Select your language
close
175

175 ປີ ຊີວິດທີ່ມີຄ່າແກ່ການສະເຫຼີມສະຫຼອງ

ປີນີ້, ພວກເຮົາພູມໃຈທີ່ຈະໄດ້ສະເຫຼີມສະຫຼອງຄົບຮອບ 175 ປີ ຂອງ ພຣູເດັນໂຊລ໌, ລວມທັງ 100 ປີໃນອາຊີອີກດ້ວຍ.

ໃນລະຫວ່າງເວລານີ້, ພຣູເດັນໂຊລ໌ ໄດ້ຊ່ວຍໃຫ້ຄອບຄົວຫຼາຍລຸ້ນໄດ້ຮັບຜົນປະໂຫຍດສູງສຸດ, ຈາກພະນັກງານອຸດສາຫະກໍາໃນສະຕະວັດທີ 19 ຂອງອັງກິດຈົນເຖິງປະຊາຊົນທີ່ປະເຊີນກັບສິ່ງທ້າທາຍດ້ານສຸຂະພາບ ແລະ ເສດຖະກິດຂອງການລະບາດຂອງ ໂຄວິດ-19.

ປັນຈຸບັນ, ທຸລະກິດຂອງພວກເຮົາແມ່ນສຸມໃສ່ຄວາມຕ້ອງການດ້ານສຸຂະພາບ, ຄວາມໝັ້ນຄົງ ແລະ ສະຫວັດດີການຂອງລູກຄ້າຫຼາຍກວ່າ 19 ລ້ານຄົນ ໃນ 23 ຕະຫຼາດທົ່ວອາຊີ ແລະ ອາຟຣິກາ.

ໃນຂະນະທີ່ ພຣູເດັນໂຊລ໌ ມີການປ່ຽນແປງຢ່າງຫຼວງຫຼາຍນັບຕັ້ງແຕ່ປີ 1848, ແຕ່ຫຼັກການພື້ນຖານຂອງຄວາມຊື່ສັດ, ຄວາມປອດໄພແລະຄວາມຮອບຄອບຂອງພວກເຮົາຍັງນໍາພາພວກເຮົາໃນການສະຫນອງຄວາມປອດໄພໃນໄລຍະຍາວສໍາລັບລູກຄ້າຂອງພວກເຮົາແລະສ້າງມູນຄ່າທາງດ້ານສັງຄົມແລະເສດຖະກິດໃນຊຸມຊົນຂອງພວກເຮົາ.

ປະຫວັດຄວາມເປັນມາຂອງພວກເຮົາ: ມຸ່ງໝັ້ນໃນການບໍລິການລູກຄ້າຫຼາຍກວ່າ 175 ປີ

ວັນ​ທີ 30 ພຶດສະພາ ປີ 1848, ບັນດາ​ສຸພາບ​ບຸລຸດ​ກຸ່ມ​ໜຶ່ງ​ໄດ້​ພົບ​ປະ​ກັນ​ຢູ່ທີ່​ນະຄອນຫຼວງ​ລອນ​ດອນ ​ເພື່ອ​ສ້າງ​ຕັ້ງ​ສະມາຄົມ​ປະກັນ​ໄພ, ການ​ລົງທຶນ ​ແລະ ກ່ຽວພັນກັບສິນເຊື່ອ​​ຂອງ ພຣູເດັນໂຊລ໌. ຮູບຂອງ ພຣູເດັນ ໄດ້ຖືກນຳໃຊ້ໃນການຮັບຮອງເອົາເປັນສັນຍາລັກທີ່ຈະໃຊ້ໃນປະທັບຕາຂອງບໍລິສັດ ແລະ ເປັນຕົວແທນຂອງຄຸນຄ່າຂອງທຸລະກິດ.

