຄຸ້ມກັນ ຫຼື ບໍ່, ມີຜົນຂ້າງຄຽງໄລຍະຍາວ, ຫຼື ນກະທັ້ງຜົນຂ້າງຄຽງທີ່ເກີດຂື້ນກັບກຸ່ມທົດສອບກຸ່ມໃຫ່ຍ, ທັງໝົດນີ້ອາດໃຊ້ເວລາເພີ່ມຂື້ນອີກຮອດ 10 ປີ ກ່ອນທີ່ວັກຊິນຈະໄດ້ຮັບການອະນຸມັດໃຫ້ຜະລິິດ ຫຼື ເຮັດການຕະຫຼາດເພື່ອອອກສູ່ສາທາລະນະ. 

ນັ້ນກໍ່ໝາຍຄວາມວ່າພວກເຮົາຕ້ອງໄດ້ລໍຖ້າວັກຊິນ Covid-19 ເຖິງ 10-15 ປີຫຼືບໍ? ຄໍາຕອບນີ້ຫວັງວ່າຄົງຈະບໍ່ຕ້ອງລໍຖ້າຈົນຮອດມື້ນັ້ນ, ຕ້ອງຂອບໃຈເທັກໂນໂລຢີທີ່ກ້າວໜ້າ ແລະ ການວິໃຈກ່ອນໝ້ານີ້. ຈາກຂໍ້ມູນຂອງ Gavi ລະບຸການພັດທະນາວັກຊິນໂຄວິດ Covid-19 ໄດ້ 35ຊະນິດ. 

ໜຶ່ງໃນນັ້ນມີແນວໂນມຫຼາຍທີ່ສຸດຄືການເປັນຜູ້ນຳຂອງບໍລິສັດໃນສະຫາລັດອາເມລິກາ Moderna ແລະ ສະຖາບັນສຸຂະພາບແຫ່ງຊາດທີ່ສະຫາລັດອາເມລິກາ (NIH), ກ່ອນທີ່ຈະມີການລະບາດຂອງ Covid-19 ນັກວິໄຈຂອງ Moderna ໄດ້ເຮັດການວິໄຈກ່ຽວກັບວັກຊິນ ເມີສໂຄໄວຣັດ (MERS-CoV), ເຊີ່ງຮັບຜິດຊອບການລະບາດຂອງລະບົບທາງເດີນຫາຍໃຈ ໃນຕາເວັນອອກກາງປີ 2012, ສົ່ງຜົນເຮັດໃຫ້ Moderna ຂ້າມຂັ້ນຕອນໄລຍະການທົດສອບໃນສັດ. ດັ່ງໃນວັນທີ 16 ມີນາ 2020 ໄດ້ເລີ່ມການທົດສອບກັບຄົນ ມີຜູ້ອາສາສະໝັກເຂົ້າຮ່ວມ 45 ຄົນ, ເຊີ່ງການທົດສອບແມ່ນໄດ້ທົດສອບກັບຄົນທີ່ມີສຸຂະພາບດີ ເຊີ່ງຍັງບໍ່ທັນເຄີຍມີປະສົບການຕິດເຊື້ອ Covid-19 ເພື່ອເບີ່ງວ່າມີຄວາມປອດໄພ ແລະ ເພື່ອກຳນົດຂະໜາດຂອງຢາທີ່ໃຫ້ການຕອບສະໝອງຕໍ່ພູມຄຸ້ມກັນຢ່າງແຂງແຮງ. 

