Select your language
close
ຂ່າວ​ສານ

ພຣູເດັນໂຊລ໌ ລາວ ມອບທຶນອຸດໜຸນ ຟຣີ ໃຫ້ປະຊາຊົນລາວເພື່ອຕໍ່ສູ້ກັບສະຖານະການໂລກລະບາດ

26 ເມ​ສາ 2021 - ຈາກ​ສະ​ຖາ​ນະ​ການ​ຂອງ​ການ​ລະ​ບາດ​ ພະ​ຍາດ​ໂຄວິດ-19 ຄັ້ງ​ທີ 2, ມື້​ນີ ບໍ​ລິ​ສັດ ພ​ຣູ​ເດັນ​ໂຊ​ລ໌ ປະ​ກັນ​ໄພ​ຊີ​ວິດ (ລ​າວ) ຈຳ​ກັດ (ພ​ຣູ​ເດັນ​ໂຊ​ລ໌ ລາວ) ໄດ້​ປະ​ກາດມອບ ​ທຶນອຸດໜຸນ* ​ໂຄວິດ-19 ແຄ​ຣ໌ (ທຶນອຸດໜຸນ) ເພື່ອ​ເປັນ​ການ​ສະ​ໜັບ​ສະ​ໜູນ​ ແລະ ຄຸ້ມຄອງຊຸມ​ຊົນ​ລາວ. ໃນ​ຖາ​ນະ​ທີ່​ເປັນ​ຜູ້​ນຳ​ດ້ານ​ປະ​ກັນ​ໄພຊີ​ວິດ ແລະ ເປັນ​ຜູ້​ນຳ​ທີ່​ໜ​້າ​ເຊື່ອ​ຖື​ໃນ​ການ​ໃຫ້​ການ​ຄຸ້ມ​ຄອງ, ພວກ​ເຮົາ​ມີ​ຄວາມ​ພາກ​ພູມ​ໃຈມອບທຶນອຸດໜຸນ ຟ​ຣີ ເພື່ອຊ່ວຍ​ຄຸ້ມ​ຄອງ​ສຸ​ຂະ​ພາບຂອງປະ​ຊາ​ຊົນ​ລາວ.

ທຶນອຸດໜຸນ ໂຄວິດ-19 ແຄ​ຣ໌ ຈຳ​ນວນ 5,000,000ກີບ ຈະ​ຖືກ​ຈ່າຍ​ໃຫ້​ກັບ​ຜູ້​ທີ່​ລົງ​ທະ​ບຽນ​ສຳ​ເລັດໃນ​ກໍ​ລະ​ນີ​ທີ່​ທ່ານ​ຖືກກວດ​ພົບ​ວ່າ​ໄດ້​ມີເຊື້ອ​ພະ​ຍາດ ໂຄວິດ-19 ແລະ ທຶນອຸດໜຸນຈຳ​ນວນ 15,000,000ກີບ​ ຈະ​ຖືກ​ຈ່າຍໃນກໍ​ລະ​ນີ​ທີ່​ມີ​ການ​ເສຍ​ຊີ​ວິດ​ຈາກ​​ເຊື້ອພະ​ຍາດ ໂຄວິດ-19.

ທຸກ​ຄົນສາ​ມາດ​ລົງ​ທະ​ບຽນ​ຮັບ​ເອົາ​ທຶນອຸດໜຸນ ໂຄວິດ-19 ແຄ​ຣ໌ ຕັ້ງ​ແຕ່​ມື້​ນີ້​ ຈົນ​ເຖິງ 31 ພຶດ​ສ​ະ​ພາ 2021 (​ທຶນອຸດໜຸນ COVID-19 ແຄ​ຣ໌ ແມ່ນ​ສຳ​ລັບ 100,000 ຄົນ​ທຳ​ອິດທີ່​ລົງ​ທະ​ບຽນ), ສຳ​ລັບ​ຄົນ​​ລາວ ແລະ ທຸກ​ຄົນ​ທີ່ອາ​ໄສ​ຢູ່​ລາວ​ຢ່າງ​ຖືກ​ຕ້ອງ​ ສາ​ມາດ​ລົງ​ທະ​ບຽນ​ໃຫ້​ຕົວ​ເອງ​ພ້ອມ​​ດ້ວຍລູກ 3 ຄົນ (ຖ້າ​ມີ) ໃນ​ການ​ລົງ​ທະ​ບຽນໜຶ່ງຄັ້ງ. ໃນ​ການ​ລົງ​ທະ​ບຽນ​ນີ້, ​ທຸກ​ຄົນ​ຈະ​ໄດ້​ຮັບ​ສິດ​ໃນ​ການ​ເອົາ​ເງິນ​ອຸດ​ໜູນ​​ເລີ່ມ​ຕັ້ງ​ແຕ່​ວັນ​ທີ 10 ພຶດ​ສະ​ພາ 2021 ​ຈົນ​ເຖິງວັນ​ທີ 31 ກໍ​ລະ​ກົດ 2021.

