Select your language
close
shop owner
ປະ​ກັນ​ໄພ​ຊີ​ວິດ

ພຣູປະກັນເງິນກູ້

ຄຸ້ມຄອງຊັບສິນຂອງທ່ານ ແລະ ປົກປ້ອງອະນາຄົດຂອງຄົນທີ່ທ່ານຮັກ ແລະ ຫ່ວງໃຍ

ຄຸນລັກສະນະ ຂອງຜະລິດຕະພັນ

ປະກັນໄພທີ່ຊໍາລະເງິນກູ້ທີ່ຍັງຄ້າງຄາຂອງທ່ານ.
ຜົນປະໂຫຍດທີ່ຈະໄດ້ຮັບຫາກເສຍຊີວິດ ຫຼື ພິການຖາວອນ ໃນກໍລະນີເກີດອຸປະຕິເຫດ
ທ່ານຈະໄດ້ຮັບຜົນປະໂຫຍດຫາກເສຍຊີວິດ ຫຼື ພິການຖາວອນ ໃນກໍລະນີເກີດອຸປະຕິເຫດ 200% (100% ໃຫ້ແກ່ທະນາຄານ, 100% ໃຫ້ແກ່ຄອບຄົວ/ ຜູ້ໄດ້ຮັບຜົນປະໂຫຍດ)
ໄດ້ຮັບເງິນອຸດໜຸນງານສົບ
ທ່ານຈະໄດ້ຮັບເງິນອຸດໜຸນງານສົບ 35% ຂອງມູນຄ່າກູ້ຢຶມເບື້ອງຕົ້ນ ສູງສຸດ 10.000.000 ກີບ
ປະເພດສິນເຊື່ອທີ່ສາມາດ ເອົາປະກັນໄດ
ສິນເຊື່ອລົດໃຫຍ່, ສິນເຊື່ອເຮືອນ, ສິນເຊື່ອສ່ວນບຸກຄົນ, ສິນເຊື່ອສ້ອມແປງທີ່ຢູ່ອາໄສ, ສິນເຊື່ອໄລຍະສັ້ນ

ພວກເຮົາສາມາດ ຊ່ວຍທ່ານໄດ້ແນວໃດ?

 

ພຣູປະກັນເງິນກູ້ແມ່ນປະກັນໄພຊີວິດປະເພດໜຶ່ງ ທີ່ຊ່ວຍຈ່າຍ ໜີ້ທີ່ຄ້າງຊຳລະຂອງທ່ານໃຫ້ແກ່ທະນາຄານຕາມວົງເງິນ ຄຸ້ມຄອງທີ່ທ່ານເລືອກ ໃນກໍລະນີທີ່ມີການເສຍຊີວິດ ຫຼື ເສຍ ອົງຄະຖາວອນ ແລະ ທັງໝົດ.

ຖືກອອກແບບມາໃຫ້ບໍ່ພຽງແຕ່ຈ່າຍໜີ້ທີ່ຄ້າງຊຳລະທະນາຄານຂອງທ່ານເທົ່ານັ້ນ ແຕ່ຍັງປົກປ້ອງຄອບຄົວຂອງທ່ານ ຫຼື ຜູ້ໄດ້ ຮັບຜົນປະໂຫຍດຈາກປັນຫາທາງການເງິນທີ່ຄາດບໍ່ເຖິງ.

ອ່ານ ເພີ່ມ

ຕົວຢ່າງຜະລິດຕະພັນຂອງ ພຣູປະກັນເງິນກູ້
ທ້າວ ຄຳຈັນ

ທ້າວຄຳຈັນ ອາຍຸ 35 ປີ, ແຕ່ງງານແລ້ວ ແລະ ມີອາຊີບເປັນຊາວນາ. 

