ແຈ້ງການສໍາຄັນກ່ຽວກັບສັນຍາປະກັນໄພຂອງທ່ານ

ບໍລິສັດ ພຣູເດັນໂຊລ໌ ລາວ ໄດ້ດໍາເນີນການໂອນທຸລະກິດປະກັນໄພຂອງຕົນໃຫ້ກັບ ບໍລິສັດ ທຣັສ ປະກັນຊີວິດ ຈໍາກັດ (Trust Life Assurance Co., Ltd) ສໍາເລັດແລ້ວ ເຊິ່ງໄດ້ຮັບການອະນຸມັດຈາກພາກສ່ວນກ່ຽວຂ້ອງ. ພວກເຮົາມີຄວາມມຸ່ງໝັ້ນທີ່ຈະເຮັດໃຫ້ການປ່ຽນຜ່ານນີ້ເປັນໄປຢ່າງຮຽບຮ້ອຍ ໂດຍຈະບໍ່ມີຜົນກະທົບ ຕໍ່ກັບສັນຍາປະກັນໄພ, ຜົນປະໂຫຍດ ຫຼື ຂອບເຂດຄວາມຄຸ້ມຄອງຂອງທ່ານ.
Female employees talking while walking up stairs

ໜ້າ ເທພີພິທັກ

 

ສັນຍາລັກຂອງເທພີພຣູເດັນສ ໄດ້​ຖືກ​ນຳໃຊ້ເປັນສັນຍາລັກຂອງກຸ່ມບໍລິສັດ ພຣູເດັນໂຊລ໌ ຕັ້ງແຕ່ໃດມາ.

ພຣູເດັນສ໌ໝາຍເຖິງຄວາມຮອບຄອບ ເຊິ່ງເປັນໜຶ່ງໃນຄຸນນະທຳຫຼັກ 4 ປະການ ທີ່ປະກອບມີ: ຄວາມຮອບຄອບ, ຄວາມຍຸດຕິທຳ,​ ຄວາມກ້າຫານ, ແລະ ຄວາມສາມາດໃນການຄວບຄຸມຄວາມຕ້ອງການຂອງຕົວເອງ.

ຄວາມເປັນມາຂອງພວກເຮົາ

ກຸ່ມບໍລິສັດ ພຣູເດັນໂຊລ໌ ໃຫ້ປະກັນຊີວິດ ແລະ ສຸຂະພາບ ແລະ ການຄຸ້ມຄອງຊັບສິນໃນ 24 ຕະຫຼາດທົ່ວອາຊີ ແລະ ອາຟຣິກາ. ພາລະກິດຂອງ ພາລະກິດຂອງ ບໍລິສັດ ພຣູເດັນໂຊລ໌ ແມ່ນເພື່ອເປັນຄູ່ຮ່ວມງານ ແລະ ເປັນຜູ້ໃຫ້ການຄຸ້ມຄອງ ທີ່ໜ້າເຊື່ອຖືທີ່ສຸດ ສໍາລັບຄົນຄົນລຸ້ນຕໍ່ໆໄປ ໂດຍການສະຫນອງການແກ້ໄຂທາງດ້ານການເງິນ ແລະ ສຸຂະພາບທີ່ງ່າຍດາຍ ແລະ ສາມາດເຂົ້າເຖິງໄດ້. ທຸລະກິດດັ່ງກ່າວ ມີລາຍຊື່ຢູ່ໃນຕະຫຼາດຫຼັກຊັບຂອງຮົງກົງ (2378) ແລະ ຕະຫຼາດຫຼັກຊັບລອນດອນ (PRU). ນອກຈາກນີ້ ຍັງມີລາຍຊື່ຮອງຢູ່ໃນຕະຫຼາດຫຼັກຊັບສິງກະໂປ (K6S) ແລະ ໃບຮັບເງິນເງິນຝາກອາເມລິກາຢູ່ໃນຕະຫຼາດຫຼັກຊັບນິວຢອກ (PUK). ເປັນສ່ວນໜຶ່ງຂອງ Hang Seng Composite Index ແລະ ຍັງຖືກລວມເຂົ້າກັບການຊື້ຂາຍໃນໂຄງການ Shenzhen-Hong Kong Stock Connect ແລະ ໂຄງການ Shanghai-Hong Kong Stock Connect.

 

ກຸ່ມບໍລິສັດ ພຣູເດັນໂຊລ໌ ບໍ່ໄດ້ມີສ່ວນກ່ຽວຂ້ອງໃນລັກສະນະໃດ ກັບບໍລິສັດ Prudential Financial, Inc., ບໍລິສັດ ທີ່​ມີ​ການ​ດຳ​ເນີນທຸລະກິດຫຼັກຢູ່ໃນສະຫະລັດອາເມລິກາ ຫຼື ກັບບໍລິສັດ Prudential Assurance Company Limited, ບໍລິສັດຍ່ອຍຂອງ M&G plc, ເຊິ່ງເປັນບໍລິສັດທີ່ຈັດຕັ້ງຂຶ້ນໃນລາດຊະອານາຈັກ.

 

https://www.prudentialplc.com/

Newspaper with magnifying glass

ຂ່າວສານ

ອ່ານຂ່າວສານລ່າສຸດ
ເບິ່ງເພີ່ມ