ພຣູປະກັນເງິນກູ້ ພລັສ
ເປັນຫຍັງທ່ານຈຶ່ງຄວນມີ ພຣູປະກັນເງິນກູ້ພລັສ?

ໃນຂະນະທີ່ທ່ານກຳລັງພະຍາຍາມບັນລຸເປົ້າໝາຍທີ່ທ່ານຕັ້ງໄວ້ ການກູ້ຢືມເງິນຈາກທະນາຄານເພື່ອ ຊ່ວຍໃຫ້ທ່ານຊື້ລົດເປັນຂອງຕົນເອງ, ດຳເນີນທຸລະກິດຂະໜາດນ້ອຍ ຫືຼ ຊື້ເຮືອນໄດ້. ການມີແຜນຄຸ້ມຄອງການກູ້ຢືມເງິນເປັນສິ່ງທີ່ດີກວ່າ. ສົມມຸດວ່າເຫດການບໍ່ຄາດຝັນເກີດຂຶ້ນກັບທ່ານ ຕົວຢ່າງ: ເກີດອຸປະຕິເຫດຊຶ່ງສົ່ງຜົນໃຫ້ເສຍຊີວິດ ຫຼື ເສຍອົງຄະແບບສິ້ນເຊີງ ແລະ ຖາວອນເຊິ່ງ ໃນກໍລະນີນີ້ ພຣູປະກັນເງິນກູ້ ພລັສ ສາມາດຊ່ວຍຄຸ້ມຄອງເລື່ອງການເງິນໃຫ້ແກ່ທ່ານ ແລະ ຄອບຄົວ ຊຶ່ງຈະຊ່ວຍໃຫ້ທ່ານຊຳລະເງິນກູ້ໄດ້ ແລະ ຊ່ວຍໃຫ້ຄົນທ່ີທ່ານຮັກໃຊ້ຊີວິດໂດຍໄດ້ຮັບການຄຸ້ມຄອງທາງການເງິນ.
ພວກເຮົາສາມາດ ຊ່ວຍທ່ານໄດ້ແນວໃດ?
												
												
												ອ່ານ ເພີ່ມ
ວິທີທີ່ທ່ານສາມາດ ເພີ່ມປະສິດທິພາບການປົກປ້ອງໄດ້ຕາມຄວາມຕ້ອງການຂອງທ່ານ
| ແຜນຄຸ້ມຄອງຂັ້ນພື້ນຖານ | ແຜນຄຸ້ມຄອງເພີ່ມເຕີມ | 
| ຜົນປະໂຫຍດໃນກໍລະນີເສຍຊີວິດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ ຖາວອນເນ່ືອງຈາກທີ່ບໍ່ເກີດຈາກອຸປະຕິເຫດ | |
| 100% ຂອງວົງເງິນຄຸ້ມຄອງ | |
| ເງິນອຸດໜຸນສົ່ງສະການແຜນປະກັນຂັ້ນພື້ນ ຖານ 3.000.000ກີບ | |
| ຜົນປະໂຫຍດໃນກໍລະນີເສຍຊີວິດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ ຖາວອນເນື່ອງຈາກທີ່ເກີດຈາກອຸປະຕິເຫດ* | |
| x | 100% ຂອງວົງເງິນຄຸ້ມຄອງຜົນປະໂຫຍດເພີ່ມເຕີມໃນກໍລະນີເສຍຊີວິດ ແລະ ເສຍອົງຄະແບບສິ້ນເຊີງ ແລະ ຖາວອນ ເນື່ອງຈາກອຸປະຕິເຫດ | 
ຕົວຢ່າງຜະລິດຕະພັນຂອງພຣູ ປະກັນເງິນກູ້ ພລັສ
| 
 
 ທ້າວ ຄຳພັນ  | 
  | 
ໝາຍເຫດ:
- ຄ່າທຳນຽມແມ່ນຂຶ້ນກັບເງື່ອນໄຂຂອງແຕ່ລະບຸກຄົນ ແລະ ຕົວເລກທີ່ສະແດງແມ່ນໄດ້ກຳນົດ ຕາມເງ່ືອນໄຂຂອງທ້າວ ຄຳພັນ.
 - ຈຳນວນສິນປະກັນແມ່ນອີງໃສ່ຕາຕະລາງເບື້ອງຕົ້ນຂອງຜົນປະໂຫຍດໃນເວລາຊື້ຊ່ຶງອາດຈະສູງ ຫຼື ຕ່ຳກວ່າຈຳນວນເງິນກູ້ຕົວຈິງທີ່ຍັງຄ້າງຢູ່.
 