ທ່ານ​ວີ​ເຈ ມັດ​ຫາ​ວັນ, ອຳ​ນວຍ​ການ​ໃຫຍ່​ຂອງ ພ​ຣູ​ເດັນ​ໂຊ​ລ໌ ລາວ ກ່າວ​ວ່າ: “ພ​ຣູ​ເດັນ​ໂຊ​ລ໌ ລາວ ສະ​ໜັບ​ສະ​ໜູນລັດ​ຖະ​ບານ​ລາວ​ໃນ​ການ​ປົກ​ປ້ອງ ແລະ ຄຸ້ມ​ຄອງ​ຄົນ​ລາວ​ຈາກ​ພະ​ຍາດ​ ໂຄວິດ-19 ຜ່ານໂຄງ​ການກວດ​ຫາ​ເຊື້ອ ແລະ ການ​ສັກ​ວັກ​ຊີນ. ໃນ​ເວ​ລາ​ດຽວ​ກັນ, ພວກ​ເຮົາ​ມີ​ຄວາມ​ຕ້ອງ​ການມີ​ສ່ວນ​ຮ່ວມ​ໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຊຸມ​ຊົນ​ດ້ວຍ​ການ​ໃຫ້​ຄວາມ​ຄຸ້ມ​ຄອງທີ່​ຈຳ​ເປັນ​ໃນ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ, ແລະ ຫວັງ​ວ່າ ທຶນອຸດໜຸນ ​ໂຄວິດ-19 ແຄ​ຣ໌ ຈະຊ່ວຍ​ແບ່ງ​ເບົາ​ພາ​ລະທາງ​ການ​ເງິນ​ຂອງ​ຄົນ​ລາວ​ໃນ​ຊ່ວງວິ​ກິດນີ້. ພວກ​ເຮົາຫວັງ​ວ່າຜ່ານ​ໂຄງ​ການ​ອັນ​ມີ​ຄວາມ​ໝາຍນີ້, ຄົນ​ລາວ ແລະ ຄອບ​ຄົວ​ຈະ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ປົກ​ປ້ອງ​ທ​າງການ​ເງິນ​ຫຼາຍ​ຂຶ້ນ”.

ເພື່ອ​ຮັບ​ເອົາທຶນອຸດໜຸນ ໂຄວິດ-19 ແຄ​ຣ໌, ທ່ານ​ຕ້ອງລົງ​ທະ​ບຽນ​ຜ່ານ​ລິ້ງນີ້ ​ທີ່ເວັບໄຊທ໌ຂອງ​ ພ​ຣູ​ເດັນ​ໂຊ​ລ໌ ລາວ ເພື່ອ​ຮັບ​ສິດ. ສຳ​ລັບ​ຂໍ້​ມູນ​ເພີ່ມ​ຕື່ມ, ສາ​ມາດເບິ່ງ​ທີ່​ເວັບ​ໄຊທ໌​ ແລະ ເຟ​ສ​ບຸກ​ຂອງ​ ພ​ຣູ​ເດັນ​ໂຊ​ລ໌ ລາວ ລວມ​ໄປ​ເຖິງ​ຊ່ອງ​ທາງ​ຂອງ​ຄູ່​ຮ່ວມ​ທຸ​ລະ​ກິດ​ເຊັ່ນ: ທະ​ນາ​ຄານ​ເອ​ຊີ​ລີ​ດາລາວ, ທະ​ນາ​ຄານ ລາວ-ຝ​ຣັ່ງ, ແລະ ທະ​ນາ​ຄານ ມາ​ຣູ​ຮານ ເຈ​ແປນ​ລາວ ແລະ ຄູ່​ຮວມ​ໂຄງ​ການ​ເຊັ່ນ: ໂລ​ກາ ແລະ ໂກ​ເທັດ​ດີ.

