Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ເລິີ່ມໃຫ້​ບໍ​ລິ​ການການຂາຍ​ປ​ະ​ກັນ​ໄພ​ຊີ​ວິດ​ໃນລາວ

ພ​ຣູ​ເດັນ​ໂຊ​ລ໌​ ຄັອບ​ພໍ​ເຣ​ຊັ້ນ ອາ​ຊີ (Prudential Corporation Asia), ເປັນ​ສ່ວນ​ໜຶ່ງ​ຂອງບໍ​ລິ​ສັດ​ ພ​ຣູ​ເດັນ​ໂຊ​ລ໌​ ມະ​ຫາ​ຊົນ (Prudential plc) ຈາກສະ​ຫະ​ຣາດ​ຊະ​ອາ​ນາ​ຈັກອັງ​ກິດ​ ໄດ້​ເລິີມໃຫ້​ບໍ​ລິ​ການການຂາຍ​ປ​ະ​ກັນ​ໄພ​ຊີ​ວິດ​ໃນ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ (“ລາວ”) ຊຶ່ງ​ເປັນ ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌ປະ​ກັນ​ໄພ​ຊີ​ວິດ (ລາວ) ຈຳ​ກັດ (ພ​ຣູ​ເດັນ​ໂຊ​ລ໌​ ລາວ), ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌ ​ສະ​ໜອງຜະ​ລິດ​ຕະ​ພັນ​ປະ​ໄພ​ຊີ​ວິດ​ທີ່​ປົກ​ປ້ອງ ​ຄຸ້ມ​ຄອງ ​ແລະ​​ ສະ​ສົມ​ທືນທີ່​​ເໝາະສົມກັບ​ຄວາມ​ຕ້ອງ​ການ​ຂອງຄົນ​ລາວ.

ພ​ຣູ​ເດັນ​ໂຊ​ລ໌ປະ​ກັນ​ໄພ​ຊີ​ວິດໄດ້​ດຳ​ເນີນ​ທຸ​ລະ​ກິດ​ໃນ​ເອ​ຊີ ​ມາຕັ້ງ​ແຕ່​ປີ ຄສ.1923 ແລະ​​ມີ​​ຮາກ​ຖານ​ການໃຫ້​ບໍ​ລິ​ກາ​ນ​ທາງ​ດ້ານ​ການ​ເງິນ​ທີ່ຫຼາກຫຼາຍ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ກາ​ນ​ຂອງ​ຄອບ​ຄົວຄົນ​ອາ​ຊີທີ່​ມີ​ໜ່ວຍ​ງານຢູ່ 13 ປະ​ເທດ. ບໍ​ລິ​ສັດ ໄດ້​ເ​ປີດ​ຫ້ອງ​ການຜູ້​ຕາງ​ໜ້າ​ຢູ່​ນະ​ຄອນຫຼວງວຽງ​ຈັນໃນເດືອນມີ​ນາ ປີ 2015 ແລະ ເມື່ອ​ບໍ່​ດົນ​ທີ່​ຜ່ານ​ມາ​​ນີ້​ທາງ​ບໍ​ລິ​ສັດ​ກໍ່​ໄດ້​ຮັບ​ໃບ​ອະ​ນຸ​ຍາດການດຳ​ເນີນ​ທຸ​ລະ​ກິດ​ເຕັມ​ຮູບ​ແບບ​ຈາກ​ກະ​ຊວງ​ການເງິນ.

ບໍລິ​ສັດ​ປະ​ກັນ​ໄພຊີ​ວິດພ​ຣູ​ເດັນ​ໂຊ​ລ໌ໄດ້​ຈັດ​ຕັ້ງ ຍຸດທະສາດ​ແລະ​ການ​ຂາຍ​ປະ​ກັນໄພ​ຜ່ານ​ລະ​ບົບທະ​ນາ​ຄານ ​ແລະ​ໄດ້​ຮ່ວມ​ມືກັບ ທະ​ນາ​ຄານ ເອ​ຊີ​ລິ​​ດາ ລາວ ຈຳ​ກັດ (“ACLEDA Bank”) ເຊິ່ງ​ເປັນ​ໜຶ່ງ​ໃນທະນະ​ຄານ​ການ​ຄ້າ ຊັ້ນ​ນຳ ທີ່​ມີສາຂາຫຼາຍກວ່າ 40 ສາ​ຂາ​ໃນ​ສ​ປ​ປ ລາວ. ​​​ໃນ​ການ​ເລີ່ມ​ຕົ້ນ​ການ​ໃຫ້​ບໍ​ລິ​ການທາງ​ດ້ານ​ປະ​ກັນ​ໄພ​ຊີ​ວິດ ບໍ​ລິ​ສັດພ​ຣູ​ເດັນ​ໂຊ​ລ໌ (ລ​າວ) ຈະນຳ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ໃຫ້​ແກ່​ລູກ​ຄ້າຜ່ານທະ​ນາ​ຄາ​ນ ເອ​ຊີ​ລິ​ດາ (ລາວ) ໂດຍ​ ຜ່ານສາ​ຂາຕ່າງ, ເຊິ່ງ​ໃນ​ເບື່ອງ​ຕົ້ນຈະ​ເລີ່ນ​ຂາຍ​​​ຢູ່​ເຂດນະ​ຄອນຫຼວງວຽງ​ຈັນ.

