Select your language
close

ໂປຣໂມຊັນ ເດືອນມິຖຸນາ

ເງື່ອນໄຂ ແລະ ຂໍ້ກຳນົດ

ໝາຍເຫດ: ຂໍ້ສະເໜີນີ້ສຳລັບຜູ້ທີ່ຊື້ຜະລິດຕະພັນ ພຣູໄບຣ້ ແຟມມິລີ, ພຣູດຣີມ ໂພຣເທັກເຕີ້, ພຣູໄລ້ ເຊັບເວີ ພລັສ ແລະ ດູໂອຊິວແພັກເກດ ໂດຍເລືອກຮູບແບບຊຳລະຄ່າທຳນຽມລາຍປີ ເທົ່ານັ້ນ ເລີ່ມຕັ້ງແຕ່ ວັນທີ 1 ເຖິງ 30 ມິຖຸນາ 2025. ການຊື້ແມ່ນຜ່ານຊ່ອງທາງຂາຍກົງ ແລະ ທະນາຄານຄູ່ຮ່ວມທຸລະກິດຂອງພຣູເດັນໂຊລ໌ ລາວ. ທ່ານຈະໄດ້ຮັບບັດແທນເງິນສົດນ້ຳມັນຕາມຕາຕະລາງຄ່າທຳນຽມປະກັນໄພປະຈຳປີທີ່ກຳນົດໄວ້ ມູນຄ່າສູງເຖິງ 500,000 ກີບ ໃນໄລຍະເວລາຂໍ້ສະເໜີນີ້. ບັດແທນເງິນສົດນ້ຳມັນຈະໄດ້ຮັບກໍ່ຕໍ່ເມື່ອ ສັນຍາປະກັນໄພອອກເທົ່ານັ້ນ. ທາງຜູ້ຊ່ຽວຊານຂອງພຣູເດັນໂຊລ໌ ລາວ ຈະຊ່ວຍໃຫ້ລາຍລະອຽດເພີ່ມເຕີມແກ່ທ່ານ.

 

ການນຳສົ່ງຂອງລາງວັນ

  • ນຳໃຊ້ບໍລິການຂອງຂົນສົ່ງຮຸ່ງອາລຸນ ເດືອນເພື່ອນຳສົ່ງຂອງລາງວັນ ພາຍໃນ 1 ຫຼັງຈາກສັນຍາອອກສຳເລັດ.
  • ພຣູເດັນໂຊຣ໌ ລາວ ຈະຕິດຕໍ່ຜູ້ແນະນຳ ໂດຍເບີໂທ ຫຼື ວັດສແອປ.
  • ຜູ້ແນະນຳແມ່ນຕ້ອງຕອບກັບເພື່ອຢັ້ນຢືນ ພາຍໃນ 1 ເດືອນ, ຫາກບໍ່ດັ່ງນັ້ນ ແມ່ນຖືວ່າສະຫຼະສິດ.
  • ຫາກລາຍລະອຽດການຕິດຕໍ່ບໍ່ຖືກຕ້ອງ ຫຼື ບໍ່ຕອບກັບພາຍໃນ 1 ເດືອນທີ່ກຳນົດໄວ້ ແມ່ນຖືວ່າສະຫຼະສິດ.

 

ເງື່ອນໄຂຂອງໂປຣໂມຊັນນີ້

  • ພຣູເດັນໂຊລ໌ ລາວ ຂໍສະຫງວນສິດ ໃນການແກ້ໄຂຂໍ້ກຳນົດແລະເງື່ອນໄຂຂອງແຄມເປນຫາກການປ່ຽນແປງ, ແຕ່ການປ່ຽນແປງທີ່ສຳຄັນໃດໆຈະຖືກແຈ້ງໃນຜູ້ເຂົ້າຮ່ວມຊາບໂດຍໄວ.
  • ບໍ່ມີການສະໜັບສະໜູນຈາກອົງກອນຫຼືພາກສ່ວນໃດ ນອກຈາກພຣູເດັນໂຊລ໌ ລາວ.
  • ພຣູເດັນໂຊລ໌ລາວ ຂໍສະຫງວນສິດໃຫ້ແກ່ຜູ້ທີ່ເຂົ້າເງື່ອນໄຂທີ່ເຮົາໄດ້ກຳນົດໄວ້ໃນຂ້າງຕົ້ນແລະຢືນຢັນຕົວຕົນຜູ້ຮັບຂອງລາງວັນ.
  • ພຣູເດັນໂຊຣ໌ ລາວ ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທັງໂດຍກົງຫຼືທາງອ້ອມທີ່ເກີດຂື້້ນໃນການເຂົ້າຮ່ວມໂປຣແກມ ບໍ່ວ່າຈະເປັນກໍລະນີໃດໆ.
  • ຂອງລາງວັນບໍ່ສາມາດປ່ຽນເປັນເງິນສົດໄດ້.

 

ຂໍ້ມູນການຕິດຕໍ່ ພຣູເດັນໂຊລ໌ ລາວ

  • ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ ທີ່ເບີ021 211123 ໃນໂມງລັດຖະການ (ວັນຈັນ - ວັນສຸກ ເວລາ 08:30 – 17:30) ຫຼືສົ່ງຂໍ້ຄວາມຜ່ານຊ່ອງທາງ Messenger ຂອງ Facebook ພຣູເດັນໂຊລ໌ ລາວ.