ສຳ​ລັບ​ຜູ້​ໃຊ້​ແອັບພ​ລິ​ເຄ​ເຊິ້ນ​ເພົ້າ​ສ໌​ໂດຍ ພ​ຣູ​ເດັນ​ໂຊ​ລ໌ (ເພົ້າ​ສ໌), ແອັບ​ພ​ລິ​ເຄ​ເຊິນ​ທີ່​ກ່ຽວ​ກັບ​ສຸ​ຂະ​ພາບ​ຂອງ​ບໍ​ລິ​ສັດ, ສາ​ມາດລົງ​ທະ​ບຽນ ເອົາທຶນອຸດໜຸນ ໂຄວິດ-19 ແຄ​ຣ໌ ເພີ່ມ​ຕື່ມ ຈຳ​ນວນ 5,000,000ກີບ​ (ເຊິ່ງ​ລວມເປັນ 20,000,000ກີບ) ໃນ​ກໍ​ລະ​ນີ​ເສຍ​ຊີ​ວິດ​ຈາກ​ເຊື້ອ​ພ​ະ​ຍາດ​ໂຄວິດ-19. ທຸກ​ຄົນ​ສາ​ມາດ​ດາວ​ໂຫຼດ ​ເພົ້າ​ສ໌ ຟ​ຣີ ແລະ ສາ​ມາດ​ເບິ່ງ​ຂໍ້​ມູນ​ກ່ຽວ​ກັບ​ສຸ​ຂະ​ພາບແບບ​ດິ​ຈິ​ຕອນ​ຜ່ານ​ລະ​ບົບ​ເອ​ໄອເຊັ່ນ: Symptom Checker ແລະ Digital Health Twin ເຊິ່ງ​ທຸກ​ຄົນ​ສາ​ມາດ​ໃຊ້​ເຂົ້າ​ໃນ​ການ​ດູ​ແລ​ສຸ​ຂະ​ພາບ.

ພ​ຣູ​ເດັນ​ໂຊ​ລ໌ ລາວ ຈະເພີ່ມ ທຶນອຸດ​ໜູນ ​ຕື່ມ​ອີກ 50% ສຳ​ລັບ​ພະ​ນັກ​ງານ ຫຼື ບຸກ​ຄະ​ລາ​ກອນ​ການ​ແພດແຖວ​​ໜ້າ​ທຸກ​ຄົນ ເປັນ​ຈຳ​ນວນ 7,500,000ກີບ ໃນ​ກໍ​ລະ​ນີ​ທີ່ກວດ​ພົບ​ເຊື້ອພະ​ຍາດ ໂຄວິດ-19 ແລະ ໃນ​ກໍ​ລະ​ນີ​ທີ່​ມີ​ການ​ເສຍ​ຊີ​ວິດ​ຈາກ​ເຊື້ອພະ​ຍາດ ໂຄວິດ-19 ແມ່ນ​ຈະ​ໄດ້​ຮັບ​ເງິນ​ຈຳ​ນວນ​ສູງ​ເຖິງ 30,000,000ກີບ.

ການ​ລົງ​ທະ​ບຽນ​ທັງ​ໝົດ ແມ່ນ​ມີໄລ​ຍະ​ເວ​ລາການ​ລໍ​ຖ້າ 14 ວັນ ຫຼັງ​ຈາກ​ມື້​ທີ່​ລົງ​ທະ​ບຽນ ແລະ ຜູ້​ທີ່​ລົງ​ທະ​ບຽນ​ທັງ​ໝົດ​ມີ​ສິດ​ໄດ້​ຮັບເງິນ​ອຸດ​ໜູນ​ພຽງ​ຄັ້ງ​ດຽວ.

 

 

ລາຍລະອຽດກ່ຽວກັບ ທຶນອຸດໜຸນ COVID-19 ແຄຣ໌ ຂອງ ພຣູເດັນໂຊລ໌ ລາວ

ສິດ​ທິ​ໃນ​ກາ​ນ​ສະ​ໝັກ

  • ​ທຶນອຸດໜຸນ COVID-19 ແຄ​ຣ໌ ແມ່ນ​ສຳ​ລັບ 100,000 ຄົນ​ທຳ​ອິດທີ່​ລົງ​ທະ​ບຽນ​ສຳ​ເລັດພ້ອມ​ດ້ວຍ​ຄອບ​ຄົວ.
  • ຄົນ​ລາວ​ທຸກ​ຄົນ​​ທີ່​ມີ​ອາ​ຍຸ​ລະ​ຫວ່າງ 18 – 60ປີ ສາ​ມາດ​ລົງທະ​ບຽນສຳ​ລັບ​ຕົວ​ເອງ ພ້ອມ​ດ້ວຍລູກທີ່ມີ​ອາ​ຍຸ​ຕ່ຳ​ກວ່າ 18ປີ​ ໄດ້​ສູງ​ສຸດ 3 ຄົນ.