ໃນ​ປີ 1923, ກິດຈະການ​ຢູ່​ຕ່າງ​ປະ​ເທດ​ຄັ້ງ​ທໍາ​ອິດ​ຂອງ ພຣູເດັນໂຊລ໌ ໄດ້​ເປີດ ໃຫ້ບໍລິການ​ຢູ່​ໃນ ເມືອງກັລກັດຕາ, ປະ​ເທດ​ອິນ​ເດຍ, ເຊິ່ງເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ຂະ​ຫຍາຍ​ຕົວ​ໄປ​ທົ່ວ​ໂລກ​ຂອງ​ພວກ​ເຮົາ. ບັນດາຫົວໜ່ວຍຕົວແທນປະກັນໄພທົ່ວໄປ ກໍໄດ້ເປີດໃຫ້ບໍລິການຢູ່ໃນປະເທດຈີນ ແລະ ຟີລິບປິນໃນຊຸມປີ 1920, ແລະ ອີກບໍ່ດົນ ທຸລະກິດປະກັນໄພຊີວິດ ຈະໄດ້ຂະຫຍາຍໄປປະເທດມາເລເຊຍ ແລະ ສິງກະໂປ.

ພຣູເດັນໂຊລ໌ ໄດ້ເລີ່ມບາດກ້າວທຳອິດຂອງທຸລະກິດໃນອາຟຣິກາໃນປີ 1930, ໃນ ຊ່ວງເວລາທີ່ເຈົ້າໜ້າທີ່ສໍານັກງານໃຫຍ່ໄດ້ໄປສຳຫຼວດ ອາຟຣິກາໃຕ້ເປັນເວລາສອງອາທິດ. ຜົນ​ການຄົ້ນ​ພົບ​ຂອງ​ເຂົາ​ເຈົ້າ​ເຮັດ​ໃຫ້​ມີ​ການ​ສ້າງ​ຕັ້ງ​ສໍາ​ນັກ​ງານ​ໃຫຍ່​ຂື້ນໃນ ເມືອງໂຈຫັນເນສເບິກ ໃນ​ປີ 1931​, ແລະ ​ຈັດຕັ້ງ​ ໜ່ວຍງານຕົວແທນ​ໃນ​ປີ 1932​.

ມາຮອດປີ 1939, ລາຍໄດ້ຂອງທຸລະກິດໃນສາຂາປະກັນໄພຊີວິດ ຢູ່ຕ່າງປະເທດຂອງພວກເຮົາສາມາດແຂ່ງຂັນກັບທຸລະກິດໃນປະເທດອັງກິດ, ແລະ ທຸລະກິດສາກົນຂອງພຣູເດັນໂຊລ໌ ໄດ້ສືບຕໍ່ຂະຫຍາຍຕົວຢ່າງວ່ອງໄວ. ໃນປີ 1994, ບໍລິສັດພຣູເດັນໂຊລ໌ອາຊີໄດ້ຖືກສ້າງຕັ້ງຂຶ້ນ, ໂດຍໄດ້ເລັງເຫັນເຖິງທ່າແຮງທີ່ສູງໃນການເຕີບໂຕໃນອາຊີ.

ຫຼັງຈາກ ໄດ້ສຳເລັດການແບ່ງທຸລະກິດໃນປະເທດອັງກິດ ແລະ ສະຫະລັດອາເມລິກາ ໃນປີ 2021, ປັນຈບັນ ພວກເຮົາໄດ້ສຸມໃສ່ຕະຫຼາດ ໃນອາຊີ ແລະ ອາຟຣິກາທີ່ມີການຂະຫຍາຍຕົວຢ່າງວ່ອງໄວ.

ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງທັງສອງຄົບຮອບ 175 ປີ ແລະ 100 ປີໃນອາຊີ, ພວກເຮົາມີຄວາມພູມໃຈທີ່ໄດ້ເບິ່ງຄືນປະຫວັດສາດຂອງພວກເຮົາເພື່ອຕອບສະໜອງຄວາມຕ້ອງການດ້ານສຸຂະພາບ, ຄວາມໝັ້ນຄົງ ແລະ ສະຫວັດດີການຂອງລູກຄ້າຂອງພວກເຮົາ.