Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ ລາວ ໄດ້ເປີດໂຕ ພຣູບີສິເນດສ໌ ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງເພື່ອສະໜັບສະໜຸນປະສິດທິພາບການເຮັດວຽກຂອງພະນັກງານ

“ໃຫ້ຄວາມຄຸ້ມຄອງທີ່ຫຼາຍແບບ ແລະ ເໝາະສົມກັບຄວາມຕ້ອງການຂອງບໍລິສັດ”

ນະຄອນຫຼວງວຽງຈັນ ວັນທີ 2 ມີນາ 2022

 

ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (“ພຣູເດັນໂຊລ໌ ລາວ”) ໄດ້ເປີດໂຕ ພຣູບີສິເນດສ໌ ເຊິ່ງເປັນຜະລິດຕະພັນປະກັນໄພແບບກຸ່ມ ເຊິ່ງໃຫ້ການຄຸ້ມຄອງວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໃນກໍລະນີທີ່ມີການເສຍຊີວິດ ແລະ ພິການສຳລັບພະນັກງານຂອງພວກເຂົາ. ຜະລິດຕະພັນນີ້ຖືກອອກແບບມາເພື່ອເພີ່ມປະສິດຕິພາບການເຮັດວຽກຂອງພະນັກງານ ແລະ ຜະລິດຕະພັນນີ້ມາພ້ອມກັບທາງເລືອກຂອງຜົນປະໂຫຍດທີ່ຫຼາກຫຼາຍ ເຊິ່ງເຈົ້າຂອງທຸລະກິດສາມາດ ກຳນົດການຄຸ້ມຄອງທີ່ເໝາະສົມກັບງົບປະມານ ແລະ ຄວາມຕ້ອງການຂອງພວກເຂົາໄດ້.

 

ໃນຊ່ວງເວລາທີ່ບໍ່ເເນ່ນອນ, ເຈົ້າຂອງທຸລະກິດມີຄວາມຕ້ອງການຄວາມຄຸ້ມຄອງຫຼາກຫຼາຍ ແລະ ທີ່ເໝາະສົມ ເພື່ອເປັນການສົ່ງເສີມໃຫ້ພະນັກງານມີຄວາມສຸກ ແລະ ສຸຂະພາບ. ການໃຫ້ການຄຸ້ມຄອງເປັນສະຫວັດດີການພະນັກງານແມ່ນສາມາດແບ່ງເບົາພາລະຂອງພວກໃນກໍລະນີທີ່ເກີດເຫດບໍ່ຄາດຝັນເກີດຂຶ້ນ ເຊິ່ງຜົນປະໂຫຍດອຸປະຕິເຫດ ແລະ ຜົນປະໂຫຍດເຂົ້າໂຮງໝໍເພີ່ມຕື່ມຂອງຜະລິດຕະພັນ ພຣູບີສິເນດສ໌ທີ່ສາມາດເພີ່ມເຂົ້າໃນສັນຍາານປະກັນໄພ.

 

ປະຈຸບັນເຈົ້າຂອງທຸລະກິດ ສາມາດເຂົ້າເຖິງຂໍ້ມູນ ແລະ ຄຸນລັກສະນະຂອງຜະລິດຕະພັນ ພຣູບີສິເນດສ໌ ແລະ ສາມາດສົ່ງຄຳຮ້ອງຂອງພະນັກງານຂອງພວກເຂົາໂດຍກົງທີ່ www.prudential.la ເຈົ້າຂອງທຸລະກິດສາມາດຈັດການຂໍ້ມູນຂອງສັນຍາການປະກັນໄພຂອງພະນັກງານພວກເຂົາຢ່າງງ່າຍດາຍຜ່ານຊ່ອງທາງອອນລາຍຂອງ ພຣູບີສິເນດສ໌ທີ່ຈະເປີດໂຕພາຍຫຼັງໃນເດືອນນີ້. ນະວັດຕະກຳອຳນວຍຄວາມສະດວກເຫຼົ່ານີ້ຈະຊ່ວຍສະໜັບສະໜູນການຮ້ອງຂໍເງິນທົດແທນຂອງພະນັກງານນັ້ນງ່າຍຂຶ້ນ.