ທ່ານ​ນາງ ຄຳ​ໄພ ວິ​ທາ​ໄຊ, ຫົວ​ໜ້າ ​ກົມ​ຄຸ້ມ​ຄອງ​ການ​ເງິນ​ລັດ​ວິ​ສາ​ຫະ​ກິດ ແລະ ການ​ປະ​ກັນ​ໄພ, ກະ​ຊວງ​ການ​ເງິນ, ໄດ້ກ່າວ​ວ່າ: “ໃນ​ຖານ​ນະ​ທີ່ ພ​ຣູ​ເດັນ​ໂຊ​ລ໌ ເປັນ​ບໍ​ລິ​ສັດຊັ້ນ​ນຳ​ຂອງ​​ປະ​ກັນ​ໄພ​ຊີ​ວິ​ດ​ ທີ່​ມີ​ປະ​ວັດ​ຄວາມເປັນມາ​ດົນ​ນານ ​ໃນ​ການ​ດຳ​ເນີນ​ວຽກ​ງານ ຢູ່​ອາ​ຊີ ​, ການ​ເຂົ້າ​ມາ​ດຳ​ເນີນ​ທຸ​ລະ​ກິດ​ທາງ​ດ້ານ​ການ​ປະ​ກັນ​ໄພ​ຊີ​ວິດໃນ​ປະ​ເທດ​ລາວ ​​ຖື​ວ່າ​ເປັນ​ປະ​ໂຫຍດ​ຕໍ່​ປະຊາຊົນ​ລາວ ເພາະ​ພ​ຣູ​ເດັນ​ໂຊ​ລ໌ ​​ມີ​ຜະ​ລິດ​ຈະ​ພັນ​ປະ​ກັນ​ໄພ​ຊີ​ວິດ ທີ່​ຈະ​ຊ່ວຍ​ປົກ​ປ້ອງ​ຄຸ້ມ​ຄອງ ​​ແລະ ​ສ້າງ​ຄວາມ​ໝັ້ນ​ຄົງ​​ທາງດ້ານ​ການ​ເງິນ​ໃຫ້​ແກ່​ຄົນ​ລາວໄດ້​ທົ່ວ​ເຖິງ​ກັນ. ​ຂ້າ​ພະ​ເຈົ້າ​ຍັງ​ເຊື່ອ​ວ່າ ພ​ຣູ​ເດັນ​ໂຊ​ລ໌ ຈະ​ມີ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ກາ​ນໃນ​ໄລ​ຍະ​ຍາວທາງ​ດ້ານ​ການ​ບໍ​ລິ​ການ​​ການ​ເ​ງິນ ແລະ ການ​ປະ​ກັນ​ໄພ​ຊີ​ວິດ​ ແລະ ​ມີ​ການ​ປະ​ກອບ​ສ່ວນ​​ໃນ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດໂດຍ​ລວມ​ຂອງ​​ປະ​ເທດ​ເຮົາ​ນຳ​ອີກ.”