ລາວໄດ້ຕັດສິນໃຈຊື້ຜະລິດຕະພັນ ພຣູປະກັນໄພເງິນກູ້ ທີ່ມີຄຸນລັກສະນະດັ່ງນີ້: ວົງເງິນປະກັນໄພແມ່ນ 80.000.000 ກີບ ກັບກຳນົດເວລາຂອງສັນຍາແມ່ນ 5 ປີ

 ຄ່າທຳນຽມທີ່ທ້າວບຸນມີຕ້ອງຈ່າຍ
ຮູບແບບການຈ່າຍຄ່າທຳນຽມ ຊຳລະແບບຄັ້ງດຽວ
ຄ່າທຳນຽມ 2.170.000 ກີບ
ຜົນປະໂຫຍດທ້າວບຸນມີ ທີ່ຈະໄດ້ຮັບ

ຜ່ານໄປ 3 ປີ, ທ້າວຄຳຈັນເສຍຊີວິດດ້ວຍອຸປະຕິເຫດ ເຊິ່ງເຮັດໃຫເງິນກູ້ທີ່ລາວຕ້ອງສືບຕໍ່ຈ່າຍຍັງເຫຼືອຢູ່ 36.816.000ກີບ

  • ສະໜອງເງິນທົດແທນ ຈຳນວນ 36.816.000ກີບ ໃຫ້ແກ່ທະນາຄານ
  • ສະໜອງເງິນທົດແທນ ຈຳນວນ 36.816.000ກີບ ໃຫ້ແກ່ຄອບຄົວ
  • ເງິນອຸດໜຸນງານສົບຈຳນວນ 10.000.000ກີບ ໃຫ້ແກ່ຄອບຄົວ
ຄຳຖາມທີ່ມັກຖືກຖາມກ່ຽວກັບ ພຣູປະກັນເງິນກູ້
ພວກເຮົາຕອບຄຳຖາມຂອງທ່ານ
ເປັນຫຍັງ ພຣູປະກັນເງິນກູ້ ຈຶ່ງເປັນຜະລິດຕະພັນທີ່ເໝາະສົມສຳລັບຂ້າພະເຈົ້າ? ພຣູປະກັນເງິນກູ້ ເປັນຜະລິດຕະພັນທີ່ເໝາະສົມສໍາລັບລູກຄ້າເງິນກູ້. ຜະລິດຕະພັນດັ່ງກ່າວຈະຊ່ວຍປົກປ້ອງຄອບຄົວຂອງທ່ານຈາກພາລະ ໜີ້ສິນທີ່ຄ້າງຊຳລະ ຫາກເກີດເຫດການບໍ່ຄາດຝັນຈາກການເສຍຊີວິດ ຫຼື ເສຍອົງຄະຖາວອນ ແລະ ທັງໝົດ.
ຂ້າພະເຈົ້າສາມາດຊື້ ພຣູປະກັນເງິນກູ້ສຳລັບບາງສ່ວນຂອງວົງເງິນກູ້ໄດ້ບໍ່? ວົງເງິນຄຸ້ມຄອງຈະຕ້ອງເທົ່າກັບຈຳນວນວົງເງິນກູ້.
ຂ້າພະເຈົ້າສາມາດກູ້ເງິນໄດ້ຫຼາຍກວ່າ 1 ຄັ້ງບໍ່? ທ່ານສາມາດກູ້ເງິນກັບທະນາຄານໄດ້ຫຼາຍກວ່າ 1 ຄັ້ງ. ພຣູເດັນໂຊລ໌ຈະໃຫ້ຄວາມຄຸ້ມຄອງທີ່ແຕກຕ່າງກັນສຳລັບວົງເງິນກູ້ຄັ້ງຕໍ່ໄປ ຂຶ້ນກັບວົງເງິນຄຸ້ມຄອງສູງສຸດທີ່ສາມາດມີໄດ້ຕໍ່ຄົນ.
ຂ້າພະເຈົ້າຄວນກວດສຸຂະພາບກ່ອນຊື້ຜະລິດຕະພັນພຣູປະກັນເງິນກູ້ບໍ່? ບໍ່, ຍ້ອນວ່າເປັນຜະລິດຕະພັນປະກັນໄພຄຸ້ມຄອງຊີວິດແບບງ່າຍດາຍໂດຍມີພຽງຕອບຄຳຖາມສຸຂະພາບ 3 - 5 ຂໍ້.