 

ການ​ລົງ​ທະ​ບຽນ

  • ການ​ລົງ​ທະ​ບຽນເອົາ​ ທຶນອຸດໜຸນ COVID-19 ແຄ​ຣ໌ ແມ່ນ​ເລີ່ມ​ຈາກວັນ​ທີ 26 ເມ​ສາ - 31 ພຶດ​ສະ​ພາ 2021 ເທົ່າ​ນັ້ນ.
  • ທຸກ​ຄົນ​ສາ​ມາດ​ຮັບ​ເອົາເງິນອຸດ​ໜູນ COVID-19 ແຄ​ຣ໌ ໃນ​ຊ່ວງ​ເວັນ​ທີ 10 ພຶດ​ສະ​ພາ - 31 ກໍ​ລະ​ກົດ 2021 ເທົ່າ​ນັ້ນ.
  • ທຸກ​ຄົ​ນລົງ​ທ​ະ​ບຽນ​ສາ​ມາດ​​ຜ່ານ​ລິ້ງ ເທິງເວັບ​ໄຊທ໌ ແລະ ເຟ​ສ​ບຸກ​ຂອງ ພ​ຣູ​ເດັນ​ໂຊ​ລ໌ ລາວ ແລະ ສາ​ມາດ​ລົງ​ທະ​ບຽນ​ຜ່ານ QR Code ຕ່າງໆ​ເທິງ​ໂຄ​ສະ​ນາ​ຕ່າງໆ.

 

ເງິນອຸດ​ໜູນ ໂຄວິດ-19 ແຄ​ຣ໌

  • ໃນກໍລະນີທີ່ຜູ້ລົງທະບຽນ ແລະ/ຫຼື ລູກທີ່ຢູ່ຮ່ວມອາໄສກັບຜູ້ລົງທະບຽນ ຖືກກວດພົບວ່າມີເຊື້ອ COVID-19 ພາຍໃນໄລຍະເວລາຮັບເງິນອຸດໜຸນ, ພວກເຂົາຈະມີສິດໄດ້ຮັບເງິນອຸດໜູນ 5,000,000 ກີບ.
  • ໃນກໍລະນີທີ່ຜູ້ລົງທະບຽນ ແລະ/ຫຼື ລູກທີ່ຢູ່ຮ່ວມອາໄສກັບຜູ້ລົງທະບຽນ ເສຍຊີວິດຍ້ອນ COVID-19 ພາຍໃນໄລຍະເວລາຮັບເງິນອຸດໜຸນ, ພວກເຂົາຈະມີສິດໄດ້ຮັບເງິນອຸດໜູນ ສູງ​ເຖິງ 20,000,000 ກີບ.
  • ​ກໍ​ລະ​ນີ​ທີ່​ມີ​ການ​ບົ່ງ​ມະ​ຕິ​ວ່າ​ເປັນ​ພະ​ຍາດ ໂຄວິດ-19 ຜູ​້​ລົງ​ທະ​ບຽນ​ຕ​້ອງ​ມີ​ເອ​ກະ​ສານ​ການ​ຢັ້ງ​ຢືນ​ຈາກ​ການ​ແພດ​ ຫຼື ຈາກຫ້ອງວິ​ໄຈ​ສຳ​ລັບການ​ບົ່ງ​ມະ​ຕິ​ພະ​ຍາດ​ໂຄວິດ-19​ທີ່​ຖືກ​ຢັ້ງ​ຢືນ​ຈາກໂຮງໝໍທີ່ ລັດຖະບານອະນຸມັດພາຍໃຕ້ກະຊວງສາທາລະນະສຸກເພື່ອຈັດການທົດສອບ COVID-19. ໃນກໍລະນີ ມີການຮ້ອງຂໍເງິນອຸດໜູນການເສຍຊີວິດ, ໃບຢັ້ງຢືນການເສຍຊີວິດແມ່ນມີ ຄວາມຈຳເປັນ ແລະ ຕ້ອງມີການຢັ້ງຢືນຈາກທ່ານໝໍວ່າ COVID-19 ແມ່ນສາເຫດຂອງການເສຍ ຊີວິດ.

