Select your language
close
ຂ່າວ​ສານ

ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ບໍລິຈາກເຄື່ອງບັນເທົາທຸກເພື່ອຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ແຂວງ ໄຊຍະບູລີ ແລະ ພື້ນທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ໃນນະຄອນຫຼວງວຽງຈັນ

 

ວຽງ​ຈັນ, ​07 ກໍລະກົດ, 2021

 

ບໍ​ລິ​ສັດ​ ພ​ຣູ​ເດັນ​ໂຊ​ລ໌ ປະ​ກັນ​ໄພ​ຊີ​ວິດ (ລ​າວ) ຈຳ​ກັດ (“ພ​ຣູ​ເດັນ​ໂຊ​ລ໌ ລາວ) ໄດ້​ບໍ​ລິ​ຈາກເຄື່ອງ​ບັນ​ເທົາ​ທຸກ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະ​ສົບ​ໄພ​ນ້ຳ​ຖ້ວມ ເມືອງ​ໄຊ​ຍະ​ບູ​ລີ ໃນ​ເດືອນ​ ກໍ​ລະ​ກົດ 2021 ແລ​ະ ຄອບ​ຄົວທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ ​ຊ່ວງ​ການ​ແຜ່​ລະ​ບ​າດ   ໂຄວິ​ດ-19 ​ຈຳ​ນວນ 5 ບ້ານ: ສະ​ພັງ​ໝໍ້​, ໂນນ​ຫວາຍ, ຄຳ​ສະ​ຫວາດ, ຮ່ອງ​ຄ້າ ແລະ ຮ່ອງ​ແກ ໃນ​ນະ​ຄອນຫຼວງວຽງ​ຈັນ. ເຄື່ອງ​ບັນ​ເທົາ​ທຸກ​ລວມ​ມີ ປາ​ກະ​ປ໋ອງ, ໄຂ່, ນົມ, ຢາ​ສີດ​ຍຸງ, ເຂົ້າ ແລະ ນ້ຳ ໄດ້​ຮັບ​ໂດຍ ທ່ານ ປອ ດ​ຣ ພ​ູ​ທອນ ເມືອງ​ປັກ ປະ​ທານ​ ອົງ​ການ​ກາ​ແດງ​ລາວ ແລະ ນາຍ​ບ້ານ.

 

500 ຄົວ​ເຮືອນໃນ​ໄຊ​ຍະ​ບູ​ລີ ແລະ 250 ຄົວ​ເຮືອນ​ໃນ​ນະ​ຄອນຫຼວງວຽງ​ຈັນ ​ແມ່ນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ກົງໃນ​ການ​ບໍ​ລິ​ຈາກ​ຄັ້ງ​ນີ້. ເຄື່ອງ​ບັນ​ເທົາ​ທຸກ​ທາງ ​ອົງ​ການ​ກາ​ແດງ​ລາວ​ ຈະ​ເປັນ​ຜູ້​ມອບ​ໃຫ້​ແກ່​ປະ​ຊາ​ຊົນ​ພາຍ​ໃນ​ອາ​ທິດ​ນີ້.

 

ທ່ານ ວີ​ເຈ ມັດ​ດາ​ວັນ ຜູ້ອຳ​ນວຍ​ການ​ໃຫຍ່ ພ​ຣູ​ເດັນ​ໂຊ​ລ໌ ລ​າວ ໄດ້​ກ່າວ​ວ່າ: “ ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ຈິງ​ໃຈ ຕໍ່​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ ແລະ ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິ​ດ-19. ໃນ​ຊ່ວງ​ເວ​ລາ​ນີ້ ພ​ຣູ​ເດັນ​ໂຊ​ລ໌ ລ​າວ ຈຶ່ງ​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ການ​ສະ​ໜັບ​ສະ​ໜຸນ​ປະ​ຊາ​ຊົນທ້ອງ​ຖິ່ນ ແລະ ຊຸມ​ຊົນ​ຂອງ​ພວກ​​ເຮົາ​ໃຫ້ຫຼາຍ​ເທົ່າ​ທີ່​ຈະ​ສາ​ມາດ​ເຮັດ​ໄດ້. ຂ້າ​ພະ​ເຈົ້າ ຫວັງ​ວ່າ​ການ​ບໍ​ລິ​ຈາກ​ເຫຼົ່າ​ນີ້​ຈະ​ເປັນ​ກ​ານ​ຊ່ວຍ​ເຫຼືອ​ເພື່ອ​ສົ່ງ​ເສີມ​ຜູ້​ປະ​ສົບ​ໄພ ແລະ ຄອບ​ຄົວ​ທີ່​ຂັດ​ສົນ​ໃນ​ໄວໆ​ນີ້.”

 

​ກ່​ຽວ​ກັບ​ບໍ​ລິ​ສັດ​ພ​ຣູ​ເດັນ​ໂຊ​ລ໌ ລາວ

 

​ບໍລິ​ສັດ​ ພ​ຣູ​ເດັນ​ໂຊ​ລ໌​ລາວ ແມ່ນ​ບໍ​ລິ​ສັດ​ຍ່ອຍ​ຂອງ ພ​ຣູ​ເດັນ​ໂຊ​ລ໌ ຄໍ​ໂພ​ເລ​ຊັ່ນ ເອ​ເຊຍ. ບໍ​ລິ​ສັດ ພ​ຮູ​ເດັນ​ໂຊ​ລ໌ ລາວ ​ໄດ້​ເປີດ​ບໍ​ລິ​ສັດ​ໃນ​ວຽງ​ຈັນ​ຕັ້ງ​ແຕ່​ເດືອນ ມີ​ນາ ປີ 2015 ແລະ ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ປະ​ກອບ​ທຸ​ລະ​ກິດ​ຈາກ​ກະ​ຊວງ​ການ​ເງິນ ເດືອນ ເມ​ສາ ປີ 2016. ແລະ ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ເດືອນ ພຶດ​ສະ​ພາ ປີ 2016 ແລະ ໄດ້​ນຳ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ປະ​ກັນ​ໄພ​ຊີ​ວິດ ແລະ ສຸ​ຂະ​ພາບ​ທີ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທາງ​ດ້ານ​ການ​ຄຸ້ມ​ຄອງ ແລະ ການ​ທ້ອນ​ເງິນ​ຂອງ​ປະ​ຊາ​ຊົນ​ລາວ. ປະ​ຈຸ​ບັນ ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌ ​ລາວ ໄດ້​ກະ​ຈາຍ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ ຜ່ານ​ເຄືອ​ຄ່າຍ​ທະ​ນາ​ຄານ​ທີ່​ມີ​ຊື່​ສຽງ​ຕ່າງໆ ແລະ ຄູ່​ຮ່ວມ​ທຸ​ລະ​ກິດ, ຂາຍ​ຕົງ​ຈາກ​ພະ​ນັກ​ງານ ແລ​ະ ແອັບ​ພ​ລິ​ເຄ​ຊັ່ນ​ມື​ຖື​ແບບ​ດິ​ຈິ​ຕັ​ລ Pulse ຂອງ​ພ​ຣູ​ເດັນ​ໂຊ​ລ໌.


ສາ​ມາດຫາຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ພ​ຣູ​ເດັນ​ໂຊ​ລ໌​ລາວ​ໄດ້​ທີ່​ເວັບ​ໄຊ​ທ໌ www.prudential.la