ກໍລະນີຮ້ອງຂໍເງິນຄຸ້ມຄອງປະກັນໄພ ໃຜແມ່ນຜູ້ຈະໄດ້ຮັບເງິນຄຸ້ມຄອງປະກັນໄພ? ຜູ້ໄດ້ຮັບຜົນປະໂຫຍດທີໜຶ່ງແມ່ນທະນາຄານ. ຜູ້ຮັບຜົນປະໂຫຍດທີສອງແມ່ນຄອບຄົວ ຫຼື ບຸກຄົນທີ່ໄດ້ຖືກລະບຸໄວ້ໃນສັນຍາຂອງຜູ້ເອົາປະກັນ.
ຂ້າພະເຈົ້າສາມາດເວນຄືນສັນຍາປະກັນໄພໃນໄລຍະເວລາອາຍຸຂອງສັນຍາບໍ່? ເຈົ້າຂອງສັນຍາສາມາດສະເໜີເວນຄືນສັນຍາໄດ້ ແຕ່ທ່ານຈະເສຍສິດການໄດ້ຮັບການຄຸ້ມຄອງ ໃນກໍລະນີທີ່ເງິນກູ້ຍັງບໍ່ຊຳລະເຕັມຈຳນວນ.
ຈຳນວນເງິນທີ່ບໍລິສັດຈະຈ່າຍເມື່ອເຈົ້າຂອງສັນຍາສະເໜີເວນຄືນສັນຍາປະກັນໄພແມ່ນເທົ່າໃດ? ບໍລິສັດຈະຈ່າຍຈຳນວນເງິນທີ່ເອີ້ນວ່າມູນຄ່າເວນຄືນ ໂດຍອັດຕາເງິນເວນຄືນແມ່ນອີງໃສ່ອາຍຸຂອງສັນຍາ ແລະ ຈຳນວນປີຂອງສັນຍາ ອີງຕາມປີທີ່ສັນຍາຖືກເວນຄືນ. ການເວນຄືນສັນຍາປະກັນໄພກ່ອນກຳນົດອາດຈະເຮັດໃຫ້ລູກຄ້າເສຍຜົນປະໂຫຍດ.
ຂ້າພະເຈົ້າສາມາດຍົກເລີກສັນຍາທັນທີຫຼັງຈາກຈ່າຍຄ່າທຳນຽມປະກັນໄພໄດ້ບໍ່? ໄດ້, ສັນຍາປະກັນໄພມີໄລຍະພິຈາລະນາສັນຍາ ເຊິ່ງທ່ານສາມາດຍົກເລີກສັນຍາພາຍໃນເວລາ ສາມສິບ (30) ວັນ ນັບຈາກວັນທີທີ່ໄດ້ຮັບເອກະສານສັນຍາປະກັນໄພ.
ຜະລິດຕະພັນນີ້ສາມາດຕໍ່ສັນຍາໄດ້ບໍ່? ບໍ່ໄດ້, ຜະລິດຕະພັນນີ້ແມ່ນປະກັນໄພຊີວິດແບບຈ່າຍຄ່າທຳນຽມປະກັນໄພຄັ້ງດຽວ ແລະ ບໍ່ສາມາດຕໍ່ສັນຍາໄດ້.
ຂໍ້ຍົກເວັ້ນຂອງຜະລິດຕະພັນນີ້ມີຫຍັງແດ່? ສັນຍາປະກັນໄພນີ້ມີຂໍ້ຍົກເວັ້ນບາງປະການເຊັ່ນ: ຂ້າຕົວຕາຍ ຫຼື ພະຍາຍາມຂ້າຕົວຕາຍ ພາຍໃນໄລຍະເວລາສອງ (2) ປີ ຫຼັງຈາກວັນທີທີ່ສັນຍາປະກັນໄພມີຜົນສັກສິດ, ຕິດເຊື້ອພະຍາດພູມຄຸ້ມກັນຮ່າງກາຍບົກຜ່ອງ (HIV) ລວມເຖິງພະຍາດພູມຄຸ້ມກັນຮ່າງກາຍບົກຜ່ອງ (AIDS), ກະທຳຜິດທາງອາຍາ, ການນຳໃຊ້ສານເສບຕິດ, ການນຳໃຊ້ເຫຼົ້າທີ່ບໍ່ຖືກຕ້ອງ ແລະ ອື່ນໆ. ສຳລັບລາຍລະອຽດເພີ່ມເຕີມ ກະລຸນາອ່ານຕໍ່ທີ່ເອກະສານຂໍ້ກຳນົດ ແລະ ເງື່ອນໄຂ.
ໝາຍເຫດ
ຂໍ້ມູນສຳຄັນ ເເລະ ການປະຕິເສດ

