Select your language
close
ການຂໍເອົາເງິນທົດແທນປະກັນໄພ

ຫຼັກ​ການກ່ຽວ​ກັບເງິນທົດ​ແທນປະ​ກັນ​ໄພ

ສັນ​ຍາ​ປະ​ກັນ​ໄພ​ຂອງ ພ​ຣູເດັນ​ໂຊລ໌ ຊ່ວຍປົກປ້ອງທ່ານແລະຄອບຄົວທີ່ທ່ານຮັກໃນຊ່ວງເວລາທີ່​ຊີວິດ​​ຍາກ​ລຳ​ບາກ. ດ້ວຍຄວາມ​ຫ່ວງ​ໄຍ​ແລະ​ເຫັນ​ອົກ​ເຫັນ​ໃຈ ​ພວກ​ເຮົາພ້ອມທີ່​ຈະຈ່າຍເງິນທົດ​ແທນປະ​ກັນ​ໄພແກ່​ທ່ານໄວເທົ່າທີ່ຈະໄວໄດ້. ດ້ວຍ​ຂັ້ນ​ຕອນ​ທີ່​ງ່າຍ​ ແລະ​ ສະ​ດວກ​ສະ​ບາຍ ພຽງ​ແຕ່ທ່ານ​ສ​ະ​ໜອງ​ບາງ​ຂໍ້ມູນທີ່ສຳ​ຄັນ​ເທົ່ານັ້ນ​ກໍ​ສາ​ມາດ​ຮັບເງິນທົດ​ແທນປະ​ກັນ​ໄພ​ໄດ້​ແລ້ວ.
girl shaking hands

ວິ​ທີ​ການ​ໃຫ້​​ບໍ​ລິ​ການ​ຂອງ ພ​ຣູ

ແນວ​ທາງ​ຂອງພວກ​ເຮົາ

ຂັ້ນ​ຕອນ​ການ​ຮ້ອງ​ຂໍເງິນທົດ​ແທນປະ​ກັນ​ໄພ​ຂອງ​ພວກ​ເຮົາ​ແມ່ນ​ມີ​ຄວາມງ່າ​ຍ​ດາຍ ແລະ ໂປ່ງ​ໃສ. ​ພວກ​ເຮົາ​ມີ​ບຸກ​ຄະ​ລາ​ກອນ​ທີ່​ມີ​ປະ​ສົບ​ການ​ແລະ​ເປັນ​ມື​ອາ​ຊີບ​ທີ່ພ້ອມ​ໃຫ້​ບໍ​ລິ​ການ​ທ່ານ​ຢ່າງ​ເປັນ​ກັນ​ເອງ.

ທ່ານ​​ຮຽກຮ້ອງເງິນທົດ​ແທນປະ​ກັນ​ໄພ

ພວກ​ເຮົາ​​ຈະ​ພິ​ຈາ​ລະ​ນາ​ແລະ​ຈ່າຍເງິນທົດ​ແທນປະ​ກັນ​ໄພ​ໃຫ້​ທ່ານ​ທັນ​ທີ, ໂດຍ​ມີ​ພຽ​ງ​ການສອບ​ຖາມ​ບາງ​ຂໍ້​ມູນ​ທີ່​ກ້ຽວ​ຂ້ອງເລັກ​ນ້ອຍ​​ ແລະ ຖ້າ​ທ່ານ​ຕ້ອງ​ການ​ຮັບ​ຮູ້​ຄວາມ​ຄືບ​ໜ້າ​ຂອງ​ຂັ້ນ​ຕອນ​ການ​​ຈ່າຍເງິນທົດ​ແທນປະ​ກັນ​ໄພ​ ພວກ​ເຮົາ​ພ້ອມ​ຈະ​ສະ​ໜອງ​ລາຍ​ລະ​ອຽດ​ໃຫ້​ທ່ານ​ຊາບ​ຢ່າງ​ຈະ​ແຈ້ງ.

​ໜ້າ​ທີ່​ຂອງ​ພວກ​ເຮົາ​ຄື:

ກຳ​ນົດໄລ​ຍະ​ເວ​ລາ
ພວກເຮົາຈະ​ດຳ​ເນີນ​ການທັນ​ທີ​ທີ່​ໄດ້​ຮັບ​ການຮ້ອງຂໍ​ເຂົ້າ​ມາແລະ​ມີ​ການແຈ້ງ​ລາຍ​ລະ​ອຽດໃຫ້​ທ່ານຊາບເຖິງຄວາມຄືບ​ໜ້າ​ທຸກ​ຂັ້ນ​ຕອນ. ໂດຍ​ອີງ​ໃສ່ມາດຕະຖານການບໍລິການດັ່ງຕໍ່ໄປນີ້: ​ແ​ຈ້ງໜັງ​ສື​ຕອບ​ຮັບ​​ພາຍ​ໃນ 3 ມື້ຫຼັງ​ຈາກທີ່​ໄດ້​ຮັບ​ການ​ຮ້ອງ​ຂໍ​ເງິນ​ທົດ​ແທນ​ປະ​ກັນ​ໄພ,ແຈ້ງ​ຄຳ​ຮ້ອງ​ຂໍ​ເອ​ກະ​ສານ​ເພີ້ມ​ເຕີມ​ພາຍ​ໃນ 3 ມື້, ​​ແຈ້ງ​ຜົນ​ຂອງການ​ພິ​ຈາ​ລະ​ນາ​ຈ່າຍ, ເງິນ​ທົດ​ແທນ​ປະ​ກັນ​ໄພ ​​ພາຍ​ໃນ 30 ມື້ຫຼັງ​ຈາກທີ່​ໄດ້​ຮັບ​ການ​ຮ້ອງ​ຂໍ​ເງິນ​ທົດ​ແທນ​ປະ​ກັນ​ໄພ
ພວກ​ເຮົາສື່ສານກັບ​ທານດ້ວຍ​ຄວາມ​ຫ່ວງ​ໃຍ
ພວກ​ເຮົາຈະແຈ້ງໃຫ້ທ່ານຊາບ​​ທຸກ​ຂະ​ບວນ​ການ ​ບໍ່​ວ່າ​ຈະຫຼັງ​ຈາກ​ໄດ້​ຮັບ​ຄຳ​ຮ້ອງ​ຂໍ​ເງິນ​ທົດ​ແທນ, ເມື່ອ​ຕ້ອງ​ການ​ເອ​ກະ​ສານ​ເພ​ີ່ມ​ເຕີມ ຕະຫຼອດ​ຮອດແຈ້ງຜົນຂອງການ​ດຳ​ເນິນ​ການ​ຕ່າງໆ. ​​ນອກນີ້ພວກ​ເຮົາ​ມີ​ຍັງ​ບຸກ​ຄະ​ລາ​ກອນ​ທີ່​ເປັນ​ມື​ອາ​ຊີບ​ ປະ​ຈຳ​ຢູ່​ທຸກ​ສາ​ຂາຕົວແທນ​ທີ່ພ້ອມໃຫ້​ຄຳ​ປຶກ​ສາ​ແລະ​ຊ່ວຍ​ເຫຼືອ​ໃນ​ຍາມທ່ານ​ຕ້ອງ​ການ
ພວກ​ເຮົາ​ສ້າງ​ປະ​ສົບ​ການ​ທີ່​ດີ​ໃຫ້​ກັບ​ລູກ​ຄ້າ
ທຸກໆ​ຄຳ​ຕຳ​ນິ​ຕິ​ຊົ​ມ​ຂອງ​ທ່ານ​ແມ່ນ​ສຳ​ຄັນ​ຕໍ່​ພວກ​ເຮົາຫຼາຍ​ ໃນ​ການ​ຊ່ວຍພັດ​ທະ​ນາ​​ອົງ​ກອນ​ເຮົາເພື່ອ​​ການ​ບໍ​ລິ​ການທ່ານ​ທີ່​ດີ​ຂື້ນ, ​ສະ​ນັ້ນທຸກ​ຄັ້ງ​ທີ່​ທ່ານ​ມີ​ຄຳ​ຮ້ອງ​ຮຽນ​ມາ​​ພວກ​ເຮົາ​ພ້ອມຈະ​ແກ້​ໄຂ​ໃຫ້​ໄວ ​ແລະ ​ດີ​ທີ່​ສຸດ.
ບົນ​ຄວາມ​ຍຸດ​ຕິ​ທຳ
ພວກ​ເຮົາເຫັນ​ຄວາມ​ສຳ​ຄັນຂອງ​ການ​ຮ້ອງ​ຂໍ​ເງິນ​ທົດ​ແທນ​ຂອງ​ທ່ານ​​ ສະ​ນັ້ນ​ພວກ​ເຮົາ​ປະ​ຕິ​ບັດ​ຕໍ່​ທຸກໆ​ການ​ຮ້ອງ​ຂໍຢ່າງ​ເທົ່າ​ທຽມ​​ກັນ ໂດຍ​ການ​ຮັບ​ປະ​ກັນ​ຄວາມຊັດ​ເຈນ ແລະ ​ໂປ່ງ​ໃສ ໃນ​ທຸກ​ຂະ​ບວນ​ການ.
ດ້ານ​ສິດ​ທິ​ສ່ວນ​ບຸກ​ຄົນ
ພວກ​ເຮົາ​ໃຫ້​ຄວາມ​ສຳ​ຄັນຫຼາຍ​ຕໍ່​ສິດ​ທິ​ສ່ວນ​ຕົວ​ຂອງ​ທ່ານ ສະ​ນັ້ນທຸກໆ​ຂໍ້​ມູນຈະ​ຖືກ​ເກັບ​ເປັນ​ຄວາມ​ລັບ​​ຢ່າງ​ປອດ​ໄພ.