Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ ລາວ ພຣູເດັນໂຊລ໌ ລາວ ໄດ້ປະກອບສ່ວນສົມທົບໜ້າກາກປ້ອງກັນໃບໜ້າຈຳນວນ 3,000ອັນ ໃຫ້ກັບ ພະນັກງານສາທາລະນະສຸກແຖວໜ້າຜູ້ເພື່ອໃຊ້ໃນການຕອບໂຕ້ກັບການລະບາດຂອງພະຍາດ COVID19

ໃນ​ວັນ​ທີ 28 ພຶດ​ສະ​ພາ 2020, ພຣູເດັນໂຊລ໌ ລາວ ໄດ້ປະກອບສ່ວນສົມທົບໜ້າກາກປ້ອງກັນໃບໜ້າຈຳນວນ 3,000ອັນ ໃຫ້ກັບກະຊວງສາທາລະນະສຸກເພື່ອຊ່ວຍເຫຼືອພະນັກງານສາທາລະນະສຸກແຖວໜ້າທີ່ມີບົດບາດສຳຄັນໃນການຕອບໂຕ້ກັບ

ການລະບາດຂອງພະຍາດ COVID19 ໃນລາວ. 

ທ່ານ ​ຮ​ສ.ດ​ຣ. ບຸນກອງ ສີ​ຫາ​ວົງ, ​ລັດ​ຖະ​ມົນ​ຕີ ກະຊວງສາທາລະນະສຸກ, ໄດ້ເປັນຜູ້ຮັບເອົາເຄື່່ອງອຸປະກອນ ປ້ອງກັນພະຍາດ ຈາກ ທ່ານ ວຽງວາດສະໜາ ວົງທອງຈິດ, ຫົວໜ້າຝ່າຍການຕະຫຼາດ, ພຣູເດັນໂຊລ໌ ລາວ.

ທ່ານ ​ຮ​ສ.ດ​ຣ. ບຸນກອງ ສີ​ຫາ​ວົງ ໄດ້ກ່າວວ່າ, “ພວກເຮົາຂໍສະແດງຄວາມຂອບໃຈຕໍ່ບໍລິສັດ ພຣູເດັນໂຊລ໌ ລາວ ສຳລັບ ຄວາມມຸ່ງໝັ້ນທີ່ຈະຊ່ວຍໃນການສະກັດກັ້ນການແຜ່ກະຈາຍຂອງCOVID-19.ກະຊວງສາທາລະນະສຸກຈະແຈກຢາຍເຄື່ອງ

ນີ້ໃຫ້ທ່ານ​ໝໍ, ພະຍາບານ, ແລະຜູ້ຊ່ຽວຊານ ດ້ານສຸຂະພາບອື່ນໆ ທີ່ມີຄວາມຕ້ອງການອຸປະກອນປ້ອງກັນພະຍາດຫຼາຍທີ່ສຸດ ເພາະພວກເຂົາ ຊ່ວຍຮັກສາຊີວິດຜູ້ຄົນຢູ່ໂຮງໝໍຂອງພວກເຮົາ”.

“ໃນຖານະເປັນຜູ້ໃຫ້ປະກັນໄພຊັ້ນນຳໃນອາຊີ,ພຣູເດັນໂຊລ໌ມີຄວາມມຸ້ງໝັ້ນໃນການປົກປ້ອງສຸຂະພາບແລະຄວາມເປັນຢູ່ທີ່ດີ ຂອງບຸກຄົນ,ຄອບຄົວແລະຊຸມຊົນ.ບໍລິສັດ ພຣູເດັນໂຊລ໌ ລາວ ມີຄວາມຍິນດີທີ່ໄດ້ຮ່ວມ ມືກັບກະຊວງສາທາລະນະສຸກ ໃນການປົກປ້ອງແລະສະໜັບສະໜູນພະນັກງານສາທາລະນະສຸກແຖວໜ້າໃນຄວາມພະຍາຍາມຢ່າງບໍ່ຮູ້ອິດເມື່ອຍໃນການປົກ ປ້ອງປະຊາຊົນລາວແລະຕ້ານການລະບາດຂອງພະຍາດ COVID-19,”​ ທ່ານວຽງວາດສະໜາ ວົງທອງຈິດ, ຕົວແທນບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ກ່າວ.