 

ທ່ານ ວີເຈ ມັດດາວັນ, ຜູ້ອຳນວຍການໃຫຍ່ຂອງ ພຣູເດັນໂຊລ໌ ລາວ ໄດ້ກ່າວວ່າ ພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດກັບຊຸມຊົນເພື່ອມອບຄວາມຄຸ້ມຄອງໃຫ້ກັບລູກຄ້າທີ່ເປັນເຈົ້າຂອງທຸລະກິດ ເຊິ່ງເປັນສັນຫຼັງຂອງທຸລະກິດໃນລາວ. ຜະລິດຕະພັນ ພຣູບີສິເນດສ໌ ໄດ້ຖືກອອກແບບມາເພື່ອຊ່ວຍແບ່ງເບົາ ຂອງພະນັກງານໃນຊ່ວງເວລາອັນຫຍຸ້ງຍາກ ໂດຍສະເພາະທ່າມກາງເວລາການແຜ່ລະບາດຂອງພະຍາດ”

 

ການເປີດໂຕ ຜະລິດຕະພັນ ພຣູບີສິເນດສ໌ ແມ່ນສອດຄ່ອງກັບຈຸດປະສົງຂອງບໍລິສັດເພື່ອຊ່ວຍໃຫ້ປະຊາຊົນລາວໄດ້ຮັບສິ່ງທີ່ດີທີ່ສຸດໃນຊີວິດໂດຍເຮັດໃຫ້ພວກເຂົາເຂົ້າເຖິງຄວາມຄຸ້ມຄອງດ້ານສຸຂະພາບ ແລະ ການຄຸ້ມຄອງທາງດ້ານ

ການເງິນໄດ້. ຜະລິດຕະພັນ ພຣູບີສິເນດສ໌ຈະໃຫ້ບໍລິການແກ່ທຸກທຸລະກິດຊ່ອງທາງດັ່ງນີ້: ທະນາຄານ ເອຊີລີດາ, ທະນາຄານ ລາວ-ຝຣັ່ງ, ທະນາຄານ ມາຣູຮານ ເຈແປນ ລາວ, ນາຍໜ້າປະກັນໄພ ແລະ ພະນັກງານທີ່ປຶກສາທາງດ້ານການເງິນຂອງ ພຣູເດັນໂຊລ໌ ລາວ.

 

ຂໍໍ້ກຳນົດ ແລະ ເງືື່ອນໄຂ – ພຣູບິສິເນດສ໌ 

 

1. ແຜນປະກັນໄພຊີວິດກຸຸ່ມຂັັ້ນຕົັ້ນ
2. ປະກັນໄພຊົດເຊີຍລາຍຮັບເມືື່ອເຂົັ້າໂຮງໝໍເນືື່ອງຈາກອຸບັດຕິເຫດ
3. ສັນຍາປະກັນໄພເພີື່ມເຕີມແບບກຸຸ່ມຸການປະກັນໄພອຸປະຕິເຫດ

 

 

ກ່ຽວກັບ ພຣູເດັນໂຊລ໌ ລາວ

ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາໄດ້ເປີດຫ້ອງການ ຕົວເເທນຂອງພວກເຮົາທີ່ ນະຄອນຫຼວງວຽງຈັນ ໃນ ປີ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກ ກະຊວງການເງິນໃນເດືອນ ເມສາ 2016. ພວກເຮົາໄດ້ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມ ຕ້ອງການໃນການຄຸ້ມຄອງ ແລະ ການສະສົມທຶນທາງການເງິນສຳລັບຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນ ແລະ ການບໍລິການຜ່ານເຄືອຂ່າຍທະນາຄານຄູ່ ຮ່ວມ ທຸ ລະ ກິດທີ່ມີຊື່ສຽງທົ່ວປະເທດ, ຜ່ານລະບົບຂາຍກົງ, ລວມໄປເຖິງການຈຳໜ່າຍ ຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.

ສອບຖາມຂໍ້ມູນເພີ່ມເຕີມ: www.prudential.la