ວັກຊິນອື່ນໆອີກຫຼວງຫຼາຍແມ່ນຍັງຢູ່ໃນການດຳເນີນງານ: Imperial College London ໄດ້ພັດທະນາວັກຊິນ 14 ວັນ ຫຼັງຈາກໄດ້ຮັບພັນທຸກຳຂອງ Covid-19 ຈາກປະເທດຈີນ ແລະ ກໍຳລັງທົດສອບກັບສັດ, ນັກວິໃຈທີ່ມະຫາໄລອ໋ອບຟອດ ກຳລັງວ່າງແຜນທີ່ຈະທົດສອບວັກຊິນ Covid-19 ກັບມະນຸດໃນເດືອນເມສາ ແລະ Johnson & Johnson ໃນສະຫະລັດອາເມລິການກຳລັງໃຊ້ການວິໃຈກ່ອນໜ້ານີ້ກ່ຽວ​ກັບວັກຊິນອີໂບລາ (Ebola), ຊີ​ກ້າ (Zika), ແລະ ເອ​ສ​ໄອ​ວີ (HIV) ເພື່ອຄົ້ນຫາວັກຊິນ Covid-19. ເຄິ​ແວກ (CureVac) ບໍລິສັດເຢລະມັນ ທີ່ໄດ້ຮັບການສະໜັບສະໜູນຈາກມູນລະນິທິບິລ Bill ແລະ ເມລິນດາເກສ (Melinda Gates) ແລະ ທະນະຄານເພື່ອການລົງທືນ. ຢູໂຣບກຳລັງພັດທະນາວັກຊິນ ແລະ ການວາງແຜນທີ່ຈະເລີ່ມເຮັດການທົດສອບວັກຊິນກັບ​ຄົນໃນເດືອນມີຖຸນາ. ໃນເອເຊຍ ຈີນ​ກໍ່ໄດເລີ່ມການທົດສອບວັກຊິນທີ່ຫຼາກຫຼາຍ ມີຜູ້ເຂົ້າຮ່ວມ 108​ຄົນ ເຊີ່ງ​ເປັນຄົນຈາກອູ່ຮັ້ນ. ມາເລເຊຍກໍ່ກຳລັງວາງແຜນຈະທົດສອບວັກຊິນທີ່ມີຢູ່ໃນທ້ອງຖີ່ນທີ່ພວກເຂົາເຈົ້າມີຢູ່ນັ້ນ ເຊີ່ງເປັນວັກ​ຊິນ​ຂອງເຊື້ອໄວຣັດທີ່ເຮັດໃຫ້ຫຼອດລົມອັກເສບ (IBV).

ໃນຂະນະທີ່ມີ​ຂ່າວ​ດີ​​ກ່ຽວ​ກັບວັກຊິນ ແຕ່ກໍ່ຍັງບໍ່ເປັນທີ່​ເພີ່ງພໍໃຈ​ທົ່າ​ໃດ ເນື່ອງຈາກວ່າວັກຊິນ​ຈະສາມາດເປີດນຳໃຊ້ ແມ່ນໃຊ້ເວລາຢ່າງໜ້ອຍ 12-18 ເດືອນ ຫຼັງຈາກໄດ້ຮັບການທົດລອງ ເຖິງແມ່ນການຜະລິດ ແລະ ຈຳໝ່າຍຈະໃຊ້ເວລາ, ເຖິງຢ່າງໃດກໍ່ຕາມແຕ່ກໍ່​ມີປະຊາກອນທີ່ສຳຄັນບາງຄົນສາມາດເຂົ້າເຖິງໄດ້ກ່ອນ, ເຊັ່ນກຸ່ມຄົນທີ່ເຮັດວຽກກ່ຽວກັບສຸຂະພາບ ແລະ ກຸ່ມສ່ຽງອື່ນໆ.

ປະຈຸບັນນີ້ພະ​ຍາດ Covid-19 ມີ 2 ສາຍ​ພັນເປັ​ນ​ທີ່​ຮູ້​ຈັກ​ກັບ, ເຊິ່ງໜຶ່ງໃນນັ້ນເປັນສາຍເຫດກໍ່ໃຫ້ເກີດອາການທີ່ຮຸນແຮງກວ່າສາຍພັນອື່ນ.  ອີກສີ່ງໜຶ່ງມີ​ຄວາມກັງວົນກໍ່ຄືວັກຊິນທີ່ຜ່ານການຮັບຮອງແລ້ວຈະມີປະສິດທິພາບຕໍ່ສາຍພັນທີ່ກາຍພັນ ຫຼື ບໍ່.

ໃນຂະນະດຽວກັນກໍ່ມີການວິໄຈວ່າຢ່າຕ້ານເຊື້ອປະຈຸບັນທີ່ມີຂາຍຢູ່ທົ່ວໄປ ຈະສາມາດໃຊ້ຮັກສາຄົນເຈັບ Covid-19 ໄດ້ ຫຼື ບໍ, ແຕ່ມີຢາຊະນິດໜຶ່ງຊື່ເລັມ​ເດ​ສ​ຊີ​ເວຍ (remdessivir) ເຊິ່ງໄດ້ຮັບການພັດທະນະເພື່ອຮັກສາພະຍາດອີໂບລາ ກຳລັງຖືກກວດສອບ ຫຼັງຈາກທີ່ມີຄົນເຈັບໃນສະຫະລັດອາເມລິກາທີ່ບໍ່ຕອບສະໜອງຕໍ່ການຮັກສາໃດໆ ເມື່ອໄດ້ຮັບຢາດັ່ງກ່າວ  ແ​ລ້ວປະ​ກົດ​ວ່າ​ຄົນ​ເຈັບ​ຕອບ​ສະ​ໜອງ​ດີ.