ເງື່ອນໄຂຂອງຜູ້ໄດ້ຮັບຜົນປະໂຫຍດ / ບຸກຄົນທີ່ໄດ້ຮັບການຈ່າຍສິນປະກັນໄພ

ຜູ້ໄດ້ຮັບຜົນປະໂຫຍດຜູ້ທຳອິດພາຍໃຕ້ສັນຍາສະບັບນີ້ແມ່ນ ສະຖາບັນການເງິນ. ເຈົ້າຂອງສັນຍາປະກັນໄພອາດຈະແຕ່ງຕັ້ງ/ກຳນົດຜູ້/ບັນດາຜູ້ໄດ້ຮັບຜົນປະໂຫຍດທີສອງໃນເວລາຍື່ນໜັງສືສະເໜີເອົາປະກັນໄພ. ຜູ້ໄດ້ຮັບຜົນປະໂຫຍດທີສອງ ຈະມີສິດໄດ້ຮັບຈຳນວນວົງເງິນຄຸ້ມຄອງການເສຍຊີວິດ ແລະ ເສຍອົງຄະຖາວອນ ແລະ ທັງ    ໝົດໃນເວລາຮ້ອງຂໍສິນປະກັນໄພ ໂດຍອີງຕາມຈຳນວນວົງເງິນທີ່ກຳນົດໃນແຜນອະທິບາຍວົງເງິນຄຸ້ມຄອງຂອງ ພຣູເດັນໂຊລ໌ ທີ່ເປັນສ່ວນເກີນຈາກການຈ່າຍວົງເງິນກູ້ຢືມທີ່ຍັງຄ້າງ.

ໃນເວລາທີ່ສັນຍາຍັງມີຜົນສັກສິດ ແລະ ໃນໄລຍະເວລາອາຍຸຂອງສັນຍາ, ພວກເຂົາສາມາດດັດແກ້ຜູ້ໄດ້ຮັບຜົນປະໂຫຍດທີສອງທີ່ກຳນົດໄວ້ໃນສັນຍາ ໂດຍການຕື່ມໜັງສືສະເໜີ ແລ້ວສົ່ງໃຫ້ພຣູເດັນໂຊລ໌. ບັນດາເງື່ອນໄຂທີ່ໄດ້ຮັບການດັດແກ້ຈະມີຜົນສັກສິດໄດ້ກໍຕໍ່ເມື່ອບໍລິສັດເຫັນດີອານຸມັດຢ່າງເປັນລາຍລັກອັກສອນ ຕໍ່ກັບການປ່ຽນ ແປງດັ່ງກ່າວ ແລະ ຈະຖືເປັນສ່ວນໜື່ງຂອງສັນຍາປະກັນໄພຢ່າງຖືກຕ້ອງຕາມກົດໝາຍ.

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

pulse

ຕິດຕາມສຸຂະພາບຂອງທ່ານກັບເພົ້າສ໌

ເທັກໂນໂລຊີ AI ຂອງເພົ້າສ໌ ຈະຊ່ວຍໃຫ້ຄຳແນະນຳສຸຂະພາບທ່ານດັ່ງນີ້.
ອ່ານເພີ່ມ