ຕົວຢ່າງທີ 1 ຜົນປະໂຫຍດທ່ີທ້າວ ຄຳພັນຈະໄດ້ຮັບ ຖ້າຫາກລາວໄດ້ປະກັນຊີວິດທີ່ຈຳນວນວົງເງິນປະກັນຄົງທີ່:
![]()  | 
ຜົນປະໂຫຍດຕ່າງໆ | ແຜນຄຸ້ມຄອງພື້ນຖານ | ແຜນຄຸ້ມຄອງເພີ່ມເຕີມ | 
| ສົມມຸດວ່າເງິນກູ້ທະນາຄານໃນປີທີ 6 ຍັງເຫືຼອ 70.000.000 ກີບ | |||
| 
 ຜົນປະໂຫຍດເນື່ອງຈາກການເສຍຊີວິດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ  | 
 ຜູ້ໄດ້ຮັບຜົນປະໂຫຍດລຳດັບທີ 1 ໃນສັນຍາຈະໄດ້ຮັບ: 70.000.000 ກີບ ຜູ້ໄດ້ຮັບຜົນປະໂຫຍດລຳດັບທີ 2 ໃນສັນຍາຈະໄດ້ຮັບເງິນສ່ວນທີ່ເຫຼືອ ຈາກຕາຕະລາງລາຍລະອຽດຂອງຜົນປະໂຫຍດ 
  | 
 ຜູ້ໄດ້ຮັບຜົນປະໂຫຍດລຳດັບທີ 1 ໃນສັນຍາຈະໄດ້ຮັບ: 70.000.000 ກີບ ຜູ້ໄດ້ຮັບຜົນປະໂຫຍດລຳດັບທີ 2 ໃນສັນຍາຈະໄດ້ຮັບເງິນສ່ວນທີ່ເຫຼືອຈາກ ຜູ້ໄດ້ຮັບຜົນປະໂຫຍດລຳດັບທີ 2 ໃນສັນຍາຈະໄດ້ຮັບຜົນປະໂຫຍດເງິນສົ່ງສະການຈຳນວນ: 3.000.000 ກີບ  | 
|
| 
 ຜົນປະໂຫຍດໃນກໍລະນີເສຍ  | 
 ສະເພາະແຜນຄຸ້ມຄອງເພີ່ມ ເຕີມເທົ່ານັ້ນ,  | 
||
| 
 ຜູ້ໄດ້ຮັບຜົນປະໂຫຍດລຳດັບ  | 
 70.000.000ກີບ 
  | 
||
| 
 ຜູ້ໄດ້ຮັຜົນປະໂຫຍດລຳດັບ  | 
33.000.000ກີບ |  133.000.000ກີບ (ລວມຜົນປະໂຫຍດຈາກອຸປະຕິເຫດ ແລະ ຜົນປະໂຫຍດເງິນສົ່ງສະການ)  | 
|
| ຜົນປະໂຫຍດທັງໝົດສູງສຸດເຖິງ | 103.000.000ກີບ | 203.000.000ກີບ | |
ຕົວຢ່າງທີ 2 ຜົນປະໂຫຍດທີ່ທ້າວ ຄຳພັນຈະໄດ້ຮັບ ຖ້າຫາກລາວໄດ້ປະກັນຊີວິດທ່ີຈຳນວນວົງເງິນປະກັນຫຸຼດລົງ:
![]()  | 
ຜົນປະໂຫຍດຕ່າງໆ | ແຜນຄຸ້ມຄອງພື້ນຖານ | ແຜນຄຸ້ມຄອງເພີ່ມເຕີມ | 
| ສົມມຸດວ່າເງິນກູ້ທະນາຄານໃນປີທີ 6 ຍັງເຫືຼອ 70.000.000 ກີບ | |||
| 
 ຜົນປະໂຫຍດເນື່ອງຈາກການເສຍຊີວິດ ຫືຼ ເສຍອົງຄະແບບສິ້ນເຊີງ ແລະ  | 
 ຜູ້ໄດ້ຮັບຜົນປະໂຫຍດລຳດັບທີ 1 ໃນ 
 