ຢາຕ້ານເຊື້ອໄວຣັດເອສໄອວີບາງໂຕກໍ່ສາມາດນຳມາໃຊ້ຮັກສາໄດ້ໃນບາງກໍລະນີເຊັ່ນ: ໃນປະເທດໄທ ເຊິ່ງຄົນເຈັບທີ່ຕິດເຊື້ອ Covid-19 ໄດ້ຮັບສ່ວນປະສົມຂອງຢາ ເອສໄອວີ ແລະ ຈາກນັ້ນທົດສອບ ຜົນປະກົດເປັນຄ່າລົບພາຍໃນ 48 ຊົ່ວໂມງຕໍ່ມາ.

ເອກະສານອ້າງອີງ:

  1. Joi P. HOW CLINICAL VACCINE TRIALS ARE SPEEDING UP IN A PANDEMIC. Gavi, The Vaccine Alliance [Internet]. 2020 [cited 26 March 2020]; Available from: https://www.gavi.org/vaccineswork/how-clinical-vaccine-trials-are-speeding-pandemic

  2. Gulland A, Knapton S. How long will we have to wait for a coronavirus vaccine?. The Telegraph [Internet]. 2020 [cited 26 March 2020]; Available from: https://www.telegraph.co.uk/global-health/science-and-disease/coronavirus-vaccine-latest-covid-19-cure-uk-trials/

  3. McCarthy C. WILL CORONAVIRUS HERALD A NEW ERA IN VACCINE INNOVATION?. Gavi, The Vaccine Alliance [Internet]. 2020 [cited 26 March 2020]; Available from: https://www.gavi.org/vaccineswork/will-coronavirus-herald-new-era-vaccine-innovation

  4. Park A. As the First Coronavirus Vaccine Human Trials Begin, Manufacturer Is Already Preparing to Scale Production to Millions. TIME [Internet]. 2020 [cited 26 March 2020]; Available from: https://time.com/5807669/coronavirus-vaccine-moderna/

  5. Sample I. Trials to begin on COVID-19 vaccine in UK next month. The Guardian[Internet]. 2020 [cited 26 March 2020]; Available from: https://www.theguardian.com/society/2020/mar/19/uk-drive-develop-coronavirus-vaccine-science

  6. Kelly E. The race for a COVID-19 vaccine. Science|Business [Internet]. 2020 [cited 26 March 2020]; Available from: https://sciencebusiness.net/news/race-covid-19-vaccine

  7. New Straits Times. IMR begins testing to develop vaccines for COVID-19.[Internet]. 2020 [cited 26 March 2020]; Available from: https://www.nst.com.my/news/nation/2020/03/578079/imr-begins-testing-develop-vaccines-covid-19

  8. Gallagher J. Coronavirus: How close are we to a vaccine or drug? BBC News [Internet]. 2020 [cited 26 March 2020]; Available from: https://www.bbc.com/news/health-51665497

  9. Disclaimer: The information provided in this article (including but not limited to the text, inks (if any) and other materials) is general information and for reference purpose only. It does not constitute and must not be used as a substitute for medical advice, diagnosis or professional advice. You should seek independent professional advice from an appropriate qualified medical professional (e.g. a doctor) before making any decision on the subject mentioned in this article. Prudential Hong Kong Limited (“Prudential”) reserves the right to change and amend the comments contained in this article at any time without any prior notice. Prudential does not make any express or implied warranty as to the fitness for a particular purpose, non-infringement in relation to such contents. Prudential will not be liable or responsible for loss or damage directly or indirectly resulting from any use or misuse of or interpretation or reliance on the information contained herein. If necessary, you should seek medical advice as soon as possible and never neglect or delay seeking medical advice/treatment.

ພ້ອມຫຼືບໍ່ ທີ່ຈະພົບກັບຜູ້ຊ່ວຍເບິ່ງແຍງດ້ານສຸຂະພາບຂອງທ່ານ?

ດາວໂຫຼດແອັບພິເຄເຊິນ ເພົ້າສ໌ ໂດຍພຣູເດັນໂຊລ໌ ຕອນນີ້ ແລະ
ເຂົ້າໃຈກ່ຽວກັບສຸຂະພາບຂອງທ່ານໃຫ້ຫຼາຍຂຶ້ນ

 

 

 

 

Apple, the Apple logo, and iPhone are trademarks of Apple Inc., registered in the U.S. and other countries.
App Store is a service mark of Apple Inc., registered in the U.S. and other countries.
Google Play and the Google Play logo are trademarks of Google LLC.