ຂໍ້ມູນເພິ່ມຕື່ມ

  • ບຸກຄະລາກອນທາງການແພດ ແມ່ນບຸກຄົນທີ່ໄດ້ຮັບຄ່າຈ້າງ ຫຼື ບໍ່ໄດ້ຮັບຄ່າຈ້າງໃນສະຖານທີ່ຮັກສາສຸຂະພາບ ເຊິ່ງມີຄວາມສ່ຽງໃນການສຳຜັດໂດຍກົງ ຫຼື ໂດຍທາງອ້ອມຕໍ່ຄົນເຈັບ ຫຼື ວັດຖຸທີ່ຕິດເຊື້ອ ເຊິ່ງລວມແພດປິ່ນປົວ, ພະຍາບານ, ພະນັກງານແພດວິເຄາະ, ນັກສ້ອມແປງບຳລຸງຮັກສາອຸປະກອນການແພດ, ນັກຝຶກອົບຮົມກ່ຽວກັບການແພດ, ແລະ ອາສາສະໝັກຕ່າງໆ ພາຍໃຕ້ຂະແໜງສາທາລະນະສຸກທັງພາກລັດ ແລະ ເອກະຊົນໃນສປປລາວ.
  • ໃນ​ກໍ​ລະ​ນີ​ທີ່​ຕ້ອງ​ການ​ຮັບ​ການ​ຄຸ້ມ​ຄອງ​ສູງ​ສຸດຈາກ ໂຄວິດ-19 ແຄ​ຣ໌, ທຸກ​ຄົນ​ສາ​ມາດ​ດາວ​ໂຫຼດ​ແອັບ​ພ​ລິ​ເຄ​ເຊິນ​ເພົ້າ​ສ໌ໂດຍ ພ​ຣູ​ເດັນ​ໂຊ​ລ໌ ທີ່​ເປັນ​ແອັບ​ກ່ຽວ​ກັບ​ສຸ​ຂະ​ພາບ. ສຳ​ລັບ​ຜູ້​ທີ່​ດາ​ວ​ໂຫຼດ​ແອັບ​ເພົ້າ​ສ໌ແມ່ນ​ຈະ​ໄດ້​ຮັບ​ເງິນ​ອຸດ​ໜູນ​ເພີ່ມ​ຕື່ມ.

ຖ້າທ່ານອັດໂຫຼດຮູບໂປຣຟາຍການລົງທະບຽນຂອງແອັບເພົ້າສ໌, ທ່ານຈະໄດ້ຮັບການຄຸ້ມຄອງເພີ່ມຕື່ມ 5,000,000 ກີບ ໃນກໍລະນີທີ່ມີການເສຍຊີວິດຈາກພະຍາດໂຄວິດ19

 

  

 

Apple, the Apple logo, and iPhone are trademarks of Apple Inc., registered in the U.S. and other countries.
App Store is a service mark of Apple Inc., registered in the U.S. and other countries.
Google Play and the Google Play logo are trademarks of Google LLC.

ກ່ຽວ​ກັບ ພ​ຣູ​ເດັນ​ໂຊ​ລ໌ ລາວ

ພຣູເດັນໂຊລ໌ ຄໍອອບໂປເຣເຊິນ ເອເຊຍ ເປັນເຈົ້າຂອງ ພຣູເດັນໂຊລ໌ ລາວ ແຕ່ພຽງຜູ້ດຽວ. ພວກເຮົາມີຫ້ອງການຕົວເເທນທີ່ນະຄອນຫຼວງວຽງຈັນໃນເດືອນ ມີນາ 2015 ເເລະ ໄດ້ຮັບໃບອະນຸຍາດການດຳເນີນທຸລະກິດຈາກກະຊວງການເງິນໃນເດືອນ ເມສາ 2016 ພຣູເດັນໂຊລ໌ ລາວ ເລີ່ມຕົ້ນທຸລະກິດໃນເດືອນ ພຶດສະພາ 2016 ແລະ ນຳເອົາຜະລິດຕະພັນປະກັນໄພຊີວິດທີ່ແທດເໝາະກັບ ຄວາມຕ້ອງການໃນການປົກປ້ອງຄຸ້ມຄອງ ແລະ ການສະສົມທຶນຂອງຄົນລາວ. ໃນປະຈຸບັນ, ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ຈຳໜ່າຍຜະລິດຕະພັນຜ່ານ ລະບົບທະນາຄານ ທົ່ວປະເທດ, ຜ່ານລະບົບຂາຍກົງ, ລວມໄປເຖິງການຈຳໜ່າຍຜະລິດຕະພັນຜ່ານເທິງແອບພິເຄເຊິນເພົ້າສ໌ອີກດ້ວຍ.