  | 
 ຜູ້ໄດ້ຮັບຜົນປະໂຫຍດລຳດັບທີ 1 ໃນສັນຍາຈະໄດ້ຮັບ: 70.000.000ກີບ 
  | 
|
| 
 ຜົນປະໂຫຍດໃນກໍລະນີເສຍ  | 
 ສະເພາະແຜນຄຸ້ມຄອງເພີ່ມ ເຕີມເທົ່ານັ້ນ,  | 
||
| 
 ຜູ້ໄດ້ຮັບຜົນປະໂຫຍດລຳດັບ  | 
 70.000.000 ກີບ  | 
||
| ຜູ້ໄດ້ຮັຜົນປະໂຫຍດລຳດັບ ທີ 2 ຈະໄດ້ຮັບຜົນປະໂຫຍດສູງສຸດເຖິງ  | 
3.000.000ກີບ | 73.000.000ກີບ (ລວມຜົນປະໂຫຍດຈາກອຸປະຕິເຫດ ແລະ ຜົນປະໂຫຍດເງິນສົ່ງສະການ)  | 
|
| ຜົນປະໂຫຍດທັງໝົດສູງສຸດເຖິງ | 73.000.000ກີບ | 143.000.000ກີບ | |
ໝາຍເຫດສຳຄັນ:
- ຜົນປະໂຫຍດເພ່ີມເຕີມຂອງການເສຍຊີວິດ ແລະ ເສຍອົງຄະແບບສິ້ນເຊີງ ແລະ ຖາວອນເນື່ອງຈາກອຸປະຕິເຫດ*ເປັນພຽງທາງ ເລືອກເພ່ີມເຕີມ ທ່ານສາມາດເລືອກ ຫືຼ ບໍ່ເລືອກເອົາກໍ່ໄດ້.
 - ຜົນປະໂຫຍດເມື່ອຄົບກຳນົດແມ່ນບໍ່ມີສຳລັບຜະລິດຕະພັນນີ້.
 - ທ່ານສາມາດເລືອກປະເພດຄວາມຄຸ້ມຄອງໄດ້ທັງແບບປະກັນຊີວິດທີ່ຈຳນວນວົງເງິນປະກັນຫຸຼດລົງ ແລະ ປະກັນຊີວິດທ່ີຈຳນວນວົງເງິນປະກັນຄົງທີ່.
 - ທ່ານສາມາດຍົກເລີກສັນຍາພາຍໃນ 30ມື້ (ໃນຊ່ວງພິຈາລະນາສັນຍາ) ນັບຕັ້ງແຕ່ມື້ທີ່ທ່ານໄດ້ຮັບເອກະສານສັນຍາປະກັນໄພ.
 - ມູນຄ່າເວນຄືນຈະຊຳລະໃຫ້ທ່ານກໍ່ຕໍ່ເມື່ອມີການຍົກເລີກສັນຍາ ໃນລະຫວ່າງທ່ີສັນຍາຍັງມີການຄຸ້ມຄອງ. ຈຳນວນມູນຄ່າເວນຄືນ ແມ່ນໄດ້ສະແດງຢູ່ໃນຕາຕະລາງລາຍລະອຽດຂອງຜົນປະໂຫຍດຈາກທາງບໍລິສັດ ( ເຖິງຢ່າງໃດກໍ່ຕາມ, ການຍົກເລີກສັນຍາໄວກ່ອນກຳນົດອາດຈະເຮັດໃຫ້ລູກຄ້າເສຍຜົນປະໂຫຍດ).
 - ສັນຍາປະກັນນ້ີມີຂໍຍົກເວັ້ນບາງປະການເຊັ່ນ: ການຂ້າຕົວຕາຍ, ຕິດເຊື້ອພະຍາດພູມຄຸ້ມກັນຮ່າງກາຍບົກຜ່ອງ (HIV) , ການກະທຳຜິດ ທາງອາຍາ, ການນຳໃຊ້ສານເສບຕິດ, ການດ່ືມເຫຼົ້າ ຫືຼ ມີໂລກປະຈຳຕົວທີ່ຮ້າຍແຮງ.
 - ພວກເຮົາແນະນຳໃຫ້ທ່ານປຶກສາກັບທີ່ປຶກສາທາງດ້ານການເງິນຂອງພຣູເດັນໂຊລ໌ເພື່ອຄຳ ແນະນຳທີ່ດີທີ່ສຸດທີ່ທ່ານຕ້ອງການ. ຂໍ້ກຳນົດ ແລະ ເງື່ອນໄຂຢູ່ໃນເວັບໄຊທ໌ນີ້ ແມ່ນບໍ່ຄົບຖ້ວນສົມບູນ. ສຳລັບຂໍ້ມູນເພີ່ມຕື່ມ ກະລຸນາກວດເບິ່ງລາຍລະອຽດທີ່ຂໍ້ກຳນົດ ເເລະ ເງ່ືອນໄຂຂອງຜະລິດຕະພັນໄດ້.
 



