Select your language
close
ຂ່າວ​ສານ

ໄດ້ມອບເງິນຊ່ວຍເຫຼືອ 14,971.76 ໂດລາ ເພື່ອຊ່ວຍເຫຼືອໃນໄລຍະຍາວ ແລະ ການຟື້ນຟູແບບຍືນຍົງໃຫ້ກັບຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນຳ້ຖ້ວມທີ່ເເຂວງພາກໃຕ້ຂອງລາວ ພຣູເດັນໂຊລ໌ ລາວ ບໍລິຈາກເງິນເຂົ້າໃນການຊ່ວຍເຫຼືອຜູ້ປະສົບໄພນຳ້ຖ້ວມທາງພາກໃຕ້ຂອງລາວຜ່ານອົງການກາເເດງ.

ພຣູເດັນໂຊລ໌ ລາວ ຕ່າງໜ້າໃຫ້ ມູນລະນິທິ ພຣູເດັນສ໌, ໜ່ວຍງານຊ່ວຍເຫຼືອສັງຄົມ ຂອງ ພຣູເດັນໂຊລ໌ ໃນ ເອເຊຍ ແລະ ອາຟິກກາ, ໄດ້ມອບເງິນຊ່ວຍເຫຼືອ 14,971.76 ໂດລາ ເພື່ອຊ່ວຍເຫຼືອໃນໄລຍະຍາວ ແລະ ການຟື້ນຟູແບບຍືນຍົງໃຫ້ກັບຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນຳ້ຖ້ວມທີ່ເເຂວງພາກໃຕ້ຂອງລາວ ໃນເດືອນ ກັນຍາ 2019.

ຜູ້​ຕ່າງ​ໜ້າ​ຈາກ ​ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌ ມອບ​ເງິນ​ຊ່ວຍ​ເຫຼືອ​ໃຫ້ ທ່ານ ຄຳ​ຮຸ່ງ ເຮືອງວົງ​ສີ, ປະ​ທານ ອົງ​ການ​ການ​ແດງ ລາວໃນ​ຄັ້ງ​ນີ້.

ການຊ່ວຍເຫຼືອໃນຄັ້ງນີ້ຈະໃຫ້ປະໂຫຍດໂດຍກົງເເກ່ປະຊາຊົນຈຳນວນທັງໝົດເຖິງ 1,500ຄົນ ຈາກ 500 ຄົວເຮືອນ ໃນ ເເຂວງ ສາລະວັນ ເເລະ ເຊກອງ ເຊິ່ງເປັນເຂດທີ່ຖືກຜົນກະທົບໜັກທີ່ສຸດຈາກໄພນຳ້ຖ້ວມໃພພາກໃຕ້. ເງິນຊ່ວຍເຫຼືອດັ່ງກ່າວຈະຊ່ວຍສະໜັບສະໜູນ ອົງການກາແດງລາວ ໃນການນຳສົ່ງເຄື່ອງໃຊ້ ແລະ ອຸປະກອນບັນເທົາທຸກ, ຢາສາມັນ ລວມໄປເຖິງເຄື່ອງກິນ,ເຄື່ອງໃຊ້ປະຈຳວັນ ເຊັ່ນ: ເຂົ້າ, ໝີ່ແຫ້ງ, ປາກະປ໋ອງ, ນ້ຳດື່ມ ແລະ ສະບູ ໃຫ້ກັບຄອບຄົວທີ່ຕ້ອງການ.

ອົງການກາເເດງລາວຈະລະດົມອາສາສະໝັກໃຫ້ມີສ່ວນຮວ່ມໃນການກະກຽມເຄື່ອງກິນ, ເຄື່ອງໃຊ້ ແລະ ອຸປະກອນທີ່ຈຳເປັນຕ່າງໆ, ລວມໄປເຖິງການ ຕິດຕໍ່ປະສານງານກັບເຈົ້າໜ້າທີ່ພາກລັດທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ແນ່ໃຈວ່າ ເຄື່ອງບັນເທົາທຸກເຫຼົ່ານີ້ຈະຖືກຈັດການຂົນສົ່ງໄປເຖິງຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຕາມທີ່ໄດ້ກຳນົດໄວ້ ພາຍໃນເດືອນນີ້.