ທ່ານ​ສາ​ມາດ​ເບິ່ງ​ຂໍ້​ມູນ​ເພີ່ມ​ຕື່ມ​ກ່ຽວ​ກັບ​ ພ​ຣູ​ເດັນ​ໂຊ​ລ໌​ ລາວ ທີ່ www.prudential.la

 

ກ່ຽວ​ກັບ ເພົ້າສ໌ ໂດຍ ພ​ຣູ​ເດັນ​ໂຊ​ລ໌

ເພົ້າສ໌ແມ່ນ ແອັບພີເຄເຊີນກ່ຽວກັບສຸຂະພາບ ແລະ ເປັນ ໜຶ່ງດຽວໃນພາກພື້ນອາຊີ ໃນເຄືອ Prudential Corporate Asia ທີ່ຊ່ວຍໃນການຈັດການດ້ານສຸຂະພາບຕໍ່ຜູ້ໃຊ້. ໂດຍມີການນຳໃຊ້ ປັນຍາປະດິດ ຫຼື AI ເຂົ້າມາຊ່ວຍໃນການໃຫ້ຂໍ້ມູນທີ່ຖືກຕ້ອງຊັດເຈນ, ສາມາດເຂົ້າເຖິງຂໍ້ມູນກ່ຽວກັບສຸຂະພາບໄດ້ຕະຫຼອດເວລາ. ຊ່ວຍໃຫ້ຜູ້ໃຊ້ສາມາດ ຫຼີກລ້ຽງ, ປ້ອງກັນ ກ່ຽວກັບການພະຍາດ. ເພົ້າສ໌ແມ່ນ ເປັນສ່ວນໜຶ່ງຂອງຍຸດທະສາດຂອງ Prudential Corporate Asia, ທີ່ຢາກໃຫ້ທຸກໆຄົນໃນພາກພື້ນອາຊີ ສາມາດເຂົ້າເຖີງຂໍ້ມູນດ້ານສຸຂະພາບ ໄດ້ຢ່າງທົ່ວເຖິງ. ດ້ວຍເຕັກໂນໂລຢີທີ່ທັນສະໄໝ ແລະ ຄູ່ຮ່ວມທຸລະກິດທີ່ເຂັ້ມແຂງ.

ເພົ້າສ໌ແອັບພິເຄເຊິນ ໄດ້ເປິດໂຕຄັ້ງທຳອິດໃນເດືອນສິງຫາ ປີ 2019 ທີ່ ປະເທດມາເລເຊຍ ແລະ ໄດ້ນຳໃຊ້ແລ້ວໃນ 11 ປະເທດ ທົ່ວອາຊີ ທີ່ຢູ່ໃນເຄືອ Prudential Corporate Asia. ໂດຍມີ ການກວດສອບອາການບໍ່ສະບາຍໃນເບື້ອງຕົ້ນ ແລະ ການວິເຄາະສະພາບຮ່າງກາຍ, ການບໍລິການດ້ານສຸຂະພາບສ່ວນບຸກຄົນ, ແລະ ການໃຫ້ຄຳປຶກສາຈາກທ່ານໝໍ ແລະ ຜູ້ຊ່ຽວຊານທາງການແພດທີ່ຜ່ານການຮອງຮັບ

ຕັ້ງແຕ່ເປີດໂຕຫາປະຈຸບັນ ເພົ້າສ໌ແອັບພິເຄເຊິນ ຖືກດາວໂຫຼດຫຼາຍກວ່າ 23 ລ້ານເທື່ອໃນຂົງເຂດອາຊີ. ເພົ້າສ໌ແອັບພິເຄເຊິນ ສາມາດດາວໂຫຼດໄດ້ໃນ Apple/Google Play stores ໃນກຳປູເຈຍ, ຮົງ

ກົງ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟິລິບປີນ, ສິງກະໂປ, ໄຕ້ຫວັນ, ໄທ ແລະ ຫວຽດນາມ.

ສຳລັບຂໍ້ມູນເພີ່ມເຕີມ, ແລະ ສາມາດດາວໂຫຼດ ເພົ້າສ໌ແອັບພິເຄເຊິນ, ເຂົ້າໄປໃນເວັບໄຊ www.wedopulse.com

 

*ຂໍ້​ມູນ​ລ່າ​ສຸດ​ຄັ້ງ​ວັນ​ທີ 23 ເມ​ສາ 2021