ທ່ານ ໂທ​ນີ້ ວິກ​ກີ້, ​ຫົວໜ້າ​ບໍ​ລິ​ຫານ ພ​ຣູ​ເດັນ​ໂຊ​ລ໌ ຄັອບ​ພໍ​ເຣ​ຊັ້ນ ອາ​ຊີ, ໄດ້ກ່າວ​ວ່າ: “​ມື້​ນີ້​​​ຖື​ວ່າ​ເປັນ​ບາດ​ກ້າວ​ທີ່​ສຳ​ຄັນ​ສຳ​ລັບ ບໍ​ລິ​ສັດພ​ຣູ​ເດັນ​ໂຊ​ລ໌ ​ທີ່​ໄດ້​ຂະ​ຫຍາຍທຸ​ລະ​ກິດ​ປະ​ກັນ​ໄພ​ຊີ​ວິດ​ເຂົ້າ​ມາໃນ ສ​ປ​ປ ລາວ ເຊິ່ງເປັນຕະ​ຫຼາດ​ທີ່ 13 ຂອງ​ພວກ​ເຮົາ​ໃນເຂດ​ອາ​ຊີ, ເພື່ອ​​ຢັ້ງຢືນກັບຄຳ​ສັນ​ຍາຂອງ​ພວກ​ເຮົາ​ທີ່​ຈະ​ສ້າງ​ເຄືອ​ຄ່າຍ ແລະ ສາ​ຂາ​ຢູ່​ໃນ​​​ໃນ​ຂົງ​ເຂດ​ນີ້. ຕະຫຼາດ​ປະ​ກັນ​ໄພ​ຊີ​ວິດໃນ ສ​ປ​ປ ​ລາວ ມີ​ສັກ​​ກະຍະ​ພາບ​ສູງ ເນື່ອງ​​ຈາກວ່າ​ການ​ຂະ​ຫຍາ​ຍ​ໂຕຂອງ​ເສດ​ຖະ​ກິດ ແລະ ການ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຂອງ​ຊົນ​ຊັ້ນ​ລະ​ດັບ​​ກາງ. ຈາກ​ປະ​ສົບ​ການ​ຂອງ​ພວກ​ເຮົາຫຼາຍກວ່າ 90 ປີ ທີ່​ຢູ່​ໃນ​ພາກ​ພື້ນນີ້ ພວກ​ເຮົາ​ເຊື່ອ​ວ່າຈະ​ສາມ​າດມີ​​​​ບົດ​ບາດໃນການ​ເປັນ​ຜູ້​ນຳ​ກ່ຽວ​ກັບ​ການພັດ​ທະ​ນາດ້ານ​ການ​ປະ​ກັນ​ໄພຊີ​ວີດນີ້ ເຊິ່ງ​ພວກ​ເຮົາ​​ຕອບສະ​ໜອງຜະ​ລິດ​ຕະ​ພັນ​ທາງ​ດ້ານການ​ປົກ​ປ້ອງ​ຄຸ້ມ​ຄອງ ແລະ ​ສະ​ສົມ​ທືນທີ່​ເໝາະ​ສົມ​ໃຫ້ກັບ​ປະ​ຊາ​ຊົນ​ ແລະ ຄອບ​ຄົວຄົນ​ລາວ​."

​ທ່ານ ນະ​ລິນ ພົນ, ​ກຳ​ມະ​ການຜູ້​ຈັດ​ການ ແລະ ປະ​ທານ​ບໍ​ລິ​ຫານ ທະ​ນາ​ຄາ​ນ ເອ​ຊີ​ລິ​ດາ ລາວ ຈຳ​ກັດ, ໄດ້ກ່າວ​ວ່າ: “ພວກ​ເຮົາ​ມີ​ຄວາມ​ຍິນ​ດີຫຼາຍ​ທີ່​​ມີ ບໍ​ລິ​ສັດ​ປະ​ກັນ​ໄພ​ຊີ​ວິດພ​ຣູ​ເດັນ​ໂຊ​ລ໌ ມາ​ເປັນ​ຄູ່​ຮ່ວ​ມ​ທຸ​ລ​ະ​ກິດຂອງພວກ​ເຮົາ​ຢູ່​ໃນ ສ​ປ​ປ. ລາວ ເພື່ອ​ເປັນ​ຫຸ້ນ​ສ່ວນໃນ​ການ​​ກະ​ຈາຍການ​ປະ​ກັນ​ໄພ​ຊີ​ວິດຜ່ານ​ລະ​ບົບ​ທະ​ນາ​ຄານ ພວກເຮົາ​ຫວັງວ່າ​ຈະ​​ສາ​ມາດບັນລຸ​ ​ການ​ຈຳ​ໜ່າຍ ພາຍໃຕ້​​ການຄວບ​ຄຸມ​​ຈາກຊ່ຽວ​ຊານ​​ຂອງ ພ​ຣູ​ເດັນ​ໂຊ​ລ໌ ອາ​ຊີ ເພື່ອຂະ​ຫຍາຍຖານທຸ​ລະ​ກິດທາງການຕະຫຼາດກັບ​ສິ່ງ​ທີ່​ເຮົາ​ນຳ​ສະ​ເໜີ ແລະ ບໍ​ລິ​ການ​ຂອງ​ພວກເຮົາໃຫ້​ກັບ​ລູກ​ຄ້າ ​ແລະ​ພວ​ກເຮົາ​ເຊື່ອ​ວ່າ ​ຈະ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການການ​ປະ​ກັນ​ໄພ​ຊີ​ວິດ ​ທີ່​ຈະເຕີ​ບ​ໃຫຍ່ຂະ​ຫຍາຍ​ຕົວ​​ໃນ​ອະ​ນາ​ຄົດ​ຂອງ​ປະ​ຊາ​ຊົນ​ລາວ.”