ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ບໍລິຈາກເຄື່ອງບັນເທົາທຸກເພື່ອຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ແຂວງ ໄຊຍະບູລີ ແລະ ພື້ນທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ໃນນະຄອນຫຼວງວຽງຈັນ
ວຽງຈັນ, 07 ກໍລະກົດ, 2021
ບໍລິສັດ ພຣູເດັນໂຊລ໌ ປະກັນໄພຊີວິດ (ລາວ) ຈຳກັດ (“ພຣູເດັນໂຊລ໌ ລາວ) ໄດ້ບໍລິຈາກເຄື່ອງບັນເທົາທຸກເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ເມືອງໄຊຍະບູລີ ໃນເດືອນ ກໍລະກົດ 2021 ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກ ຊ່ວງການແຜ່ລະບາດ ໂຄວິດ-19 ຈຳນວນ 5 ບ້ານ: ສະພັງໝໍ້, ໂນນຫວາຍ, ຄຳສະຫວາດ, ຮ່ອງຄ້າ ແລະ ຮ່ອງແກ ໃນນະຄອນຫຼວງວຽງຈັນ. ເຄື່ອງບັນເທົາທຸກລວມມີ ປາກະປ໋ອງ, ໄຂ່, ນົມ, ຢາສີດຍຸງ, ເຂົ້າ ແລະ ນ້ຳ ໄດ້ຮັບໂດຍ ທ່ານ ປອ ດຣ ພູທອນ ເມືອງປັກ ປະທານ ອົງການກາແດງລາວ ແລະ ນາຍບ້ານ.
500 ຄົວເຮືອນໃນໄຊຍະບູລີ ແລະ 250 ຄົວເຮືອນໃນນະຄອນຫຼວງວຽງຈັນ ແມ່ນຈະໄດ້ຮັບຜົນປະໂຫຍດໂດຍກົງໃນການບໍລິຈາກຄັ້ງນີ້. ເຄື່ອງບັນເທົາທຸກທາງ ອົງການກາແດງລາວ ຈະເປັນຜູ້ມອບໃຫ້ແກ່ປະຊາຊົນພາຍໃນອາທິດນີ້.
ທ່ານ ວີເຈ ມັດດາວັນ ຜູ້ອຳນວຍການໃຫຍ່ ພຣູເດັນໂຊລ໌ ລາວ ໄດ້ກ່າວວ່າ: “ ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງຈິງໃຈ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ຈາກການແຜ່ລະບາດຂອງພະຍາດໂຄວິດ-19. ໃນຊ່ວງເວລານີ້ ພຣູເດັນໂຊລ໌ ລາວ ຈຶ່ງຢາກມີສ່ວນຮ່ວມໃນການສະໜັບສະໜຸນປະຊາຊົນທ້ອງຖິ່ນ ແລະ ຊຸມຊົນຂອງພວກເຮົາໃຫ້ຫຼາຍເທົ່າທີ່ຈະສາມາດເຮັດໄດ້. ຂ້າພະເຈົ້າ ຫວັງວ່າການບໍລິຈາກເຫຼົ່ານີ້ຈະເປັນການຊ່ວຍເຫຼືອເພື່ອສົ່ງເສີມຜູ້ປະສົບໄພ ແລະ ຄອບຄົວທີ່ຂັດສົນໃນໄວໆນີ້.”
ກ່ຽວກັບບໍລິສັດພຣູເດັນໂຊລ໌ ລາວ
ບໍລິສັດ ພຣູເດັນໂຊລ໌ລາວ ແມ່ນບໍລິສັດຍ່ອຍຂອງ ພຣູເດັນໂຊລ໌ ຄໍໂພເລຊັ່ນ ເອເຊຍ. ບໍລິສັດ ພຮູເດັນໂຊລ໌ ລາວ ໄດ້ເປີດບໍລິສັດໃນວຽງຈັນຕັ້ງແຕ່ເດືອນ ມີນາ ປີ 2015 ແລະ ໄດ້ຮັບໃບອະນຸຍາດປະກອບທຸລະກິດຈາກກະຊວງການເງິນ ເດືອນ ເມສາ ປີ 2016. ແລະ ເລີ່ມດຳເນີນທຸລະກິດໃນເດືອນ ພຶດສະພາ ປີ 2016 ແລະ ໄດ້ນຳສະເໜີຜະລິດຕະພັນປະກັນໄພຊີວິດ ແລະ ສຸຂະພາບທີ່ຕອບສະໜອງຄວາມຕ້ອງການທາງດ້ານການຄຸ້ມຄອງ ແລະ ການທ້ອນເງິນຂອງປະຊາຊົນລາວ. ປະຈຸບັນ ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ກະຈາຍຜະລິດຕະພັນ ແລະ ການບໍລິການ ຜ່ານເຄືອຄ່າຍທະນາຄານທີ່ມີຊື່ສຽງຕ່າງໆ ແລະ ຄູ່ຮ່ວມທຸລະກິດ, ຂາຍຕົງຈາກພະນັກງານ ແລະ ແອັບພລິເຄຊັ່ນມືຖືແບບດິຈິຕັລ Pulse ຂອງພຣູເດັນໂຊລ໌.
ສາມາດຫາຂໍ້ມູນເພີ່ມເຕີມກ່ຽວກັບພຣູເດັນໂຊລ໌ລາວໄດ້ທີ່ເວັບໄຊທ໌ www.prudential.la
